ນ້ຳ​ຕົກ​ຕາດກວາງ​ຊີ- ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂາດບໍ່​ໄດ້​ເມື່ອ​ໄປ​ຢ້ຽມ​ຢາມ ຫລວງ​ພະ​ບາງ

 

(vovworld)- ໂດຍ​ຫ່າງ​ຈາກ​ໃຈ​ກາງ ເມືອງ ​ຫລວງ​ພະ​ບາງ​ ​ໄປທາງ​ທິດ​ໃຕ້ ປະ​ມານ 29 ກິ​ໂລ​ແມັດ, ນ້ຳ​ຕົກ​ຕາດ ກວາງ​ຊີ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມ​ທີ່ຂາດບໍ່​ໄດ້​ເມື່ອ​ນັກ​ທ່ອງ​ທ່ຽວໄປຢ້ຽມ​ຢາມ ຫລວງ​ພະ​ບາງ ເວົ້າ​ສະ​ເພາະ ແລະ ປະ​ເທດ​ລາວ​ທີ່​ສວຍ​ງາມ​ເວົ້າ​ລວມ.  ເຂດ​ນ້ຳ​ຕົກ​ຕາດ ກວາງ​ຊີ ກວ້າງກວ່າ 2 ເຮັກ​ຕາ, ຕັ້ງ​ຢູ່​ເຂດ​ປ່າ​ດົງ​ດີບ​ທີ່​ຕຶບ​ຫນາ ດ້ວຍ​ລະ​ບົບ​ພືດທີ່​ອຸ​ດົມ​ສົມ​ບູນ​ພ້ອມ​ກັບ​ອາ​ກາດ​ປອດ​ໂປ່ງ ອັນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ນ້ຳ​ຕົກ​ຕາດກວາງ​ຊີ ເປັນ​ຈຳ​ນວນ​ຫລວງ​ຫລາຍ.ໃນ​ລາຍ​ການ​ຊາຍ​ຄາ​ອາ​ຊຽນ ເຊີນ​ທ່ານ​​ຄົ້ນ​ຫາ​ນ້ຳ​ຕົກ​ຕາດ ກວາງ​ຊ​ີ ພ້ອມ​ກັບ​ຄອບ​ຄົວ​ອ້າຍ​ມີງ, ນັກ​ທ່ອງ​ທ່ຽວ​ຫວຽດ​ນາມຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ ຢ້ຽວ​ຮົ່ງ.

ນ້ຳ​ຕົກ​ຕາດກວາງ​ຊີ- ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂາດບໍ່​ໄດ້​ເມື່ອ​ໄປ​ຢ້ຽມ​ຢາມ ຫລວງ​ພະ​ບາງ - ảnh 1
ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ນ້ຳ​ຕົກ​ຕາດກວາງ​ຊີ​ນັບ​ມື້​ນັບ​ຫລາຍ

        ອ້າຍ ດ​ວ່ານ​ວັນ​ມີງ ອະ​ດີດ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ ແລະ ປະ​ຈຸ​ບັນ​ພວມ​ດຳ​ເນີນ​ທຸ​ລ​ະ​ກິດ ​ຢູ່​ປະ​ເທດ​ລ້ານ​ຊ້າງ ສະ​ນັ້ນ ເມື່ອ​ໄປ​​ເຮັດ​ວຽກຢູ່​ບັນ​ດາ​ແຂວງ, ນະ​ຄອນ ຂອງ​ລາວ, ອ້າຍ​ເຄີຍ​ຍາດ​ເວ​ລາ​ໄປ​ຢ້ຽມ​ຢາມ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສວຍງາມ​ຫລາຍ​ແຫ່ງ​. ຫວ່າງ​ແລ້ວນີ້, ​ເມື່ອ​ມີ​ໂອ​ກາດໄປ​ເຮັດ​ວຽກ​ກັບ​ຄູ່​ຮ່ວມ​ມື​ຢູ່​ເມືອງ​ຫລວງ​ພະ​ບາງ, ອ້າຍ​ໄດ້​ພາ ແມ່ ແລະ ເອື້ອຍ​ ​ໄປ​ຢ້ຽມ​ຢາມ​ເມືອງ​ຫລວງ​ພ້ອມ ແລະ ສະ​ຖານ​ທີ່​ທ່ອງ​ທ່ຽວ​ທຳ​ອິດ​ທີ່​ຄອບ​ຄົວ​ອ້າຍ​ມີງ ແວ່​ຢາມ ນັ້ນ​ແມ່ນ ນ້ຳ​ຕົກ​ຕາດກວາງ​ຊ​ີ.

        “ຄອບ​ຄົວ​ຂ້າ​ພະ​ເຈົ້າ​ຂີ່​ຍົນ​ຈາກ​ຮ່າ​ໂນ້ຍ​ເຖິງ​ຫລວງ​ພະ​ບາງໂດຍ​ກົງ ດ້ວຍ​ລາ​ຄາ​ປີ້​ຍົນ​ປະ​ມານ 160 USD ແລະ ໃຊ້​ເວ​ລາ​ປະ​ມານ 1 ຊົ່ວ​ໂມງ. ເມ​ື່ອ​ມາ​ຮອດ​ໂຮງ​ແຮມ​ແລ້ວ, ພວກ​ຂ້າ​ພະ​ເຈົ້າ​ເຊົ່າ ລົດ​ຈັກ 2 ຄ​ັນ​ເພື່ອ​ໄປ​​ຢ້ຽມ​ຢາມ ນ້ຳ​ຕົກ​ຕາດກວາງ​ຊີ. ຖ້າ​ພວກ​ເພື່ອນ​ໄປ​ພ້ອມ​ກັບ​ຄອບ​ຄົວ​ມີ​ຫລາຍ​ຄົນ ຄວນ​ເຊົ່າ​ລົດ ຕ​ຸກ​ຕ​ຸກ ແມ່ນ​ສະ​ດວກກວ່າ.”

        ຍ້ອນ​ໄດ້​ຮ່ຳ​ຮຽນ ແລະ ​ເຮັດ​ວຽກຢູ່​ລາວ​ເປັນ​ເວ​ລາ​ຫລາຍ​ປີ, ສະ​ນັ້ນ ອ້າຍ ມີງ​ເວົ້າ​ພາ​ສາ​ລາວ ​ໄດ້​ດີ​ສົມ​ຄວນ ແລະ ​ມີ​ຄວາມ​ຄ​ຸ້ນ​ເຄີຍເສັ້ນ​ທາງ​ໄປ​ມາ. ສະ​ນັ້ນ ອ້າຍໄດ້ເລືອກ​ເອົ​າ​ວິ​ທີ​ເຊົ່າລົດ​ຈັກ​ເພື່ອ​ໄປ​ຢ້ຽມ​ຢາມ​ນ້ຳ​ຕົກ​ຕາດ. ຈາກ​ໃຈ​ກາງ​ເມືອງ​ຫລວງພະ​ບາງໄປ​ຮອດ​ນ້ຳ​ຕົກ​ຕາດກວາງ​ຊີ ພຽງ​ເສຍ​ເວ​ລາ 50 ນາ​ທ​ີ . ເມື່ອ​ເຂົ້າ​ຊົມ ນ້ຳ​ຕົກ​ຕາດກວາງ​ຊີ ນັກ​ທ່ອງ​ທ່ຽວ​ຕ້ອງ​ຊື້ປີ້ ດ້ວຍ​ລາ​ຄາ 20.000 ກີບ/ຄົນ (ປະ​ມານ 2,4 USD). ເ​ມື່ອ​ຢືນ​ຢູ່ນອກ​ປະ​ຕູ​ເຂົ້າ​ເຂດ​ທ່ອງ​ທ່ຽວນີ້ ທ່ານ​ກໍ​ສາ​ມາດ​ໄດ້​ຍິນ​ສຽງ​​ດັ່ງ​ຂອງນ້ຳ​​ຕົກ​ຕາກ.

ນ້ຳ​ຕົກ​ຕາດກວາງ​ຊີ- ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂາດບໍ່​ໄດ້​ເມື່ອ​ໄປ​ຢ້ຽມ​ຢາມ ຫລວງ​ພະ​ບາງ - ảnh 2
ນ້ຳ​ຕົກ​ຕາດກ​ວາງ​ຊີ

        ເມື່ອ​ຍ່າງ​ຜ່ານ​ປະ​ຕູເຂົ້າ​ເຂດ​ນ້ຳ​ຕົກ​ຕາດ ທ່ານ​ຈະ​ຮູ້​ສຶກ​ອາ​ກາ​ດ​ຢູ່​ທີ່ນີ້​ແມ່ນ​ປອດ​ໂປ່ງ​ເຢັນ​ສະ​ບາຍ​ທີ່​ສຸດ. ​ລຽບ​ຕາມ  ທາງ​​ນ້ອຍ ທີ່​ປົກ​ຄຸມ​ໄປ​ດ້ວຍ​ຮົ່ມ​ໄມ້​ໃຫຍ່ທີ່​ຂຽວ​ອຸ່ມ​ທຸ່ມ​ຂອງ​ປ່າ​ດົງ​ດີບ ແລະ ຂັ້ນ​ໄດ​ດ້ວຍ​ໄມ້. ​ຄອບ​ຄົວ​ອ້າຍ​ມີງ​ໄດ້​ໄປ​ຮອດ​ເຂດ​ນ້ຳ​ຕົກ​ຕາດ​ຕົ້ນ​ຕໍ​ທີ່​ຫ່າງ​ຈາກ​ປະ​ຕູ​ເຂົ້າ ​ປະ​ມານ 400 ແມັດ, ນີ້​ແມ່ນ​ເຂດ​ທີ່ກວ້າງ​ໃຫຍ່ ດ້ວຍ​ເນື້ອ​ທີ​ເກືອບ 2 ເຮັກ​ຕາ. ນ້ຳ​ຕົກ​ຕາດ​ຈາກຄວາມສູງ​ກວ່າ 60 ແມ​ັດ ​ທົບໃສ່​​ເນີນ​ພູ​ສ້າງ​ເປັນ​ຟອດ​ນ້ຳ​ກ່ອນ​ທີ່​ຈະ​ຕົກ​ລົງຫນອງ​​ນ້ຳທີ່​ມີ​ລວງກວ້າງ​ເກືອບ 100 ແມັດ. ​ສ້າງ​ເປັນຮູບ​ພາບ​ ສວຍ​ງາມ​ຄື​ດັ່ງ​ແຜ່ນ​ແພ​ຂາວ​ຜືນ​ຫນຶ່ງ​ທາມ​ກາງ​ສີ​ຂຽວອ​ຸ່ມ​ທຸ່ມ​​ຂອງ​ປ່າ​ໄມ້. ສິ່ງ​ດັ່ງ​ກ່າວ​ໄດ້​ດຶງດ​ູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ນ້ຳ​ຕົກ​ຕາດກວາງ​ຊີ​ນັບ​ມື້ນ​ັບ​ຫລາຍ, ພິ​ເສດ​ແມ່ນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປ​ະ​ເທດ.

     

ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ​ຢູ່​ນ້ຳ​ຕົກ​ຕາດ​ແຫ່ງນີ້, ແມ່ ແລະ ເອື້ອຍ​ຂອງ​ອ້າຍ​ມີງ ພາ​ກັນ​ຖ່າຍ​ຮູບ​ເປັນທີ່​ລະ​ນຶກ. ສ່ວນ​ອ້າຍ​ມີງ ທັງ​ສູບ​ອາ​ກາດ​ທີ່​ປອ​ດ​ໂປ່ງ​ ​ທັງ​ຕັ້ງ​ໃຈ​ຮັບ​ຟັງ​ຜູ້​ນຳ​ທ່ຽວ​​ແນະນຳ​ກ່ຽວ​ກັບ​ນຳ້ຕົກຕາດ​ແຫ່ງ​ນີ້.

ສຽງ​ຜູ້​ນຳ​ທ່ຽວ

        ຖ້າ​ຫາກ​ມີເງື່ອນ​ໄຂ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ສະ​ເໜີ​ຜູ້​ນຳ​ທ່ຽວ​ພາ​ໄປ​ຄົ້ນ​ຫາ​ລະ​ບົບ​ສັດ​ພືດ​ທີ່​ອຸ​ດົມ​ສົມ​ບູນ​ຢູ່​ທີ່ນີ້. ດ້ວຍ​ສັດ​ກວ່າ 100 ປະ​ເພດ, ໃນ​ນັ້ນ ມີ​ເສືອ, ໝີ ແມ່ນ​ ສັດ​ປະ​ເພດ​ທີ່​ຫາ​ຍາກ. ນອກນັ້ນ ຢູ່​ທີ່ນີ້​ຍັງ​ມີ​ດອກ​ກ້ວຍໄມ້ທີ່​ຫ​າ​ຍາກເກືອບ 30 ຊະ​ນິດ. ນັກ​ທ່ອງ​ທ່ຽວ​ອາດ​ຈະ​ເຂົ້າ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ໝີ ​ໃນ​ເຂດ​ນ້ຳ​ຕົກ​ຕາດ​ ຫລື ເຂົ້າ​ຮ່ວມ​ການ​ລະ​ຫລິ້ນ​ໃຕ້​ນ້ຳກໍ່​ໄດ້. ຄອບ​ຄົວ​ອ້າຍ​ມີງ​ໄດ້​ຊອກ​ຫາ​ບ່ອນ​ທີ່​ມີ​ທັດສະນີ​ຍະ​ພາບ​ສວຍ​ງາມ​ທີ່​ສຸດ​ຢູ່​ທີ່​ນີ້​ເພື່ອ​ຢ້ຽມ​ຊົມ​. ອ້າຍ​ມີງ ເວົ້າ​ວ່າ:

        “ ຕາມ​ຂ້າ​ພະ​ເຈົ້າ​ແລ້ວ ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່ນີ້​ແມ່ນ​ງາມ​ຫລາຍ, ພິ​ເສດ​ແມ່ນ​ຮູບ​ພາບ ນ້ຳ​ຫ້ວຍ​ໄຫລ​​ໃຕ້​ຮົ່ມ​ໄມ້​ທ່ີ​ຂຽວ​ອຸ່ມ​ທູ່​ມ, ອັນ​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່ນັກ​ທ່ອງ​ທ່ຽວທີ່​ສຸດ. ນອກ​ຈາກ​ບັນ​ດາ​ຫນອງ​ໃຫຍ່​ແລ້ວ, ນັກ​ທ່ອງ​ທ່ຽວຍັງ​ສາມາດ​ລະ​ຫລິ້ນ​ຢູ່​ເຂດ​ນຳ້ຕົກຕາດ​ນ້ອຍໆ​ກໍ່ໄດ້. ທິວ​ທັດ​ທຳ​ມະ​ຊາດທີ່​ສວຍ​ງາມ ແລະ ອາ​ກາດທີ່​ປອດ​ໂປ່ງຢູ່​ທີ່​ນີ້​​ແມ່ນຍາກ​ທີ່​ຈະ​ຫາ​ໄດ້​ຢູ່​ບ່ອນ​ອື່ນ.  ສິ່ງດັ່ງກ່າວ​​ໄດ້ດ​ຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມນັບ​ມື້​ນັບຫລາຍ.”

ນ້ຳ​ຕົກ​ຕາດກວາງ​ຊີ- ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂາດບໍ່​ໄດ້​ເມື່ອ​ໄປ​ຢ້ຽມ​ຢາມ ຫລວງ​ພະ​ບາງ - ảnh 3

        ຮອດຍາມ​ສາຍັນ, ​ໃນ​ຂະນະ​ທີ່​ຍັງ​ມີນັກ​ທ່ອງ​ທ່ຽວ​ຫຼາຍຄົນ​ນັ່ງ​ພັກ​ຜ່ອນ​ຢ່ອນ​ອາລົມຢູ່ຕາມ​ຕັ່ງ​ຫີນ​ຕັ້ງ​ອ້ອມ​ຫນອງນັ້ນ. ​ຄອບ​ຄົວ​ອ້າຍ​ມີງ ກໍ່​ອຳ​ລາ​ນຳ້ຕົກຕາດ ກວາງຊີ ​ກັບ​ຄືນ​ໃຈ​ກາງ​ເມືອງ​ຫລວງ​ພະ​ບາງ ດ້ວຍຄຳ​ໝັ້ນ​ໝາຍ​ຈະ​ກັບມາ​ຢ້ຽມ​ຢາ​ມ​ແຫ່ງ​ນີ້ຄືນ​ໃໝ່​ໃນ​ໂອກາດ​ໃກ້ໆ​ນີ້.​

 

       

ຂ່າວ/ບົດ​ອື່ນ