ທຶນກູ້ຢືມ​ບຸ​ລິ​ມະ​ສິດ, ກຳ​ລັງ​ໜູນ​ໃຫ້​ແກ່​ຄົນ​ທຸກ​ຍາກ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ

(VOVWORLD) -ພາຍຫຼັງ 20 ປີແຫ່ງການຜັນຂະຫຍາຍນະໂຍບາຍສິນເຊື່ອບຸລິມະສິດສຳລັບຄົນທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍຕ່າງໆຕາມມະຕິເລກທີ 78 ຂອງລັດຖະບານກ່ຽວກັບສິນເຊື່ອຕໍ່ຄົນທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍອື່ນໆ, ແຫຼ່ງທຶນສິນເຊື່ອນະໂຍບາຍໄດ້ເຖິງບັນດາໜ່ວຍ, ບ້ານ ຈາກເຂດຕ່ຳໄປເຖິງເຂດສູງ, ເຂດຫ່າງໄກສອກຫຼີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່ ແລະ ສະຫວັດດີການສັງຄົມຂອງແຂວງເຊີນລາ.
ທຶນກູ້ຢືມ​ບຸ​ລິ​ມະ​ສິດ, ກຳ​ລັງ​ໜູນ​ໃຫ້​ແກ່​ຄົນ​ທຸກ​ຍາກ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ - ảnh 1ຮູບແບບດຳເນີນທຸລະກິດຂອງ ລຸງບິງ (ພາບ: VOV)

ໃນເມືອກ່ອນ, ຄອບຄົວລຸງ ແລ່ວວັນບິງ ແມ່ນຄອບຄົວທຸກຍາກມາແຕ່ດົນ ຂອງເຂດ ຫົວອິດ, ເທດສະບານ ອິດອອງ, ເມືອງເມື່ອງລາ, ແຂວງເຊີນລາ. ລາຍຮັບແຕ່ລະປີຂອງຄອບຄົວລຸງພຽງແຕ່ອີງໃສ່ສວນສາລີ, ມັນຕົ້ນ ທີ່ມີສະມັດຕະພາບຕ່ຳ. ປີ 2015, ໂດຍພະນັກງານທະນາຄານນະໂຍບາຍສັງຄົມເມືອງໄດ້ພ້ອມກັບອຳນາດການປົກຄອງເຂດປຸກລະດົມກຳລັງໃຈ, ລຸງບິງຈຶ່ງຕັດສິນໃຈຢຶມເງິນ 50 ລ້ານດົ່ງຈາກແຫຼ່ງທຶນບຸລິມະສິດຂອງທະນາຄານນະໂຍບາຍສັງຄົມເມືອງ ເພື່ອລົງທຶນ, ຫັນປ່ຽນເປັນສວນປູກຕົ້ນໄມ້ກິນໝາກ ທີ່ເໝາະສົມກັບເງື່ອນໄຂດິນພູສູງ, ແດດຮ້ອນຂອງທ້ອງຖິ່ນ.

ປີ 2018, ລຸງບິງສືບຕໍ່ຢຶມເງິນຕື່ມອີກ 50 ລ້ານດົ່ງ ຈາກທະນາຄານນະໂຍບາຍສັງຄົມ ເພື່ອຊື້ແນວພັນພືດ, ຊື້ແນວພັນສັດລ້ຽງເບ້ວໄມ້ ມາພັດທະນາເສດຖະກິດ. ພາຍຫຼັງໄລຍະໜຶ່ງ, ສວນສາລີ, ມັນຕົ້ນຂອງຄອບຄົວລຸງບິ່ງໄດ້ກາຍເປັນຮູບແບບເສດຖະກິດສັງລວມ, ກວ້າງກ່ວາ 1 ເຮັກຕາ ດ້ວຍໝາກໄມ້ກິນໝາກຫຼາຍຊະນິດ ພ້ອມກັນນັ້ນ ກໍ່ແມ່ນງົວຄວາຍ 10ໂຕ ແລະ ສັດປີກເປັນຈຳນວນຫຼາຍທີ່ປ່ອຍໃນສວນ. ລຸງແລ່ວວັນບິງ ແບ່ງປັນວ່າ: ລະດູຜ່ານມາ, ຮູບແບບເສດຖະກິດຂອງຄອບຄົວເລີ່ມມີຜົນກຳໄລ, ບັນລຸກ່ວາ 100 ລ້ານດົ່ງພາຍຫຼັງລົບຄ່າໃຊ້ຈ່າຍຕ່າງໆ, ໃນຊຸມປີຈະມາເຖິງ, ເມື່ອຕົ້ນໄມ້ມີການເຕີບໃຫຍ່ຢ່າງພຽງພໍ, ລາຄາຂອງຜະລິດຕະພັນດີ ຈະມີລາຍຮັບປະມານ 250 ລ້ານດົ່ງ. ລຸງແບ່ງປັນວ່າ:

 ຄອບຄົວຂ້າພະເຈົ້າກູ້ຢືນເງິນຈາກທະນາຄານນະໂຍບາຍ ເພື່ອຊື້ງົວ, ຊື້ດິນ ເພື່ອປູກຕົ້ນໄມ້ກິນໝາກ. ຍອນມີແຫຼ່ງທຶນນັ້ນ, ປັດຈຸບັນ ຄອບຄົວກໍ່ມີສວນຕົ້ນໄມ້ກິນໝາກທີ່ໝັ້ນຄົງ, ງົວຄວາຍອອກແມ່ແຜ່ພັນ, ເວລາຮອດລະດູເກັບກ່ຽວໝາກໄມ້ກໍ່ມີພໍ່ຄ້າແມ່ຄ້າມາຊື້ຢູ່ສວນເລີຍ.

ບໍ່ພຽງແຕ່ໄດ້ໜູນຊ່ວຍໃຫ້ຊາວກະສິກອນຢ່າງມີປະສິດທິຜົນ, ແຫຼ່ງທຶນບຸລິມະສິດຂອງທະນາຄານນະໂຍບາຍກໍ່ເສີມຂະຫຍາຍປະສິດທິຜົນໃນການໜູນຊ່ວຍການເຄື່ອນໄຫວຂອງວິສາຫະກິດໃນບໍລິເວນແຂວງ ເຊີນລາ. ບໍລິສັດ ຮຶວຮາວໄຕບັກ ຈຳກັດ ຜູ້ດຽວ ຢູ່ບ້ານ ວັນມິງ, ຕາແສງ ເມືອງບູ, ເມືອງ ເມື່ອງລາ, ມີກຳມະກອນ, ຜູ້ອອກແຮງງານ ປະມານ 90 ຄົນ,  ການເຄື່ອນຫຼັກແມ່ນຂຸດຄົ້ນບໍ່ແຮ່, ພ້ອມກັນນັ້ນ, ບໍລິສັດກໍ່ປະຕິບັດການສ້າງບັນດາໂຄງການເຕັກນິກພົນລະເຮືອນ ແລະ ການຂົນສົ່ງສິນຄ້າທາງບົກ.

ຍ້ອນຜົນກະທົບຈາກພະຍາດໂຄວິດ - 19 ແກ່ຍາວໃນໄລຍະຜ່ານມາ, ບໍລິສັດໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນຕົ້ນແມ່ນການຈ່າຍເງິນເດືອນໃຫ້ແກ່ກຳມະກອນ. ໃນເວລານັ້ນ, ແຫຼ່ງທຶນບຸລິມະສິດ ດອກເບ້ຍ 0% ຂອງທະນາຄານນະໂຍບາຍສັງຄົມເມືອງ ໄດ້ຊ່ວຍວິສາຫະກິດຮັກສາການເຄື່ອນໄຫວອອກແຮງງານທຳການຜະລິດ. ທ່ານ ໂດຊວັນຫ໋າວ, ຜູ້ອຳນວຍການໃຫຍ່ບໍລິສັດ ຮຶວຮາວ ໄຕບັກ ຈຳກັດ ຜູ້ດຽວ ໃຫ້ຮູ້ວ່າ:

ໃນໄລຍະພະຍາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ກຳມະກອນບາງຄົນຕິດເຊື້ອໂຄວິດ - 19 ຕ້ອງແຍກຕົວ, ລູກຄ້າກໍ່ຖືກຈຳກັດໃນການເດີນທາງໄປມາ, ສິນຄ້າຜະລິດອອກກໍ່ຂາຍບໍ່ໄດ້, ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ຈຸດເວລານັ້ນ, ທະນາຄານນະໂຍບາຍສັງຄົມ ໄດ້ສ້າງເງື່ອນໄຂໜູນຊ່ວຍພວກຂ້າພະເຈົ້າ ດັ່ງນັ້ນຈຶ່ງໄດ້ຈ່າຍເງິນເດືອນໃຫ້ແກ່ອ້າຍນ້ອງກຳມະກອນໃນເວລາປະສົບກັບຄວາມຫຍຸ້ງຍາກຢ່າງທັນການ.

ທ່ານ ຕະວັນຕວານ, ຮອງຜູ້ອຳນວຍການທະນາຄານນະໂຍບາຍສັງຄົມແຂວງເຊີນລາ, ໃຫ້ຮູ້ວ່າ ດ້ວຍທິດນຳທີ່ວ່າ: “ເຂົ້າໃຈປະຊາຊົນ, ຮັບໃຊ້ປະຊາຊົນຢ່າງສຸດໃຈ” ໃນ 20 ປີແຫ່ງການປະຕິບັດມະຕິເລກທີ 78 ຂອງລັດຖະບານ, ແຫຼ່ງທຶນສິນເຊື່ອນະໂຍບາຍ ທາງແຂວງໄດ້ຊ່ວຍເຫຼືອ ບັນດາໝູ່ບ້ານ, ເຂດທັງໝົດ, ນັບທັງເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ໄດ້ຊ່ວຍ ນັບແສນຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ. ໂດຍສະເພາະປີ 2021 ຜ່ານມາ, ເງິນໃຫ້ກູ້ຢືມບັນລຸເກືອບ 1.460 ຕື້ດົ່ງ, ສ່ວນຫຼາຍຄົນນຳໃຊ້ທຶນຖືກຕ້ອງກັບເປົ້າໝາຍ, ບັນລຸປະສິດທິຜົນ, ບັນດາສະມາຊິກລ້ວນແຕ່ປະຕິບັດການຈ່າຍດອກເບ້ຍ, ຈ່າຍໜີ້ຢ່າງຖືກຕ້ອງຕາມເວລາກຳນົດ ແລະ ຝາກເງິນປະຢັດຕາມການກຳນົດ.

ສາຂາແຂວງເຊີນລາຈະສືບຕໍ່ສະໜິດຕິດແທດການກຳນົດທິດພັດທະນາເສດຖະກິດ - ສັງຄົມຢູ່ບັນດາເຂດ, ເມືອງ, ໝູບ້ານ, ບ້ານ; ຍູ້ແຮງວຽກງານໂຄສະນາກ່ຽວກັບສິນເຊື່ອນະໂຍບາຍສັງຄົມ, ພິເສດແມ່ນບັນດາໂຄງການສິນເຊື່ອນະໂຍບາຍສັງຄົມໃໝ່, ບັນດາໂຄງການຕາມການກຳນົດທິດຂອງລັດຖະບານ, ສຸມໃສ່ເຂດຫ່າງໄກສອກຫຼີກ, ເຂດຍັງປະສົບກັບຄວາມຫຍຸ້ງຍາກ ເພື່ອໃຫ້ພໍ່ແມ່ປະຊາຊົນສືບຕໍ່ນຳໃຊ້ທຶນ ກໍ່ຄືການແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກ, ບັນຫາອື່ນໆທີ່ອາດຈະເກີດຂຶ້ນຢ່າງທັນການ.

ພາຍຫຼັງ 20 ປີປະຕິບັດມະຕິເລກທີ 78 ຂອງລັດຖະບານກ່ຽວກັບສິນເຊື່ອສຳລັບຄົນທຸກຍາກ ແລະ ເປົ້າໝາຍນະໂຍບາຍຕ່າງໆ ຢູ່ແຂວງເຊີນລາ, ການເຄື່ອນໄຫວສິນເຊື່ອຂອງທະນາຄານນະໂຍບາຍສັງຄົມ ໄດ້ເສີມຂະຫຍາຍປະສິດທິຜົນຢ່າງແທດຈິງ, ປະກອບສ່ວນສຳຄັນເຂົ້າໃນວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະ ສະຫວັດດີການສັງຄົມ, ສະໜິດຕິດພັນຢ່າງໃກ້ຊິດກັບຄົນທຸກຍາກ ແລະ ເປົ້າໝາຍນະໂຍບາຍຕ່າງໆ, ຮັບປະກັນບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ