ໂກໂຕ: ເມືອງເກາະບໍ່ມີຂີ້ເຫຍື້ອ ປະລາສຕິກ

(VOVWORLD) - ໂກໂຕ (ແຂວງ ກວ໋າງນິງ) ແມ່ນຫນຶ່ງໃນບັນດາເມືອງເກາະ ທີ່ມີຄວາມມານະພະຍາຍາມຫລາຍຢ່າງທີ່ກະໂດດຂັ້ນໃນວຽກງານປົກປັກຮັກສາສິ່ງແວດລ້ອມ. ປະຊາຊົນເມືອງເກາະ ແລະ ນັກທ່ອງທ່ຽວໄດ້ປ່ຽນແປງຄວາມຊິນເຄີຍໃນການນຳໃຊ້ເຄື່ອງປະລາສຕິກເທື່ອດຽວ. ນີ້ແມ່ນສັນຍານຕັ້ງຫນ້າເພື່ອໃຫ້ ໂກໂຕ ກາຍເປັນເມືອງເກາະບໍ່ມີ ຂີ້ເຫຍື້ອປະລາສຕິກ.

ໂກໂຕ: ເມືອງເກາະບໍ່ມີຂີ້ເຫຍື້ອ ປະລາສຕິກ  - ảnh 1ຜູ້ຄ້າຂາຍຢູ່ ຕະຫລາດ ໂກໂຕ ທັງໝົດ ລ້ວນແຕ່ນຳໃຊ້ຖົງເປັນມິດກັບສິ່ງແວດລ້ອມເພື່ອໃຫ້ລູກຄ້າ. ພາບ:VOV

ຕະຫລາດ ໂກໂຕ ແມ່ນບ່ອນຄ້າຂາຍສິນຄ້າທີ່ອຶດກະທຶກກວ່າໝູ່ຢູ່ເມືອງເກາະ ດ້ວຍກຳປັ່ນເຂົ້າທຽບທ່າເປັນຫລາຍຄັ້ງ/ວັນ. ສິນທະເລໂດຍຊາວປະມົງນຳເອົາໄປຂາຍຢູ່ຕະຫລາດ ພ້ອມກັບການຊື້ຂາຍສິນຄ້າປະເພດອື່ນຈາກດິນຕໍ່ແຜ່ນໄປຍັງເກາະ… ສິ່ງທີ່ຫນ້າສົນໃຈ ນັ້ນແມ່ນຜູ້ຄ້າຂາຍສິນຄ້າຢູ່ຕະຫລາດແຫ່ງນີ້ ເຂົາເຈົ້າບໍ່ນຳໃຊ້ຖົງຢາງນີລົງ, ແທນທີ່ນັ້ນແມ່ນໃຊ້ຖົງທີ່ເປັນມິດກັບສິ່ງແວດລ້ອມ. ລູກຄ້າຜູ້ຫນຶ່ງມາຊື້ເຄື່ອງຂອງຢູ່ຕະຫລາດໃຫ້ຮູ້ວ່າ:

ປະຈຸບັນ ຢູ່ຕະຫລາດບໍ່ນຳໃຊ້ຖົງປະລາສຕິກອີກແລ້ວ. ພວກຂ້າພະເຈົ້າໃຊ້ຖົງເປັນມິດກັບສິ່ງແວດລ້ອມ ແລະ ມີລາຄາແພງກວ່າຖົງຢາງນີລົງ ແຕ່ພວກຂ້າພະເຈົ້າເຫັນວ່າ ມັນມີຄວາມສະດວກ ແລະ ພິເສດແມ່ນບໍ່ກໍ່ຜົນຮ້າຍຕໍ່ສິ່ງແວດລ້ອມ. ຢູ່ທີ່ນີ້ ພະນັກງານ, ລັດຖະກອນ ແລະ ປະຊາຊົນ ລ້ວນແຕ່ນຳໃຊ້ກະຕ່າຂອງຕົນເພື່ອໄປຕະຫລາດ ເຊິ່ງມີຄວາມສະດວກ ແລະ ສະອາດ”.

ມີ homestay ຫລາຍແຫ່ງໃນເກາະ ໄດ້ແຜ່ຂະຫຍາຍຮູບພາບຈຸດນັດພົບທີ່ເປັນມິດກັບສິ່ງແວດລ້ອມ, ມີຄວາມຮັບຜິດຊອບຕໍ່ກັບສິ່ງແວດລ້ອມ ເມື່ອບໍ່ນຳໃຊ້ເຄື່ອງປະລາສຕິກທີ່ໃຊ້ຄັ້ງດຽວຄືຄຳແບ່ງປັນຂອງອ້າຍ ບຸ່ຍດຶກແທ່ງ, ເຈົ້າຂອງ homestay ຕາແສງ ດົ່ງຕຽນ.

“ພວກຂ້າພະເຈົ້ານຳໃຊ້ວັດຖຸທີ່ເປັນມິດກັບສິ່ງແວດລ້ອມ ແລະ ສ້າງທິວທັດໃຫ້ສວຍງາມເພື່ອໃຫ້ນັກທ່ອງທ່ຽວເຫັນໄດ້ວ່າ ນີ້ແມ່ນເຮືອນຫຼັງທີສອງຂອງຕົນ. ພິເສດ ພວກຂ້າພະເຈົ້າສ້າງວັດທະນະທຳສະເພາະຂອງຊາວ ເມືອງເກາະໂກໂຕ ດ້ວຍວິຖີການດຳລົງຊີວິດແບບເປັນມິດກັບສິ່ງແວດລ້ອມ, ຮັກແພງແຂກຄົນ, ເປັນຄົນຈິດໃຈດີ ຂອງປະຊາຊົນຢູ່ເຂດທະເລ”.

 ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ ຢູ່ເມືອງ ເກາະ, ໂກໂຕ ກໍ່ຮຽກຮ້ອງນັກທ່ອງທ່ຽວ ພ້ອມກັນປະຕິບັດແຜນນະໂຍບາຍຮັກສາສິ່ງແວດລ້ອມໃຫ້ປອດຂີ້ເຫຍື້ອປະລາສຕິກ. ນັບແຕ່ຢູ່ທ່າກຳປັ່ນສາກົນ ອາວແຊນ (ເວີນດົນ), ນັກທ່ອງທ່ຽວໄດ້ຮັບຟັງການໂຄສະນາບໍ່ນຳເອົາກະຕຸກປະລາສາຕິກ, ຖົງຢາງນີລົງໃຊ້ຄັ້ງດຽວມາເກາະໂກໂຕ. ນັກທ່ອງທ່ຽວ ເລມິງງວຽດ ຢູ່ ຮ່າໂນ້ຍ ແບ່ງປັນວ່າ:         

   “ຂ້າພະເຈົ້າເຫັນວ່າ ນີ້ແມ່ນແຜນນະໂຍບາຍດີທີ່ສຸດ ແລະ ມີລັກສະນະສີວິໄລຂອງໂກໂຕ, ສະແດງໃຫ້ເຫັນການເປັນເຈົ້າການຂອງອຳນາດການປົກຄອງທ້ອງຖິ່ນໃນການປົກປັກຮັກສາສິ່ງແວດລ້ອມ ແລະ ສ້າງໃຫ້ນັກທ່ອງທ່ຽວມີຄວາມຮັບຜິດຊອບຂອງຕົນໃນການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສະອາດສວຍງາມ”.

ຕີລາຄາກ່ຽວກັບແຜນນະໂຍບາຍກໍ່ສ້າງເມືອງເກາະໃຫ້ກາຍເປັນເມືອງບໍ່ມີຂີ້ເຫຍື້ອປະລາສຕິກ, ທ່ານ ຫງວຽນຫວຽດຢູງ, ເລຂາຄະນະພັກເມືອງ, ປະທານ ຄະນະກຳມະການປະຊາຊົນເມືອງ ໂກໂຕ ໃຫ້ຮູ້ວ່າ:

“ຈິດໃຈຂອງໂກໂຕກ່ຽວກັບການປົກປັກຮັກສາສິ່ງແວດລ້ອມແມ່ນບໍ່ມີຂີ້ເຫຍື້ອປະລາສຕິກ, ບໍ່ມີເຄື່ອງປະລາສາຕິກໃຊ້ຄັ້ງດຽວ ໄດ້ແຜ່ຂະຫຍາຍອອກໄປສູ່ຫລາຍທ້ອງຖິ່ນຢູ່ແຂວງ ກວ໋າງນິງ ແລະ ບັນດາເມືອງເກາະອື່ນຂອງຫວຽດນາມ. ຜ່ານມາ ພວກຂ້າພະເຈົ້າໄດ້ລົງນາມເພື່ອປະສານສົມທົບແບ່ງປັນບົດຮຽນ, ປະສົບການກັບບັນດາເກາະອື່ນຢູ່ນອກຝັ່ງ ຂອງຫວຽດນາມ ຄື: ໂກ່ນກໍ໋, ແບກລອງຫວີ, ລີເຊີນ. ມາຮອດປະຈຸບັນ, ຄວາມຮັບຮູ້, ຄວາມຊິນເຄີຍ ແລະ ການກະທຳຂອງປະຊາຊົນຢູ່ເມືອງເກາະ ໂກໂຕ ໄດ້ມີການປ່ຽນແປງຫລາຍແລ້ວ”.

ໂກໂຕ: ເມືອງເກາະບໍ່ມີຂີ້ເຫຍື້ອ ປະລາສຕິກ  - ảnh 2ນັກທ່ອງທ່ຽວໄດ້ຮັບຖົງເປັນມິດກັບສິ່ງແວດລ້ອມຢູ່ທ່າກຳປັ່ນກ່ອນທີ່ຂຶ້ນເມືອງເກາະໂກໂຕ.ພາບ:VOV

 ດ້ວຍຄວາມມານະພະຍາຍາມຂອງອຳນາດການປົກຄອງ ແລະ ປະຊາຊົນ ເມືອງເກາະໂກໂຕ ໃນການບໍ່ນຳໃຊ້ເຄື່ອງປະລາສາຕິກທີ່ໃຊ້ຄັ້ງດຽວ ພວມປະກອບສ່ວນຊ່ວຍ ໂກໂຕ ສະອາດກວ່າ. ແລະ ເມືອງເກາະ “ບໍ່ມີຂີ້ເຫຍື້ອປະລາສາຕິກ” ພວມ ແລະ ຈະແມ່ນຈຸດນັດພົບອັນດູດດຶ່ມ, ແຜ່ຂະຫຍາຍໄປສູ່ນັກທ່ອງທ່ຽວກ່ຽວກັບຄວາມຮັກຕໍ່ສິ່ງແວດລ້ອມ, ດຳລົງຊີວິດດ້ວຍຄວາມຮັບຜິດຊອບຕໍ່ກັບທຳມະຊາດກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ