ກຳລັງແຮງສັງລວມສ້າງເປັນໄຊຊະນະ

ທ້າຍ​ປີ 1972, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ເຊັນສັນ​ຍາ​ຢຸດ​ຕິ ສົງຄາມ, ສ້າງສັນ​ຕິ​ພາບ​ຄືນ​ໃໝ່​ຢູ່​ຫວຽດນາມ ແຕ່​ອາ​ເມ​ລິ​ກາ​ ພັດ​ໄດ້​ນຳ​ໃຊ້​ເຮືອບິນ  ຍຸດ​ທະ​ສາດ​ B52 ມາຖີ້ນລະ​ເບີດ​ລົງ​ຮ່າ​ໂນ້ຍ, ຫາຍ​ຟ່ອງ. ​ໄຊຊະນະໃນ​ 12 ວັນ ​ແລະ ຄືນ​​ໃນ​ບັ້ນຮົບດ້ຽນບຽນ​ຝູທາງ​ອາກາດກ່ອນ​ນີ້ 40 ປີ​ໄດ້​ບັງຄັບ​ໃຫ້​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Nickson ຕ້ອງ​​ເຂົ້າຮ່ວມ​ການເຈລະຈາ ​ແລະ ​ເຊັນ​ສັນຍາ​ປາຣີ ​ເມື່ອ​ວັນ​ທີ 27/1/1973​ ແລະ ຖອນ​ທະຫານ​ທັງ​ໝົ​ດອອກ​ຈາກ​ຫວຽດນາມ. ​ເຊີນ​ທ່ານ​ຊອກ​ຮູ້​ກ່ຽວ​ກັບ​ໄຊຊະນະຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດຜ່ານ​ຄວາມຊົງ​ຈຳ​ຂອງ​ທ່ານ​ພັນ​ເອກ Le Dinh Sy ອະດີດ​ຮອງ​ຫົວໜ້າ​ສະ​ຖາ​ບັນ​ປະຫວັດການ​ທະຫານ​ຫວຽ​ດນາມ.

ກຳລັງແຮງສັງລວມສ້າງເປັນໄຊຊະນະ - ảnh 1

ສັນຍາ​ປາຣີ ​27/1/1973​

(ພາບ: vi.wikipedia.org)

​  ໃນ 12 ວັນ ​ແລະ ຄືນ, ກອງທັບ​ອາກາດ​ອາ​ເມ​ລິ​ກາ ​ໄດ້​ນຳ​ໃຊ້​ເຮືອບິນ B52 ລວມ 663 ​ຖ້ຽວ ​ແລະ ​ເຮືອບິນ​ຍຸດ​ທະ​ວິທີ 3920 ຖ້ຽວ, ຖີ້ມລະ​ເບີດ​​ປະມານ​ 100.000 ກ່ວາ​ໂຕນ​ລົງ​ຮ່າ​ໂນ້ຍ, ຫາຍ​ຟອງ ​ແລະ ​ບາງ​ເປົ້າໝາຍສຳຄັນ​ອື່ນໆ​ຢູ່​ພາກ​ເໜືອ​ຫວຽດນາມ. ສະ​ເພາະ​ນະຄອນຫຼວງ​ຮ່າ​ໂນ້ຍ, ອາ​ເມ​ລິ​ກາ​ ໄດ້​ນຳ​ໃຊ້​ເຮືອບິນ​ B52 ເຖິງ 441 ​ຖ້ຽວພ້ອມ​ກັບເຮືອບິນ​ຍຸດ​ທະ​ວິທີນັບ​ພັນຖ້ຽວ ມາຖີ້ມລະ​ເບີດ​ກ່ວາ 10.000 ​ໂຕນ, ​ເພື່ອທຳລາຍ​ບັນດາ​​ຖະໜົນຫົນທາງ ​ແລະ ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ປະຊາຊົນ. ​ໃນ​ຄວາມ​ນັ້ນ, ທ່ານ​ພັນ​ເອກ Le Dinh Sy ​ໃນ​ເລານັ້ນພວມ​ເຮັດ​ວຽກ​ຢູ່ສະ​ຖາ​ບັນ​ປະຫວັດ​ການ​ທະຫານ​ຫວຽ​ດນາມ ​ໃຫ້​ຮູ້​ວ່າ:

   “​ໃນ​ເວລານັ້ນ, ຂ້າພະ​ເຈົ້າກໍ່ຄື​ທະຫານ ​ແລະ ປະຊາຊົນ​ຫວຽດນາມ ​ມີ​ຄວາມ​​ເປັນ​ຫ່ວງ ​ແລະ ວິຕົກ​ກັງວົນ​ຕໍ່​ນະຄອນຫຼວງ​ຮ່າ​ໂນ້ຍ ຍ້ອນ​ໄດ້​ຍິນ​ວ່າ​ກອງທັບ​ອາກາດ​ອາ​ເມ​ລິ​ກາ ​ແລະ ​ເຮືອບິນ B52 ມີ​ກຳລັງ​ແຮງ​​ເຂັ້ມ​ແຂງທີ່​ສຸດ.​ ແຕ່​ພວ​ກເຮົາ​ພັດມີ​ອາວຸດຍຸດ​ໂທ​ປະກອນ ​ແລະ ຈິດ​ໃຈຢ່າງ​ພຽງພໍ​ເພື່ອ​ຕ້ານ​ຄືນການ​ບຸກ​ໂຈມ​ຕີ​ຍຸດ​ທະ​ສາດ​ດັ່ງກ່າວ

ກຳລັງແຮງສັງລວມສ້າງເປັນໄຊຊະນະ - ảnh 2

(ພາບ: ອິນ​ເຕີ​ແນັດ)

  ການ​ບຸກ​ໂຈມຕີ​ຍຸດ​ທະ​ສາດ B52 ຂອງ​ອາ​ເມ​ລິ​ກາ ​ໃສ່​ນະຄອນ​ຫຼວງ​ຮ່າ​ໂນ້ຍ ​ແລະ ບາງ​ແຂວງ​ທາງ​ພາກ​ເໜືອ​ຫວຽດນາມ ​ເພື່ອ​ແນ​ໃສ່​ດັບ​ສູນ, ​ເຮັດ​ໃຫ້​ເຈດ​ຈຳນົງ​ຂອງ​ຊາດ​ຫວຽດນາມ ຖືກ​ເປັ້ຍລ່ອຍ, ບັງຄັບ​ໃຫ້​ຫວຽດນາມ ຕ້ອງ​ຍອມຈຳນົນ ​ແລະ ຍອມຮັບບັນດາ​ເງື່ອ​ນໄຂຊື່​ງອາ​ເມ​ລິ​ກາ ຍົກ​ອອກ​ຢູ່​ກອງ​ປະຊຸມ​ປາຣີ. ​ແຕ່​ຄວາມ​ຈິງ​ບໍ່​ເປັນ​ແນວ​ນັ້ນ, ປະທານາທິບໍດີ​ອາ​ເມ​ລິ​ກາ Nickson ​ໄດ້​ຂຽນ​ໃນ​ບົດ​ບັນທຶກ​ຄືນ​ຫຼັງ​ຂອງ​ຕົນ​ວ່າ: “ຄວາ​ມວິຕົກ​ກັງວົນ​ຂອງ​ຂ້າພະ​ເຈົ້າ​ໃນ​ຊຸມ​ວັນນັ້ນ ​ແມ່ນ​ລະດັບ​ເສຍ​ຫາຍ​​ເຮື​ອບິນ B52​ ໜັກໜ່ວງ​ທີ່​ສຸດ“. ທ່ານ Le Dinh Sy ວິ​ເຄາະ​ວ່າ:

   “​​ໄຊຊະນະຂອງ​ບັ້ນຮົບ​ດ້ຽນບຽນ​ຝູ ທາງ​ອາກາດ ​ແມ່ນ​ໄຊຊະນະຂອງ​ສິລະ​ປະ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ສົງຄາມ​ປະຊາຊົນ​ຫວຽດນາມ. ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ພວກ​ເຮົາ​ສາມາດ​ໄດ້​ຮັບ​ໄຊຊະນະ​ຕໍ່​ອາວຸດທຸກປະ​ເພດ​​ ​ແລະ ​ເອົາ​ຊະນະ, ບໍ່​ວ່າ​ສັດຕູ​ໂຕ​ໃດ

​  ໄຊຊະນະ​ຂອງ​ບັ້ນຮົບ​ດ້ຽນບຽນ​ຝູທາງ​ອາກາດ​ໄດ້​ປະກອບສ່ວນ​ພິສູ​ດ​ໃຫ້​ເຫັນ​ແນວທາງ​ການ​ເມືອງ, ສິລະ​ປະຍຸດການ​ທະຫານ​ທີ​ມີ​ຄວາມ​ປີ​ຊາ​ສາມາດ​ຂອງ​ພັກ​ກອມ​ມູນິດ​ຫວຽ​ດນາມ ດ້ວຍ​ການ​ສົມທົບ​ລະ​ຫວ່າງ​ກຳລັງ​ທະຫານຫຼວງ​ຊຳ​ນານງານ, ທ້ອງ​ຖິ່ນ, ທະຫານ​ລາດ ກອງ​ຫຼອນ ​ເພື່ອ​ສ້າງ​ເປັນຕາໜ່າງກຳລັງ​ໄຟ​ປ້ອງ​ກັນ​ອາກາດ ມ້າງທຳລາຍ​ອິດ​ທິພົນ​ຊື່​ສຽງ​ຂອງ​ກອງທັບ​ອາ​ເມ​ລິ​ກາ. ​ໄຊຊະນະ​ດ້ຽນບຽນ​ຝູທາງ​ອາກາດ​ໃນ 12 ວັນ ​ແລະ ຄືນ​​ເມື່ອ​ທ້າ​ຍປີ 1972 ​ແມ່ນ​ການ​ພິສູດ​ໃຫ້​ເຫັນ​ກຳລັງ​ແຮງ​ສັງ​ລວມ​ຂອງ​ຊາດ​ ​ແລະ ພະລັງ​ແຮງ​ແຫ່ງ​ຍຸກ​ສະ​ໄໝ.​ ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ, ການ​ຊ່ວຍ​ເຫືລ​ອຈາກ​ລັດຖະບານ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ; ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການສະໜັບສະໜູນ​ຢ່າງ​ແຮງ​ຂອງ​ຂະ​ບວນການ​ປົດ​ປ່ອຍ​ຊາດ, ຂອງ​ກຳລັງ​ການ​ປະຕິວັດ, ປະຊາ​ຕິ​ປະ​ໄຕ​ສັນຕິພາບ.

        

ຕອບກັບ

ຂ່າວ/ບົດ​ອື່ນ