ຫວຽດ​ນາມ ເຂ​ົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ

(VOVWORLD) - ວັນທີ 25 ກັນຍາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ (ADSOM) ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ. ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນຫົວໜ້າຄະນະ, ເຂົ້າຮ່ວມກອງປະຊຸມ.
ຫວຽດ​ນາມ ເຂ​ົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ - ảnh 1ກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ (ພາບ: VOV)

ກອງປະຊຸມໄດ້ຮັບຟັງບົດລາຍງານໝາກຜົນກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ (ADSOM WG), ກອງປະຊຸມປະຈຳປີ ເຄືອຂ່າຍສະຖາບັນຄົ້ນຄວ້າປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ອາຊຽນ ຄັ້ງທີ 17 (NADI – 17) ແລະ ກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດ ອາຊຽນ ຄັ້ງທີ 21 (ACDFM-21); ອັດເດດຄວາມຄືບໜ້າ ແລະ ຕີລາຄາການຮ່ວມມືດ້ານປ້ອງກັນຊາດ ອາຊຽນ…

        ປັດຈຸບັນ, ຫວຽດນາມ ພວມຮັບຜິດຊອບຂໍ້ລິເລີ່ມຈັດທຸງ ອາຊຽນ ຢູ່ທາງຂ້າງທຸງຊາດ ຢູ່ກົມກອງກອງທັບຂອງບັນດາປະເທດສະມາຊິກ ອາຊຽນ ທີ່ເຂົ້າຮ່ວມການຮັກສາສັນຕິພາບຂອງ ສປຊ. ເດືອນ ພຶດສະພາ 2023, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາຜັນຂະຫຍາຍເອກະສານແນະນຳການປະຕິບັດຂໍ້ລິເລີ່ມນີ້.

        ກ່ຽວກັບຂໍ້ລິເລີ່ມປະຊາຄົມນັກສືບສອດແນມການທະຫານ, ກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (AMIC) ໂດຍ ຫວຽດນາມ ສະເໜີ ໄດ້ຮັບການຮັບຮອງເອົາໃນກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດ ອາຊຽນ (ACDFM), ກ່າວຄຳເຫັນໃນກອງປະຊຸມ, ທ່ານພົນໂທ ຮວ່າງຊັວນຈຽນ ໃຫ້ຮູ້ວ່າ ຫວຽດນາມ ຈະຈັດກອງປະຊຸມການນຳປະຊາຄົມນັກສືດສອດແນມການທະຫານ, ກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 2 ຢູ່ ຮ່າໂນ້ຍ ໃນເດືອນພະຈິກ ຈະມາເຖິງ ເພື່ອຜັນຂະຫຍາຍຂໍ້ລິເລີ່ມດັ່ງກ່າວຢ່າງລະອຽດ; ພ້ອມທັງປາດຖະໜາວ່າ ບັນດາປະເທດ ອາຊຽນ ຈະໃຫ້ການສະໜັບສະໜູນເຂົ້າຮ່ວມກອງປະຊຸມຄັ້ງນີ້.

ເຈິ່ນຕວັນ + ໂຮ່ຫາຍ, ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ