ປ້າ Mork Cheang - ຜູ້ຮັກສາມໍລະດົກແພໄໝ Hol Pidan ກຳປູເຈຍ

(VOVWORLD) - ເຖິງວ່າອາຍຸສູງ, ສຸຂະພາບບໍ່ຄ່ອຍດີແລ້ວ, ແຕ່ປ້າ Mork Cheang ຍັງມານະພະຍາຍາມຖ່າຍທອດອາຊີບນີ້ໃຫ້ຄົນລຸ້ນຕໍ່ໄປຢ່າງບໍ່ຢຸດຢັ້ງ.
ປ້າ Mork Cheang - ຜູ້ຮັກສາມໍລະດົກແພໄໝ Hol Pidan ກຳປູເຈຍ - ảnh 1(ສຳລັບ Hol Pidan, ແພໄໝແຕ່ລະຜືນ ກໍ່ແມ່ນເລື່ອງລາວໃດໜຶ່ງ)

        ໂດຍໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາປະເພດຜ້າແພທີ່ໄດ້ຮັບການຕ່ຳຫຸກຢ່າງລະອຽດລະອໍ ແລະ ເຕັມໄປດ້ວຍຄຸນຄ່າວັດທະນະທຳຂອງຊາວ ຂະແມ, Hol Pidan ບໍ່ພຽງແຕ່ແມ່ນຜະລິດຕະພັນຫັດຖະກຳເທົ່ານັ້ນ, ຫາກຍັງແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດທາງຈິດວີນຍານອີກດ້ວຍ. ບັນດາແພໄໝແຜ່ນຍາວ, ດ້ວຍລວດລາຍທີ່ເລົ່າເລື່ອງກ່ຽວກັບພຸດທະສາສະໜາ, ເຄີຍປະກົດຢ່າງສະຫງ່າໃນວັດວາອາຮາມ, ບັນດາພິທີກຳດ້ານສາສະໜາ ແລະ ເຫດການສຳຄັນຢູ່ ກຳປູເຈຍ ໃນຕະຫຼອດສະຕະວັດທີ 19. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງການຜັນຜວນທາງປະຫວັດສາດຫຼາຍຄັ້ງ, ຜະລິດຕະພັນທີ່ເຂັ້ມຂຸ້ນໄປດ້ວຍລັກສະນະສິລະປະດັ່ງກ່າວກໍ່ຄ່ອຍໆຖືກສູນຫາຍໄປ, ມີນັກສິລະປະການຫຼາຍຄົນໄດ້ເສຍຊີວິດໄປແລ້ວແຕ່ບໍ່ທັນໄດ້ຖ່າຍທອດເຕກນິກຕ່ຳຫຸກແພໄໝໃຫ້ຄົນລຸ້ນຫຼັງເທື່ອ, ແລະ Hol Pidan ກໍຄ່ອຍໆກາຍເປັນຄວາມຊົງຈຳ.

        ອາດຈະມີຫຼາຍຄົນຄິດວ່າ, ປະຈຸບັນ Hol Pidan ພຽງແຕ່ມີຢູ່ໃນຫໍພິພິຕະພັນເທົ່ານັ້ນ, ມີໜ້ອຍຄົນຈະຄິດຫາ ຫຼື ຕ່ຳແພໄໝປະເພດນີ້ອີກ. ແຕ່ຢູ່ບ້ານ Kporm, ແຂວງ Takeo, ປ້າ Mork Cheang, ອາຍຸ 75 ປີ, ຍັງເມົາມົວກັບການຕ່ຳແພໄໝດ້ວຍຄູ່ມື ແລະ ຄວາມຈື່ຈຳຂອງຕົນ. ປ້າແມ່ນໜຶ່ງໃນຈຳນວນໜ້ອຍຄົນທີ່ຍັງຮັກສາອາຊີບນີ້ໄວ້, ແລະກໍ່ແມ່ນສ່ວນໜຶ່ງທີ່ຍັງເຫຼືອຂອງມູນເຊື້ອທີ່ພວມຄ່ອຍໆສູນຫາຍໄປ. ສຳລັບປ້າແລ້ວ, ເລື່ອງຕ່ຳແພໄໝ Hol Pidan ບໍ່ພຽງແຕ່ແມ່ນວຽກງານຫາເງິນລ້ຽງຊີບເທົ່ານັ້ນ, ຫາກຍັງແມ່ນພາລະກຳອັນສັກສິດອີກດ້ວຍ. ປ້າຖືວ່າແຕ່ລະເສັ້ນໄໝ, ແຕ່ລະລວດລາຍລ້ວນແຕ່ແມ່ນສ່ວນໜຶ່ງຂອງວັດທະນະທຳ, ປະຫວັດສາດ ແລະ ການເຫຼື້ອມໃສເຊື່ອຖືຂອງຊົນເຜົ່າ ຂະແມ.

        “ຄາວທີ່ຂ້າພະເຈົ້າມີອາຍຸ 9 ປີ, ຂາຍັງສັ້ນໆ ມີພຽງແຕ່ນັ່ງເຮັດລວດລາຍເທົ່ານັ້ນ, ບໍ່ທັນນຳໃຊ້ກີ່ຕ່ຳຫູກໄດ້. ເມື່ອອາຍຸຮອດ 11 ປີຈຶ່ງຮຽນຕ່ຳແພໄໝ, ແລ້ວກໍ່ໄດ້ຕິດພັນກັບອາຊີບນີ້ຈົນເຖິງປະຈຸບັນ. ພາຍຫຼັງສະໄໝ ຂະແມແດງ, ເມື່ອຫຼາຍຄົນສຸມໃສ່ບັນດາຄວາມຕ້ອງການໂດຍພື້ນຖານຄື ເຮັດກະສິກຳ ແລະ ກໍ່ສ້າງເຮືອນຢູ່, ສ່ວນຂ້າພະເຈົ້າໄປເກັບເຄື່ອງອຸປະກອນຕ່ຳຫູກແຕ່ລະອັນ ຍ້ອນຍັງເມົາມົວກັບອາຊີບນີ້ຢູ່. ຂ້າພະເຈົ້າຫວັງພຽງແຕ່ວ່າ ຈະມີສຸຂະພາບດີເພື່ອສືບຕໍ່ແບ່ງປັນຄວາມຮູ້ກ່ຽວກັບ Hol Pidan ໃຫ້ແກ່ລຸ້ນຕໍ່ໄປ ຈົນຮອດເວລາລ່ວງລັບໄປ”.

        ວິທີຕ່ຳແພໄໝ Hol Pidan ແມ່ນນຳໃຊ້ເຕັກນິກ “ikat”, ໃນນັ້ນຕ້ອງຍ້ອມເສັ້ນໄໝກ່ອນທີ່ຈະນຳໄປກາງໃສ່ກີ່ຫູກ. ນີ້ແມ່ນເຕັກນິກຮຽກຮ້ອງໃຫ້ມີຄວາມຊັດເຈນສູງ, ມີຄວາມອົດທົນ ແລະ ສີມືອັນຄ່ອງແຄ້ວຂອງຜູ້ຕ່ຳຫູກ. ພາຍຫຼັງຍ້ອມສີຮຽບຮ້ອຍແລ້ວ, ຈະນຳເສັ້ນໄໝມາຕ່ຳຫຸກເປັນແຜ່ນແພ, ແລະລວດລາຍຈະປະກົດຖືກຕາມການອອກແບບກ່ອນນັ້ນ. ສຳລັບ Hol Pidan, ແພໄໝແຕ່ລະຜືນ ກໍ່ແມ່ນເລື່ອງລາວໃດໜຶ່ງ, ນັບແຕ່ວີວັດການຕື່ນຕົວຂອງພະພຸດທະເຈົ້າ ຕະຫຼອດຮອດບັນດາເລື່ອງລາວທຳອິດໃນຄຳພີ Jataka, ຫຼື ບັນດາເທບນິຍາຍໃນວັດທະນະທຳ ຂະແມ. ສະນັ້ນ, ວິວັດການຕ່ຳແພ ໄໝ Hol Pidan ແມ່ນສັບສົນ ແລະ ລະອຽດລະອໍກວ່າຫຼາຍ. ປ້າ Mork Cheang, ແບ່ງປັນວ່າ:

        “ວິວັດການຕ່່ຳແພໄໝແມ່ນບໍ່ຍາກ. ຂັ້ນຕອນຍາກທີ່ສຸດແມ່ນ ikat. ຈາກການເຮັດລວດລາຍ, ຍ້ອມສີ ຕະຫຼອດຮອດການຕ່ຳແພໄໝອາດຕ້ອງເສຍເວລາເປັນເດືອນ. ສະເພາະຂັ້ນຕອນຕ່ຳແພໄໝຕ້ອງເສຍເວລາຕື່ມອີກປະມານ 2 ອາທິດ. ສຳລັບແພໄໝ Hol Pidan ຜືນໃຫຍ່ ຫຼື ມີລວດລາຍສັບສົນ, ອາດຈະໃຊ້ເວລາເປັນປີຈຶ່ງເຮັດສຳເລັດ. ເມື່ອກ່ອນນີ້, ທຸກຄົນເຄີຍນຳໃຊ້ Hol Pidan ໃນບັນດາພິທີກຳຢູ່ວັດ. ມີບາງຄົນຖືກເຈັບເປັນ ຍັງຢຶມ Hol Pidan”ຈາກວັດມາເພື່ອເຮັດພິທີກຳຢູ່ເຮືອນ, ອາດຈະແຂວນຢູ່ຝາເຮືອນ ຫຼື ເພດານ. ເພາະເຂົາເຈົ້າເຊື່ອວ່າ ເຮັດຄືແນວນັ້ນຈະຊ່ວຍຂັບໄລ່ບັນດາສິ່ງທີ່ບໍ່ດີ, ນຳຄວາມສະງົບສຸກມາໃຫ້ຄອບຄົວ”.

        ເຖິງວ່າອາຍຸສູງ, ສຸຂະພາບບໍ່ຄ່ອຍດີແລ້ວ, ແຕ່ປ້າ Mork Cheang ຍັງມານະພະຍາຍາມຖ່າຍທອດອາຊີບນີ້ໃຫ້ຄົນລຸ້ນຕໍ່ໄປຢ່າງບໍ່ຢຸດຢັ້ງ. ປ້າໄດ້ສິດສອນໃຫ້ລູກສາວຂອງຕົນ ແລະ ພ້ອມກັບລູກສາວສືບຕໍ່ສິດສອນໃຫ້ບັນດາຄົນລຸ້ນໜຸ່ມໃນບ້ານ. ເອື້ອຍ Pon Theary, ລູກສາວຂອງປ້າ Mork Cheang, ແບ່ງປັນວ່າ:

        “ແມ່ຂອງຂ້າພະເຈົ້າໄດ້ສອນວິທີເຮັດ Hol Pidan ແຕ່ຄາວທີ່ຂ້າພະເຈົ້າມີອາຍຸ 14 ປີ, ມາຮອດປະຈຸບັນ ຂ້າພະເຂົ້າມີອາຍຸກວ່າ 40 ປີແລ້ວ. ແມ່ຂ້າພະເຈົ້າໄດ້ນຳໃຊ້ເຕັກນິກຍ້ອມສີແບບດັ້ງເດີມ ດ້ວຍບັນດາວັດຖຸທຳມະຊາດ. ແຕ່ປະຈຸບັນ, ຂ້າພະເຈົ້ານຳໃຊ້ຢາຍ້ອມສີເພື່ອສ້າງຄວາມສະດວກ ແລະ ໃຫ້ມີຫຼາຍສີກວ່າ. ສະນັ້ນ, ພວກຂ້າພະເຈົ້າສາມາດສົມທົບນັບທັງເຕັກນິກແບບດັ້ງເດີມ ແລະ ທັນສະໄໝທີ່ພວກຂ້າພະເຈົ້າໄດ້ຮໍ່າຮຽນມາ. ຂ້າພະເຈົ້າເລືອກເຮັດອາຊີບນີ້ ເພື່ອສືບທອດ ແລະ ຖ່າຍທອດທັກສະຕ່ຳ ແພໄໝHol Pidan”.

ປ້າ Mork Cheang - ຜູ້ຮັກສາມໍລະດົກແພໄໝ Hol Pidan ກຳປູເຈຍ - ảnh 2(ເອື້ອຍ Pon Theary ໃຫ້ຮູ້ວ່າ ເຕັກນິກຕ່ຳແພໄໝ Hol Pidan ແມ່ນສັບສົນທີ່ສຸດ)

        ເອື້ອຍ Pon Theary ໃຫ້ຮູ້ຕື່ມອີກວ່າ ເຕັກນິກຕ່ຳແພໄໝ Hol Pidan ແມ່ນສັບສົນທີ່ສຸດ, ຮຽກຮ້ອງຕ້ອງມີຄວາມອົດທົນ ແລະ ພິຖິພິຖັນ, ເຮັດໃຫ້ເພື່ອນໜຸ່ມຫຼາຍຄົນບໍ່ມີຄວາມເມົາມົວພໍຄວນເພື່ອເຮັດອາຊີບນີ້ໄດ້. ພ້ອມກັນນັ້ນ, ຕະຫຼາດຈຳໜ່າຍແພໄໝຊະນິດນີ້ກໍ່ໜ້ອຍ, ເຮັດໃຫ້ນັກສິລະປະການຫຼາຍຄົນປະສົບກັບຄວາມຫຍຸ້ງຍາກຫຼາຍ.

        “ບາງເທື່ອກໍ່ມີຜູ້ມາຈອງຊື້ແພໄໝ Hol Pidan ຂອງພວກຂ້າພະເຈົ້າ. ຖ້າບໍ່ມີໃບສັ່ງຊື້, ພວກຂ້າພະເຈົ້າຈະເອົາແພໄໝ Hol Pidan ໄປຂາຍຢູ່ຕະຫຼາດ. ບາງຄັ້ງ, ພວກຂ້າພະເຈົ້າຂາຍໃຫ້ແມ່ຄ້າ. ຖ້າມີທຶນພຽງພໍ, ຂ້າພະເຈົ້າຈະຕ່ຳແພໄໝ Hol Pidan ເມື່ອລາຄາວັດຖຸດິບຕ່ຳ ແລະ ຂາຍເມື່ອລາຄາຢູ່ຕະຫຼາດສູງຂຶ້ນ”.

        ດ້ວຍການປະກອບສ່ວນແບບມິດງຽບແຕ່ຍືດເຍື້ອຍາວນານ, ປີ 2023, ປ້າ Mork Cheang ເປັນກຽດແມ່ນໜຶ່ງໃນນັກສິລະປະການ 9 ຄົນທີ່ໄດ້ຮັບນາມມະຍົດ “ມໍລະດົກທີ່ມີຊີວິດ” ໂດຍພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni ແຫ່ງລາຊະອານາຈັກ ກຳປູເຈຍ ມອບໃຫ້. ນັ້ນແມ່ນການຢັ້ງຢືນຄວາມເກັ່ງກ້າສາມາດ ແລະ ຄຸນງາມຄວາມດີຂອງປ້າ ໃນການອະນຸລັກຮັກສາສິລະປະຕ່ຳແພໄໝ Hol Pidan - ເຊິ່ງເປັນມໍລະດົກວັດທະນະທຳທີ່ລ້ຳຄ່າຂອງປະເທດ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ