ເອື້ອຍຄູ ແອັງເຟື້ອງ - ຜູ້ກໍ່ສ້າງພົນລະເມືອງດີຈີຕອນ, ເສີມສ້າງພົນລະເມືອງໂລກ ຢູ່ເຂດພູດອຍ ເຮືອງເກິ່ນ

(VOVWORLD) - ວິທີການສິດສອນຂອງເອື້ອຍ ຄູ ຮ່າແອັງເຟື້ອງ ແມ່ນຫຼັກຖານພະຍານທີ່ມີຊີວິດຊີວາກ່ຽວກັບຈິດໃຈປ່ຽນແປງໃໝ່, ປະດິດຄິດສ້າງໃນການສຶກສາ
ເອື້ອຍຄູ ແອັງເຟື້ອງ - ຜູ້ກໍ່ສ້າງພົນລະເມືອງດີຈີຕອນ, ເສີມສ້າງພົນລະເມືອງໂລກ ຢູ່ເຂດພູດອຍ ເຮືອງເກິ່ນ - ảnh 1(ເອື້ອຍຄູ ຮ່າແອັງເຟື້ອງ, ເປັນກຽດທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ)

ໃນວິວັດການສຶກສາໃນຍຸກສະໄໝດີຈີຕອນ, ມີຄູອາຈານຫຼາຍຄົນໄດ້ປ່ຽນແປງໃໝ່ຕົນເອງ ແລະ ສ້າງແຫຼ່ງບັນດານໃຈຢ່າງບໍ່ຢຸດຢັ້ງ. ເລື່ອງລາວທີ່ພວກຂ້າພະເຈົ້າຈະແນະນຳກັບທ່ານຜູ້ຟັງໃນມື້ນີ້ແມ່ນ ເອື້ອຍຄູ ຮ່າແອັງເຟື້ອງ, ຢູ່ຕາແສງ ເຮືອງເກິ່ນ, ແຂວງ ຝູເຖາະ. ລາວບໍ່ພຽງແຕ່ພານັກຮຽນເຂດພູດອຍຂອງຕົນອອກໄປສູ່ໂລກ, ກາຍເປັນພົນລະເມືອງດີຈີຕອນ ແລະ ພົນລະເມືອງໂລກ ເທົ່ານັ້ນ, ຫາກຍັງແມ່ນຄວາມເອກອ້າງທະນົງໃຈຂອງຂະແໜງການສຶກສາ ຫວຽດນາມ ເມື່ອເປັນກຽດທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ (Princess Maha Chakri Award - PMCA)- ເຊິ່ງເປັນລາງວັນອັນຊົງກຽດເພື່ອຮັບຮອງການປະກອບສ່ວນທີ່ພົ້ນເດັ່ນໃນຂົງເຂດການສຶກສາຢູ່ພາກພື້ນ ອາຊຽນ ປີ 2021.

“ພາຍຫຼັງໄດ້ຮັບລາງວັນ ສົມເດັດເຈົ້າຟ້າມະຫາຈັກກຣີ ໄທ, ຂ້າພະເຈົ້າໄດ້ເຊື່ອມຕໍ່ກັບຄູອາຈານຫຼາຍຄົນທີ່ໄດ້ຮັບລາງວັນ ເຊິ່ງເປັນຄູອາຈານ ແລະ ພະນັກງານຄຸ້ມຄອງຢູ່ບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ພວກຂ້າພະເຈົ້າໄດ້ປະຕິບັດຫຼາຍໂຄງການ ຄື: ໂຄງການປ້ອງກັນ, ຕ້ານ  ການໃຊ້ຄວາມຮຸນແຮງທາງອິນເຕີເນັດ, I’m ເມື່ອງ. ບໍ່ພຽງແຕ່ບັນດາຄູອາຈານເຫຼົ່ານັ້ນ, ຂ້າພະເຈົ້າຍັງມີໂອກາດໄດ້ເຊື່ອມຕໍ່ກັບບັນດາຄູອາຈານຢູ່ໃນ network ບັນດາເພື່ອນຂອງຕົນທີ່ເຄີຍໄດ້ຮັບລາງວັນດັ່ງກ່າວອີກດ້ວຍ. ນີ້ແມ່ນສິ່ງທີ່ລ້ຳຄ່າ, ເປັນສິ່ງທີ່ດີທີ່ສຸດເພື່ອໃຫ້ຂ້າພະເຈົ້າສາມາດພານັກຮຽນຂອງຕົນໄປຫາໂລກ ແລະ ນຳໂລກມາສູ່ນັກຮຽນຂອງຕົນ ດ້ວຍຫຼາຍວິທີທີ່ແຕກຕ່າງກັນ”.

ກ່ອນທີ່ຈະໄດ້ຮັບລາງວັນ PMCA, ເອື້ອຍຄູ ຮ່າແອັງເຟື້ອງ ໄດ້ຮັບການຮູ້ຈັກເຖິງຄືຄູຜູ້ໜຶ່ງທີ່ມີີຄວາມສຸດຈິດສຸດໃຈ ແລະ ຍາມໃດກໍ່ນຳໜ້າໃນການປ່ຽນແປງໃໝ່ວິທີການສິດສອນພາສາ ອັງກິດ ຢູ່ໂຮງຮຽນໜຶ່ງໃນເຂດພູດອຍ. ປີ 2016, ພາຍຫຼັງຮຽນຈົບຂະແໜງພາສາ ອັງກິດ, ເອື້ອຍຄູ ຮ່າແອັງເຟື້ອງ ໄດ້ເລືອກເອົາຝູເຖາະ, ເຊິ່ງແມ່ນບ້ານເກີດຂອງຕົນ, ເພື່ອສິດສອນຢູ່ໂຮງຮຽນ ມັດທະຍົມຕອນປາຍ ເຮືອງເກິ່ນ - ໂຮງຮຽນທີ່ມີນັກຮຽນກວ່າ 80% ແມ່ນຊົນເຜົ່າສ່ວນໜ້ອຍ. ໂດຍເຂົ້າໃຈໄດ້ບັນດາຄວາມຫຍຸ້ງຍາກເຊິ່ງນັກຮຽນເຄີຍປະສົບ, ພິເສດແມ່ນໃນການຮຽນພາສາ ອັງກິດ, ເອື້ອຍຄູ ເຟື້ອງ ໄດ້ຊອກຫາບັນດາວິທີບຸກທະລຸ.

“ຂ້າເຈົ້າໄດ້ພະຍາຍາມຊອກຫາບັນດາມາດຕະການ ແລະ ວິທີສິດສອນ ເພື່ອສຸມໃສ່ 2 ປັດໄຈຫຼັກ ຄື: ແຮງຈູງໃຈໃນການຮຽນ ແລະ ສະພາບແວດລ້ອມແຫ່ງການຽນພາສາຕ່າງປະເທດ. ພວກນ້ອງຽນພາສາ ອັງກິດ ເພື່ອພັດທະນາຕົນເອງ, ບໍ່ແມ່ນຮຽນເພື່ອໃຫ້ການເສັງ. ຂ້າພະເຈົ້າຊອກໄດ້ບັນດາມາດຕະການ ຄື: ສອນພາສາ ອັງກິດ ຜ່ານຮູບເງົາ, ດົນຕີ ຫຼື ບັນດາເລື່ອງລາວທີ່ສ້າງແຫຼ່ງບັນດານໃຈ”.

ເອື້ອຍຄູ ແອັງເຟື້ອງ - ຜູ້ກໍ່ສ້າງພົນລະເມືອງດີຈີຕອນ, ເສີມສ້າງພົນລະເມືອງໂລກ ຢູ່ເຂດພູດອຍ ເຮືອງເກິ່ນ - ảnh 2(ເອື້ອຍຄູ ເຟື້ອງ ໄດ້ເຊື່ອມຕໍ່ນັກຮຽນຂອງຕົນກັບກັກຮຽນປະເທດຕ່າງໆໃນໂລກ ຜ່ານຮູບແບບຫ້ອງຮຽນຂ້າມຊາຍແດນ)

ກ່ຽວກັບສະພາບແວດລ້ອມແຫ່ງການຮຽນພາສາຕ່າງປະເທດ, ດ້ວຍການເຂົ້າເປັນສະມາຊິກປະຊາຄົມຄູອາຈານປະດິດຄິດສ້າງ Microsoft, ເອື້ອຍຄູ ເຟື້ອງ ໄດ້ເຊື່ອມຕໍ່ນັກຮຽນຂອງຕົນກັບກັກຮຽນປະເທດຕ່າງໆໃນໂລກ ຜ່ານຮູບແບບຫ້ອງຮຽນຂ້າມຊາຍແດນ. ດ້ວຍຮູບແບບດັ່ງກ່າວ, ນັກຮຽນຢູ່ ເຮືອງເກິ່ນ ໄດ້ເຊື່ອມຕໍ່ກັບເພື່ອນມິດຢູ່ 5 ທະວີບ, ເປີດສະພາບແວດລ້ອມແຫ່ງການຮຽນພາສາຕ່າງປະເທດອອກຢ່າງກວ້າງຂວາງກວ່າ.

“ຊົ່ວໂມງຮຽນພາສາຕ່າງປະເທດຈັບອົກຈັບໃຈ ແລະ ເປັນປະໂຫຍດທີສຸດ. ພວກນ້ອໄດ້ແລກປ່ຽນກັບບັນດານັກຮຽນຕ່າງປະເທດດ້ວຍພາສາ ອັງກິດ. ພວກນ້ອງກໍ່ໄດ້ແນະນຳກ່ຽວກັບວັດທະນະທຳການຂັບ ຊວານ ຂອງ ຝູເຖາະ ເພື່ອໃຫ້ພວກເພື່ອນນັກຮຽນຕ່າງປະເທດໄດ້ຮັບຊາບ”.

ຕາມປົກກະຕິແລ້ວ, ການຮຽນພາສາ ອັງກິດ ຈະບໍ່ມີຊີວິດຊີວາ. ແຕ່ພາຍຫຼັງເຂົ້າເຖິງວິທີຮຽແບບໃໝ່, ພວກນ້ອງມີຄວາມມ່ວນຊື່ນກວ່າໃນຊົ່ວໂມງຮຽນ ແລະ ມີຄວາມຈູບຈ້າວຫ້າວຫັນເພື່ອຮ່ຳຮຽນ, ຮັບເອົາຄວາມຮູ້ໄດ້ງ່າຍກວ່າ ແລະ ພັດທະນາທັກສະອ່ອນ”.

ພ້ອມກັນນັ້ນ, ເອື້ອຍຄູ ເຟື້ອງ ຍັງຜັນຂະຫຍາຍຫຼາຍໂຄງການທີ່ມີຄວາມໝາຍ, ຊ່ວຍໃຫ້ນັກຮຽນບໍ່ພຽງແຕ່ຍົກສູງຄວາມສາມາດດ້ານພາສາຕ່າງປະເທດເທົ່ານັ້ນ, ຫາກຍັງພັດທະນາຢ່າງຮອບດ້ານອີກດ້ວຍ. ໂຄງການ “I’m ເມື່ອງ” ໄດ້ພິສູດໃຫ້ເຫັນສິ່ງດັ່ງກ່າວ. ເອື້ອຍຄູ ຮ່າແອັງເຟື້ອງ, ແບ່ງປັນວ່າ:

“ການຫັນເປັນດີຈີຕອນໄດ້ຊ່ວເຊື່ອມຕໍ່ອິນເຕີເນັດງ່າຍດາຍກວ່າ, ການສອນສະຫຼັບດ້ານວັດທະນະທຳກັບສາກົນ ຈະສົ່ງຜົນສະທ້ອນເຖິງບັນຫາຮັກສາວັດທະນະທຳຊົນເຜົ່າ ເມື່ອງ ຂອງພວກນ້ອງ. ນັ້ນແມ່ນເຫດຜົນເພື່ອໃຫ້ຄູສອນກັບນັກຮຽນພວກຂ້າພະເຂົ້າພ້ອມກັນປະຕິບັດໂຄງການທີ່ມີຊື່ວ່າ “Im ເມື່ອງ”. ພວກນ້ອງນັກຮຽນໄດ້ແນະນຳກ່ຽວກັບວັດທະນະທຳ ເມື່ອງ ຂອງໂຮງຮຽນ ເພື່ອໃຫ້ແຂກຕ່າງປະເທດເມື່ອມາໂຮງຮຽນ ກໍ່ສາມາດຊອກຮູ້ກ່ຽວກັບວັດທະນະທຳຂອງຊົນເຜົ່າ ເມື່ອງ ຜ່ານບໍລິເວນວັດທະນະທຳ ເມື່ອງ ໄດ້ຢ່າງງ່າຍດາຍ”.

        ວິທີການສິດສອນຂອງເອື້ອຍ ຄູ ຮ່າແອັງເຟື້ອງ ແມ່ນຫຼັກຖານພະຍານທີ່ມີຊີວິດຊີວາກ່ຽວກັບຈິດໃຈປ່ຽນແປງໃໝ່, ປະດິດຄິດສ້າງໃນການສຶກສາ - ແຫ່ງທີ່ນັກຮຽນບໍ່ພຽງແຕ່ເກັ່ງດ້ານຄວາມຮູ້ເທົ່ານັ້ນ, ຫາກຍັງເຕີບໃຫຍ່ທາງດ້ານຈິນຕະນາການ, ບຸກຄະລິກກະພາບ ແລະ ຄຸນນະທາດເຊື່ອມໂຍງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ