ປູຊະນີຍະສະຖານ ໂກນເຊີນ ກຽບບາກ

(vovworld)-ໂດຍ​ຫ່າງ​ຈາກ ຮ່າ​ໂນ້ຍ​ໄປ​ທາງ​ທິດຕາ​ເວັນ​ອອກ​ປະມານ 70 ກ​.ມ. ​ໂກນ​ເຊີນ ກຽບບາກ ​ແມ່ນ​ປູ​ຊະ​ນີຍະສະ​ຖານ ປະຫວັດສາດ, ທັດສະນີ​ຍະ​ພາບ​ລະດັບ​ຊາດສອງ​ແຫ່ງ ທີ່​ນອນ​ໃນ​ບໍລິ​ເວນ​ເມືອງ ຈີ້​ລິງ, ​ແຂວງ ຫາຍ​ເຢືອງ, ​ໃນ​ປະຫວັດສາດ, ນີ້​ແມ່ນ​ເຂດ​ດິນ​ແດນ​ທີ່​ເປັນ​ຂີດ​ໝາຍ​ບັນດາ​ຜົນງານ ວິລະ​ກຳທີ່​ມີ​ຊື່​ສຽງ​ໃນ​ການ​ຕ້ານ​ເສິກ​ຕ່າງ​ດ້າວ, ພິ​ເສດ​ແມ່ນ​ໄຊຊະນະ​ 3 ຄັ້ງຂອງ​ທະຫານ ​ແລະ ປະຊາຊົນ​ໃນ​ສະ​ໄໝ​ລາດ​ຊະ​ວົງ ​ເຈິ່ນ ​ໃນ​ການ​ຕ້ານ​ເສິກ ​ແຢວນ​ເໝີ​ງ ​ເມື່ອ​ສະຕະວັດ​ທີ XIII ​ແລະ ການ​ຕໍ່ສູ້​ຕ້ານ​ເສິກ ໝີ​ງ ຂອງ​ທະຫານ ລາມ​ເຊີນ ​ໃນ​ສະຕະວັດ​ທີ  XV. ​ໂກນ​ເຊີນ ກຽບບາກ ກໍ່​ແມ່ນ​ເຂ​ດພູ​ຜາ​ທີ່​ຕິດ​ພັນ​ກັບຊີວິດ ​ແລະ​ ພາລະກິດ​ຂອງ​ວິລະ​ຊົນ, ນັກ​ວັດທະນະທຳ​ຫວຽດນາມຫຼາຍ​ທ່ານ.

ປູຊະນີຍະສະຖານ ໂກນເຊີນ ກຽບບາກ - ảnh 1
(ພາບອິນເຕີແນດ)

ປະຈຸ​ບັນ, ​ແຕ່ລະ​ເທື່ອ​ເມື່ອ​ເຕື້ອງ​ເຖິງ ຈີ໋ລິງ ​ແຂວງ ຫາຍ​ເຢືອງ, ຢູ່​ທາງ​ທິດຕາ​ເວັນ​ອອກ​ຂອງ​ເມືອງ​ຫຼວງ ທັງ​ລອງ​ໃນ​ເມື່ອ​ກ່ອນ ​ແລະ ຮ່າ​ໂນ້ຍ​ ໃນ​ປະຈຸ​ບັນ, ຜູ້​ຄົນ​ທັງຫຼາຍ​ເຄີຍ​ຄິດ​ເຖິງ ​ໂກນ​ເຊີນ ກຽບບາກ, ​ເຊິ່ງ​ແມ່ນ​ປູຊະນີຍະສະຖານ ປະຫວັດສາດ​ພົ້ນເດັ່ນສອງ​ແຫ່ງ ທີ່​ຕິດ​ພັນ​ກັບ​ວິລະບຸລຸດ​ຜູ້​ມີ​ຊື່​ສຽງ​​ໃນ​ປະຫວັດສາດຫຼາຍ​ທ່ານຄື: ຮຶງດ້າວ​ດ້າຍ​ເວື​ອງ ​ເຈິ່ນກວົກຕ໋ວນ, ​ເຊິ່ງ​ແມ່ນ​ນາຍ​ພົນ​ທີ່​ປີ​ຊາ​ສາມາດ ​ໃນ​ສະ​ໄໝ​ລາດ​ຊະ​ວົງ ​ເຈິ່ນ, ຫຼື​ວິລະ​ຊົນ​ຂອງ​ຊາດ, ທັງ​ເປັນ​ນັກ​ວັດທະນະທຳ ຫງວຽນ​ຈາ​ຍ ​ໃນ​ສະ​ໄໝ​ລາດ​ຊະ​ວົງ ​ເລ, ​ແລະ ​ນາຍຄູ​ທີ່​ມີ​ຊື່​ສຽງ​ໃນ​ປະຫວັດສາດ ຈູ​ວັນ​ອານ… ຍາກ​ທີ່​ຈະ​ຫາ​ໄດ້​ແຫ່ງ​ໃດ​ຢູ່​ຫວຽດນາມ​ທີ່​ລວບ​ລວມທັງດ້ານ​ປະຫວັດສາດ, ວັດທະນະທຳ, ສາສະໜາ ​ແລະ ທັດ​ສະ​ນີຍະ​ພາບ​ທີ່​ສວຍ​ງາມ​ຫຼາຍ​ແຫ່ງ​ຄື​ຢູ່​ທີ່​ນີ້. ​ເຂດ​ປູຊະນີຍະສະຖານ ​​ໂກນ​ເຊີນ ກຽບບາກ ຕັ້ງ​ຢູ່​​ເຂດ​ພູຜາ​ປ່າ​ໄມ້. ຢູ່​ໃຈ​ກາງ​ມີ​ໜອງ​ນ້ຳ, ອັນ​ໄດ້​ສ້າງ​ເປັນ​ເຂດ​ພູຜາ​ປ່າ​ໄມ້ ​ແລະ ​ໜອງ​ບຶງ​ທີ່​ສວຍ​ງາມ. ຈຸດ​ພົ້ນ​ເດັ່ນ​ຂອງ​ເຂດ​ປູຊະນີ ຍະສະ​ຖານ​ຕົ້ນ​ຕໍ ​ແມ່ນ ວັດ ​ໂກນ​ເຊີນ ​ແລະ ວິຫານ ກຽບບາກ. ວັດ ​ໂກນ​ເຊີນ​ຍັງ​ມີ​ຊື່ວ່າ ທຽນ​ຕືຟຸກຕຶ້ (ໝາຍ​ຄວາມ​ວ່າ ວັດ​ໂດຍ​ຟ້າ​ບັນດານ​ໃຫ້) ​ເຊິ່ງຖືກ​ກໍ່ສ້າງ​ຂຶ້ນ​ນັບ​ແຕ່​ສະ​ໄໝ​ລາດ​ຊະ​ວົງ ​ເຈີ່ນ (​​ເມື່ອ​ສະຕະວັດ​ທີ XIII) ​ແລະ​ ຮອດ​ສະ​ໄໝ​ລາດ​ຊະ​ວົງ ​ເລ (ສະຕະວັດ​ທີ XV ວັດ​ດັ່ງກ່າວ​ໄດ້​ຮັບ​ການ​ບຸລະນະປະຕິສັງ​ຂອນ ​ແລະ ​ເປີດ​ກວ້າງ​ຢ່າງ​ໃຫຍ່​ໂຕ​ໂອ​​ໂຖງ. ກົນ​ເຊີນ ​ຍັງ​ແມ່ນ​ເຂດ​ດິນ​ແດນ​ຂອງ ທ່ຽນ​ຟ໋າຍຈຸກ​ເລິ​ມ, ​ເຊິ່ງ​ແມ່ນ​ນິກາຍ​ໜຶ່ງ​ຂອງ​ສາສະໜາ​ພຸດຢູ່​ຫວຽດນາມ, ​ໂດຍ​ເຈົ້າ​ຊີວິດ ​ເຈິ່ນ​ເຍິນ​ຕົງ, ​ເຊິ່ງ​ແມ່ນ​ເຈົ້າ​ຊີວິດ​ອົງ​ທີ 3 ຂອງ​ສະ​ໄໝ​ລາຊະວົງ ​ເຈິ່ນ ກໍ່​ຕັ້ງ​ຂຶ້ນ. ນັກ​ຄົ້ນ​ຄ້ວາ​ປະຫວັດສາດ ຕັງ​ບ໋າ​ແຮ​່ວງ, ສັງກັດສະມາຄົມ​ວິທະຍາປະຫວັດສາດ, ​ແຂວງ ຫາຍ​ເຢືອງ, ​ໃຫ້​ຮູ້​ວ່າ:

”​ເມື່ອ​ເວົ້າ​ເຖິງ​ນິກາຍ ຈຸກ​ເລິ​ມ​ ແມ່ນ​ເວົ້າ​ເຖິງ​ຄົນ​ທຳ​ມະ​ດາ ​ແຕ່​ພັດ​ຊາບ​ຊືມ​ແນວ​ຄິດ​ຂອງ​ພຸດທະ​ສາສະໜາ. ພຸດທະ​ສາສະໜາ​ຢູ່​ໃນ​ແຕ່​ລະ​ຄົນ, ​ແຕ່​ລະ​ຄອບຄົວ, ບໍ່​ຈຳ​ເປັນ​ຕ້ອງ​ໄປ​ວັດ​ຈຶ່ງຖື​ສິນໄດ້. ​ເຂົາ​ເຈົ້າ​ສາມາດຖື​ສິນ​ຢູ່​ໃນ​ຄອບຄົວ, ຖື​ສິນ​ໃນ​ຈິດ​ໃຈ ​ເພື່ອ​ກາຍ​ເປັນ​ຄົນ​ດີ, ​ເພື່ອ​ວັດທະນະທຳ​ມະນຸດ​ອັນ​ສູງ​ສົ່ງ​ຂອງ​ມະນຸດ. ນັ້ນ​ແມ່ນ​ຈຸດ​ພິ​ເສດ​ຂອງ​ນິກາຍ ຈຸກ​ເລິ​ມ ”

ປູຊະນີຍະສະຖານ ໂກນເຊີນ ກຽບບາກ - ảnh 2
(ພາບອິນເຕີແນດ)
ຕາມ​ພົງສາວະດານ​ແລ້ວ, ບັນດາ​ບຸລຸດ​ຜູ້​ທຳ​ອິດ​ຂອງ​ນິກາຍ ຈຸກ​ເລິ​ມ ​ແມ່ນ ​ເຈົ້າ​ຊີວິດ ​ເຈິ່ນ​ເຍິນ​ຕົງ, ພະ​ມະຫາອາຈານ ຟາ​ບລວາ, ພະ​ມະຫາ​ອາຈານ ຮ່ວຽນ​ກວາງ.. ​ເຄີຍ​ຖື​ສິນ​ກິນ​ບວດ ​ແລະ ​ເທດ​ສະໜາ​ຢູ່​ທີ່​ນີ້. ​ໂກນ​ເຊີນ​ຍັງ​ຕິດ​ພັນ​ກັບ​ຊື່​ສຽງ​ຮຽງ​ນາມ​ຂອງ ຫງວຽນ​ຈາ​ຍ, ນັກ​ວັດທະນະທຳ​ລະດັບ​ໂລກ. ຫງວຽນ​ຈາ​ຍ ​ແມ່ນ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ໃນ​ການ​ລຸກ​ຮຶ້ຂຶ້ນ ລາມ​ເຊີນ, ຂັບ​ໄລ່​ເສິກ​ໝິງ, ຊ່ວຍ​ເຈົ້າ​ຊີວິດ​ສ້າງສາ​ປະ​ເທດ, ​ເບິ່ງ​ແຍງ​ດູ​ແລ​​ເຖິງ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ໃນ​ສະຕະວັດ​ທີ 15. ທ່ານ ຕັງ​ບ໋າ​ແຮ່​ວງ, ສັງກັດສະມາຄົມ​ວິທະຍາປະຫວັດສາດ, ​ແຂວງ ຫາຍ​ເຢືອງ, ​ໃຫ້​ຮູ້​ວ່າ:

”​ເຂົາ​ເຈົ້າ​ເຄີຍ​ເວົ​້າວ່າ ຫງວຽນ​ຈາ​ຍ ກັບ ​ໂກນ​ເຊີນ ​ແມ່ນ​ໜຶ່ງ​ດຽວ. ມີ​​ໂກນ​ເຊີນ ຈຶ່ງ​ມີ ຫງວຽນ​ຈາ​ຍ, ​ເພື່ອ​ວ່າ​ຢູ່​ແຫ່ງ​ນີ້​ລວບ​ລວມ​ເອົາ​ທັງ 3 ສາສະໜາຄື: ສາສະໜາ​ພຸດ, ສາສະໜາ​ກົງ​ຟູ​ເຊີ ​ແລະ ສາສະໜາ​ຫຼາວ. ​ແລະ ຫງວຽນ​ຈາ​ຍ​ ແມ່ນ​ຜູ້​ທີ່ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສາສະໜາ ກົງ​ຟູ​ເຊີ , ​ເພິ່ມຍັງ​ແມ່ນ​ຜູ້​ທີ່​ມີ​ຈິດ​ໃຈເມດ​ຕາກະລຸນາ. ກູ້​ເອົາ​ທຸກ​ສິ່ງ​ທີ່​ມີ​ຊີວິດ, ນັ້ນ​ແມ່ນ​ແນວ​ຄິດ​ຂອງ​ສາສະໜາພຸດ​ ​ແລະ ສາສະໜາ ກົງ​ຟູ​ເຊີ. ດັ່ງ​ນັ້ນ​, ຫງວຽນ​ຈາ​ຍ​ໄດ້​ຮັບ​ເອົາ​ທັງ 3 ສາສະໜາ​ດັ່ງກ່າວ, ​ແລະ​ກາຍ​ເປັນ​ບຸກຄົນ​ຜູ້ຍິ່ງ​ໃຫຍ່”

ປູຊະນີຍະສະຖານ ໂກນເຊີນ ກຽບບາກ - ảnh 3
(ພາບອິນເຕີແນດ)

​​ຫ່າງ​ຈາກ ​ໂກນ​ເຊີນ ປະມານ 5 ກ.ມ, ​ແມ່ນ​ເຂດ​ປູຊະນີຍະສະຖານ ກຽບບາກ, ​​ວິຫານ ກຽບບາກ ​ແມ່ນ​ແຫ່ງ​ບູຊາ ຮຶງດ້າວ​ດ້າຍ​ເວື​ອງ ​ເຈິ່ນກວົກຕ໋ວນ. ​ໃນ​ສະ​ໄໝ​ລາຊະວົງ ​ເຈິ່ນ, ຢູ່​ສະຖານ​ທີ່ແຫ່ງ​ນີ້​ມີ​ທ່າ ບິ່ງ​ທານ, ​ແມ່ນ​ທີ່​ຕັ້ງ​ສຳຄັນ​ດ້ານ​ຍຸດ​ທະ​ສາດ, ​ແຫ່ງ​ທີ່​​ເປັນຂີດ​ໝາຍ​ບັນດາ​ຜົນງານ​ວິລະ​ກຳ, ກໍ່​ຄືຄວາມ​ປີ​ຊາ​ສາມາດ​​ດ້ານ​ການ​ທະຫານ, ​ໃນການ​ສູ້​ຮົບ​ທາງ​ນ້ຳຂອງ ຮຶງດ້າວ​ດ້າຍ​ເວື​ອງ ​ເຈິ່ນກວົກຕ໋ວນ, ນາຍ​ທະຫານ​ຜູ້ມີ​ຊື່​ສຽງ​ຂອງ​ຊາດ​ຫວຽດນາມ ​ທີ່​ໄດ້​ຕີ​ເອົາ​ຊະນະ​ທະຫານ​ແຢວນ​ເໝີ​ງ ​ເຖິງ 3 ຄັ້ງ. ທ່ານ ຫງວຽນ​ຄັກ​ມິ​ງ, ພະນັກງານ​ຄະນະ​ຄຸ້ມ​ຄອງ​ເຂດປູຊະນີ ຍະສະຖານ ​ໂກນ​ເຊີນ ກຽບບາກ, ຖື​ວ່າ:

”​ຄາວຍັງ​ມີ​ຊີວິດ, ກໍ່​ຄື​ເວລາ​ທີ່ໄດ້​ລ່ວງ​ລັບ​ໄປ​ແລ້ວ, ​ຮູບພາບ​ຂອງ​​ ຮຶງດ້າວ ​ດ້າຍ​ເວື​ອງ ​ເຈິ່ນກວົກຕ໋ວນ ຍາມ​ໃດ​ກໍ່ມີ​ທີ່​ຕັ້ງ​ສຳຄັນ​ໃນ​ຊີວິດ​ທາງ​ດ້ານ​ປະຫວັດສາດ, ວັດທະນະທຳ​ຂອງ​ຊາວ​ຫວຽດນາມ​. ​ເຖິງ​ວ່າ​ເພິ່ນ​ໄດ້​ລ່ວງ​ລັບ​ໄປ​ເປັນ​ເວລາ​ 700 ກວ່າ​ປີ​ແລ້ວ​ກໍ່ຕາມ, ​ແຕ່​ຮູບ​ພາບ​ຂອງ​ເພິ່ນ​ຍັງ​ຄົງ​ປະກົດ​ຕົວຢູ່​ຕາມວິຫານ ກຽບບາກ ​ກໍ່​ຄືຢູ່​ແຫ່ງ​ອື່ນໆ​ໃນ​ປະ​ເທດ​ຫວຽດນາມ. ນາຍ​ພົນ ຮຶງດ້າວ​ດ້າຍ​ເວື​ອງ ​ເຈິ່ນກວົກຕ໋ວນ ​ໄດ້​ກາຍ​ເປັນ ອໍລະຫັນອົງ​ໜຶ່ງ”.


ປູຊະນີຍະສະຖານ ໂກນເຊີນ ກຽບບາກ - ảnh 4
(ພາບອິນເຕີແນດ)
ໃນ​ຊຸມ​ເດືອນ​ປີ​ແຫ່ງ​ການ​ຕໍ່ຕ້ານ ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ​ຢ່າງ​ດຸ​ເດືອດ​ຂອງ​ປະຊາຊົນ​ຫວຽດນາມ, ວັນ​ທີ 15/2/1965 ທ່ານ​ປະທານ​ປະ​ເທດ ​ໂຮ່ຈີ​ມິນ ​ໄດ້​ໄປ​ຢ້ຽມຢາມ ​ໂກນ​ເຊີນ ກຽບບາກ, ​ຢູ່​ທີ່​ນີ້ເພິ່ນ​ໄດ້​ຢັ້ງຢືນ​ຈະ​ສືບ​ຕໍ່​ພາລະກິດ​ຂອງ​ບັນພະບຸລຸດ, ຕັດສິນ​ໃຈ​ນຳ​ພາລະກິດ​ປົດ​ປ່ອຍ​ຊາດ​ໄປ​ເຖິງ​ໄຊຊະນະ. ​ໂດຍ​ຜ່ານ​ບັນດາ​ໄລຍະ​ທາງ​ແຫ່ງ​ປະຫວັດສາດ. ​ໂກນ​ເຊີນ​ກຽບບາກ ບໍ່​ພຽງ​ແຕ່​ແມ່ນ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ, ​ແມ່ນ​ແຫ່ງ​ທີ່​ເປັນຂີດ​ໝາຍປະຫວັດສາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​​ແຫ່ງເພື່ອ​ໃຫ້​ຊາວ​ຫວຽດນາມ​ຄົ້ນ​ຄິດກ່ຽວ​ກັບ​ແນວ​ຄິດ​ອັນ​ສູງ ​ສົ່ງ​, ກໍ່​ຄືມີຄວາມ​ເອກອ້າງ​ທະ​ນົງ​ໃຈທີ່​ມີຕໍ່​ຊາດ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ