ໜັງ​ສື​ພິ​ມ ​ອົດ​ສະ​ຕາ​ລີ ລົງ​ຂ່າວ​ກ່ຽວ​ກັ​ບ​ເລື່ອງ ຈີນ ​ນຳ​ກ່ຳ​ປັ່ນ​ໄປ​ຍັງ​ເຂດ​ຫີນ ບາ​ເດົ່າ ຢູ່ ຊິງ​ຕົ​ນ

(VOVWORLD) -ໜັງສືພິມ The Sydney Morning Herald ໃຫ້ຮູ້ວ່າ ໄດ້ພົບເຫັນການມີໜ້າຂອງກ່ຳປັ່ນຫາປາກ່ວາ 200 ລຳຂອງຈີນ ທີ່ຖືກສົງໄສວ່າ ແມ່ນກ່ຳປັ່ນທະຫານ ຢູ່ເຂດຫີນ ບາເດົ່າ.
ໜັງ​ສື​ພິ​ມ ​ອົດ​ສະ​ຕາ​ລີ ລົງ​ຂ່າວ​ກ່ຽວ​ກັ​ບ​ເລື່ອງ ຈີນ ​ນຳ​ກ່ຳ​ປັ່ນ​ໄປ​ຍັງ​ເຂດ​ຫີນ ບາ​ເດົ່າ ຢູ່ ຊິງ​ຕົ​ນ - ảnh 1ກ່ຳປັ່ນຂອງຈີນ ຢູ່ເຂດຫີນ ບາເດົ່າ ຂຶ້ນກັບເຂດຊິງຕົນ ຢູ່ເມືອງເກາະເຈື່ອມຊາ ຂອງ ຫວຽດນາມ
(ພາບ: ກຳລັງປ້ອງກັນຟີລິບປິນ)

ພາຍຫຼັງ ຈີນ ນຳກ່ຳປັ່ນໄປຍັງ ເຂດຫີນບາເດົ່າ ຂຶ້ນກັບ ຊິງຕົນ ໃນໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ, ໜັງສືພິມ ອົດສະຕາລີ ໄດ້ລົງຂ່າວກ່ຽວກັບການກະທຳນີ້ ແລະ ຄັດສະເໜີຄຳເຫັນຂອງນັກຊ່ຽວຊານທີ່ໃຫ້ຂໍ້ສັງເກດກ່ຽວກັບການກະທຳດັ່ງກ່າວຂອງ ຈີນ.

        ໜັງສືພິມ The Sydney Morning Herald ໃຫ້ຮູ້ວ່າ ໄດ້ພົບເຫັນການມີໜ້າຂອງກ່ຳປັ່ນຫາປາກ່ວາ 200 ລຳຂອງຈີນ ທີ່ຖືກສົງໄສວ່າ ແມ່ນກ່ຳປັ່ນທະຫານ ຢູ່ເຂດຫີນ ບາເດົ່າ.

        ບົດຂຽນຄັດສະເໜີຖະແຫຼງການຂອງສະຖານທູດ ອາເມລິກາ ປະຈຳ ຟີລິບປິນ ໃຫ້ຮູ້ວ່າ: “ບັນດາກ່ຳປັ່ນຂອງ ຈີນ ໄດ້ເຂົ້າມາເຂດນີ້ ໃນຫຼາຍເດືອນທີ່ຜ່ານມາ ດ້ວຍຈຳນວນທີ່ນັບມື້ນັບຫຼາຍຂຶ້ນ, ໂດຍບໍ່ຫົວຊາຕໍ່ອາກາດເປັນແນວໃດ.”

        ໜັງສືພິມນີ້ ກໍ່ຄັດສະເໜີຄຳເວົ້າຂອງທ່ານ ສາດສະດາຈານ Richard Heydarian ສັງກັດມະຫາວິທະຍາໄລ De La Salle ທີ່ໃຫ້ຮູ້ວ່າ ເລື່ອງ ຈີນ ນຳບັນດາກ່ຳປັ່ນນີ້ໄປຍັງເຂດຫີນບາເດົ່າ ແມ່ນພະຍານຫຼັກຖານທີ່ອັນຕະລາຍທີ່ສຸດ.

        ໜັງສືພິມ ກໍ່ໄດ້ເຕື້ອງເຖິງທັດສະນະຂອງ ທ່ານ Greg Polling, ຜູ້ອຳນວຍການຂໍ້ລິເລີ່ມໂປງໃສ ໃນການເດີນເຮືອຢູ່ ອາຊີ ເຊິ່ງເປັນອົງການຕິດຕາມການເຄື່ອນໄຫວໃນການເດີນເຮືອຢູ່ທະເລຕາເວັນອອກ ເປັນປະຈຳ ເຊິ່ງໃຫ້ຮູ້ວ່າ: ໄດ້ພົບເຫັນກ່ຳປັ່ນຂອງຈີນ ໄດ້ມີໜ້າຢູ່ເຂດຫີນນີ້ເປັນປະຈຳໃນປີຜ່ານມາ, ແຕ່ວ່າໃນວັນທີ 7 ມີນາທີ່ຜ່ານມາ, ໄດ້ພົບເຫັນຈຳນວນຫຼາຍກ່ຳປັ່ນຢູ່ເຂດນີ້ ແລະ ໄດ້ຮັບການເປີດເຜີຍໃນວັນອາທິດທີ່ຜ່ານມາ ແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ.

ວຽດງາ, ນັກຂ່າວ VOV ປະຈຳ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ