30 ປີ​ແຫ່ງວັນ​ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ: ຢັ້ງ​ຢືນ​ບົດ​ບາດ, ຍົກ​ລະດັບທີ່ຕັ້ງບົດບາດ

(VOVWORLD) - ປີ 1995, ຫວຽດນາມ ແມ່ນປະເທດທີ 7 ທີ່ເຂົ້າເປັນສະມາຊິກຂອງ ອາຊຽນ, ນີ້ແມ່ນຈຸດເລີ່ມຕົ້ນໃຫ້ແກ່ວິວັດການເຊື່ອມໂຍງເຂົ້າກັບໂລກຂອງ ຫວຽດນາມ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນປະທານ ອາຊຽນ 3 ຄັ້ງແລ້ວ ດ້ວຍບັນດາຂີດໝາຍທີ່ພົ້ນເດັ່ນ. ຫວນຄືນ 30 ປີແຫ່ງວັນເຂົ້າເປັນສະມາຊິກຂອງ ອາຊຽນ, ດ້ວຍນະໂຍບາຍການຕ່າງປະເທດທີ່ຖື ອາຊຽນ ແມ່ນພື້ນຖານ, ບັນດາຜົນປະໂຫຍດເຊິ່ງວິວັດການເຊື່ອມໂຍງນຳມາໃຫ້ ຫວຽດນາມ ກໍຄືບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ກຸ່ມ ແມ່ນວິວັດການທີ່ເປັນໜ້າເອກອ້າງທະນົງໃຈ.



ຕອນບ່າຍວັນທີ 28 ກໍລະກົດ 1995, ທຸງຊາດ ຫວຽດນາມ ໄດ້ຊັກຂຶ້ນເສົາທຸງຢູ່ສະໜາມຫຼວງສູນກອງປະຊຸມແຫ່ງຊາດຂອງ ບຣູໄນ, ຫວຽດນາມ ໄດ້ກາຍເປັນປະເທດສະມາຊິກທີ 7 ຂອງ ອາຊຽນ. ນີ້ແມ່ນຈຸດເວລາທີ່ມີລັກສະນະປະຫວັດສາດສຳລັບ ຫວຽດນາມ, ສ້າງຂີດໝາຍໜຶ່ງໃນບັນດາບາດກ້າວທຳອິດຂອງ ຫວຽດນາມ ໃນການເປີດປະຕູເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງກວ້າງຂວາງ.

30 ປີ​ແຫ່ງວັນ​ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ: ຢັ້ງ​ຢືນ​ບົດ​ບາດ, ຍົກ​ລະດັບທີ່ຕັ້ງບົດບາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສາມບຸລິມະສິດຍຸດທະສາດ ແລະ ສາມບຸກທະລຸກະກຳຢູ່ເວທີປາໄສອະນາຄົດ ອາຊຽນ 2025

ບັນດາຂີດໝາຍ ແລະ ຜົນງານທີ່ພົ້ນເດັ່ນຂອງ ຫວຽດນາມ

ພາຍຫຼັງເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການຍູ້ໄວວິວັດການປະຕິບັດການຫັນເປົ້າໝາຍເບື້ອງຕົ້ນຂອງກຸ່ມດ້ວຍ 10 ປະເທດສະມາຊິກ ພ້ອມກັນສາມັກຄີ, ຮ່ວມມື, ເປີດກວ້າງການພົວພັນກັບພາຍນອກ, ກາຍເປັນກຳລັງຫຼັກແຫຼ່ງໃນທຸກບັນດາໂຄງການຫຼາຍຝ່າຍໃນພາກພື້ນ, ດ້ວຍການຊຸກຍູ້ການຮັບປະເທດ ກຳປູເຈຍ, ລາວ, ມຽນມາ ກາຍເປັນສະມາຊິກຂອງອາຊຽນ ຢ່າງສຳເລັດຜົນ. ບັນດາການປະກອບສ່ວນທີ່ພົ້ນເດັ່ນຂອງ ຫວຽດນາມ ອາດເວົ້າເຖິງການປະຕິບັດສຳເລັດບົດບາດເປັນປະທານ ອາຊຽນ 3 ຄັ້ງໃນປີ 1998, 2010, 2020. ທ່ານນາງ ໂຕນທິງອກເຮືອງ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໃຫ້ຮູ້ວ່າ:

ບັນດາອາຍຸການດຳລົງຕຳແໜ່ງປະທານ ອາຊຽນ ຂອງ ຫວຽດນາມ ລ້ວນແຕ່ສ້າງຂີດໝາຍການປະກອບສ່ວນທີ່ສຳຄັນທີ່ສຸດ, ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມ ໃນ ອາຊຽນ ເປັນຕົ້ນແມ່ນໃນປີ 2020, ເມື່ອ ຫວຽດນາມ ພ້ອມກັບ ອາຊຽນ ຜ່ານຜ່າສິ່ງທ້າທາຍທີ່ຍິ່ງໃຫຍ່ທີ່ສຸດ, ນັ້ນແມ່ນໂລກລະບາດໂຄວິດ - 19 ແບບທີ່ບໍ່ເຄີຍມີມາກ່ອນນັ້ນ, ເຊິ່ງໄດ້ປະຜົນທີ່ຕາມມາທີ່ເລິກເຊິ່ງ, ຮ້າຍແຮງໃນພາກພື້ນ ແລະ ໂລກ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍເຂົ້າຮ່ວມການປະກອບສ່ວນກຳນົດສ້າງບັນດາເສັ້ນທາງພັດທະນາອະນາຄົດທີ່ສຳຄັນຂອງ ອາຊຽນ ຄື ສ້າງ ແລະ ຮັບຮອງເອົາໂຄງການກະທຳ ຮ່າໂນ້ຍ ປີ 1998, ປະຕິບັດສຳເລັດບົດບາດເປັນຜູ້ປະສານງານການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືສຳຄັນຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ ແລະ ລັດເຊຍ…

ນອກຈາກປະຕິບັດສຳເລັດບົດບາດເປັນປະທານ ອາຊຽນ, ຫວຽດນາມ ກໍສ້າງຂີດໝາຍດ້ວຍຫຼາຍແນວຄິດ, ຂໍ້ລິເລີ່ມ ປະກອບສ່ວນໃຫ້ການພັດທະນາຂອງ ອາຊຽນ, ພົ້ນເດັ່ນແມ່ນ ເວທີປາໄສອະນາຄົດ ອາຊຽນ ປີ 2025 (AFF) ທີ່ໄດ້ຈັດຂຶ້ນເທື່ອທີ 2. ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ - ອະດີດຮອງລັດຖະມົນຕີການຕ່າງປະເທດ, ອະດີດຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

ກ່ອນອື່ນໆໝົດຕ້ອງເຫັນໄດ້ວ່າ ນີ້ແມ່ນຂໍ້ລິເລີ່ມທີ່ເປັນເຈົ້າການຂອງ ຫວຽດນາມ. ທີສອງ ພວກເຮົາຕ້ອງແບ່ງປັນວິໄສທັດ, ເວລານັ້ນພາກພື້ນຈຶ່ງຕອບສະໜອງ. ຖ້າກອງປະຊຸມຄັ້ງທີ 1 ບັນລຸໄດ້ຄວາມເຫັນດີເຫັນພ້ອມເພື່ອໃຫ້ບັນດາປະເທດພ້ອມກັນເຂົ້າຮ່ວມແລ້ວ, ກອງປະຊຸມຄັ້ງທີ 2 ຈະໄດ້ຮັບການຕອບສະໜອງທີ່ຍິ່ງໃຫຍ່ກ່ວາ, ປະກອບສ່ວນຢ່າງມີປະສິດທິຜົນ ແລະ ແທ້ຈິງກ່ວາ. ເຂົາເຈົ້າມານີ້ຕີລາຄາ, ບໍ່ພຽງແຕ່ແມ່ນ ຫວຽດນາມ ແບ່ງປັນ ແລະ ເປັນເຈົ້າການ, ຫາກຍັງແມ່ນ ຫວຽດນາມ ມີທີ່ຕັ້ງໃນ ອາຊຽນ, ເຂົາເຈົ້າຈຶ່ງມາ. ເປັນທີ່ຈະແຈ້ງແລ້ວວ່າ ໃນສາມທົດສະວັດຮ່ວມເດີນທາງກັບ ອາຊຽນ, ພວກເຮົາໄດ້ມີບັນດາການປະກອບສ່ວນ.

ເຖິງວ່າ ຫາກໍ່ຮ່ວມເດີນທາງພ້ອມກັບ ອາຊຽນ ເຄິ່ງເສັ້ນທາງ, ແຕ່ ຫວຽດນາມ ໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງ ແລະ ມີຂໍ້ລິເລີ່ມທີ່ພົ້ນເດັ່ນຄື ເປີດກວ້າງ EAS ເພື່ອຮັບ ອາເມລິກາ, ລັດເຊຍ ເຂົ້າເປັນສະມາຊິກ, ຈັດກອງປະຊຸມ ADMM+  ຄັ້ງທຳອິດ, ປະກອບສ່ວນສ້າງຂໍໍ້ກຳນົດກະຕິກາໃນພາກພື້ນ. ປັດຈຸບັນ, ຫວຽດນາມ ແມ່ນຂົວເຊື່ອມຕໍ່ ແລະ ປັດໄຈຫຼັກແຫຼ່ງຊ່ວຍ ອາຊຽນ ຍົກສູງຖານະບົດບາດໃນສາກົນ. ສ່ວນ ອາຊຽນ ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາອົງການພາກພື້ນທີ່ປະສົບຜົນສຳເລັດທີ່ສຸດຂອງໂລກໃນສາມດ້ານ: ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ເພີ່ມທະວີການເຊື່ອມຕໍ່ໃນສາມເສົາຄ້ຳ; ແລະ ມີຖານະບົດບາດສາກົນສູງ, ແມ່ນຄູ່ຮ່ວມມືໃຈກາງໃນພາກພື້ນ ດ້ວຍພື້ນຖານເສດຖະກິດຢືນຢູ່ອັນດັບທີ 5 ໃນໂລກ.

30 ປີ​ແຫ່ງວັນ​ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ: ຢັ້ງ​ຢືນ​ບົດ​ບາດ, ຍົກ​ລະດັບທີ່ຕັ້ງບົດບາດ - ảnh 2ທ່ານເລຂາທິການໃຫຍ່ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ

ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງສ້າງອະນາຄົດ ອາຊຽນ

ຫວນຄືນໄລຍະ 30 ປີຜ່ານມາ, ການຕ່າງປະເທດ ແລະ ການເຊື່ອມໂຍງເສດຖະກິດຂອງ ຫວຽດນາມ ໄດ້ລື່ນກາຍຂອບເຂດ ອາຊຽນ ໄປໄກ ດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 13 ປະເທດ ແລະ ເຂົ້າຮ່ວມສັນຍາການຄ້າເສລີ 17 ສະບັບ, ໃນນັ້ນ ມີບັນດາສັນຍາກັບ EU, ອັງກິດ ແລະ ຍີ່ປຸ່ນ. ຫວຽດນາມ ກາຍເປັນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ອາເມລິກາ ແລະ ຈີນ ໃນອາຊຽນ. ຖານະເປັນສະມາຊິກ ອາຊຽນ ໄດ້ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມບັນດາເວທີປາໄສໃນພາກພືື້ນ ແລະ ທົ່ວໂລກຢ່າງເລິກເຊິ່ງກ່ວາອີກຄື APEC, ASEM. ພ້ອມກັນນັ້ນ, ອາຊຽນ ຍັງແມ່ນຄູ່ຮ່ວມມືທາງການຄ້າສຳຄັນ, ດ້ວຍວົງເງິນການຄ້າສອງຝ່າຍເພີ່ມແຕ່ 3,5 ຕື້ USD ເມື່ອປີ 1995 ຂຶ້ນເຖິງກວ່າ 70 ຕື້ USD ໃນປີ 2021, ໄລ່ສະເລ່ຍເພີ່ມຂຶ້ນ 13,8% ໃນແຕ່ລະປີ. ຫວຽດນາມ ນັບມື້ນັບຢັ້ງຢືນບົດບາດແມ່ນພື້ນຖານເສດຖະກິດແຖວໜ້າ ແລະ ແມ່ນຂົວເຊື່ອມຕໍ່ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃຫຍ່.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 10 ມີນາ 2025 ຢູ່ສຳນັກງານຄະນະເລຂານຸການ ອາຊຽນ, ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຈະສົມທົບກັບບັນດາສະມາຊິກ ອາຊຽນ ຢ່າງແໜ້ນແຟ້ນ ປະກອບສ່ວນປະຕິບັດການຫັນບັນດາຄວາມສາມາດບົ່ມຊ້ອນໃຫ້ປະກົດຜົນເປັນຈິງ ແລະ ແກ້ໄຂບັນດາສິ່ງທ້າທາຍ. ພ້ອມກັນນັ້ນ ກໍຍົກສູງການປະພຶດໂດຍອີງຕາມກົດບັດ ສປຊ ແລະ ກົດໝາຍສາກົນ ແມ່ນວິທີການທີ່ດີທີ່ສຸດ, ພື້ນຖານທີ່ສຸດເພື່ອຮັບປະກັນສັນຕິພາບ, ມີສະຖຽນລະພາບ:

ບຸລິມະສິດການຕ່າງປະເທດຂອງ ຫວຽດນາມ ໃນໄລຍະຈະມາເຖິງແມ່ນມານະພະຍາຍາມພ້ອມກັບອາຊຽນ ສືບຕໍ່ສ້າງປະຊາຄົມໃຫ້ເຂັ້ມແຂງ, ສາມັກຄີ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃນພາກພື້ນ. ຕໍ່ໜ້າການເລີ່ມຈຸດປະຫວັດສາດໃໝ່, ຫວຽດນາມ ແລະ ອາຊຽນ ພ້ອມກັນມຸ່ງໄປເຖິງບັນດາເປົ້າໝາຍທີ່ເຕັມໄປດ້ວຍແງ່ຫວັງ. ໃນວິວັດການພັດທະນາຕໍ່ໄປດ້ວຍບັນດາແງ່ຫວັງໃໝ່ທີ່ໄດ້ວາງອອກໃຫ້ແກ່ ອາຊຽນ, ຫວຽດນາມ ໄດ້ຮັບຮູ້ຢ່າງຈະແຈ້ງກວ່າເຖິງຄວາມຮັບຜິດຊອບເປັນເຈົ້າການໃນການເຂົ້າຮ່ວມ ແລະ ປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ວຽກງານລວມ, ດ້ວຍທິດນຳມີຫົວຄິດປະດິດສ້າງໃນຈິນຕະນາການ, ປ່ຽນແປງໃໝ່ວິທີການສຳຜັດ, ມີໄຫວພິບໃນການຜັນຂະຫຍາຍ, ມີວິທີການເຮັດວຽກທີ່ມີປະສິດທິຜົນ ແລະ ມີການກະທຳຢ່າງຂ້ຽວຂາດ.

ໂດຍກ້າວສູ່ໄລຍະຕໍ່ໄປ, ມຸ່ງໄປເຖິງການຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2045, ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ປະກອບສ່ວນຍົກສູງບົດບາດອິດທິພົນຊື່ສຽງ, ຮັກສາຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ກໍ່ຄືຍົກສູງຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອໃຫ້ ອາຊຽນ ປັບຕົວເຂົ້າກັບບັນດາສິ່ງທ້າທາຍທາງສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ທີ່ພວມມີການຜັນແປທີ່ສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນປັດຈຸບັນຢ່າງມີປະສິດທິຜົນ./.

ຕອບກັບ

ຂ່າວ/ບົດ​ອື່ນ