ໜັງ​ສື​ພິມ​ລາວ ຍ້ອງ​ຍໍ​ສັນ​ລະ​ເສີນ​​ລະ​ດັບການ​ເຕີບ​ໂຕ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ

(VOVWORLD) - ຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມ ຈະສືບຕໍ່ມີການເຕີບໂຕຢ່າງແຮງ ໃນ 6 ເດືອນທ້າຍປີນີ້ ແລະ ຫວຽດນາມ ຈະບັນລຸໄດ້ຄາດໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 17 – 18 ລ້ານເທື່ອຄົນໃນປີນີ້.
ໜັງ​ສື​ພິມ​ລາວ ຍ້ອງ​ຍໍ​ສັນ​ລະ​ເສີນ​​ລະ​ດັບການ​ເຕີບ​ໂຕ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ - ảnh 1ໜ້າເວັບໄຊ Laophattananews 

ໜັງສືພິມ ລາວພັດທະນາ ຂອງສະມາຄົມນັກຂ່າວລາວ ຫາກໍ່ມີບົດຂຽນຍ້ອງຍໍສັນລະເສີນກໍ່ຄືສະແດງຄວາມປະທັບໃຈກ່ຽວກັບລະດັບເຕີບໂຕຂອງຂະແໜງການທ່ອງທ່ຽວ ຫວຽດນາມ. ຕາມບົດຂຽນແລ້ວ, ໃນ6ເດືອນຕົ້ນປີ, ຫວຽດນາມໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນ ກ່ວາ 8,8 ລ້ານເທື່ອຄົນ, ເພີ່ມຂຶ້ນກ່ວາ 4% ເມື່ອທຽບໃສ່ກັບໄລຍະກ່ອນເກີດໂຄວິດ - 19. ໄປຄຽງຄູ່ກັນນັ້ນ, ບົດຂຽນກໍ່ມີຄວາມປະທັບໃຈກ່ຽວກັບຈຳນວນແຂກທ່ອງທ່ຽວມາຈາກບັນດາປະເທດ ອາຊີຕາເວັນອອກສ່ຽງເໜືອ ຄື: ສ.ເກົາຫຼີ, ຈີນກວມເອົາກ່ວາ 47% ຍອດຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມ, ຖືວ່ານີ້ແມ່ນສອງຕະຫຼາດຫຼັກທີ່ຊ່ວຍຂະແໜງທ່ອງທ່ຽວ ຫວຽດນາມຟື້ນຟູໂດຍໄວ, ເປັນຕົ້ນແມ່ນຕະຫຼາດຈີນເພີ່ມຂຶ້ນກ່ວາ 229%/ປີ.

ໜັງສືພິມ ລາວພັດທະນາ ໃຫ້ຂໍ້ສັງເກດວ່າ ຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມ ຈະສືບຕໍ່ມີການເຕີບໂຕຢ່າງແຮງ ໃນ 6 ເດືອນທ້າຍປີນີ້ ແລະ ຫວຽດນາມ ຈະບັນລຸໄດ້ຄາດໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 17 – 18 ລ້ານເທື່ອຄົນໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ