ໄກ່ ດົງຕ໋າວ ນຳເອົາຄຸນຄ່າທາງດ້ານເສດຖະກິດສູງມາໃຫ້ປະຊາຊົນ ຮຶງອຽນ

(VOVWORLD) -ໄກ່ ດົງຕ໋າວ ແມ່ນໄກ່ຊະນິຫນຶ່ງທີ່ມີຄວາມພິເສດ ແລະ ຫາຍາກ ຂອງຫວຽດນາມ. ນີ້ແມ່ນໄກ່ລ້ຽງຂອງປະຊາຊົນຢູ່ຕາແສງ ດົງຕ໋າວ ຂຶ້ນກັບເມືອງ ຄວາຍເຈົາ ແຂວງ ຮຶງອຽນ. ໃນໄລຍະຜ່ານມາ, ໄກ່ ດົງຕ໋າວ ໄດ້ຮັກສາແນວພັນໄວ້ໄດ້ ດ້ວຍຫລາຍວິທີການ, ໄກ່ພັນແທ້ ໄດ້ທະວີຄູນເປັນຈຳນວນຫລາຍ, ສະຫນອງໃຫ້ຕະຫລາດໃນທົ່ວປະເທດ, ສ້າງມູນຄ່າດ້ານເສດຖະກິດສູງໃຫ້ແກ່ຜູ້ລ້ຽງໄກ່.

ໃນຊຸມປີມໍ່ໆມານີ້ ການລ້ຽງສັດປີກຢູ່ແຂວງ ຮຶງອຽນ ຍັງຄົງສວມບົດບາດສຳຄັນໃນການພັດທະນາເສດຖະກິດຂອງແຂວງ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງກວ່າເມື່ອທຽບໃສ່ກັບການລ້ຽງສັດຊະນິດອື່ນ, ເວລາລ້ຽງກໍ່ໄວກວ່າ. ມີຫລາຍຄອບຄົວຊາວກະສິກອນໄດ້ລົງທຶນຂະຫຍາຍການລ້ຽງສັດ. ການຮ່ວມສຳພັນກັນລ້ຽງ, ການຜະລິດຕາມລະບົບ ກໍ່ປະກົດຂຶ້ນຫຼາຍ, ມີບາງສະຫະກອນລ້ຽງສັດ ກໍ່ບັນລຸປະສິດທິຜົນ. ໄລ່ຮອດເດືອນຕຸລາປີ 2022, ແຂວງຮຶງອ່ຽນ ມີໄກ່ ເກືອບ 6.700 ໂຕ ໃນຍອດຈຳນວນສັດປີກທັງໝົດ 9.600 ໂຕ. ຄອບຄົວຊາວກະວິກອນທີ່ລ້ຽງສັດປີກຂະຫນາດຕ່ຳກວ່າ 300 ໂຕແມ່ນໄດ້ຫລຸດລົງຫຼາຍ ແລະ ການລ້ຽງເປັນຟາມ ຂະຫນາດສະເລ່ຍ 700- 1000 ໂຕ ໄດ້ເພີ່ມຂຶ້ນໄວ.

ໄກ່ ດົງຕ໋າວ ນຳເອົາຄຸນຄ່າທາງດ້ານເສດຖະກິດສູງມາໃຫ້ປະຊາຊົນ ຮຶງອຽນ - ảnh 1ໄກ່ ດົງຕ໋າວ : (ພາບ: baodanViet)

ພິເສດ ການລ້ຽງໄກ່ ດົງຕ໋າວ ພັດທະນາດີສົມຄວນ ທາງດ້ານ ຈຳນວນ, ຄຸນນະພາບ, ຮູບການ ແລະ ປະສິດທິຜົນ.ຮູບແບບການລ້ຽງໄກ່ ດົງຕ໋າວ ໄດ້ກາຍເປັນແຫລ່ງພັດທະນາເສດຖະກິດຕົ້ນຕໍຂອງຫລາຍຄອບຄົວຊາວກະສິກອນຢູ່ໃນບໍລິເວນຕາແສງ ດົງຕ໋າວ ເມືອງຄວາຍເຈົາ ແຂວງ ຮຶງອຽນ. ຄອບຄົວຊາວກະສິກອນ ລ້ຽງໄກ່ແມ່ນມີຫຼາຍກວ່າ 2.500 ຄອບຄົວ ມີໄກ່ຫຼາຍກວ່າ 700.000 ໂຕ ແຕ່ລະປີສາມາດສ້າງລາຍຮັບໄດ້ແຕ່ 100-200 ລ້ານດົ່ງ/ຄອບຄົວ (ປະມານ 4.200 – 8.400 USD), ໄກ່ ດົງຕ໋າວ ກຳລັງປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້ໃຫ້ດີຂຶ້ນເທື່ອລະກ້າວ.

 “ສຳລັບ ຊາວກະສິກອນ, ການລ້ຽງໄກ່ ດົງຕ໋າວ ມີປະສິດທິຜົນກວ່າການເຮັດນາ,ມີ ລາຍຮັບປະມານ ກວ່າ 1 ຕື້ດົ່ງ/ປີ, ກຳໄລກໍ່ປະມານ 300 ລ້ານດົ່ງ.

ຄອບຄົວຂອງນ້ອງແຕ່ລະອາທິດຂາຍອອກສູ່ຕະຫລາດແມ່ນກວ່າ 100 ໂຕ ແລະ ເຫັນວ່າ ການລ້ຽງໄກ່ໄດ້ນຳມາເຊິ່ງມູນຄ່າດ້ານເສດຖະກິດສູງ ສະນັ້ນ ຕົນເອງຢາກຮ່ຳຮຽນເອົາບົດຮຽນ, ປະສົບການໃນການລ້ຽງໄກ່ນີ້”

ເພື່ອພັດທະນາການລ້ຽງສັດແບບຍືນຍົງຕາມລະບົບຂະແຫນງສິນຄ້າຕິດພັນກັບໂຄງການ ຫນຶ່ງຕາແສງຫນຶ່ງຜະລິດຕະພັນ (OCOP),ການສ້າງຊົນນະບົດໃຫມ່, ປີ 2022 ສູນສົ່ງເສີມກະສິກຳ ແຂວງຮຶງອຽນ ໄດ້ກໍ່ສ້າງຮູບແບບ “ການລ້ຽງໄກ່ດົງຕ໋າວປະສົມພັນຕາມທິດອົງຄະທາດ. ລຸງ ຄັກຈຸງ ເຈົ້າຂອງຄອບຄົວລ້ຽງໄກ່ ດົງຕ໋າວ ຢູ່ ຮຶງອຽນ ແບ່ງປັນວ່າ:

 “ຂ້າພະເຈົ້າເຫັນວ່າ ລ້ຽງໄກ່ດົງຕ໋າວ ໄດ້ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງ ແລະ ການລ້ຽງໄກ່ແບບນີ້ ທຸກຂັ້ນຕອນໃນການລ້ຽງ ແມ່ນບັນດາສະມາຊິກໃນສະຫະກອນລ້ວນແຕ່ໄດ້ແລກປ່ຽນນຳກັນ ແລະ ໄດ້ຮັບການແນະນຳຈາກສູນ ເພື່ອພ້ອມກັນພັດທະນາສ້າງເສດຖະກິດ”

ດ້ວຍຄາດໝາຍສ້າງເຂດຜະລິດກະສິກຳອົງຄະທາດຕິດພັນກັບການຈຳຫນ່າຍບົນພື້ນຖານການຄັດເລືອກເອົາຜະລິດຕະພັນກະສິກຳຫລັກແຫລ່ງ, ມີທ່າໄດ້ປຽບໃນການແກ້ງແຍ້ງ, ເດືອນ ມີນາປີ 2020, ຄະນະກຳມະການປະຊາຊົນ ແຂວງ ຮຶງອຽນ ໄດ້ເຊັນອະນຸມັດແຜນຮ່າງພັດທະນາການລ້ຽງສັດຢ່າງປອດໄພ, ລ້ຽງສັດ Vietgapຮັບປະກັນຄວາມປອດໄພຕໍ່ໂລກລະບາດ, ຫລັກອະນາໄມດ້ານສະບຽງອາຫານ ແລະ ປົກປັກຮັກສາສິ່ງແວດລ້ອມໄລຍະ 2022 – 2025, ການກຳນົດທິດຮອດປີ 2030. ຕາມແຜນຮ່າງ ຄາດໝາຍການລ້ຽງສັດປີກ ສູ້ຊົນຮອດປີ 2025 ໃຫ້ບັນລຸ: 10 – 11 ລ້ານໂຕ, ໃນນັ້ນ 55 -60% ແມ່ນໄກ່ ດົງຕ໋າວ, ດົງຕ໋າວ ປະສົມພັນ. ທ່ານ ຫງວຽນຮຸ່ງນາມ ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ຮຶງອຽນ ໃຫ້ຮູ້ວ່າ:

“ຍູ້ແຮງການເຄື່ອນໄຫວໂຄສະນາ, ເຜີຍແຜ່ຜ່ານລະບົບດຈີຕອນ, ສົມທົບກັນຢ່າງແຫນ້ນແຟ້ນເພື່ອເຊື່ອມຕໍ່, ຫນູນຊ່ວຍສະຫະກອນ, ເຮືອນສວນ, ຟາມຂອງແຂວງ ແລະ ນຳເອົາຜະລິດຕະພັນທີ່ມີຄຸນນະພາບສູງຂອງແຂວງໄປຈ່າວຂາຍທາງການຄ້າເອເລັກໂຕນິກທີ່ມີອິດທິພົນຊື່ສຽງ. ສືບຕໍ່ຫັນຮູບການແນະນຳຜະລິດຕະພັນກະເສດຂອງຂວງໃຫ້ຜູ້ອຸປະໂພກບໍລິໂພກໃນທົ່ວປະເທດໃຫ້ເປັນຫລາຍຮູບແບບ. ນອກຈາກນັ້ນ ແຂວງ ຍັງຈັດການພົວພັນຄ້າຂາຍທາງອອນລາຍເພື່ອໃຫ້ບັນດາວິສາຫະກິດຢູ່ພາຍໃນປະເທດໄດ້ເຊື່ອມຕໍ່ກັບວິສາຫະກິດ, ສະຫະກອນ, ຟາມລ້ຽງຂອງແຂວງເພື່ອແລກປ່ຽນຄ້າຂາຍນຳກັນ

ໄກ່ ດົງຕ໋າວ ນຳເອົາຄຸນຄ່າທາງດ້ານເສດຖະກິດສູງມາໃຫ້ປະຊາຊົນ ຮຶງອຽນ - ảnh 2ໄກ່ ດົງຕ໋າວ ຢູ່ ສວນຂອງຄອບຄົວຊາວກະສິກອນ ຢູ່ ຕາແສງ ດົງຕ໋າວ ເມືອງ ຄວາຍເຈົາ ແຂວງ ຮຶງອຽນ. (ພາບ: BaoDanViet)

ກ່ອນນີ້ ໄກ່ ດົງຕ໋າວ ເຄີຍໄດ້ນຳໃຊ້ເປັນເຄື່ອງຖະຫວາຍເຈົ້າຊີວິດ. ມາປະຈຸບັນ ດ້ວຍການກຳນົດທິດອັນເໝາະສົມຂອງການນຳແຂວງ ຮຶງອຽນ ພ້ອມກັບການພັດທະນາຂອງວິທະຍາສາດເຕັກນິກ, ຄວາມເປັນຫລາຍຫລາຍຮູບແບບໃນການສຳຜັດກັບຕະຫລາດ, ໄກ່ ດົງຕ໋າວ ນັບມື້ນັບເປັນທີ່ຮູ້ຈັກກັນຫຼາຍ, ກວ້າງຂວາງຢູ່ທັງພາຍໃນ ແລະ ຕ່າງປະເທດ, ນຳມາເຊິ່ງມູນຄ່າດ້ານເສດຖະກິດສູງໃຫ້ແກ່ຊາວກະສິກອນ.

ຕອບກັບ

ຂ່າວ/ບົດ​ອື່ນ