(VOVWORLD) - ນັບແຕ່ເມື່ອ ໝູເດ້ງ ມີຊື່ສຽງທາງສື່ສັງຄົມອອນໄລ, ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມຢູ່ສວນສັດເປິດ ເຂົາຂຽວ ໄດ້ເພີ່ມຂຶ້ນຢ່າງແຮງ.
ຫວ່າງມໍ່ໆມານີ້, ຢູ່ ໄທ ພວມປະກົດມີຊື່ທີ່ພິເສດ ສ້າງຄວາມ “ດຶງດູດໃຈທີ່ສຸດ” ທາງສື່ສັງຄົມອອນໄລ: ໝູເດ້ງ. ບໍ່ພຽງແຕ່ດຶງດູດໃຈຊາວ ໄທ ເທົ່ານັ້ນ, ໝູເດ້ງ (ຊື່ຂອງ ຮິບໂປເຕ້ຍໂຕແມ່) ທີ່ມີອາຍຸເກືອບ 1 ປີນີ້ຍັງໄດ້ຮັບການຄັດເລືອກໃຫ້ແມ່ນໜຶ່ງໃນບັນດາ “ສັນຍາລັກ viral ທ່ີສຸດຂອງປີ 2024” ຈາກວາລະສານ Time. ດ້ວຍທີ່ຕັ້ງບົດບາດເປັນ “ດາລາ”, ໝູເດ້ງ ໄດ້ປະກອບສ່ວນດຶງດູດຄວາມສົນໃຈຈາກປະຊາຊົນ ແລະ ແຂກທ່ອງທ່ຽວຈາກທົ່ວທຸກແຫ່ງມາເບິ່ງມາຊົມຢູ່ສວນສັດເປີດ ເຂົາຂຽວ, ແຂວງ ຊົນບູຣີ. ພິເສດ, ຄວາມດັງຂອງ ໝູເດ້ງ ໄດ້ຊ່ວຍໃຫ້ຮິບໂປທີ່ມີຄວາມສ່ຽງສູນພັນໄດ້ຮັບຄວາມສົນໃຈຫຼາຍຂຶ້ນ.
ນັບແຕ່ເມື່ອ ໝູເດ້ງ ມີຊື່ສຽງທາງສື່ສັງຄົມອອນໄລ, ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມຢູ່ສວນສັດເປິດ ເຂົາຂຽວ ໄດ້ເພີ່ມຂຶ້ນຢ່າງແຮງ. ໄລ່ສະເພາະແຕ່ເດືອນ ຕຸລາປີ 2024 ມາຮອດປະຈຸບັນ, ມີແຂກທ່ອງທ່ຽວກວ່າ 1 ລ້ານເທື່ອຄົນໄດ້ມາຢ້ຽມຊົມໂຕຮິບໂປໜ້າຮັກນີ້.
ບໍ່ພຽງແຕ່ຢຸດຢູ່ ໄທ ເທົ່ານັ້ນ, ພາບຖ່າຍຂອງ ໝູເດ້ງ ໄດ້ມີຢູ່ກວ່າ 30 ລາຍການໂທລະພາບຢູ່ພາຍໃນປະເທດ ໄທ ແລະ ຕ່າງປະເທດ, ຈາກ ຍີ່ປຸ່ນ ຕະຫຼອດຮອດ ອາເມລິກາ. ພິເສດ, ຊ່ອງ YouTube "Studio Live" ຂອງສວນສັດດັ່ງກ່າວຍັງຖ່າຍທອດສົດພາບ ໝູເດ້ງ ເປັນເວລາ 24 ຊົ່ວໂມງ/ 7 ວັນອີກດ້ວຍ, ອັນໄດ້ດຶງດູດຜູ້ເຂົ້າມາຊົມນັບພັນເທື່ອຄົນໃນແຕ່ລະມື້. ອ້າຍ ມົງຄົນໄຊ ສັດຍະຣັດ, ພະນັກງານເບິ່ງແຍງດູແລ ໝູເດ້ງ ແລະ ມີຊ່ອງ Tiktok ແບ່ງປັນຮູບພາບຂອງ ໝູເດ້ງ, ແບ່ງປັນວ່າ:
(ອ້າຍ ມົງຄົນໄຊ ສັດຍະຣັດ)
ໂດຍໄດ້ຮັບການສ້າງຂຶ້ນນັບແຕ່ປີ 1978, ສວນສັດເປີດ ເຂົາຂຽວ ບໍ່ພຽງແຕ່ແມ່ນແຫ່ງທັດສະນະ, ບັນເທິງເທົ່ານັ້ນ, ຫາກຍັງແມ່ນສູນອະນຸລັກຮັກສານຳອີກ. ສວນສັດກໍ່ໄດ້ສ້າງແຜນການທັດສະນະຢ້ຽມຢາມຢ່າງຈະແຈ້ງ, ກຳນົດເວລາເຂົ້າຢ້ຽມຊົມ ໝູເດ້ງ ແຕ່ລະຄັ້ງແມ່ນ 5 ນາທີ/ຄັ້ງ ເພື່ອຮັບປະກັນໃຫ້ທຸກຄົນ ລ້ວນແຕ່ມີໂອກາດໄດ້ພົບເຫັນໂຕຮິບໂປທີ່ມີຊື່ສຽງນີ້. ທ່ານ ສຣີສັກ ສຸກຊຸມ, ຜູ້ຊ່ວຍວຽກຫົວໜ້າສວນສັດເປີດ ເຂົາຂຽວ, ໃຫ້ຮູ້ວ່າ:
(ທ່ານ ສຣີສັກ ສຸກຊຸມ)
(ທ່ານ ສຣີສັກ ສຸກຊຸມ, ຜູ້ຊ່ວຍວຽກຫົວໜ້າສວນສັດເປີດ ເຂົາຂຽວ) |
ປະຈຸບັນ, ໃນທົ່ວໂລກມີຮິບໂປພຽງແຕ່ 2.000 ຫາ 2.500 ໂຕເທົ່ານັ້ນ, ແລະ ສະເພາະຢູ່ ເຂົາຂຽວ ມີຮິບໂປ 6 ໂຕ ພວມໄດ້ຮັບການເບິ່ງແຍງດູແລ. ສວນສັດເປີດ ເຂົາຂຽວ ພວມສ້າງແຜນການ ກໍ່ສ້າງ “ບ້ານຮິບໂປ” ເພື່ອແນໃສ່ຈຸດປະສົງຮັບໃຊ້ການສຶກສາ, ອະນຸລັກຮັກສາໄປພ້ອມກັບການທ່ອງທ່ຽວທຳມະຊາດ. ທ່ານ ສຣີສັກ ສຸກຊຸມ, ຜູ້ຊ່ວຍວຽກຫົວໜ້າສວນສັດເປີດ ເຂົາຂຽວ, ໃຫ້ຮູ້ຕື່ມອີກວ່າ:
(ທ່ານ ສຣີສັກ ສຸກຊຸມ)
ໝູເດ້ງ ບໍ່ພຽງແຕ່ແມ່ນດາລາເທົ່ານັ້ນ, ຫາກຍັງແມ່ນທູດໂຕນ້ອຍໆ ແຕ່ມີສານຢ່າງໃຫຍ່ຫຼວງທີ່ວ່າ: ສັດແຕ່ລະປະເພດໃນໂລກນີ້ ລ້ວນແຕ່ຕ້ອງໄດ້ຮັບຄວາມຮັກແພງ, ອະນຸລັກຮັກສາ ແລະ ເຄົາລົບ. ຖ້າມີໂອກາດ, ເຊີນເພື່ອນມາຢ້ຽມຢາມເຂດສວນສັດເປີດ ເຂົາຂຽວ - ແຫ່ງທີ່ ໝູເດ້ງ ພວມລະຫຼິ້ນໃນແຕ່ລະວັນ, ເພື່ອຊົມໂຕຮິບໂປທີ່ໜ້າຮັກທີ່ສຸດຂອງ ໄທ ແລະ ພ້ອມກັນປະກອບສ່ວນປົກປ້ອງ ແລະ ໂຄສະນາກ່ຽວກັບການອະນຸລັກຮັກສາສັດປະເພດນີ້ເດີ./.