ໜູນຊ່ວຍປັບປຸງລັກສະນະມີປະສິດທິຜົນ,ກະຈ່າງແຈ້ງໃນການຄຸ້ມຄອງທີ່ດິນຢູ່ຫວຽດນາມ

ໜູນຊ່ວຍປັບປຸງລັກສະນະມີປະສິດທິຜົນ,ກະຈ່າງແຈ້ງໃນການຄຸ້ມຄອງທີ່ດິນຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບ​ຈາກ​ອີ​ນ​ເຕີ​ແນັດ)

(vovworld) - ​​ ​ວັນ​ທີ 06/07, ທະ​ນາ​ຄານ​ໂລກ​ປະ​ຈຳ​ຫວຽດ​ນາມ ຫ​າ​ກໍອະ​ນຸ​ມັດ​ຜ່ານ​ໂຄງ​ການ​ປັບ​ປຸງ​ການ​ຄຸ້ມ​ຄອງ ແລະ ​ຖານ​ຂໍ້​ມູນ​​​ກ່ຽວ​ກັບທີ່​ດິນ​ຫວຽດ​ນາມ ທີ​ມີ​ມູນ​ຄ່າ 150 ລ້ານ USD ເພື່ອ​ແນ​ໃສ່​ປະ​ກອ​ບ​ສ່ວນ​ປັບ​ປຸງ​ລັກ​ສະ​ນະ​ມີ​ປະ​ສິດ​ທິ​ຜົນ, ກະ​ຈ່າງ​ແຈ້ງ​ໃນ​ການ​ຄຸ້ມ​ຄອງ​ທີ່​ດິນ​ຢູ່​ຫວຽດ​ນາມ. ທ່ານ Achim Fock, ​ຜູ້​​ຮັກ​ສາ​ການຜູ້​ອຳ​ນວຍ​ການທະ​ນາ​ຄານໂລກ​ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ, ໂຄງ​ການ​ຈະ​ກໍ່​ສ້າງ​ລ​ະ​ບົບ​ຂໍ້​ມູນ​​ກ່ຽວ​ກັບ​ທີ່​ດິນ​ຫຼາຍ​ເປົ້າ​ໝາຍ​ລະ​ດັບ​ຊາດ, ສ້າງ​ຖານ​ຂໍ້​ມູນ​​ກ່ຽວ​ກັບທີ່​ດິ່ນ​ແຫ່ງ​ຊາດ​ໃຫ້​ທັງ​ລັດ​ຖະ​ບານ ແລະ ມວນ​ຊົນ​​ນຳ​ໃຊ້. ໂຄງ​ການ​ໄດ້​ຮັບ​ການ​ອອກ​ແບບ ດ້ວຍ​ຈຸດ​ສຸມ​ແມ່ນກໍ່​ສ້າງ​ລະ​ບົບ​ຂໍ້​ມູນ​ຢ່າງ​ໝັ້ນ​ຄົງ, ຊັດ​ເຈັນ, ນຳ​ໃຊ້​ຢ່າງ​ງ່າຍ​ດາຍ, ຜ່ານນັ້ນ​ຄ່ອຍໆ​ສ້າງ​ບັນ​ດາ​ລະ​ບົບ​ ແລະ ​ຖານ​ຂໍ້​ມູນ​​ກ່ຽວ​ກັບ​ທີ່​ດິນ. ໂຄງ​ການກໍ່​ໄດ້​ໜູ​ນ​ຊ່ວຍ​ໃຫ້​ລັດ​ຖະ​ບານ​ຫັນ​ລະ​ບຽບ​ການບໍ​ລິ​ຫານ​ໃຫ້​ງ່າຍ​ດາຍ​ຢູ່​ບັນ​ດາ​ຫ້ອງ​ການ​ຈົດ​ທະ​ບຽນ​ທີ່​ດິນ, ຜ່ານນັ້ນ​ຍົກ​ສ​ູງ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ, ເພີ່ມ​ທະ​ວີ​ຄ​​ວາມ​ຮັບ​ຮູ້​ຂອງມວນ​ຊົນ​ກ່ຽວ​ກັບ​ແຫຼ່ງຂໍ້​ມູນ ແລະ ການ​ບໍ​ລິ​ການ​ທີ່​ດິນ.

ຂ່າວ/ບົດ​ອື່ນ