ທາງຫຼວງເລກ 9 - ສັນຍາລັກແຫ່ງ ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ

(VOVWORLD) -ໃນການຕໍ່ຕ້ານ ຕ້ານຈັກກະພັດອາເມລິການກູ້ຊາດ, ທາງຫຼວງເລກ 9 ແມ່ນສັນຍາລັກແຫ່ງນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ ແລະ ໄດ້ເຂົ້າສູ່ເທບນິຍາຍຂອງກອງທັບ ແລະ ປະຊາຊົນສອງປະເທດ ຍ້ອນບັນດາວິລະກຳທີ່ລືຊາຜາກົດ. ປັດຈຸບັນ ທາງຫຼວງເລກ 9 ແມ່ນສະຖານທີ່ແດງ ໃນການເດີນທາງກັບເມືອຫາກົກເຄົ້າເຫງົ້າກໍ ຂອງແຂກທ່ອງທ່ຽວ ຫວຽດນາມ ແລະ ລາວ ພ້ອມທັງແມ່ນເສັ້ນທາງເຊື່ອມຕໍ່ ລະຫວ່າງບັນດາພື້ນຖານເສດຖະກິດ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອັນໄດ້ເປີດທິດທາງພັດທະນາໃຫ້ແກ່ທັງອະນຸພາກພື້ນແມ່ນ້ຳຂອງທີ່ກ້ວາງໃຫ່ຍ
ທາງຫຼວງເລກ 9 - ສັນຍາລັກແຫ່ງ ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ - ảnh 1ທາງຫຼວງເລກ 9 ໃນປາງສົງຄາມ 

ທາງຫຼວງເລກ 9 ມີຄວາມຍາວກວ່າ 300 ກິໂລແມັດ ເຊື່ອມຕໍ່ຈາກ ເກືອຫວຽດ ຜ່ານ ດົງຮ່າ (ເມືອງເອກຂອງແຂວງ ກວາງຈິ) ແລ່ນຮອດຝັ່ງທາງທິດຕາເວັນອອກແມ່ນ້ຳຂອງ, ຕິດກັບປະເທດໄທ ແລະ ແຂວງ ສະຫວັນນະເຂດ ຂອງປະເທດລາວ. ໃນການຕໍ່ຕ້ານ ຕ້ານຈັກກະພັດອາເມລິກາກູ້ຊາດ, ທາງຫຼວງເລກ 9 ມີທີ່ຕັ້ງສຳຄັນທີ່ສຸດ, ແລ່ນຕັດຜ່ານສາຍພູຫຼວງ, ທາງຊອຍໂຮ່ຈີມິນ ແມ່ນເສັ້ນທາງລຳລຽງຂົນສົ່ງຍຸດທະສາດ ຈາກພາກເໜືອລົງຮອດພາກໃຕ້ຫວຽດນາມ. ໃນຊຸມປີ 1965-1972, ກອງທັບປະຊາຊົນຫວຽດນາມ ແລະ ລາວ ໄດ້ດຳເນີນການບຸກໂຈມຕີຫຼາຍຄັ້ງ, ອັນໄດ້ສ້າງບັນດາວິລະກຳທີ່ສະຫງ່າອົງອາດ ແລະ ລືຊາຜາກົດບົນທາງຫຼວງເລກ 9,  ໃນນັ້ນມີໄຊຊະນະ ແຄແຊັງ ເມື່ອປີ 1968, ບັ້ນຮົບທາງຫຼວງເລກ 9-ພາກໃຕ້ລາວ ປີ 1971, ປະກອບສ່ວນສຳຄັນເຂົ້າໃນໄຊຊະນະ ຂອງບັ້ນຮົບໂຮ່ຈີມິນ ແຫ່ງປະຫວັດສາດ ເພື່ອປົດປ່ອຍພາກໃຕ້ຢ່າງສົມບູນ ທ້ອນໂຮມປະເທດຊາດເປັນເອກະພາບເມື່ອປີ 1975. ສົງຄາມໄດ້ຜ່ານພົ້ນໄປ, ທາງຫຼວງເລກ 9 ໄດ້ກາຍເປັນດິນແດນແຫ່ງສັກສິດ ຂະນະທີ່ຢູ່ແຫ່ງນີ້, ແຕ່ລະຊື່ຂອງໝູ່ບ້ານລຽບຕາມ ທາງຫຼວງເສັ້ນນີ້ ກໍ່ລ້ວນແຕ່ຕິດພັນກັບບັນດາວິລະກຳ ທີ່ສະຫງ່າອົງອາດແຫ່ງປະຫວັດສາດ ຂອງຊາດຫວຽດນາມ ແລະ ລາວ. ຢູ່ທີ່ຫຼັກ 7 ບົນທາງຫຼວງເລກ 9 ກໍ່ມີເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງໜຶ່ງ ທີ່ໃສ່ຊື່ທາງຫຼວງເລກ 9 ຊຶ່ງແມ່ນແຫ່ງໄດ້ປົງອັດຖິນັກຮົບກວ່າ 10.000 ຄົນ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ໃນການຕໍ່ຕ້ານ ຕ້ານອາເມລິກາ ແລະ ໃນການເດີນທາງຈາກ ດົງຮ່າ ໄປຮອດດ່ານຊາຍແດນສາກົນ ລາວບ໋າວ, ຈາກຫຼັກ 41 ຫາຫຼັກ 47 ບົນທາງຫຼວງເລກ 9, ພວກເຮົາອາດຈະເຫັນຢູ່ຕາມຂົວນ້ອຍແຫ່ງຕ່າງໆ ທີ່ຕັ້ງຂ້າມຫ້ວຍນ້ຳລຳເຊກໍ່ລ້ວນແຕ່ຕິດປ້າຍ “ສະຖານທີ່ປະຫວັດສາດ-ຈຸດຂ້າມທາງຫຼວງເລກ 9 ຂອງເສັ້ນທາງຊອຍໂຮ່ຈີມິນ”. ຍ້ອນເຫດນີ້ເອງ ທາງຫຼວງເລກ 9 ກໍ່ໄດ້ກາຍເປັນສະຖານທີ່ແດງ ໃນການເດີນທາງ ກັບເມືອຫາກົກເຄົ້າເຫງົ້າກໍ ຂອງບັນດານັກທ່ອງທ່ຽວ. ທ່ານ ຫງວຽນຫວຽດມິງ ຮອງຫົວໜ້າຄະນະຄຸ້ມຄອງ ເຂດປູຊະນີຍະສະຖານທາງຫຼວງເລກ 9, ສະໜາມບິນ ຕາເກິນ, ແຄແຊັງ ໃຫ້ຮູ້ວ່າ:

      “ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກຂັ້ນເທິງ ແລະ ຄວາມມານະພະຍາຍາມຂອງຫົວໜ່ວຍພວກຂ້າພະເຈົ້າ, ບັນດາວັດຖຸພັນໃຫ່ຍຄື ເຮືອບິນ, ລົດຖັງກໍ່ຄ່ອຍໆໄດ້ຖືກນຳມາຢູ່ທີ່ນີ້. ແລ້ວກໍ່ຮອດວຽກງານບູລະນະປະຕິສັງຂອນ ກໍ່ໄດ້ຮັບການປະຕິບັດນັບມື້ນັບດີກວ່າເກົ່າ, ວຽກງານແນະນຳ ພາກລາຍການ ແລະ ປົກປັກຮັກສາກໍ່ນັບມື້ນັບເຂົ້າສູ່ຄວາມເປັນລະບຽບ. ພວກຂ້າພະເຈົ້າກໍ່ໄດ້ຕ້ອນຮັບແຂກທ່ອງທ່ຽວຕ່າງປະເທດ ຫຼາຍຄົນມາຢ້ຽມຊົມ ໃນນັ້ນມີແຂກເອີລົບ ແລະ ແຂກອາເມລິກາ ກໍ່ກວມອັດຕາສູງ ແລະ ພິເສດທະຫານຜ່ານເສິກອາເມລິກາ ກໍ່ມີຄວາມຫວັງຢາກກັບຄືນຢາມສະໜາມຮົບເກົ່າ”

      ບົນທາງຫຼວງເລກ 9 ບໍລິເວນຢູ່ດິນແດນຂອງລາວ ກໍ່ຍັງເກັບຮັກສາວັດຖຸພັນຫຼາຍຢ່າງ ພ້ອມກັບແຜ່ນສີລາບັນທຶກເຫດການ, ອານຸສາວະລີ… ຊຶ່ງລ້ວນແຕ່ໄດ້ເວົ້າເຖິງໄລຍະໜຶ່ງທີ່ສະຫງ່າອົງອາດ ທີ່ສອງຊາດຫວຽດນາມ ແລະ ລາວ ທີ່ໄດ້ຮຽງບ່າຮຽງໄຫລ່ ເພື່ອປົກປັກຮັກສາປະເທດຊາດ. ທ່ານ ບຸນຕາ ປະທານສະຫະພັນນັກຮົບເກົ່າ ແຂວງ ສະຫວັນນະເຂດ ຖືວ່າ ທາງຫຼວງເລກ 9 ແມ່ນຍອດສູງແຫ່ງສັນຍາລັກ ເຈດຈຳນົງທີ່ອົງອາດກ້າແກ່ນ, ບໍ່ຍອມຈຳນົນ ແລະ ນ້ຳໃຈສາມັກຄີແບບພິເສດຂອງກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ.            “ບັນດາຮູບພາບກ່ຽວກັບທະຫານອາສາສະໝັກ ຫວຽດນາມ ຍັງຄົງຝັງເລິກໃນຫົວໃຈຂອງປະຊາຊົນລາວພວກຂ້າພະເຈົ້າ. ພວກອ້າຍກໍ່ໄດ້ເຄື່ອນທັບ ຈາກພາກເໜືອລົງຮອດພາກໃຕ້ ຜ່ານເສັ້ນທາງໂຮ່ຈີມິນ ບົນດິນແດນລາວ ເພື່ອບຸກເຂົ້າປົດປ່ອຍພາກໃຕ້ຫວຽດນາມ. ນີ້ແມ່ນເສັ້ນທາງທີ່ສຳຄັນ ແລ່ນຜ່ານສາຍພູຫຼວງຂອງລາວ ແລະ ຫວຽດນາມ ເພື່ອພາລະກິດປົດປ່ອຍປະເທດຊາດລາວ ກໍ່ຄືປົດປ່ອຍພາກໃຕ້ຫວຽດນາມ”.

     ປະຫວັດສາດ ແລະ ບັນດາການຫັນປ່ຽນຕາມການເວລາ ກໍ່ໄດ້ເລືອກເອົາເສັ້ນທາງຫຼວງເລກ 9 ເປັນແຫ່ງບັນທຶກບັນດາຫຼັກໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມ ຂອງຊາດຫວຽດນາມ ແລະ ຊາດລາວໃນການຕໍ່ຕ້ານ ຕ້ານສັດຕູເພື່ອປົກປັກຮັກສາປະເທດຊາດ. ໃນກິດຈະການເປີດປະຕູເຊື່ອມໂຍງເຂົ້າກັບສາກົນ ຂອງຫວຽດນາມ ແລະ ລາວ ໃນວັນນີ້, ທາງຫຼວງເລກ 9 ພັດສວມບົດບາດທີ່ສຳຄັນອີກອັນໜຶ່ງ ນັ້ນແມ່ນເສັ້ນທາງທີ່ເຊື່ອມຕໍ່ ລະຫວ່າງພື້ນຖານເສດຖະກິດ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເປີດການພັດທະນາ ໃຫ້ແກ່ທັງອະນຸພາກພື້ນແມ່ນ້ຳຂອງທີ່ກວ້າງໃຫ່ຍ.

ຕອບກັບ

ຂ່າວ/ບົດ​ອື່ນ