ໄປຄົ້ນຫາກູ່ລາວຈ່າມ

(vovworld)- ກູ່​ລາວ​ຈ່າມ​ມີ​ອາ​ກາດ​ເຢັນ​ສະ​ບາຍ​ຕະຫຼອດ​ປີ, ລະ​ບົບ​ພືດ​ສາ​ຊາດ​ໄມ້​ອຸ​ດົມ​ສົມ​ບູນ. ມາ​ຢ້ຽມ​ຢາມ​ກູ່​ລາວ​ຈ່າມ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ອາບ​ນ້ຳ​ທະ​ເລ​ທີ່​ຂຽວ​ສະ​ອາດ ແລະ ຊົມ​ປະ​ກາ​ລັງທີ່​ມີ​ສີຫຼາກຫຼາຍ. ໃນ​ລາຍ​ການ​ຄົ້ນ​ຫາ​ຫວຽດ​ນາມມື້ນີ້, ເຊີນ​ເພື​່ອນ​ມາ​ຢາມກູ່​ລາວ​ຈ່າມ​ ໃນ​ມື້​ໜຶ່ງ​ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ລານ​ແອງ.

ໄປຄົ້ນຫາກູ່ລາວຈ່າມ - ảnh 1

ເກາະ​ກູ່​ລາວ​ຈ່າມ

(ພາບ:ອິນ​ເຕີ​ແນດ)

ກູ່​ລາວ​ຈ່າມ ແມ່ນ​ເກາະກຸ່ມ​ໜຶ່ງ ຢູ່​ຕາ​ແສງ​ເຕິນ​ຮຽບ, ເທດ​ສະ​ບານ ໂຮ້ຍ​ອານ, ແຂວງກວາງ​ນາມ. ກູ່​ລາວ​ຈ່າມ ​ຫ່າງ​ຈາກ​ເທດ​ສະ​ບານ​ໂຮ້ຍ​ອານ​ໄປ​ທາງ​ທິດ​ຕາ​ເວັນ​ອອກ​ເກືອບ 20 ກມ, ແມ່ນ​ກຸ່ມເກາະ​​ລວມ​ມີ​ 8 ໜ່ວຍ​ຄື: ເກາະ​ລາວ, ເກາະ​ຢ່າຍ, ເກາະ​ໂມ່, ເກາະ​ໂຄ​ແມ່, ເກາະ​ໂຄກອນ, ເກາະ​ລ໋າ, ເກາະ​ຕາຍ, ເກາະ​ອົງ, ເກາະ​ຈົ່ງ, ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້ໃນ​ລາຍ​ການ​ຄົ້ນ​ຫາກວາງ​ນາມ​ ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ໄປຄົ້ນຫາກູ່ລາວຈ່າມ - ảnh 2

ເກາະ​ກູ່​ລາວ​ຈ່າມ

(ພາບ:ອິນ​ເຕີ​ແນດ)

ພາ​ຫະ​ນະ​ຂົນ​ສົ່ງ​ແຂກ​ໄປ​ຢາມ​ກູ່​ລາວ​ຈ່າມ ​ແມ່ນ​ເຮືອຫຼື​ກາ​ໂນ, ຖ້າ​ເພື່ອນ​ມີ​ເວ​ລາ​ຫຼາຍສາ​ມາດ​ຂີ່ເຮືອ​ໂດຍ​ສານ​​ໄປພ້ອມ​ກັບ​ປະ​ຊາ​ຊົນ​ກໍ່​ໄດ້. ຕາມ​ທຳ​ມະ​ດາ​, ນັກ​ທ່ອງ​ທ່ຽວ​ມັກ​ໄປ​ກູ່​ລາວ​ຈ່າມ ຕາມ​ລາຍ​ການ​ຕ່າງໆ​ຂອງ​ບໍ​ລິ​ສັດ​ທ່ອງ​ທ່ຽວ. ຖ້າ​ຫາກ​ໄປ​ທ່ອງ​ທ່ຽວໃນ​ເວ​ລາ​ພຽງ​ໜຶ່ງມື້​ເທົ່າ​ນັ້ນ, ທ່ານຄວນ​ຂີ່​ກາ​ໂນ​ຄວາມ​ໄວ​ສູງພາຍ​ໃນ 30 ນາ​ທີກໍ່​ຈະ​ໄປຮ້ອດ​ເກາະ​ທີ່​ສວຍ​ງາມ. ອ້າຍ​ຫງວຽນ​ແທ່ງ​ຈູງ, ຜູ້​ນຳ​ທ່ຽວ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ກູ່​ລາວ​ຈ່າມ, ໃຫ້​ຮູ້​ວ່າ:

ກູ່​ລາວ​ຈ່າມ​ ຍັງ​ຄົງ​ຮັກ​ສາ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ​ໄວ້.ແລະ ເປັນ​ເຂດ​ສະ​ສົມ biosphere ຂອງ​ໂລກ, ດັ່ງ​ນັ້ນ​ການ​ລາດ​ຕະ​ເວນຮັກ​ສາ​​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ, ປະ​ຊາ​ຊົນ​ຢູ່​ທີ່ນີ້​ຕ່າງກໍ່​ມີ​ສະ​ຕິ​ໃນ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມໃຫ້​ສະ​ອາດ​, ປອດ​ໂປ່ງ, ສົມ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ເປັນ​ບ່ອນພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ດີ​ທີ່​ສຸດ ”.

ໄປຄົ້ນຫາກູ່ລາວຈ່າມ - ảnh 3

ເກາະ​ກູ່​ລາວ​ຈ່າມ

(ພາບ:ອິນ​ເຕີ​ແນດ)

ມາ​ທ່ອງ​ທ່ຽວ​ກູ່​ລາວ​ຈ່າມ, ນັກ​ທ່ອງ​ທ່ຽວ​ມັກ​ດຳ​ນ້ຳ​ທະ​ເລ​ເພື່ອ​ຊົມ​ຫີນປະ​ກາ​ລັງ​ທີ່​ສຸດ. ເຂດທ່ອງ​ທ່ຽວນີ້ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຕິດ​ຕາມກວດ​ກາ​ຢ່າງ​ໃກ້​ຊິດ​ຈາກ​ພາ​ລະ​ກອນກູ້​ໄພ​ກູ້​ຊີບ. ອ້າຍ​ ຈູງ ໃຫ້​ຮູ້​ວ່າ:

​ຫີນ​ປະ​ກາ​ລັງ​ຢູ່​ທີນີ້, ແມ່ນ​ມີຫຼາຍ​ປະ​ເພດ, ສ່ວນຫຼາຍ​ແມ່ນ​ຫີນ​ປະ​ກາ​ລັງ​ຮູບ​ຕົ້ນ​ມັງ​ກອນ, ໃນ​ນັ້ນ​ຫີນ​ປະ​ກາ​ລັງຊອນ​ໂມຍ ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​​ຈຳ​ພວກ​ພືດ ແລະ ສັດ​​ອັນລ້ຳ​ຄ່າ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ​ເປັນ​ພິ​ເສດໃນປື້ມ​ປົກ​ແດງ. ເມື່ອ​ດຳ​ນ້ຳ​ນັກ​ທ່ອງ​ທ່ຽວ​ຍັງ​ເຫັນ​ປາ, ຫອຍ​ທີ່​ແປກ​ປະຫຼາດ ແລະ ສວຍງ​າມຫຼາຍປະ​ເພດອີກ​ດ້ວຍ .

ໄປຄົ້ນຫາກູ່ລາວຈ່າມ - ảnh 4

ເກາະ​ກູ່​ລາວ​ຈ່າມ

(ພາບ:ອິນ​ເຕີ​ແນດ)

ເມື່ອໄດ້​ສຳ​ຜັດ​ກັບປະ​ກາ​ລັງທີ່​ອ່ອນນວນ ແລະ ໄດ້​ຊົມ​ຝູງ​ປາທີ່​ມີສີຫຼາກຫຼາຍຕຶງ​ຕັງ​ລອຍ​ນ້ຳ. ເອື້ອຍ Coro, ນັກ​ທ່ອງ​ທ່ຽວ​ຊາວ​ແອດ​ສ​ປາຍ ໄດ້​ເວົ້າ​ດ້ວຍ​ຄວາມ​ພາກ​ພູມ​ໃຈ​ວ່າ:

ທຳ​ມະ​ຊາດ​ຢູ່​ທີ່ນີ້​ສວຍ​ງາມ ແລະ ຈັບ​ອົບ​ອົກ​ຈັບ​ໃຈຫຼາຍ. ເມື່ອ​ດຳ​ນ້ຳ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ກາ​ລັງ ແລະ ປາ​ທີ່ແປກ​ປະຫຼາດຫຼາຍ​ປະ​ເພດ​.  ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ສຸດ​ເມື່ອ​ເຂົ້າ​ຮ່ວມ​ລາຍ​ການ​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ​ນີ້​ພ້ອມ​ກັບ​ເພື່ອນ​ມິດ”.

ໄປຄົ້ນຫາກູ່ລາວຈ່າມ - ảnh 5

ເກາະ​ກູ່​ລາວ​ຈ່າມ

(ພາບ:ອິນ​ເຕີ​ແນດ)

ຢູ່​ກູ່​ລາວ​ຈ່າມ​ ຍັງມີ​ຫາດ​ຊາຍ​ທະ​ເລ​ທີ່​ຮົກ​ເຮື້ອ​ວ່າງ​ເປົ່າ ແລະ ດູດ​ດື່ມຫຼາຍ​ແຫ່ງ, ແຕ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ຫາດ​ອົງ, ຫາດ​ຈົ່ງ. ນີ້​ແມ່ນ​ຫາດ​ຊາຍ​ທະ​ເລ​ສອງ​ແຫ່ງ​ທີ່​ມີ​ການ​ບໍ​ລິ​ການ​ຢ່າງ​ຄົບ​ຖ້ວນ, ດ້ວຍ​ຫາດ​ຊາຍ​ສີ​ຂາວ, ຮາບ​ພຽງ​​, ກວ້າງຂວາງ ແລະ ຍາວ​ຢຽດ. ທ່ານ ເຈິ່ນ​ມິງ​ຕ໋ວນ, ພາ​ລະ​ກອນ​ຄຸ້ມ​ຄອງ​ກູ່​ລາວ​ຈ່າມ, ໃຫ້​ຮູ້​ວ່າ:

ຫາດ​ອົງ ແລະ ຫາດ​ຈົ່ງ​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ, ຫາດ​ອົງ​ແມ່ນ​ໃກ້​ກວ່າ​ຫາດ​ຈົ່ງ, ແຕ່​ຫາດ​ຈົ່ງ​ພັດ​ງາມກວ່າ, ບ່ອນ​ກິນ​ຢູ່​ກໍ່​ສະ​ດວກກວ່າ. ນັກ​ທ່ອງ​ທ່ຽວ​ມາ​ແຫ່ງນີ້​ສ່ວນຫຼາຍ​ແມ່ນ​ເພື່ອ​ພັກ​ຜ່ອນ ແລະ ດຳ​ນ້ຳ​ຊົມ​ຫີນ​ປະ​ກາ​ລັງ. ຍ້ອນ​ກູ່​ລາວ​ຈ່າມ​ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ​ແມ່ນ​ເຂດ​ສະ​ສົມ biosphere ຂອງ​ໂລກ, ດັ່ງ​ນັ້ນນັກ​ທ່ອງ​ທ່ຽວ​ມາ​ແຫ່ງນີ້​ເພື່ອຊອກ​ຮູ້​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ກູ່​ລາວ​ຈ່າມ​ ເວົ້າ​ລວມ ແລະ ທຳ​ມະ​ຊາດ​ທີ່​ຮົກ​ເຮື້ອ​ວ່າງ​ເປົ່າ​​ຢູ່​ເຂດນີ້ອີກ​ດ້ວຍ”.

ໄປຄົ້ນຫາກູ່ລາວຈ່າມ - ảnh 6

ເກາະ​ກູ່​ລາວ​ຈ່າມ

(ພາບ:ອິນ​ເຕີ​ແນດ)

ມີ​ແຕ່​ຢ້ຽມ​ຢາມ​ໃນ​ເວ​ລາພຽງ​ມື້​ໜຶ່ງເທົ່າ​ນັ້ນ, ແຕ່​ເມື່ອ​ກັບ​ຄືນ​ເຂດ​ດິນ​ຕໍ່​ແຜ່ນ, ນັກ​ທ່ອງ​ທ່ຽວ​ຕ່າງ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ, ສຳ​ລັບ​ເຂົາ​ເຈົ້າ​ແລ້ວ​ກູ່​ລາວ​ຈ່າມ ປຽບ​ເໝືອນ​ເກາະ​ແຫ່ງ​ທີ່​ຊ້ອນ​ແຝງຫຼາຍ​ສິ່ງ​ທີ່​ຈັບ​ອົກ​ຈັບ​ໃຈ ກ່ຽວ​ກັບ​ຄວາມ​ງາມ​ຂອງ​ທະ​ເລ​ເກາະ, ແມ່ນສະ​ຖານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ທ່ອງ​ທ່ຽວ​​ຫວຽດ​ນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ