ໜັງສືພິມຕ່າງປະເທດຕີລາຄາສູງເລື່ອງຫວຽດນາມ ຕ້ານໂລກລະບາດໂຄວິດ-19

(VOVWORLD) -ຫວຽດນາມ ບັນລຸຜົນສຳເລັດໃນການສະກັດກັ້ນໄວຣັດ SARS-CoV-2 ທີ່ແຜ່ລະບາດໃນຊຸມຊົນ.
ໜັງສືພິມຕ່າງປະເທດຕີລາຄາສູງເລື່ອງຫວຽດນາມ ຕ້ານໂລກລະບາດໂຄວິດ-19 - ảnh 1 (ພາບປະກອບ: AFP)

ວັນທີ 19 ເມສາ, ໜັງສືພິມ “ລະດູບານໃໝ່ປະເທດລັດເຊຍ” (Rusvesna) ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ວ່າ “ປະຕິຫານຫວຽດນາມ - ວິທີຂອງຊາດໜຶ່ງທີ່ພິລະອາດຫານຕ້ານໂລກລະບາດຮ້າຍແຮງ”, ໃນນັ້ນໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕົວຢ່າງທີ່ບັນລຸຜົນສຳເລັດທີ່ສຸດໃນໂລກໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19.

ສ່ວນໜັງສືພິມລາຍວັນ “Le Figaro” ສະບັບອອກວັນທີ 19 ເມສາ ໄດ້ລົງບົດຂຽນອະທິບາຍສາຍເຫດ ຫວຽດນາມ ບັນລຸຜົນສຳເລັດໃນການສະກັດກັ້ນໄວຣັດ SARS-CoV-2 ທີ່ແຜ່ລະບາດໃນຊຸມຊົນ. ດ້ວຍໝາກຜົນແມ່ນມີ 268 ກໍລະນີຕິດໂລກລະບາດ, 202 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ບໍ່ມີຜູ້ເສຍຊີວິດ, ຫວຽດນາມ ພວມກາຍເປັນ “ແບບຢ່າງ” ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ- 19 ສຳລັບບັນດາປະເທດຝ່າຍຕາເວັນຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ