ຮັກສາວັດທະນະທຳ ຫວຽດນາມ ໃນຄອບຄົວ ຫວຽດນາມ - ອິນໂດເນເຊຍ

(VOVWORLD) - ການພົບປະ, ໂອ້ລົມກັບທ່ານເອກອັກຄະລັດຖະທູດ ຫຼື ບັນດາພາລະກອນສະຖານທູດແມ່ນວິທີເພື່ອໃຫ້ປ້າ ເຈິ່ນງອັກຕູ ຊ່ວຍໃຫ້ລູກຫຼານຂອງຕົນມີຄວາມເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍ, ຊາດ ຫວຽດນາມ ຫຼາຍກວ່າ.
ຮັກສາວັດທະນະທຳ ຫວຽດນາມ ໃນຄອບຄົວ ຫວຽດນາມ - ອິນໂດເນເຊຍ - ảnh 1 (ຄອບຄົວຂອງປ້າ ເຈິ່ນງອັກຕູ)

ການສຶກສາໃນຄອບຄົວແມ່ນຈຸດເລີ່ມຕົ້ນຂອງນ້ຳໃຈຮັກຊາດ. ຈາກບັນດາເລື່ອງລາວທີ່ແມ່ເຖົ້າເລົ່າສູ່ຟັງ, ບັນດາເຍື່ອງອາຫານທີ່ແມ່ແຕ່ງ ຫຼື ບັນດາພາບຖ່າຍກັບລຸ່ງ ໂຮ່ ທີ່ຕິດຢູ່ໃນເຮືອນ ໄດ້ຫຼໍ່ລ້ຽງນ້ຳໃຈຮັກຊາດ ຫວຽດນາມ ຂອງເອື້ອຍ Almy ເປັນລຸ້ນທີ 4 ໃນຄອບຄົວ, ພ້ອມກັບບັນດາສະມາຊິກໃນຄອບຄົວໃຫຍ່ ຫວຽດນາມ - ອິນໂດເນເຊຍ ຢູ່ ຈາກາກຕາ. ບົດຂຽນ “ຮັກສາວັດທະນະທຳ ຫວຽດນາມ ໃນຄອບຄົວ ຫວຽດນາມ - ອິນໂດເນເຊຍ”.

2 – 3 ປີເທື່ອໜຶ່ງ, ປ້າ ເຈິ່ນງອັກຕູ ພ້ອມກັບລູກຫຼານຂອງຕົນໄດ້ໄປຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ຈາກາກຕາ. ປີນີ້, ປ້າ ເຈິ່ນງອັກຕູ ມີອາຍຸ 86 ປີແລ້ວ, ໂດຍແມ່ນລູກຂອງແມ່ຍິງຢູ່ແຂວງ ບິ່ງດິ້ງ ເອົາຜົວທີ່ເປັນຊາວ ອິນໂດເນເຊຍ ເຮັດວຽກຢູ່ ດ່າລາດ ແລະ ໄປດຳລົງຊີວິດຢູ່ນະຄອນ Bandung, ທາງທິດຕາເວັນຕົກ Jawa ນັບແຕ່ປີ 1946. ການພົບປະ, ໂອ້ລົມກັບທ່ານເອກອັກຄະລັດຖະທູດ ຫຼື ບັນດາພາລະກອນສະຖານທູດແມ່ນວິທີເພື່ອໃຫ້ປ້າ ເຈິ່ນງອັກຕູ ຊ່ວຍໃຫ້ລູກຫຼານຂອງຕົນມີຄວາມເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍ, ຊາດ ຫວຽດນາມ ຫຼາຍກວ່າ. ໃນໂອກາດວັນສຳຄັນ, ທັງຄອບຄົວຂອງປ້າ ດ້ວຍສະມາຊິກເກືອບ 30 ຄົນ, ນັບແຕ່ບັນດາແມ່ເຖົ້າຕະຫຼອດຮອດຫຼານນ້ອຍລ້ວນແຕ່ນຸ່ງຊຸດເສື້ອຍາວ ຫວຽດນາມ, ມາສະຖານທູດ ຫວຽດນາມ ເພື່ອມອບບັນດາເຍື່ອງອາຫານພື້ນເມືອງ, ຄື: ປາຈືນ ຫຼື ຢໍ່ຈືນ ໂດຍຄອບຄົວເຮັດເອງ.

ອ້າຍ Rizal, ລູກເຂີຍຂອງປ້າແບ່ງປັນວ່າ, ໂດຍແມ່ນຊາວ ອິນໂດເນເຊຍ ອ້າຍຮູ້ສຶກເປັນກຽດທີ່ໄດ້ເປັນລູກເຂີຍໃນຄອບຄົວ. ອ້າຍແບ່ງປັນວ່າ:

“ຍາມໃດແມ່ກໍ່ບອກເຕືອນເລື່ອງຄອບຄົວໄປຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ຈາກາກຕາ, ທັງແມ່ນໂອກາດໄດ້ພົບປະທ່ານເອກອັກຄະລັດຖະທູດ ແລະ ບັນດາຊາວ ຫວຽດນາມ, ທັງຊ່ວຍໃຫ້ພວກລູກມີຄວາມເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍຂອງຕົນທີ່ວ່າ ພວກລູກຍັງຖືສາຍເລືອດເປັນຊາວ ຫວຽດນາມ”.

ຊອກຫາພາບຖ່າຍແຕ່ລະແຜ່ນທີ່ໄດ້ປ່ຽນສີແລ້ວ ໃນປຶ້ມອາລະບ້ຳຮູບທີ່ລ້ຳຄ່າຂອງຄອບຄົວ, ເຖິງວ່າຄວາມຈຳບໍ່ດີປານໃດແລ້ວ ແລະ ນຳໃຊ້ພາສາ ຫວຽດ ປົນກັບພາສາ ອິນໂດເນເຊຍ ໃນເລື່ອງລາວທີ່ຕົນເອງເລົ່ານັ້ນ, ປ້າ ເຈິ່ນງອັກຕູ ສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈເມື່ອເລົ່າເລື່ອງກ່ຽວກັບພາບຖ່າຍທີ່ໄດ້ຖ່າຍພ້ອມກັບລຸງ ໂຮ່ ເມື່ອລຸງໄປຢ້ຽມຢາມ ອິນໂດເນເຊຍ ໃນປີ 1959.

ໃນຄາວນັ້ນ, ປ້າພວມຮຽນມັດທະຍົມຕອນຕົ້ນ, ໄດ້ພ້ອມກັບພໍ່, ແມ່ ແລະ ນ້ອງສາວມາພົບກັບລຸງ ໂຮ່. ປ້າແບ່ງປັນວ່າ, ທ່ານປະທານາທິບໍດີ ອິນໂດເນເຊຍ ໄດ້ຫອມແກ້ມ, ສ່ວນນ້ອງສາວໄດ້ເປັນກຽດມອບດອກໄມ້ໃຫ້ແກ່ລຸງ ໂຮ່. ປ້າ ເຈິ່ນງອັກຕູ, ເລົ່າສູ່ຟັງວ່າ:

“ແມ່ຂ້າພະເຈົ້າໄຫ້ຍ້ອນໄດ້ພົບລຸງ ໂຮ່. ພໍ່ຂອງຂ້າພະເຈົ້າເວົ້າວ່າ ທົ່ວປະເທດ ຫວຽດນາມ ໄດ້ຮັກຫອມ ແລະ ເຄົາລົບລຸງ ໂຮ່, ຄາວນັ້ນ, ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ມີຄວາມສຸກຫຼາຍທີ່ສຸດ ເມື່ອໄດ້ຕ້ອນຮັບລຸງ ໂຮ່ ຢູ່ ອິນໂດເນເຊຍ. ລຸງ ໂຮ່ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຂອງຊາວ ອິນໂດເນເຊຍ, ຢື້ຢາມຖາມຂ່າວແຕ່ລະສະມາຊິກໃນຄອບຄົວ”.

ມີພຽງແຕ່ເທົ່ານັ້ນ, ປ້າ ຕູ ໄດ້ແຜ່ຂະຫຍາຍຄວາມຮັກ ແລະ ຄວາມເອກອ້າງທະນົງໃຈກ່ຽວກັບປະເທດ ຫວຽດນາມ ເຖິງບັນດາສະມາຊິກໃນຄອບຄົວ ເພື່ອໃຫ້ບັນດາຄວາມຊົງຈຳ, ບັນດາຈຸດວັດທະນະທຳ ຫຼື ເລື່ອງລາວທີ່ໄດ້ພົບປະກັບລຸງ ໂຮ່ ບໍ່ພຽງແຕ່ແມ່ນຄວາມເປັນກຽດຂອງປ້າ ຕູ ເທົ່ານັ້ນ, ຫາກຍັງແມ່ນຄວາມເອກອ້າງທະນົງໃຈຂອງຫຼາຍລຸ້ນຄົນໃນຄອບຄົວອີກດ້ວຍ. ໃນນັ້ນ, ມີອ້າຍ Firman, ເປັນຫຼານຂອງຍ່າ ຕູ.

“ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຕໍ່ເລື່ອງຄອບຄົວຂ້າພະເຈົ້າໄດ້ພົບປະກັບລຸງ ໂຮ່, ພິເສດ ຍາມໃດຍ່າກໍ່ມີຄວາມເອກອ້າງທະນົງໃຈຕໍ່ສິ່ງນັ້ນ. ຄວາມຕື້ນຕັ້ນໃຈ ແລະ ເປັນກຽດໄດ້ສະແດງອອກຜ່ານບັນດາຄຳເວົ້າ ແລະ ໃນສາຍຕາອງຍ່າ ເມື່ອເລົ່າໃຫ້ພວກຂ້າພະເຈົ້າຟັງ”.

ຮັກສາວັດທະນະທຳ ຫວຽດນາມ ໃນຄອບຄົວ ຫວຽດນາມ - ອິນໂດເນເຊຍ - ảnh 2(ເອື້ອຍ Almy, ເປັນລຸ້ນທີ 4 ໃນຄອບຄົວຂອງປ້າ ຕູ)

ພິເສດແມ່ນສຳລັບເອື້ອຍ Almy, ເປັນລຸ້ນທີ 4 ໃນຄອບຄົວຂອງປ້າ ຕູ, ເຖິງວ່າຍັງບໍ່ທັນໄດ້ໄປຢ້ຽມຢາມ ຫວຽດນາມ, ແຕ່ຍາມໃດເອື້ອຍກໍ່ຮູ້ສຶກວ່າ ປະເທດນີ້ແມ່ນມີຄວາມໃກ້ຊິດໃນບັນດາເລື່ອງລາວທີ່ປ້າ ຕູ ໄດ້ເລົ່າ. ສິ່ງດັ່ງກ່າວໄດ້ກະຕຸກຊຸກຍູ້ໃຫ້ເອື້ອຍຊອກຮູ້ກ່ຽວກັບປະເທດຊາດ, ວັດທະນະທຳ, ຊາວ ຫວຽດນາມ ເພື່ອຂຽນບົດເສັງຈົບຊັ້ນມະຫາວິທະຍາໄລ.

ເອື້ອຍ Almy ແບ່ງປັນວ່າ, ບາງເທື່ອປະສົບກັບຄວາມຫຍຸ້ງຍາກໃນການຊອກຫາເອກະສານ, ກໍຄື “ບໍ່ຮູ້ສັບ”, ເອື້ອຍໄດ້ໄປຫາປ້າ ຕູ, ຮັບຟັງປ້າເລົ່າເລື່ອງລາວກ່ຽວກັບ ຫວຽດນາມ, ກິນບັນດາເຍື່ອງອາຫານຂອງ ຫວຽດນາມ ທີ່ປ້າແຕ່ງ, ເພື່ອເປັນການຕໍ່ກຳລັງແຮງຂຽນບົດໃຫ້ຈົບ.

ບົດຈົບຊັ້ນທີ່ຍາວ 95 ໜ້າ ດ້ວຍຫົວຂໍ້ “ຄວາມມານະພະຍາຍາມດ້ານການທູດຂອງ ອິນໂດເນເຊຍ ຊຸກຍູ້ຈຳນວນແຂກທ່ອງທ່ຽວມາຈາກ ຫວຽດນາມ 2019 - 2023” ໄດ້ຂຽນຈາກຄວາມສຸດຈິດສຸດໃຈຂອງຍິງສາວນັ້ນ ໄດ້ຮັບຄະແນນສູງ, ສ້າງຄວາມປະທັບໃຈຕໍ່ເພື່ອນມິດ ແລະ ຄູອາຈານໃນໂຮງຮຽນ. ເອື້ອຍ Almy ແບ່ງປັນວ່າ:

“ກໍ່ຍ້ອນຍາມໃດກໍ່ມີຄວາມຮັກຕໍ່ ຫວຽດນາມ, ສະນັ້ນ ບົດຂຽນຂອງຂ້າພະເຈົ້າກໍຂຽນໄດ້ດີ. ການເລືອກເອົາຫົວຂໍ້ທ່ອງທ່ຽວ, ຍ້ອນຂ້າພະເຈົ້າກໍ່ຢາກແນະນຳໃຫ້ບັນດາເພື່ອນ ອິນໂດເນເຊຍ ກ່ຽວກັບ ຫວຽດນາມ. ຫວັງວ່າ, ຈະມີຊາວ ອິນໂດເນເຊຍ ຫຼາຍຄົນໄປຄົ້ນຫາ ຫວຽດນາມ ແລະ ກົງກັນຂ້າມ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈກ່ຽວກັບເຂດດິນແດນທີ່ພໍ່ເຖົ້າ, ແມ່ເຖົ້າໄດ້ກຳເນີດ ແລະ ເຕີບໃຫຍ່”.

ຮຽນພາສາ ຫວຽດນາມ, ເຮັດບັນດາວຽກງານທີ່ກ່ຽວຂ້ອງເຖິງ ຫວຽດນາມ ຫຼື ປະກອບສິ່ງນ້ອຍໆເພື່ອສ້າງຄວາມຕິດພັນລະຫວ່າງ 2 ປະເທດ ແມ່ນຄວາມໄຝ່ຝັນຂອງຍິງສາວ ດ້ວຍຄວາມໄຝ່ຝັນ ແລະ ຄວາມຄາດຫວັງເມື່ອຮຽນຈົບຊັ້ນມະຫາວິທະຍາໄລ.

ຍ້ອນເງື່ອນໄຂ ບໍ່ສາມາດໄປຢ້ຽມຢາມຍາດຕິພີ່ນ້ອງຢູ່ ຫວຽດນາມ ເປັນປະຈຳໄດ້, ປ້າ ເຈິ່ນງອັກຕູ ໄດ້ພະຍາຍາມຊ່ວຍໃຫ້ລູກຫຼານຮູ້ກ່ຽວກັບບ້ານເກີດເມືອງນອນ, ຮັກສາຈຸດຄວາມງາມທີ່ເປັນມູນເຊື້ອ ຜ່ານການສອນໃຫ້ຫຼານການແຕ່ງເຍື່ອງອາຫານຂອງ ຫວຽດນາມ ຈຳນວນໜຶ່ງ, ຫຍິບຊຸດເສື້ອຍາວທີ່ເປັນມູນເຊື້ອເພື່ອນຸ່ງໃນໂອກາດພິເສດ, ສອນໃຫ້ລູກ, ຫຼານຮູ້ພາສາ ຫວຽດ… ສິ່ງດັ່ງກ່າວໄດ້ສ້າງຄວາມສະໜິດຕິດພັນ ແລະ ຄວາມຮັກຕໍ່ກົກເຄົ້າເຫງົ້າກໍ ຫວຽດນາມ ໃນຄອບຄົວໃຫຍ່ ຫວຽດນາມ - ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ