ການຮ່ວມມືດ້ານການສຶກສາ ຫວຽດນາມ - ອິນໂດເນເຊຍ: ພື້ນຖານຄວາມໝັ້ນຄົງໃຫ້ແກ່ການພັດທະນາ ແລະ ຄວາມເຂົ້າໃຈ

(VOVWORLD) -  ນອກຈາກການຮ່ວມມືລະຫວ່າງບັນດາຮາກຖານບຳລຸງສ້າງດ້ານພາສາ ແລະ ວັດທະນະທຳ, ມີມະຫາວິທະຍາໄລຂອງ ຫວຽດນາມ ແລະ ອິນໂດເນເຊຍ ຫຼາຍແຫ່ງ ກໍ່ໄດ້ສ້າງຕັ້ງການພົວພັນ ແລະ ເຊັນໃນຂໍ້ຕົກລົງຮ່ວມມື
ການຮ່ວມມືດ້ານການສຶກສາ ຫວຽດນາມ - ອິນໂດເນເຊຍ: ພື້ນຖານຄວາມໝັ້ນຄົງໃຫ້ແກ່ການພັດທະນາ ແລະ ຄວາມເຂົ້າໃຈ - ảnh 1(ທີ່ການໂອ້ລົມດ້ານການຄ້າ)

        ໃນໄລຍະເກືອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນມິດຕະພາບ ຫວຽດນາມ - ອິນໂດເນເຊຍ, ການຮ່ວມມືດ້ານການສຶກສາໄດ້ ແລະ ພວມກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນ ເພື່ອຊຸກຍູ້ການພັດທະນາແບບຍືນຍົງ ແລະ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງ 2 ປະເທດ. ບັນດາຫ້ອງຮຽນພາສາ, ການແລກປ່ຽນນັກສຶກສາ ແລະ ບັນດາຊຸດບຳລຸງສ້າງຄວາມຫຼາກຫຼາຍທາງວັດທະນະທຳ ພວມປະກອບສ່ວນສ້າງຄວາມເຂົ້າໃຈ ແລະ ການເຊື່ອມຕໍ່ລະຫວ່າງລຸ້ນໜຸ່ມຂອງ 2 ປະເທດ.

        ໃນວັນອັງຄານແຕ່ລະອາທິດ, ຄູ ວັນກິມຮ່ວາງຮ່າ ໄດ້ຂຶ້ນຫ້ອງສອນພາສາ ອິນໂດເນເຊຍ ສະເພາະຂະແໜງແປພາສາໃຫ້ແກ່ບັນດານັກສຶກສາປີທີ 3, ໜ່ວຍວິຊາ ອິນໂດເນເຊຍ, ມະຫາວິທະຍາໄລວິທະຍາສາດ, ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ. ນີ້ແມ່ນໜຶ່ງໃນຈຳນວນ 3 ໂຮງຮຽນທີ່ສອນພາສາ ອິນໂດເນເຊຍ ຢູ່ ຫວຽດນາມ, ພ້ອມກັບມະຫາວິທະຍາໄລເປີດນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລວິທະຍາສາດ, ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ. ສິ່ງດັ່ງກ່າວຊີ້ໃຫ້ເຫັນສັນຍານອັນຕັ້ງໜ້າ, ຄວາມເອົາໃຈໃສ່ທີ່ມີມາແຕ່ດົນນານຕໍ່ການເພີ່ມທະວີຄວາມເຂົ້າອົກເຂົ້າໃຈດ້ານວັດທະນະທຳ, ພາສາ ແລະ ສັງຄົມ ອິນໂດເນເຊຍ.

        ທ່ານປະລິນຍາເອກ ນາງ ເຈິ່ນທິແທັງ, ຫົວໜ້າຂະແໜງອາຊີຕາເວັນອອກສ່ຽງໃຕ້ວິທະຍາ, ພະແນກຕາເວັນອອກວິທະຍາ, ມະຫາວິທະຍາໄລວິທະຍາສາດ, ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍຈາກສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ, ຈັດສົ່ງຄູອາຈານ ອິນໂດເນເຊຍ ມາສິດສອນ ແລະ ສ້າງຕັ້ງການພົວພັນ ຜ່ານການເຊັນໃນບົດບັນທຶກຊ່ວຍຈຳ ກັບມະຫາວິທະຍາໄລຈຳນວນໜຶ່ງຢູ່ ອິນໂດເນເຊຍ. ຂ້າພະເຈົ້າຫວັງວ່າ, ໃນອະນາຄົດຈະມີນັກສຶກສາສົນໃຈເຖິງການຮຽນພາສາ ແລະ ວັດທະນະທຳຂອງ ອິນໂດເນເຊຍ ຫຼາຍກວ່າອີກ. ດ້ວຍວິທີດັ່ງກ່າວ, ຄວາມເຂົ້າໃຈຂອງລຸ້ນໜຸ່ມກ່ຽວກັບ ອິນໂດເນເຊຍ ຈະໄດ້ຮັບການຍົກສູງຂຶ້ນ ແລະ ສາມາດປະກອບສ່ວນປັບປຸງການພົວພັນດ້ານວັດທະນະທຳ ແລະ ການຄ້າລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ”.

        ກົງກັນຂ້າມ, ອິນໂດເນເຊຍ ກໍ່ຕ້ອນຮັບນັກສຶກສາ ຫວຽດນາມ ມາຮ່ຳຮຽນ ຜ່ານບັນດາໂຄງການທຶນການສຶກສາຄື Darmasiswa. ແຕ່ລະປີ, ມີ 20 ທຶນສະຫງວນໃຫ້ແກ່ນັກສຶກສາ ຫວຽດນາມ ທີ່ຮຽນພາສາ, ວັດທະນະທຳ ແລະ ສິລະປະຂອງ ອິນໂດເນເຊຍ. ນາງ ຫງວຽນທິກ່ຽວ, ນັກສຶກສາປີທີ 3, ພະແນກຕາເວັນອອກວິທະຍາ, ມະຫາວິທະຍາໄລວິທະຍາສາດ, ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ທ້າວ ຮ່າວັນເລີ້ຍ, ຜູ້ນຳທ່ຽວ ແບ່ງປັນເມື່ອໄດ້ເຂົ້າຮ່ວມຊຸດຮຽນ BIPA (ໂຄງການສອນພາສາ ອິນໂດເນເຊຍ ໃຫ້ແກ່ຄົນຕ່າງປະເທດ) ວ່າ:

        “ນ້ອງເອງຮູ້ສຶກໂຊກດີທີ່ໄດ້ຮຽນພາສາ ອິນໂດເນເຊຍ. ຜ່ານການຮຽນພາສານັ້ນ, ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ປະເທດເກາະຫຼາຍຂຶ້ນ, ໄດ້ເຊືື່ອມຕໍ່, ພົບປະແລກປ່ຽນກັບເພື່ອນ ອິນໂດເນເຊຍ ຫຼາຍຄົນ. ຍ້ອນມີພື້ນຖານພາສາ ອິນໂດເນເຊຍ, ປະຈຸບັນ, ເຖິງວ່າຍັງເປັນນັກສຶກສາຢູ່ ແຕ່ຂ້າພະເຈົ້າກໍ່ຫາວຽກເຮັດເພີ່ມທີ່ນຳໃຊ້ພາສາ ອິນໂດເນເຊຍ ໄດ້”.

        “ເພື່ອນຂ້າພະເຈົ້າໄດ້ແນະນຳກ່ຽວກັບຊຸດຮຽນ BIPA ຢູ່ສະຖານທູດ ອິນໂດເນເຊຍ. ຄູສອນເປັນຊາວ ອິນໂດເນເຊຍ, ສະນັ້ນ, ໄດ້ຊ່ວຍໃຫ້ຂ້າພະເຈົ້າປັບປຸງພາສາ ອິນໂດເນເຊຍ ຂອງຕົນໃຫ້ດີຂຶ້ນຫຼາຍ, ຈາກນັ້ນ, ກໍຮັບໃຊ້ວຽກງານເປັນຜູ້ນຳທ່ຽວຂອງຂ້າພະເຈົ້າໄດ້ເປັນຢ່າງດີກວ່າ”.

        ນອກຈາກການຮ່ວມມືລະຫວ່າງບັນດາຮາກຖານບຳລຸງສ້າງດ້ານພາສາ ແລະ ວັດທະນະທຳ, ມີມະຫາວິທະຍາໄລຂອງ ຫວຽດນາມ ແລະ ອິນໂດເນເຊຍ ຫຼາຍແຫ່ງ ກໍ່ໄດ້ສ້າງຕັ້ງການພົວພັນ ແລະ ເຊັນໃນຂໍ້ຕົກລົງຮ່ວມມື. ຕາມຕົວເລກຂອງສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ແລ້ວ, ແຕ່ປີ 2018 ມາຮອດປະຈຸບັນ, ຢ່າງໜ້ອຍສຸດມີຂໍ້ຕົກລົງຮ່ວມມື 24 ສະບັບໄດ້ລົງນາມລະຫວ່າງບັນດາມະຫາວິທະຍາໄລຢູ່ ຫວຽດນາມ ແລະ ອິນໂດເນເຊຍ.

        ຄວາມສາມາດບົ່ມຊ້ອນດ້ານການສຶກສາບຳລຸງສ້າງລະຫວ່າງ 2 ປະເທດໄດ້ຮັບການຕີລາຄາສູງຈາກສະຖານທູດ ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi, ເນັ້ນໜັກວ່າ:

        “ລັດຖະບານ 2 ປະເທດ ຍາມໃດກໍ່ໄດ້ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືດ້ານການສຶກສາ. ເຖິງຢ່າງໃດກໍ່ຕາມ, ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຍັງບໍ່ທັນໄດ້ຂຸດຄົ້ນເທື່ອ. ດ້ວຍມະຫາວິທະຍາໄລກວ່າ 1.000 ແຫ່ງຢູ່ ຫວຽດນາມ ແລະ ກວ່າ 4.000 ແຫ່ງຢູ່ ອິນໂດເນເຊຍ, ໂອກາດຮ່ວມມືດ້ານການສຶກສາຍັງເປີດ ແລະ ກວ້າງຢູ່”.

        ໃນຂະນະນັ້ນ, ທ່ານຮອງສາດສະດາຈານ, ປະລິນຍາເອກ ຟາມວັນຖຸຍ, ຫົວໜ້າໜ່ວຍວິຊາປະຫວັດສາດທົ່ວໂລກ, ພະແນກປະຫວັດສາດ, ມະຫາວິທະຍາໄລວິທະຍາສາດ, ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ໄປຄຽງຄູ່ການແລກປ່ຽນການສຶກສາ ແລະ ຄູອາຈານ, ບັນດາມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຢູ່ 2 ປະເທດຕ້ອງສ້າງບັນດາຫຼັກສຸດໂດຍສຸມໃສ່ຂົງເຂດຫາກໍ່ພົ້ນເດັ່ນ, ຕົວຢ່າງຄື: ເຕັກໂນໂຊລີ, ນະວັດຕະກຳ ແລະ startup, ການປ່ຽນແປງຂອງດິນຟ້າອາກາດ ຫຼື ພະລັງງານຜະລິດຄືນໃໝ່. ນີ້ຈະແມ່ນທິດກ້າວເດີນຢ່າງແທດຈິງ ເພື່ອໜູນຊ່ວຍການພັດທະນາແບບຍືນຍົງຂອງທັງ 2 ປະເທດ ແລະ ພາກພື້ນ”.

        ການລົງທຶນເຂົ້າການສຶກສາແມ່ນການລົງທຶນໃຫ້ແກ່ອະນາຄົດ. ການຮ່ວມມືແບບຍືນຍົງລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃນມື້ນີ້ຈະແມ່ນເຄື່ອງມືທີ່ລ້ຳຄ່າໃຫ້ແກ່ລຸ້ນໜຸ່ມຂອງ 2 ປະເທດໃນການເດີນທາງສ້າງ ອາຊຽນ ທີ່ສະໜິດຕິດພັນ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ