ປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບາງ

(vovworld)- ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ-ແກ໋​ບາງ ຂຶ້ນ​ກັບ​ ບັນ​ດາ​ເມືອງ ກວ໋າງ​ນີງ, ໂບ​ແຈກ, ຕວຽນ​ຮ່​ວາ ແລະ ມີງ​ຮ່​ວາ ແຂວງ ກວ໋າງ​ບີ່ງ. ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ-ແກ໋​ບາງ ແມ່ນ​ເຂດ​ທີ່​ມີ​ຫລາຍ​ຄຸນ​ຄ່າ​ກ່ຽວ​ກັບ​ປະ​ຫວັດ​ສາດ​, ​ທໍ​​ລະນີ​ສາດ, ພູມີ​ສັນ​ຖານ, ​ ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ ແລະ ເລິກ​ລັບມະ​ຫັດ​ສະ​ຈັນຢູ່​ທີ່​ນີ້ໂດຍ​ທຳ​ມະ​ຊາດ​ດົນ​ບັນ​ດານ​ໃຫ້​. ເຂດຟອງ​ຍາ-ແກ໋​ບາງ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ​ ສ​ປ​ຊ UNESCO ແມ່ນມ​ໍ​ລະ​ດົກ​ທຳ​ມະ​ຊາດ​ຂອງ​ໂລກ​ຕາມ​ມາດ​ຖານ​ທໍ​ລະ​ນີ​ສາດປີ 2013. ຟອງ​ຍາ-ແກ໋​ບາງ ກໍ​ຖືກ​ສະ​ເຫ​ນີ​ຕໍ່ອົງ​ການ UNESCO ຮັບ​ຮອງວ່າ​ເປັນ​​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ ຄັ້ງ​ທີ 2  ດ້ວຍ​ມາດ​ຖານ​ຊີ​ວະ​ນາໆ​ພັນ.

ປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບາງ - ảnh 1
ລະ​ບົບ​ຖ້ຳຢູ່ ຟອງ​ຍາ - ແກ໋​ບາງ
ພາບ:http://disanthegioi.info

        ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ - ແກ໋​ບາງ ມີ​ເນື້ອ​ທີ່​ປະ​ມານ 200.000 ເຮັກ​ຕາດ້ວຍລະ​ບົບ​ຖ້ຳ​ໃຫ​ຍ່, ນ້ອຍ ແລະ ບັນ​ດາ​ແມ່​ນ້ຳ​ໃຕ້​ດິນມີ​ຄວາມ​ຍາວ​ປະ​ມານ 300 ກິ​ໂລ​ແມັດ, ​ເຮັດໃຫ້ ຟອງ​ຍາ - ແກ໋​ບາງ ມີ​ຄ​ຸນ​ຄ່າ​​ທີ່ພົ້ນ​ເດັ່ນ​ໃນ​ທົ່ວ​ໂລກກ່ຽວ​ກັບທໍ​ລະ​ນີ​ສາດທີ່​ມີ​ມາກ່ອນ​ນີ້ກວ່າ 400 ລ້ານ​ປີ.

        ​ທຳ​ມະ​ຊາດ​​ໄດ້ດົນ​ບັນ​ດານ​ໃຫ້ ຟອງ​ຍາ - ແກ໋​ບາງ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ພູ​ຫິນປ​ູນ​ທີ່​ໃຫ​ຍ່​ໂຕ, ສ້າງ​​ເປັນ​ລະ​ບົບ​ຖ້ຳ​ທີ່​​ເປັນເອ​ກະ​ລັກ​ສະ​ເພາະ​ພິ​ເສດ​ທີ່​ຫາ​ຍາກ​ຢູ່​ໃນ​ໂລກ. ດ້ວຍ​ຖ້ຳ​ນ້ອຍ​ໃຫ​ຍ່ກວ່າ 300 ແຫ່ງ, ​ ຟອງ​ຍາ - ແກ໋​ບາງ ຖ​ືກ​ຂະ​ຫ​ນານ​ນາມ​ວ່າ​ແມ່ນ​ລາ​ຊະ​ອາ​ນາ​ຈັກ​ຖ້ຳ. ນອກ​ຈາກ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ກ່ຽວ​ກັບ​ຄວາມ​ເລິກ​ລັບ​ຂອງ​ຖ້ຳ​ແລ້ວ, ມາ​ແຫ່ງນີ້ ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ຊົມ​ຫິນ​ນົມ​ຜາ​ທີ່​ມີ​ຮູບຊົງ ​ແລະ ສີ​ສັນ​ຫລາກ​ຫລາຍ ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ. ຕາມ​ບັນ​ດາ​ນັກ​ຜະ​ຈົນ​ໄພ​ ​​ຂອງລາ​ຊະ​ອາ​ນາ​ຈັກ ອັງ​ກິດ​ແລ້ວ, ຟອງ​ຍາ - ແກ໋​ບາງ ແມ່ນ​ຖ້ຳ​ແຫ່ງ​ຫ​ນຶ່ງ​ດຽວ​ຢູ່ ຫວຽດ​ນາມ ບັນ​ລຸ 7 ມາດ​ຖານ​ຄື: ຖ້ຳ​ມີ​ແມ່​ນ້ຳ​​ໃຕ​້​ດິ​ນສວຍ​ງາມກວ່າ​ໝູ່; ປະ​ຕູ​ຖ້ຳ​ສູງ ແລະ ກວ້າງ; ຫາດ​ຊາຍ, ຫິນ​ໃຕ້​ດິນສວຍງາມ; ຫນອງ​ນ້ຳ​ໃຕ້​ດິນ​ງ​າມ; ຖ້ຳ​​ບົກ​ກວ້າງ ແລະ ສວຍ​ງາມ, ລະ​ບົບ​ຫິນ​​ນົມ​ຜາມະ​ຫັດ​ສະ​ຈັນແລະ ໃຫ​ຍ່​ໂຕ​ມະ​ໂຫ​ຖານ, ຖ້ຳ​ນ້ຳ​ຍາວກວ່າ​ໝູ່. ມ​ີ​ບົດ​ຂຽນ​ຫລາຍ​ບົດ ແລະ ຮູບ​ພາບ​ຫລາ​ຍ​ແຜ່ນ​ກ່ຽວ​ກັບ​ຖ້ຳ ຟອງ​ຍາ - ແກ໋​ບາງໄດ້ຮັບ​ການ​ລົງ​ພິມ​ ແລະແນະ​ນຳ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ໃຫ​ຍ່​ 14 ແຫ່ງ​ຂອງເອີ​ລົບ. ນອກນັ້ນ, ຖ້ຳ ຟອງ​ຍາ - ແກ໋​ບາງຍັງມີ​ຫລາຍ​ຄົນ​ຮູ້​ຈັກ​ເຖິງ​ແມ່ນ​ສິ່ງ​ມະ​ຫັດ​ສະ​ຈັນ​ອັນ​ດັບ​ຫ​ນຶ່ງ. ນາງ ໂດ​ທິ​ທູ​ຮົ່ງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ ເລົ່າ​ສູ່​ຟັງ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຖ້ຳ ຟອງ​ຍາ - ແກ໋​ບາງ ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໄປ​ຢ້ຽມ​ຢາມ ຟອງ​ຍາ - ແກ໋​ບາງໃນ​ລະ​ດູ​ຮ້ອນ, ​ເວ​ລານັ້ນ ອາ​ກາດ​ຢູ່ພາກ​ກາງຮ້ອນ​ເອົ້າ​ທີ່​ສຸດ. ແຕ່​ເມື່ອ​ເຂົ້າ​ເຂດ ຟອງ​ຍາ - ແກ໋​ບາງ ອາ​ກາດ​​ພັດເຢັນ​ສະ​ບາຍ​. ແມ່​ນ້ຳ​ຊອນ ມີ​ນ້ຳ​ຂຽວ​ສະ​ອາດ ສາ​ມາດ​ເຫັນ​ພື້ນແມ່​ນ້ຳ​ໄດ້. ​ຢູ່​ທີ່ນີ້ທັງ​ມ​ີ​ແມ່​ນ້ຳ ທັງ​ມີ​ພູຜາ​ປ່າ​ໄມ້ ຍັງ​ຄົງຮັກ​ສາ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ​ໄດ້, ອັນ​ໄດ້​ເຮັດ​ໃຫ້ທິວ​ທັດ​ທຳ​ມະ​ຊາດຢູ່​ທີ່ນີ້​ ສວຍ​ງາມ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ​ເມື່ອ​ມາ​ຢ້ຽມ​ຢາມ ຟອງ​ຍາ - ແກ໋​ບາງ.“

ປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບາງ - ảnh 2
ພາບ:http://disanthegioi.info

        ​ໂດຍ​ໄດ້​ຮັບ​ການ​ຂະ​ຫ​ນານ​ນາມ​ວ່າ “ລາ​ຊະ​ວັງ​ໃຕ້​ດິນ”, ຖ້ຳ ທຽນ​ເດືອງ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ​ອັນ​ດັບ​ຫ​ນຶ່ງ​ຂອງ​ໂລກ, ນີ້​ແມ່ນ​ສະ​ຖານ​ທີ່​ຂາດບໍ່​ໄດ້​ໃນ​ລາຍ​ການ​ຄົ້ນ​ຫາ ຟອງ​ຍາ - ແກ໋​ບາງ. ທ່ານ Martin Holroyd ຜູ້​ຊ່ຽວ​ຊານ​ຖ້ຳ​ ມາ​ຈາກ​ອັງ​ກິດ ໄດ້​ເວົ້າ​ວ່າ: ຖ້າ​ມີ​ການ​ຈັດ​ອັນ​ດັບ​ພິ​ເສດ ຂ້າ​ພະ​ເຈົ້າ​ຈະ​ຈັດ​ຖ້ຳ​ທຽນ​ເດືອງ​ເຂົ້າ​ອັ​ນ​ດັບ​ນັ້ນ, ເພາະ​ຖ່ຳ​ແຫ່ງນ​ີ້​ແມ່ນ​ສິ່ງ​ທີ່​ສວຍ​ງາມ​ພິ​ເສດ​​ໂດຍທຳ​ມະ​ຊາດ​ດົນ​ບັນ​ດານ​ໃຫ້​ເຂດ​ດິນ​​ທີ່​ມີ​ອາ​ກາດ​ຮ້າຍ​ແຮງກວ່າ​ໝູ່. ມາ​ແຫ່ງນີ້, ນັກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ບັນ​ດ​າ​ສິ່ງ​ມະ​ຫັດ​ສະ​ຈັນ​ໂດຍ​ທຳ​ມະ​ຊາດດົນ​ບັນ​ດານ​ໃຫ້​ເທົ່າ​ນັ້ນ ຫາກ​ຍັງ​​ວາດນຶ​ກ​​ເຖິງ​ບັນ​ດາ​ຮູບ​ຮ່າງ​ທີ່​ແປກ​ປະ​ຫລາດ​ຂອງ​ຫິນນົມ​ຜາອ​ີກ​ດ້ວຍ. ອ້າຍ ເຈີນ​ແອງກວນ, ຢູ່ ຮ່າ​ໂນ້ຍ ມາ​ຢ້ຽມ​ຢາມ ຟອງ​ຍາ - ແກ໋​ບາງ ແບ່ງ​ປັນ​ວ່າ:

        “ມາ​ຢ້ຽມ​ຊົມ​ຖ້ຳ ທຽນ​ເດືອງ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຄື​ພວມ​ໄປ​ພະ​ຈົນ​ໄພຢູ່ໃຕ້​ດິນ. ບໍ່​ມີ​ຄຳ​ສັບໃດ​ທີ່ສາ​ມາດ​ພັນ​ລະ​ນາ​​​ໄດ້​ໝົດ ຄວາມ​ງາມ​​ແບບມະ​ຫັດ​ສະ​ຈັນ​ຂອງ​ຖ້ຳ​​ແຫ່ງນີ້. ບັນ​ດາ​ຫິນ​​ນົມ​ຜາທີ່ມີ​ຮູບ​ຊົງ​ແຕກ​ຕ່າງ​ກັນ ຄື​ດັ່ງ​ມະ​ນຸດ​​ໄດ້ສ້າງ​ຂຶ້ນ.ເທື່ອ​ຫ​ນ້າ ຂ້າ​ພະ​ເຈົ້າ​ຈະ​ກັບ​ຄືນ​ ຟອງ​ຍາ - ແກ໋​ບາງ ເພື່ອ​ໄປ​ຢ​້ຽ​ມ​ຊົມ​ຖ້ຳ​ແຫ່ງ​ອື່ນໆ​ອີກ.”

        ພິ​ເສດ, ປີ 2009 ພາຍຫຼັງ​ໄປຄົ້ນ​ຫາຖ້ຳ​ເຊີນ​ດ່ອງ, ຄະ​ນະ​​ນັກ​ວິ​ທະ​ຍາ​ສາດ​ຂອງ​ສະຫະ​ສະມາຄົມ​​ຖ້ຳ າຊະ​ອານາຈັກ​ອັງກິດໃຫ້​ເຫັນ​ວ່າ: ຖ້ຳ​ກວ້າງ 200 ມ, ສູງກວ່າ 150 ມ, ​ມີຄວາມ​ຍາວ​​ຢ່າງ​ຫ​ນ້ອຍ​ສຸດ​ປະມານ 6,5 ກມ. ​ດ້ວຍ​ຂະ​ຫ​ນາດ​ດັ່ງ​ກ່າວ ຖ້ຳ​​ເຊີນດ່ອງ ​ໄດ້​ລື່ນ​ກາຍ​ຖ້ຳ Deer ຢູ່​ປ່າ​ສະຫງວນແຫ່ງ​ຊາດ Gunung Mulu ຂອງ​ມາ​ເລ​ເຊຍ, ກາຍ​ເປັນ​ຖ້ຳ​ທຳ​ມະ​ຊາດ​ໃຫຍ່​ກວ່າ​ໝູ່​ຢູ່​​ໃນໂລກ. ສຳ​ລັບ​ບັນ​ດາ​ຜູ້​ທີ່​ມັກ​ຄົ້ນ​ຫາ, ຜະ​ຈົນ​ໄພ​ແລ້ວ, ຖ້ຳ​ເຊີນດ​ອ່ງແມ່ນ​ສະ​ຖານ​ທີ່​ຈັບ​ອົກ​ຈັບ​ໃຈ​ເພື່ອ​ໄປ​ຢ້ຽມ​ຢາມ. ອ້າຍ Pike Malcoml, ຊາ​ວ​ອັງ​ກິດ​ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ຢາກ​ເຂົ້າ​ຮ່ວມ​ລາຍ​ການ​ທ່ອງ​ທ່ຽວຄົ້ນ​ຫາຖ້ຳ ເຊີນ​ດ່ອງ. ​ເພາະໄດ້​ຍິນ​ວ່າ ຖ້ຳ​ແຫ່ງນີ້​ພິ​ເສດກວ່າ​ຖ້ຳ ຟອງ​ຍາ. ຂ້​າ​ພະ​ເຈົ້າ​ມັກ​ຄວາມ​ງາມ​ແບບ​​ທຳ​ມະ​ຊາດຢູ່​ທີ່​ນີ້.”

        ຄຽງ​ຂ້າງ​ລະ​ບົບ​ຖ້ຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ ແກ໋​ບາງ ຍັງ​ກຳ​ມະ​ສິດ​ລະ​ບົບ​ຊີ​ວະ​ພາບ​ປ່າ​ດົງ​ດີບ​ຢູ່​ເທິງ​ພູ​ຫິນ​ປູນ​ໃຫ​ຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ, ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ເຂດ​ປ່າ​​ທີ່ມີ​ລັກ​ສະ​ນະ​ພິ​ເສດອັນ​ດັບ​ຫ​ນຶ່ງ​ຂອງ​ທົ່ວ​ປະ​ເທດ. ຟອງ​ຍາ ແກ໋​ບາງ ​ແມ່ນ​ແຫ່ງ​ທີ່​ດຶງ​ດູດ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ມາຄົ້ນ​ຄ້​ວາ ເພາະ​ວ່າ ຢູ່​ທີ່ນີ້ ບໍ່​ພຽງ​ແຕ່​ແມ່ນ​ເຂດ​ຊີ​ວະ​ນາໆ​ພັນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສູນທີ່​ມີ​ສັດ​ສາ​ວາ​ສິ່ງ​ຫລາຍ​ຊະ​ນີດ​ອີກ​ດ້ວຍ, ມີ​ພືດ​ເກືອບ 420 ຊະ​ນິດ ແລະ ສັດພິ​ເສດ 30 ປະ​ເພດ, ໃນ​ນັ້ນ ພືດ116 ​ຊະ​ນີດ ແລະ ສັດ​166​ ປະ​ເພດຖືກຈັດ​ເຂົ້າ​​ປື້ມ​ແດງ​ຂອງ​ຫວຽດ​ນາມ ແລະ ໂລກ. ຟອງ​ຍາ ແກ໋​ບາງ ຖືກ​ຈັດ​ເຂົ້າບັນ​ຊ​ີ​ລາຍ​ຊື່​ບັນ​ດາ​ເຂດອະ​ນຸ​ລັກ​ຮ​ັກ​ສາ​ຊີ​ວະ​ນາ​ໆ​ພັນ​ສ​ຳ​ຄັນ​ໃນ​ແຜນ​ການ​ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ​ແຫ່ງ​ຊາດ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ອົງ​ການ​ສາ​ກົນ​​ວ່າ ແມ່ນ​ຫ​ນຶ່ງ​ໃນ​ຈຳນວນ​ເຂດຊ​ີ​ວະ​ນາໆ​ພັນ 200 ແຫ່ງ​ຂອງ​ໂລກ.

        ດ້ວຍ​ລະ​ບົບ​ຊີ​ວະ​ນາໆ​ພັນ​ທີ່​ອຸ​ດົມ​ສົມ​ບູນ, ຫລາຍ​ຮູບ​ຫລາຍ​ແບບ​ພ້ອມ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ແລະ ຄຸນ​ຄ່າ​ວັດ​ທະ​ນ​ະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໄດ້​ເຮັດ​ໃຫ້ ຟອງ​ຍາ ແກ໋​ບາງ ກ​າຍ​ເປັນ​ສະ​ຖ​ານ​ທີ່​ທ່ອງ​ທ່ຽວ​ທ່ີສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ​ ນັບ​ໝື່ນ​ຄົນ.

 

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ