ສຳ​ພາດທ່ານເອກອັກຄະລັດຖະທູດ ນາງ ໂຕນທິງອກເຮືອງ ກ່ຽວ​ກັບ ບັນດາສິ່ງທ້າທາຍ, ໂອກາດຂອງ ຫວຽດນາມ ແລະ ອາຊຽນ ໃນ​​ການຜັນ​ແປ​ຂອງ​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ

(VOVWORLD) - ຕໍ່ໜ້າບັນດາການຜັນແປຂອງສະພາບການໂລກ ແລະ ພາກພື້ນຄື: ຄວາມເຄັ່ງຕຶງພູມສາດການເມືອງ, ການປະທະກັນ, ນະໂຍບາຍພາສີອາກອນ ຫຼື ການກະທົບຈາກສິ່ງແວດລ້ອມ, ຍິ່ງກ່ວາເວລາໃດໝົດ ບັນດາປະເທດສະມາຊິກ ອາຊຽນ ຕ້ອງຍົກສູງບົດບາດຄວາມສາມັກຄີ, ເປັນເຈົ້າການຮັບມື, ປະດິດຄິດສ້າງ, ໝູນໃຊ້ການຫັນເປັນດີຈີຕອນ, ປັນຍາປະດິດ… ເພື່ອແນໃສ່ນຳ ອາຊຽນ ຜ່ານຜ່າສິ່ງທ້າທາຍ, ພັດທະນາແບບຍືນຍົງ. ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສຳພາດ ທ່ານເອກອັກຄະລັດຖະທູດ ນາງ ໂຕນທິງອກເຮືອງ ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ ເພື່ອແລກປ່ຽນແຈ້ງກ່ວາກ່ຽວກັບບັນດາສິ່ງທ້າທາຍ ແລະ ໂອກາດຂອງ ຫວຽດນາມ ກໍ່ຄື ອາຊຽນ ໃນສະພາບການນີ້.
ສຳ​ພາດທ່ານເອກອັກຄະລັດຖະທູດ ນາງ ໂຕນທິງອກເຮືອງ ກ່ຽວ​ກັບ ບັນດາສິ່ງທ້າທາຍ, ໂອກາດຂອງ ຫວຽດນາມ  ແລະ ອາຊຽນ ໃນ​​ການຜັນ​ແປ​ຂອງ​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ - ảnh 1ທ່ານເອກອັກຄະລັດຖະທູດ ນາງ ໂຕນທິງອກເຮືອງ ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ ໃຫ້ການສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ 

ນັກຂ່າວ: ຂອບໃຈທ່ານເອກອັກຄະລັດຖະທູດທີ່ໄດ້ສະຫງວນເວລາຕອບສຳພາດ ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ. ຂໍຮຽນ ທ່ານເອກອັກຄະລັດຖະທູດ, ປີ 2025 ແມ່ນຂີດໝາຍພິເສດ ສະເຫຼີມສະຫຼອງ 30 ປີເຕັມແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ຢ່າງເປັນທາງການ. ໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າຍທາຍຫຼາຍຢ່າງ, ຕາມ ທ່ານເອກອັກຄະລັດຖະທູດ, ຫວຽດນາມ ແລະ ບັນດາປະເທດ ອາຊຽນ ຕ້ອງເຮັດຫຍັງ ເພື່ອປັບປຸງ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນ?

ທ່ານເອກອັກຄະລັດຖະທູດ: ບັນດາປະເທດ ອາຊຽນ ໄດ້ກຳນົດແຈ້ງວິທີສຳຜັດລວມ ແນໃສ່ຮັກສາບົດບາດໃຈກາງຂອງ ອາຊຽນ ຕໍ່ບັນດາການຜັນແປໃນສະພາບແວດລ້ອມພູມສາດການເມືອງ-ເສດຖະກິດພາກພື້ນ ຊື່ງພວກເຮົາໄດ້ເຫັນນັບແຕ່ຕົ້ນປີ 2025 ມາຮອດປະຈຸບັນ. ທີໜຶ່ງແມ່ນ ປັບປຸງຄວາມສາມັກຄີ, ເອກະພາບ ແລະ ຍົກສູງບົດບາດໃຈກາງຂອງ ອາຊຽນ. ທີສອງແມ່ນ ຊອກຫາໂອກາດເພີ່ມທະວີການຮ່ວມມືເສດຖະກິດພາຍໃນກຸ່ມ. ນີ້ແມ່ນສິ່ງທ້າທາຍ ຊື່ງ ອາຊຽນ ບໍ່ທັນຜ່ານຜ່າໄດ້ໃນໄລຍະຜ່ານມາ. ແຕ່ເຖິງແນວນັ້ນກໍ່ຕາມ ບັນດາປະເທດພວມສະແດງຄວາມຕັດສິນໃຈສູງທີ່ສຸດ ເພື່ອເພີ່ມອັດຕາສ່ວນການຄ້າພາຍໃນກຸ່ມ ແລະ ຮັບປະກັນລະດັບເປັນເຈົ້າການເສດຖະກິດອັນແນ່ນນອນ, ຫຼີກລ້ຽງການຕ້ອງຂຶ້ນກັບບັນດາຄູ່ການຄ້າພາຍນອກຫຼາຍເກີນໄປ.

   ທີສາມແມ່ນ ບັນດາປະເທດ ອາຊຽນ ແບ່ງປັນຄວາມປາດຖະໜາຢາກເປີດກ້ວາງ ແລະ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບຢ່າງແຮງ. ການຈັດກອງປະຊຸມຂັ້ນສູງ ອາຊຽນ-ຈີນ ໃນຂອບເຂດກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 46 ຜ່ານມາ ແມ່ນໜຶ່ງໃນບັນດາຄວາມມານະພະຍາມຂອງ ອາຊຽນ ຊື່ງ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າທີ່ສຸດ ເພື່ອຊອກຫາການພັດທະນາໃໝ່, ຫລຸດຜ່ອນການຕ້ອງຂຶ້ນກັບບັນດາຕະຫຼາດແບບເກົ່າ, ພິເສດ ເມື່ອບັນດາພື້ນຖານເສດຖະກິດ ອາຊຽນ ລວມທັງ ຫວຽດນາມ ຍັງແມ່ນບັນດາພື້ນຖານເສດຖະກິດເປີດ ແລະ ຂຶ້ນກັບການຄ້າ ແລະ ການລົງທຶນຈາກພາຍນອກຫຼາຍພໍສົມຄວນ.

ນັກຂ່າວ: ໃນອະນາຄົດ, ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດ ແລະ ມີການປະກອບສ່ວນຄືແນວໃດໃນ ອາຊຽນ ແລະ ມີໂອກາດໃດແດ່ເພື່ອຊຸກຍູ້ການເຊື່ອມໂຍງເສດຖະກິດ?

ເອກອັກຄະລັດຖະທູດ: ການເຂົ້າເປັນສະມາຊິກ ອາຊຽນ ໄດ້ນຳມາເຊິ່ງກາລະໂອກາດໃຫຍ່ຫຼວງຫຼາຍຢ່າງ, ນັບແຕ່ການປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ ຕະຫຼອດຮອດການເປີດກວ້າງພື້ນທີ່ເສດຖະກິດ ແລະ ກາລະໂອກາດສຳຜັດກັບຕະຫຼາດ. ເລື່ອງເຂົ້າຮ່ວມບັນດາວິວັດການຮ່ວມມື ອາຊຽນ ແລະ ບັນດາຄູ່ຮ່ວມມື, ໂດຍສະເພາະແມ່ນໃນ 3 ເສົາຄ້ຳປະຊາຄົມ ກໍຈະໜູນຊ່ວຍໃຫ້ແກ່ປະເທດຊາດ ຫວຽດນາມ, ປະຊາຊົນ ຫວຽດນາມ ໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາໂຄງການຮ່ວມມືພາກພື້ນໃນບັນດາຂົງເຂດຄື ການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ການພັດທະນາແບບຍືນຍົງ, ການຮ່ວມມືຢູ່ທະເລ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫຼຸດຜ່ອນໄພພິບັດທຳມະຊາດ, ການສຶກສາ, ບຳລຸງສ້າງ ແລະ ການໜູນຊ່ວຍວິສາຫະກິດເລີ່ມຕົ້ນທຸລະກິດ. ບັນດາຄວາມມານະພະຍາຍາມຮ່ວມມືໃນການຮັບມືກັບກໍລະນີສຸກເສີນດ້ານສາທາລະນະສຸກ ກໍຄືບັນດາບັນຫາທາງດ້ານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນ ເຊິ່ງພວກເຮົາພວມມີຄວາມສົນໃຈໃນປັດຈຸບັນ, ເຊັ່ນ: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ໝູນໃຊ້ເຕັກໂນໂລຢີໃໝ່, ພັດທະນາກະສິກຳອັດສະລິຍະ. ນີ້ແມ່ນບັນດາກາລະໂອກາດ ເຊິ່ງ ຫວຽດນາມ ຄວນໝູນໃຊ້ຢ່າງມີປະສິດທິຜົນ ເພື່ອຮັບປະກັນຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ຜ່ານວິວັດການເຊື່ອມໂຍງກັບ ອາຊຽນ, ພວກເຮົາກໍຈະຖອດຖອນໄດ້ບົດຮຽນປະສົບການ, ທັກສະອັນສຳຄັນໃຫ້ແກ່ຖັນແຖວພະນັກງານເມື່ອເຂົ້າຮ່ວມການເຊື່ອມໂຍງສາກົນ. ສຳລັບວິໄສທັດໃນອະນາຄົດ, ນັ້ນແມ່ນວິໄສທັດປະຊາຄົມ ອາຊຽນ 2045 ກໍກົງກັບການປະຕິບັດຄວາມຄາດຫວັງພັດທະນາຂອງ ຫວຽດນາມ ໃນສັງກາດບຸກບືນ. ສະນັ້ນ, ຫວຽດນາມ ຈະສືບຕໍ່ປະກອບສ່ວນ ແລະ ຜັນຂະຫຍາຍການຮ່ວມມືເພື່ອເຮັດແນວໃດໃຫ້ຮັບປະກັນຍາດແຍ່ງກາລະໂອກາດ ເຊິ່ງພາກພື້ນ, ພື້ນທີ່ເສດຖະກິດທີ່ຂະຫຍັນຂັນເຄື່ອນຂອງ ອາຊຽນ ນຳມາໃຫ້ ສາມາດບັນລຸປະສິດທິຜົນໄດ້ສູງສຸດ. ໜຶ່ງໃນບັນດາບຸລິມະສິດສຳຄັນທີ່ສຸດຂອງພວກເຮົາໃນໄລຍະຈະມາເຖິງ, ນັ້ນແມ່ນ ພວກເຮົາຈະສືບຕໍ່ຂຸດຄົ້ນກາລະໂອກາດຈາກການຮ່ວມມືການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ພັດທະນາເຕັກໂນໂລຢີ, ນະວັດຕະກຳ, ສ້າງທີ່ຕັ້ງຂອງ ຫວຽດນາມ ທີ່ສູງກວ່າໃນລະບົບສະໜອງຂອງພາກພື້ນໃຫ້ເປັນຢ່າງດີທີ່ສຸດ, ຜ່ານນັ້ນ ກໍຍູ້ແຮງວິວັດການເຊື່ອມໂຍງສາກົນ ແລະ ຊ່ວຍປະຕິບັດບັນດາເປົ້າໝາຍພັດທະນາຂອງປະເທດຊາດໃນໄລຍະຍາວໃຫ້ປະກົດຜົນເປັນຈິງ.

ນັກຂ່າວ: ເຈົ້າ, ບັນດາເນື້ອໃນຈຸດສຸມຂອງວິໄສທັດປະຊາຄົມ ອາຊຽນ 2045, ບັນດາຄວາມຄາດຫວັງພັດທະນາຂອງ ຫວຽດນາມ ໃນສັງາດບຸກບືນນັ້ນ ກໍແມ່ນສິ່ງທີ່ປະຊາຊົນຫຼາຍຄົນໃນພາກພື້ນພວມຕັ້ງຄວາມຫວັງ. 

          ຂະແມ:ຂ້າພະເຈົ້າຫວັງວ່າ ອາຊຽນ ຈະສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບເພື່ອພ້ອມກັນພັດທະນາ. ນີ້ກໍແມ່ນພື້ນຖານໃຫ້ແກ່ອະນາຄົດອັນສົດໃສ”.

ລາວ:ຂ້າພະເຈົ້າຫວັງວ່າ ອາຊຽນ ຈະສົມທົບກັນຮັບມືກັບໄພພິບັດທຳມະຊາດ, ໂລກລະບາດຢ່າງມີປະສິດທິຜົນກວ່າ. ການປົກປ້ອງປະຊາຊົນ ຍາມໃດກໍແມ່ນບຸລິມະສິດສູງສຸດ”.

ໄທ:ຂ້າພະເຈົ້າຫວັງວ່າ ອາຊຽນ ຈະມີຫຼາຍໂຄງການໜູນຊ່ວຍເຊິ່ງກັນ ແລະ ກັນໃນທາງດ້ານເສດຖະກິດ. ເມື່ອໄລຍະຫ່າງໃນການພັດທະນາລະຫວ່າງບັນດາປະເທດໄດ້ຮັບການຮັດແຄບນັ້ນ, ອາຊຽນ ຈະມີຄວາມໝັ້ນຄົງກວ່າ”.

ຫວຽດນາມ:ລຸ້ໜຸ່ມພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈຕໍ່ບັນດາຂີດໝາຍອັນພົ້ນເດັ່ນຂອງ ຫວຽດນາມ ໃນ 30 ປີທີ່ໄດ້ເຂົ້າຮ່ວມຄອບຄົວໃຫຍ່ ອາຊຽນ. ຂ້າພະເຈົ້າເຊື່ອໝັ້ນວ່າ ໃນສັງກາດໃໝ່, ຫວຽດນາມ ຈະເສີມຂະຫຍາຍບົດບາດຂອງຕົນ, ພ້ອມກັບ ອາຊຽນ ພັດທະນາຢ່າງແຮງ ມຸ່ໄປເຖິງເປົ້າໝາຍລວມ, ນັ້ນແມ່ນ ນຳມາເຊິ່ງຊີວິດການເປັນຢູ່ທີ່ດີງາມກວ່າໃຫ້ແກ່ປະຊາຊົນທຸກຄົນໃນພາກພື້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ