(VOVWORLD) - ບັນດາຄວາມມານະພະຍາຍາມຂອງປະຊາຄົມຊາວປະມົງ, ການຮ່ວມເດີນທາງຈາກອຳນາດການປົກຄອງ ແລະ ຂະແໜງສິນໃນນ້ຳທ້ອງຖິ່ນ ໄດ້ຊ່ວຍໃຫ້ອາຊີບຂຸດຄົ້ນທີ່ເປັນມູນເຊື້ອຢູ່ເກາະ ສີຊັງ ໄດ້ຮັບການອະນຸລັກຮັກສາ
(ວິທີຂາຍເຄື່ອງຊ່ວຍໃຫ້ຜົວເມຍເອື້ອຍ ສຸນີ ມີແຫຼ່ງລາຍຮັບເປັນປົກກະຕິກວ່າ) |
ໃນຊຸມປີມໍ່ໆມານີ້, ເຂດຫາປາຖືກຮັດແຄບ ແລະ ແຫຼ່ງລາຍໄດ້ຈາກສິນທະເລກໍ່ຫຼຸດລົງ, ຜູ້ອອກແຮງງານອາຊີບທາງທະເລກໍ່ຄ່ອຍໆຫຼຸດລົງ ໄດ້ສົ່ງຜົນສະທ້ອນເຖິງອາຊີບຂຸດຄົ້ນທີ່ເປັນມູນເຊື້ອຂອງປະຊາຄົມຊາວປະມົງຢູ່ເຂດເກາະ ສີຊັງ (ແຂວງ ຊົນບູຣີ, ປະເທດ ໄທ) ເພື່ອປົວແປງການຫາເງິນລ້ຽງຊີບ, ປະຊາຄົມຊາວປະມົງຢູ່ທີ່ນີ້ໄດ້ປ່ຽນແປງໃໝ່ວິທີການເຮັດ ເພື່ອທັງຮັກສາອາຊີບຂຸດຄົ້ນທີ່ເປັນມູນເຊື້ອ ທັງຍົກສູງລາຍຮັບ.
ຜົວເມຍເອື້ອຍ ສຸນີ ເລົາມະນີ, ປະຊາຊົນຢູ່ເກາະ ສີຊັງ, ແຂວງ ຊົນບູຣີ ໄດ້ຕິດພັນກັບອາຊີບອອກທະເລເປັນເວລາຫຼາຍປີ. ການເຄື່ອນໄຫວຫາປາໃນຫຼາຍປີມານີ້ປະສົບກັບຄວາມຫຍຸ້ງຍາກ, ການຈຳໜ່າຍກໍ່ຍາກ, ສະນັ້ນ, ເອື້ອຍ ສຸນີ ເລົາມາລີ ໄດ້ຊອກຮູ້ການຂາຍເຄື່ອງຜ່ານສື່ສັງຄົມ.
(ເອື້ອຍ ສຸນີ ເລົາມະນີ)
ບັນດາປະເພດສິນທະເລຂອງຜົວເມຍເອື້ອຍ ສຸນີ ເລົາມະນີ ແມ່ນຈັບຫາໄດ້ໃນມື້, ສະນັ້ນແມ່ນສົດທີ່ສຸດ. ໂດຍອີງຕາມກະແສນ້ຳ, ປະລິມານສິນທະເລທີ່ຫາໄດ້ສະເລ່ຍແຕ່ 30 – 40 ກີໂລກຣາມ. ຖ້າສະດວກ, ປະລິມານສິນທະເລອາດຈະຂຶ້ນເຖິງ 50 – 60 ກີໂລກຣາມ. ຜົວເມຍເອື້ອຍ ສຸນີ ໄດ້ຈັບຫາປາສະລະ, ປາອິນຊີ ແລະ ປາກຸເລົາ. ກໍ່ຍ້ອນຂາຍຜ່ານທາງສື່ສັງຄົມອອນລາຍ, ສະນັ້ນ ຜົວເມຍເອື້ອຍ ສຸນີ ເອົາໃຈໃສ່ຕໍ່ຄຸນນະພາບ ແລະ ເລື່ອງຮັບປະກັນຫຼັກອະນາໄມດ້ານສະບຽງອາຫານທີ່ສຸດ. ນອກນັ້ນ, ເອື້ອຍ ສຸນີ ຍັງຊອກຮູ້, ຮໍ່າຮຽນກ່ຽວກັບການປຸງແຕ່ງຕື່ມອີກ ເພື່ອສາມາດແຕ່ງອາຫານຈາກແຫຼ່ງສິນທະເລທີ່ຂຸດຄົ້ນມາໄດ້ຫຼາຍເຍື່ອງກວ່າອີກ. ວິທີຂາຍເຄື່ອງຄືແນວນັ້ນໄດ້ຊ່ວຍໃຫ້ຜົວເມຍເອື້ອຍ ສຸນີ ມີແຫຼ່ງລາຍຮັບເປັນປົກກະຕິກວ່າ ເພື່ອຮັກສາອາຊີບທີ່ເປັນມູນເຊື້ອ, ປົວແປງການຫາເງິນລ້ຽງຊີບ ແລະ ໃຫ້ລູກໄປຮ່ຳຮຽນ.
(ເອື້ອຍ ສຸນີ ເລົາມະນີ)
3 ໂມງປາຍ ຮຸ່ງເຊົ້າ, ເມື່ອປະຊາຊົນຢູ່ເຂດເກາະ ສີຊັງ ພວມນອນຢູ່, ທ່ານນາງ ພະນົມວັນ ປຸນທະວີກີຕິການ ກໍ່ເລີ່ມການເກັບຊື້ສິນທະເລຢູ່ທ່າກຳປັ່ນຂາຍປາແລ້ວ. ພາຍຫຼັງທີ່ຊື້ປາມຶກມາ, ທ່ານນາງ ພະນົມວັນ ຈະໃຫ້ນຳໄປປຸງແຕ່ງແລ້ວກໍ່ເອົາໄປຕາກແດດ ກ່ອນທີ່ຈະຫໍ່ໃສ່ຖົງ. ວຽກງານນີ້ໄດ້ຊ່ວຍປະຊາຊົນຢູ່ເຂດເກາະມີແຫຼ່ງລາຍຮັບເປັນປົກກະຕິໃນການດຳລົງຊີວິດ.
(ທ່ານນາງ ພະນົມວັນ ປຸນທະວີກີຕິການ)
ໂດຍເປັນຜູ້ມີອາຍຸສູງແລ້ວ ແລະ ບໍ່ເກັ່ງດ້ານເຕັກໂນໂລຊີ ແລະ ສະມາດໂຟນ, ແຕ່ຜ່ານການໜູນຊ່ວຍຂອງພະນັກງານພະແນກປະຊາສຳພັນແຂວງ ຊົນບູຣີ ແນະນຳ ແລະ ຖ່າຍຄຼິບໂຄສະນາຜະລິດຕະພັນປາມຶກແດດດຽວ ໄດ້ຊ່ວຍໃຫ້ທ່ານປ່ຽນແປງໃໝ່ວິທີໂຄສະນາໃຫ້ກວ້າງຂວາງ ແລະ ມີປະສິດທິຜົນກວ່າ. ຈາກນັ້ນ, ກໍ່ໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວຕື່ມອີກ.
ບັນດາຄວາມມານະພະຍາຍາມຂອງປະຊາຄົມຊາວປະມົງ, ການຮ່ວມເດີນທາງຈາກອຳນາດການປົກຄອງ ແລະ ຂະແໜງສິນໃນນ້ຳທ້ອງຖິ່ນ ໄດ້ຊ່ວຍໃຫ້ອາຊີບຂຸດຄົ້ນທີ່ເປັນມູນເຊື້ອຢູ່ເກາະ ສີຊັງ ໄດ້ຮັບການອະນຸລັກຮັກສາ, ຮັກສາການຫາເງິນລ້ຽງຊີບ ແລະ ຍົກສູງລາຍຮັບໃຫ້ແກ່ປະຊາຄົມຊາວປະມົງຢູ່ທ້ອງຖິ່ນ.