ພິ​ທີ​ມອບ​ລາງວັນ​ງານ​ມະຫາກຳ​ຮູບ​ເງົາ ອາ​ຊີ ດ່າ​ໜັງ

(VOVWORLD) -     ຕອນຄ່ຳວັນທີ 6 ກໍລະກົດ, ຢູ່ນະຄອນ ດ່າໜັງ, ງານມມະຫາກຳຮູບເງົາ ອາຊີ ດ່າໜັງ ຄັ້ງທີ 2 ຖືກອັດລົງ ແລະ ຈັດພິທີມອບລາງວັນ.
 ພິ​ທີ​ມອບ​ລາງວັນ​ງານ​ມະຫາກຳ​ຮູບ​ເງົາ ອາ​ຊີ ດ່າ​ໜັງ - ảnh 1ພິທີມອບລາງວັນ (ພາບ: toquoc.vn)

ງານມະຫາກຳຮູບເງົາ ມີທັງໝົດ 14 ລາງວັນ ໂດຍໄດ້ແບ່ງອອກເປັນ 2 ປະເພດລາງວັນດັ່ງນີ້: ປະເພດລາງວັນຮູບເງົາອາຊີ ໂດຍຄະນະກຳມະການຮູບເງົາ ອາຊີ ໃຫ້ຄະແນນ. ສຳລັບປະເພດລາລາງວັນຮູບເງົາ ຫວຽດນາມ ໂດຍ ຄະນະກຳມະການຟີມຮູບເງົາ ຫວຽດນາມ ໃຫ້ຄະແນນ. ພ້ອມດຽວກັນນັ້ນ, ແມ່ນລາງວັນ NETPAC ສຳລັບຮູບເງົາ ຫວຽດນາມ ດີເດັ່ນ ໂດຍຄະນະກໍາມະການ NETPAC ໃຫ້ຄະແນນ.

         ໝາກຜົນແມ່ນ, ຄະນະຈັດຕັ້ງງານມະຫາກຳຮູບເງົາ ມອບລາງວັນໃຫ້ຮູບເງົາ ຫວຽດນາມ ທີ່ນິຍົມທີ່ສຸດແມ່ນ ໄດ້ແກ່ ຊຸດຮູບເງົາກະຕຸນ. ລາງວັນ NETPAC ສຳລັບຮູບເງົາ ຫວຽດນາມ ດີເດັ່ນ ໄດ້ແກ່ ຮູບເງົາ Lat Mat 7 ຂອງ ນັກກຳກັບ ຫຼີຫາຍ.

        ງານມະຫາກຳຮູບເງົາ ອາຊີ ດ່າໜັງ ໄດ້ດຳເນີນແຕ່ວັນທີ 2 ກໍລະກົດ ຫາວັນທີ 06 ກໍລະກົດ ໂດຍມີການເຂົ້າຮ່ວມຂອງບັນດານັກສະແດງ, ນັກກຳກັບທີ່ມີຊື່ສຽງທັງຢູ່ພາຍໃນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ