ໜັງສືພິມລັດເຊຍ: ຫວຽດນາມ ສືບຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມ

(VOVWORLD) -ບົດຂຽນໄດ້ສະຫຼຸບວ່າ ບັນດາບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາແກ່ການປະຕິບັດວຽກງານຢ່າງເຂັ້ມງວດ ເຊິ່ງການນຳພັກ ພວມປະຕິບັດຢ່າງບໍ່ຢຸດຢັ້ງ
ໜັງສືພິມລັດເຊຍ: ຫວຽດນາມ ສືບຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມ - ảnh 1ປຶ້ມ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ”
(ພາບ: TTXVN)

ດ້ວຍຫົວຂໍ້ ຫວຽດນາມ “ສືບຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມ”, ໜັງສືພິມ “ສິເທິດ” ແປວ່າ ຄວາມຈິງ ຂອງ ລັດເຊຍ ໄດ້ລົງບົດຂຽນໂດຍໃຫ້ຮູ້ວ່າ ຢູ່ນະຄອນຫຼວງ ຮ່າໂນ້ຍ, ໂຮງພິມຈຳໜ່າຍ ສຶເທດ ໄດ້ຈັດພິທີແນະນຳບັນດາບົດຂຽນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ດ້ວຍຫົວຊື່ວ່າ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ”.

        ບົດຂຽນໄດ້ສະຫຼຸບວ່າ ບັນດາບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາແກ່ການປະຕິບັດວຽກງານຢ່າງເຂັ້ມງວດ ເຊິ່ງການນຳພັກ ພວມປະຕິບັດຢ່າງບໍ່ຢຸດຢັ້ງ ເພື່ອແນໃສ່ກຳນົດເປົ້າໝາຍ ແລະ ໜ້າທີ່ຂອງບັນດານັກກອມມູນິດ ແລະ ປະຊາຊົນ ຫວຽດນາມ ໝົດທຸກຄົນ ບົນເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ສ້າງພື້ນຖານດ້ານແນວຄິດ, ຄິດໄລ່ເຖິງບັນດາການປ່ຽນແປງຂອງສະພາບການສາກົນ ແລະ ຈຸດພິເສດສະເພາະຂອງຊາດ ຫວຽດນາມ. ນີ້ແມ່ນສັງຄົມເຊິ່ງໃນນັ້ນ ທຸກຄົນມີການດຳລົງຊີວິດທີ່ອີ່ມໜຳສຳລານ, ເສລີພາບ, ສົມບູນພູນສຸກ, ໄດ້ສ້າງເງື່ອນໄຂສະດວກເພື່ອພັດທະນາຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ