ກົມ​ສຳ​ເນົາ​ເອ​ກະ​ສານ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າຍືນ​ຍົງ​ຂອງ​ສອງ​ຊາດ

(VOVWORLD) - ນັບແຕ່ຊຸມປີ 90, ຫວຽດນາມ ໄດ້ສົ່ງນັກຊ່ຽຊານໄປຊ່ວຍເຫຼືອລາວ ກໍ່ສ້າງຂະແໜງສຳເນົາເອກະສານເປັນປະຈຳ. ມາຮອດປັດຈຸບັນນີ້ກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ແລະ ກົມເອກະສານແຫ່ງຊາດລາວ ຍັງສືບຕໍ່ຮັກສາມູນເຊື້ອອັນດີງາມນັ້ນ ແລະເພີ່ມທະວີຢ່າບໍ່ຢຸດຢັ້ງ. ທັງສອງຝ່າຍພ້ອມກັນມຸ່ງໄປເຖິງເປົ້າໝາຍລວມນັ້ນແມ່ນຮັກສາ ແລະ ສ້າງໂອກາດເພື່ອໃຫ້ມະຫາຊົນເຂົ້າເຖິງບັນດາເອກະສານທີ່ໄດ້ຮັກສາໄວ້ ເພື່ອເສີມຂະຫຍາຍບັນດາຄຸນຄ່າອັນຍືນຍົງຂອງຊາດຂອງນ້ຳໃຈສາມັກຄີມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ - ລາວ.
 
ນັ້ນແມ່ນຄຳແບ່ງປັນຂອງ ທ່ານນາງ ສາຍໄໝ ອິນທະວົງ - ຫົວໜ້າພະແນກເກັບກຳເອກະສານເປັນສຳເນົາ, ກົມເອກະສານແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີແຫ່ງ ສປປ.ລາວ. ທ່ານນາງ ສາຍໄໝ ເຄີຍເຂົ້າຮ່ວມຫຼາຍຊຸດຝຶກອົບຮົມບຳລຸງສ້າງພະນັກງານ ໂດຍກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ຈັດຂຶ້ນ. ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຄັ້ງນີ້ (ແຕ່ວັນທີ 15 – 19 ກັນຍາ 2025), ທ່ານນາງ ສາຍໄໝ ພ້ອມດ້ວຍບັນດາສະມາຊິກໃນຄະນະຜູ້ແທນກົມເອກະສານແຫ່ງຊາດລາວ ໄດ້ໄປທັດສະນະສຶກສາ, ທາບທາມໄດ້ຫຼາຍບົດຮຽນປະສົບການໃໝ່.
 
 
ກົມ​ສຳ​ເນົາ​ເອ​ກະ​ສານ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າຍືນ​ຍົງ​ຂອງ​ສອງ​ຊາດ - ảnh 1ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມື ໃນຂົງເຂດສຳເນົາເອກະສານ ໄລຍະ 2026 – 2027
ສອງປີເທື່ອໜຶ່ງ, ສອງຝ່າຍໄດ້ຜັດປ່ຽນກັນຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມືໃຫ້ແກ່ແຕ່ລະໄລຍະ. ບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມືໃນຂົງເຂດສຳເນົາເອກະສານ ໄລຍະ 2026 – 2027 ຫາກໍດຳເນີນຢູ່ ຮ່າໂນ້ຍ (ວັນທີ 17 ກັນຍາ) ສືບຕໍ່ເປີດໂອກາດຮ່ວມມືທີ່ມີຫົວຄິດປະດິດຄິດສ້າງ ແລະ ແທດຈິງ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ດັ້ງແທັງຕຸ່ງ, ຫົວໜ້າກົມເອກະສານ ແລະ ສຳເນົາແຫ່ງລັດ, ກະຊວງພາຍໃນ ຫວຽດນາມ ໃຫ້ຮູ້ວ່າ:

“ເນື້ອໃນຈຸດສຸມຂອງແຜນການຮ່ວມມືໄລຍະນີ້ແມ່ນເສີມຂະຫຍາຍຄຸນຄ່າເອກະສານ ແລະ ຊ່ວຍເຫຼືອລາວຫັນເປັນດີຈີຕອນ. ອົງການສຳເນົາເອກະສານ ຫວຽດນາມ ຈະສະເໜີຕໍ່ຂັ້ທີ່ມີສິດອຳນາດສະຫງວນງົບປະມານເພື່ອບຳລຸງກໍ່ສ້າງຊັບພະຍາກອນມະນຸດກ່ຽວກັບການຮັກສາເອກະສານເປັນສຳເນົາແບບເອເລັກໂຕນິກໃຫ້ແກ່ລາວ ເພື່ອກະກຽມແຫຼ່ກຳລັງໃຫ້ແກ່ການພັດທະນາໃໝ່. ໄປຄຽງຄູ່ກັນນັ້ນອົງການສຳເນົາເອກະສານ ຫວຽດນາມ ກໍຈະຊ່ວຍເຫຼືອລາວສ້າງຍຸດທະສາດຫັນການຮັກສາເອກະສານເປັນສຳເນົາແບບເກົ່າມາເປັນການຮັກສາເອກະສານເປັນສຳເນົາແບບເອເລັກໂຕນິກ”.

ກົມ​ສຳ​ເນົາ​ເອ​ກະ​ສານ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າຍືນ​ຍົງ​ຂອງ​ສອງ​ຊາດ - ảnh 2ທ່ານ ດັ້ງແທັງຕຸ່ງ, ຫົວໜ້າກົມເອກະສານ ແລະ ສຳເນົາແຫ່ງລັດ, ກະຊວງພາຍໃນ ຫວຽດນາມ

ບໍ່ພຽງແຕ່ຄືແນວນັ້ນ, ສອງຝ່າຍຍັງວາງອອກຫຼາຍກິດຈະກຳດ້ວຍຫຼາຍຮູບການຜ່ານເອກະສານທີ່ໄດ້ຮັກສາເປັນສຳເນົາ ເພື່ອແນໃສ່ຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ, ປຸກລຸກນ້ຳໃຈຮັກຊາດ ຮັກບ້ານເກີດເມືອງ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນບໍລິສຸດຜຸດຜ່ອງ ຫວຽດນາມ - ລາວ ໃຫ້ໝັ້ນຄົງ. ທ່ານ ດັ້ງແທັງຕຸ່ງ ຫົວໜ້າກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ເນັ້ນໜັກຕື່ມອີກວ່າ:

“ເອກະສານທີ່ກ່ຽວຂ້ອງເຖິງສາຍພົວພັນສອງປະເທດແມ່ນແຫຼ່ງເອກະສານທີ່ລ້ຳຄ່າ ຕ້ອງໄດ້ຮັບການເກັບຮັກສາຕະຫຼອດການ. ເລື່ອງເກັບກຳເອກສານທີ່ກ່ຽວຂ້ອງເຖິງທະຫານອາສາສະໝັກ ຫວຽດນາມ ພ້ອມກັບທະຫານປະເທດລາວ ຕ້ານຈັກກະພັດ ອາເມລິການັ້ນ ພວມແມ່ນບຸລິມະສິດແຖວໜ້າໃນໄລຍະຈະມາເຖິງ ເພື່ອເກັບກຳຮັກສາໄວ້ຢ່າງທັນການ ກ່ອນທີ່ຈະຖືກສູນຫາຍໄປ. ໃນປີ 2025, ຫວຽດນາມ ຈະໜູນຊ່ວຍລາວພິມຈຳໜ່າຍບັນດາສື່ສິ່ງພິມກ່ຽວກັບສາຍພົວພັນແບບພິເສດ ຫວຽດນາມ - ລາວກ່ຽວກັບເອກະສານທີ່ມີຄຸນຄ່າພິເສດຂອງລາວ... ສະບັບພາສາລາວ. ໂດຍແມ່ນປະເທດສະມາຊິກທີ່ຕັ້ງໜ້າຂອງສະພາສຳເນົາເອກະສານໂລກຫວຽດນາມ ຈະຊ່ວຍລາວ ຜັນຂະຫຍາຍການເສີມຂະຫຍາຍຄຸນຄ່າຂອງເອກະສານຢ່າງແຮງ ໂດຍຜ່ານການຈັດງານວາງສະແດງໂດຍກົງແບບທາງໄກງານວາງສະແດງ 3D, ເຕັກໂນໂລຢີ VCAR...”

ກົມ​ສຳ​ເນົາ​ເອ​ກະ​ສານ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າຍືນ​ຍົງ​ຂອງ​ສອງ​ຊາດ - ảnh 3ທ່ານ ບຸນຍົງ ສີສຸພັນ ຫົວໜ້າກົມເອກະສານແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາວ

ທ່ານ ບຸນຍົງ ສີສຸພັນ ຫົວໜ້າກົມເອກະສານແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາວ ກໍຖືວ່າ ໃນສັງກາດດີຈີຕອນ, ຂະແໜງສຳເນົາເອກະສານຢູ່ບໍ່ວ່າປະເທດໃດໃນໂລກ, ລວມທັງ ຫວຽດນາມ ແລະ ລາວ ກໍຕ້ອງມີການປ່ຽນແປງໃໝ່, ຫັນເປັນທັນສະໄໝ, ເພື່ອໃຫ້ຄວາມຊົງຈຳສາມາດຮ່ວມເດີນທາງພ້ອມກັບຍຸກປັດຈຸບັນ ແລະ ອະນາຄົດ. ເພາະສະນັ້ນ, ບັນດາກິດຈະກຳຮ່ວມມືໃນໄລຍະຈະມາເຖິງ ແມ່ນມີຄວາມໝາຍສຳຄັນທີ່ສຸດ.

 
  ການສຳເນົາເອກະສານ ບໍ່ພຽງແຕ່ແມ່ນວິຊາການບໍລິຫານເທົ່ານັ້ນ, ຫາກຍັງເປັນລູກກຸນແຈເປີດສາງແຫ່ງຄວາມຊົງຈຳດ້ານປະຫວັດສາດຂອງແຕ່ລະຊາດອີກດ້ວຍ. ຢູ່ ຫວຽດນາມ ແລະ ລາວ, ເອກະສານອັນລ້ຳຄ່າແຕ່ລະໜ້ານັ້ນ ບໍ່ພຽງແຕ່ເປັນພະຍານຫຼັກຖານປະຫວັດສາດ ທີ່ບັນທຶກວິວັດທະນາການແຫ່ງການພັດທະນາຂອງແຕ່ປະເທດໄວ້ເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງແຮງດ້ານຈິດໃຈ, ຊ່ວຍໃຫ້ຄົນລຸ້ນປັດຈຸບັນ ແລະ ຄົນລຸ້ນຫຼັງສາມາດເຂົ້າໃຈ, ມີຄວາມຮັກ ແລະ ສືບທອດມູນເຊື້ອຂອງແຕ່ລະປະເທດ ເວົ້າສະເພາະ ແລະ ສາຍພົວພັນອັນດີງາມ ຫວຽດນາມ - ລາວ ເວົ້າລວມ ໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ./.

ຕອບກັບ

ຂ່າວ/ບົດ​ອື່ນ