“Taste of Malaysia” - ນຳ​ເອົາ​ລົດ​ຊາດ ມາ​ເລ​ເຊຍ ມາ​ສູ່​ປະ​ຊາ​ຊົນ​ນະ​ຄອນຫຼວງ

(VOVWORLD) - ມາເລເຊຍ ແມ່ນປະເທດທີ່ມີຫຼາຍຊົນເຜົ່າ ດ້ວຍພື້ນຖານອາຫານການກິນທີ່ຫຼາກຫຼາຍມີຄວາມເປັນເອກະລັກສະເພາະອາຫານການກິນ ເລເຊຍ ມີການປະສົມປະສານຢ່າງກົມກຽວກັບອາຫານ ອິດສະລາມ ຂອງປະຊາຊົນປະຈຳຖິ່ນ ກັບອາຫານຂອງ ຈີນ ແລະ ອິນເດຍດ້ວຍຈຸດປະສົງນຳເອົາລົດຊາດອາຫານການກິນ ມາເລເຊຍ ເວົ້າສະເພາະ ແລະ ວັດທະນະທຳ ມາເລເຊຍ ເວົ້າລວມ ຫຍັບມໍ່ໃກ້ກັບປະຊາຊົນນະຄອນຫຼວງ ຮ່າໂນ້ຍ ຫຼາຍກວ່າສະຖານທູດ ມາເລເຊຍ ຢູ່ ຫວຽດນາມ ໄດ້ສົມທົບກັບໂຮງແຮມ Daewoo ຮ່າໂນ້ຍ ຈັດເຫດການ “Taste of Malaysia” ຂຶ້ນ ເນື່ອງໃນໂອກາດວັນຊາດ ມາເລເຊຍ (ວັນທີ 31 ກັນຍາ ແລະ ວັນບຸນ ມາເລເຊຍ (ວັນທີ 16 ກັນຍາ ຜ່ານມາ).

Taste of Malaysia” ດຶງດູດຄວາມສົນໃຈຂອງແຂກ ຫວຽດນາມ ແລະ ມາເລເຊຍ ນັບທັງແຂກທ່ອງທ່ຽວຕ່າງປະເທດ ທີ່ຢາກຊອກຮູ້ ກໍຄືສຳຜັດກັບບັນດາເຍື່ອງອາຫານທີ່ແປກໃໝ່ອີກດ້ວຍ. ໃນມື້ດຳເນີນເຫດການແຕ່ວັນທີ 12 16 ກັນຍາ 2024, ຢູ່ພັດທະຄານ Café Promenade, ໂຮງແຮມ Daewoo ຮ່າໂນ້ຍ, ແຂກໄດ້ມີໂອກາດຊິມລົດຊາດຂອງອາຫານ 42 ເຍື່ອງທີ່ເປັນເອກະລັກທີ່ສຸດຂອງ ມາເລເຊຍ ຕາມຮູບແບບ ບຸບເຟ່ (buffet) ໂດຍລາຍການອາຫານຈະໄດ້ປ່ຽນຕາມແຕ່ລະມື້. ນອກຈາກບັນດາເຍື່ອງອາຫານທີ່ຫາກໍ່ແຕ່ງມາແບບສົດໆທີ່ຮ້ອນໆໄດ້ຈັດໄວ້ພ້ອມກິນນັ້ນ, ແຂກຍັງໄດ້ເຫັນປະຈັກຕາກຳມະວິທີການແຕ່ງອາຫານບາງເຍື່ອງໂດຍ ພໍ່ຄົວຜູ້ມີຊື່ສຽງ Azlan Juri ທີ່ມີປະສົບການເຮັດວຽກຢູ່ບັນາໂຮງແຮມ 5 ດາວ, ພັດທະຄານໃຫຍ່ຂອງ ມາເລເຊຍ ມາເກືອບ 30 ປີ ອີກດ້ວຍ.  ເມື່ອແບ່ງປັນກ່ຽວກັບຈຸດທີ່ເປັນເອກະລັກຂອງອາຫານການກິນ ມາເລເຊຍ, ພໍ່ຄົວ Azlan Jiri ໃຫຮູວ່າ:

ອາຫານການກິນ ມາເລເຊຍ ສ່ອງແສງໃຫ້ເຫັນຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງບັນດາຊົນເຜົ່າ ແລະ ຄົນລຸ້ນກ່ອນຂອງພວກຂ້າພະເຈົ້າ, ສ່ວນຫຼາຍແມ່ນຊາວ ເກາະມາເລເຊຍ, ຈີນ ແລະ ອິນເດຍ. ສິ່ງດັ່ງກ່າວໄດ້ເຮັດໃຫ້ບັນດາເຍື່ອງອາຫານ ມາເລເຊຍ ມີຄວາມເປັນເອກະລັກສະເພາະຫຼາຍຂຶ້ນ ເມື່ອປະສົມເຂົ້າກັບເຄື່ອງປຸງຂອງເທດຊະນິດຕ່າງໆ. ເຖິງຢ່າງໃດກໍຕາມ, ເຍື່ອງອາຫານ ກາຣີ ຂອງ ມາເລເຊຍ ກັບຂອງ ອິນເດຍ ແມ່ນມີຄວາມແຕກຕ່າງກັນຫຼາຍ, ຫຼື ອາຫານ ຈີນ ຢູ່ ນີ້ ກໍຈະມີລົດຊາດທີ່ຕ່າງກັບອາຫານ ຈີນ ຂອງຊາວ ຈີນ ແທ້ໆ. ພວກຂ້າພະເຈົ້າປະສົມປະສານອາຫານປະເພດຕ່າງໆທີ່ແຕກຕ່າງກັນຢ່າງກົມກຽວ ເພື່ອສ້າງເປັນບັນດາເຍື່ອງອາຫານ ມາເລເຊຍ ທີ່ເປັນເອກະລັກ”.

“Taste of Malaysia” - ນຳ​ເອົາ​ລົດ​ຊາດ ມາ​ເລ​ເຊຍ ມາ​ສູ່​ປະ​ຊາ​ຊົນ​ນະ​ຄອນຫຼວງ - ảnh 1ມີຫຼາຍເຍື່ອງອາຫານທີ່ເປັນເອກະລັກຂອງ ມາເລເຊຍ ໄດ້ນຳມາແນະນຳໃນເຫດການດັ່ງກ່າວ

ດ້ວຍຈຸດປະສົບນຳເອົາການສຳຜັດທີ່ດີທີ່ສຸດມາໃຫ້ແຂກຄົນ, ລາຍການອາຫານໃນເຫດການນີ້ ໄດ້ຮັບການຄັດເລືອກຢ່າງລະອຽດທີ່ສຸດ. ແຂກມີໂອກາດໄດ້ຊິມບັນດາເຍື່ອງອາຫານທີ່ເປັນເອກະລັກຂອງຊາດ ມາເລເຊຍ. ບັນດາເຍື່ອງອາຫານ ລ້ວນແລ້ວແຕ່ໄດ້ຮັບການກະກຽມ, ຈັດມາຢ່າງງາມຕາ, ນຳເອົາລົດຊາດດັ້ງເດີມຂອງອາຫານ ມາເລເຊຍ ທີ່ມີຄວາມກົມກຽວລະຫວ່າງ ລົດຫວານ, ລົດເຄັມ, ລົດເຜັດ ແລະ ລົດນົວຈາກຊີ້ນ ມາໃຫ້ແຂກ ຫວຽດນາມ.

ຂ້າພະເຈົ້າ ມີໂອກາດໄດ້ມີໂອກາດຊິມອາຫານ ມາເລເຊຍ ຫຼາຍເຍື່ອງແລ້ວ ໃນໄລຍະທີ່ຂ້າເຈົ້າຮ່ຳຮຽນ ແລະ ເຮັດວຽກຢູ່ ມາເລເຊຍ. ອາຫານ ມາເລເຊຍ ມີຄວາມຫຼາກຫຼາຍ, ຂ້າພະເຈົ້າມັກລົດຊາດ ກາຣີ ຂອງ ມາເລເຊຍ ຫຼາຍກວ່າ. ອາຫານຂອງ ມາເລເຊຍ ກໍມີຫຼາຍສານຫານອີກດ້ວຍ”.

ເມື່ອກ່ອນ, ຂ້າພະເຈົ້າ ເຄີຍຕິດຕາມບັນດາຄຼິວິດີໂອ ກ່ຽວກັບການທ່ອງທ່ຽວ ມາເລເຊຍ ໃນ youtube ແລະ Tiktok, ຂ້າພະເຈົ້າເຫັນວ່າ ອາຫານ ມາເລເຊຍ ເປັນຕາແຊບ ແລະ ຢາກຊິມ. ໂຊກດີທີ່ໄດ້ມານີ້ ໄດ້ຊິມບັນດາເຍື່ອງອາຫານ ມາເລເຊຍ ຢູ່ ຮ່າໂນ້ຍ ເລີຍ. ຂ້າພະເຈົ້າ ມັກເຍື່ອງ ກາຣີ ແລະ ອາຫານ Nasi Lemak ທີ່ສຸດ. ບັນດາເຍື່ອງອາຫານຂອງ ມາເລເຊຍ ມີລົດຊາດກົມຽວ, ເຜັດໜ້ອຍໜຶ່ງ ແຕ່ຂ້າພະເຈົ້າມັກຫຼາຍ.”

“Taste of Malaysia” - ນຳ​ເອົາ​ລົດ​ຊາດ ມາ​ເລ​ເຊຍ ມາ​ສູ່​ປະ​ຊາ​ຊົນ​ນະ​ຄອນຫຼວງ - ảnh 2ຫຼາຍວາດຟ້ອນທີ່ເປັນເອກະລັກຂອງ ມາເລເຊຍ ກໍໄດ້ນຳມາສະແດງໃນເຫດການນີ້ 
ບໍ່ພຽງແຕ່ ໄດ້ຊິມບັນດາເຍື່ອງອາຫານທີ່ແຊບນົວ, ມີລົດຊາດເປັນເອກະລັກເທົ່ານັ້ນ, ແຂກຜູ້ເຂົ້າຮ່ວມເຫດການນີ້ ຍັງໄດ້ຊົມບັນດາລາຍການສະແດງສິລະປະ, ວາດຟ້ອນທີ່ເປັນມູນເຊື້ອຜ່ານການສະແດງຂອງນັກສິລະປິນມາຈາກ Perak, ມາເລເຊຍ, ພ້ອມດ້ວຍງານວາງສະແດງ Batik ມາເລເຊຍ, ເພີດເພີນກັບເຂດອາຫານ - ວັດທະນະທຳ ທີ່ເຕັມໄປດ້ວຍສີສັນຢ່າງຮອບດ້ານ, ອັນໄດ້ຊ່ວຍໃຫ້ປະຊາຊົນ ຫວຽດນາມ ມີຄວາມໃກ້ຊິດ ແລະ ຮັກວັດທະນະທຳ ມາເລເຊຍ ຫຼາຍຂຶ້ນອີກ, ນັ້ນກໍແມ່ນເປົ້າໝາຍໃຫຍ່ທີ່ສຸດ ເຊິ່ງເຫດການ “Taste of Malaysia” ຢາກມຸ່ງໄປເຖິງ - ຄືດັ່ງຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ມາເລເຊ ປະຈຳ ຫວຽດນາມ, Dato’ Tan Yang Thai:

ເຫດການດັ່ງກ່າວ ບໍ່ພຽງແຕ່ແມ່ນໂອກາດເພື່ອແນະນຳອາຫານເທົ່ານັ້ນ, ຫາກຍັງແມ່ນໂອກາດສ້າງສາຍສຳພັນລະຫວ່າງຄົນກັບຄົນ, ພ້ອມກັນເລົ່າບັນດາເລື່ອງລາວ ແລະ ສ້າອະນຸສອນອັນດີງາມຫຼາຍຢ່າງສູ່ກັນຟັງ. ຜ່ານເຫການນີ້, ພວກຂ້າພະເຈົ້າມີຄວາມປາດຖະໜາຢາກຊຸຍູການແລກປ່ຽນວັດທະນະທຳຫຼາຍກວ່າກ່ຽວກັບຄຸນຄ່າມູນເຊື້ອຂອງ ມາເລເຊຍ. ນີ້ກໍແມ່ນໂອກາດເພື່ອເພີ່ມທະວີສາຍພົວພັນທາງດ້ານວັດທະນະທຳ ແລະ ການທູດລະຫວ່າງ ມາເລເຊຍ ແລະ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ