ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ເປີດ​ກ້​ວາງ​ກາ​ລະ​ໂອ​ກາດ​ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ ອາ​ຟຼິ​ກາ

(VOVWORLD) -ການເຄື່ອນໄຫວຂອງກອງປະຊຸມສຳມະນາລວມມີ ບັນດາບົດປະກອບຄຳເຫັນກ່ຽວກັບການໜູນຊ່ວຍສຳຜັດກັບຕະຫຼາດສຳລັບສິນຄ້າປະເພດທີ່ມີຄວາມສາມາດບົ່ມຊ້ອນຢູ່ບັນດາປະເທດ ອາຟຼິກາ ແລະ ກຳນົດທິດໃຫ້ແກ່ວິສາຫະກິດສົ່ງອອກນຳເຂົ້າ, ແບ່ງປັນກັບບັນດາຫ້ອງການການຄ້າ ຫວຽດນາມ ຢູ່ ອາຟຼິກາ, ຕອບຄຳຖາມຂອງວິສາຫະກິດທີ່ຢາກຊອກຮູ້ກ່ຽວກັບຕະຫຼາດກໍ່ຄືກາລະໂອກາດໃນການເປີດກວ້າງການສົ່ງອອກໄປຍັງເຂດນີ້.
ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ເປີດ​ກ້​ວາງ​ກາ​ລະ​ໂອ​ກາດ​ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ ອາ​ຟຼິ​ກາ - ảnh 1ພາບປະກອບ: TTXVN

ເພື່ອແນໃສ່ປະຕິບັດໂຄງການສົ່ງເສີມການຄ້າແຫ່ງຊາດ ໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ກົມ ສົ່ງເສີມການຄ້າ ສົມທົບກັບກົມຕະຫຼາດອາຊີ - ອາຟຼິກກາ (ກະຊວງອຸດສາກະກຳການຄ້າ) ຈັດຕັ້ງ “ການແນະນຳວິທີການສຳຜັດກັບຕະຫຼາດ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດ ສົ່ງອອກນຳເຂົ້າຂອງ ຫວຽດນາມ ໄປຍັງບັນດາຕະຫຼາດອາຟຼິກາ ທີ່ນຳໃຊ້ພາສາ ອັງກິດ” ໃນວັນທີ 10 ກັນຍາ ຕາມຮູບແບບທາງໄກ. ເຂົ້າຮ່ວມກອງປະຊຸມສຳມະນາ ມີ ຫ້ອງການການຄ້າ ຫວຽດນາມ ຢູ່ບັນດາຕະຫຼາດ ອາຟຼິກາ ນຳໃຊ້ພາສາອັງກິດ ຄື ອາຟຼິກາໃຕ້, ເອຢິບ, ນີເຊເຣຍ, ບັນດາອົງການເສດຖະກິດ, ວິສາຫະກິດ, ສະມາຄົມຂະແໜງສິນຄ້າ ຫວຽດນາມ.

ການເຄື່ອນໄຫວຂອງກອງປະຊຸມສຳມະນາລວມມີ ບັນດາບົດປະກອບຄຳເຫັນກ່ຽວກັບການໜູນຊ່ວຍສຳຜັດກັບຕະຫຼາດສຳລັບສິນຄ້າປະເພດທີ່ມີຄວາມສາມາດບົ່ມຊ້ອນຢູ່ບັນດາປະເທດ ອາຟຼິກາ ແລະ ກຳນົດທິດໃຫ້ແກ່ວິສາຫະກິດສົ່ງອອກນຳເຂົ້າ, ແບ່ງປັນກັບບັນດາຫ້ອງການການຄ້າ ຫວຽດນາມ ຢູ່ ອາຟຼິກາ, ຕອບຄຳຖາມຂອງວິສາຫະກິດທີ່ຢາກຊອກຮູ້ກ່ຽວກັບຕະຫຼາດກໍ່ຄືກາລະໂອກາດໃນການເປີດກວ້າງການສົ່ງອອກໄປຍັງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ