ບ່ອນເກັບຮັກສາຮ່ອງຮອຍປະຫວັດສາດໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ “

ເຖິງ​ວ່າ 40 ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ​ກໍ່ຕາມ​ແຕ່​ຫຼາຍ​ຄົນ​ຍັງ​ຄົງ​ຈື່​ຈຳ​ຊຸມ​ວັນ​ທ້າຍ​ເດືອນ 12/1972, ຂະນະ​ທີ່ເຮືອບິນ B52 ຂອງອາ​ເມ​ລິ​​ກາ ໄດ້​ຖີ້ມລະ​ເບີດ​ລົງ​ຮ່າ​ໂນ້ຍ. ຂີດ​ໝາຍ​ຂອງ​ຊຸມ​ວັນ​ເວລາໃນ​ບັ້ນຮົບ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດພວມ​ຖືກ​ເກັບ​ຮັກສາ​​ຢູ່​ຫໍພິພິຕະພັນ​ກອງທັບປ້ອງ​ກັນ​ອາກາ​ດຮ່າ​ໂນ້ຍ ​ແມ່ນ​ການ​ພິສູດ​​ໃຫ້​ເຫັນໄຊຊະນະ​ທີ່​ສະຫງ່າ​ອົງອາດກໍ່​ຄື​ຄວາມ​ເສຍ​ຫາຍ​ຊື່ງຊາວ​ຮ່າ​ໂນ້ຍ​ໄດ້​ຜ່ານ​ຜ່າ​ໃນບັ້ນຮົບ 12 ວັນ ​ແລະ ຄືນ​ທີ່​ດຸ​ເດືອດ​ນັ້ນ

ບ່ອນເກັບຮັກສາຮ່ອງຮອຍປະຫວັດສາດໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ “ - ảnh 1

ທີ່​ງານ​ວາງສະ​ແດງ

(ພາບ:ອິນ​ເຕີ​ແນັດ)

   ສິ່ງພົ້ນ​ເດັ່ນ​​ໃນ​​ເຂດ​ວາງສະ​ແດງ​ຂອງ​ຫໍພິພິຕະພັນ​ກອງທັບປ້ອງ​ກັນ​ອາກາດ​ຮ່າ​ໂນ້ຍ ​ໃນ​ຊຸມ​ວັນ​ນີ້​ແມ່ນ​ບັນດາ​ວັດຖຸ​ພັນ​ທີ່​ວາດ​ພາບ​ໃຫ້​ເຫັນ​ການ​ຕໍ່ສູ້​ໃນ​ 12 ວັນ ​ແລະ ຄືນ​ທ້າຍ​ເດືອນ 12/1972 ຂອງ​ບັນດາ​ນັກຮົບ​ນະຄອນຫຼວງ, ສ້າງ​ເປັນ​ໄຊຊະນະ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“. ທ່ານ​ພັນ​ເອກ Nguyen Huu Dac ຜູ້ອຳນວຍການ​ຫໍພິພິຕະພັນ​ກອງທັບປ້ອງ​ກັນ​ອາກາດ​​ໃຫ້​ຮູ້​ວ່າ:

 “​​ພວກ​ຂ້າພະ​ເຈົ້າ​ໄດ້​ວາງສະ​ແດງ​ບັນດາ​ວັດຖຸ​ພັນ, ​ເອກະສານ, ຮູບ​ພາບ​ກ່ຽວ​ກັບ​ເຫດການ 12 ວັນ ​ແລະ ຄືນ​ປີ 1972, ຊຶ່ງ​ແມ່ນຈຸດ​ສຸດ​ຍອດ​​ແຫ່ງການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ບັງຄັບ​ໃຫ້​ອາ​ເມ​ລິ​ກາ ຕ້ອງ​ເຊັນ​ສັນຍາ​ປາຣີ ຕາມ​​ເງື່ອນ​ໄຂຂອງ​ຫວຽດນາມ. ນັ້ນ​ແມ່ນ​ບັນດາ​ວັດຖຸ​ພັນ​ແຕ່​ສະ​ໄໝທະຫານ​ປ້ອງ​ກັນ​ອາກາດ​ທຳ​ການ​ສູ້​ຮົບ​ຕ້ານເຮືອບິນ B52 ຢູ່​ສະໜາມ​ຮົບ​ວິ​ງລິງ​ໃນ​ຊຸມ​ປີ 1966, 1967 ຈົນ​ຮອດ​ວັນ​ທີ 14/1/1973


ບ່ອນເກັບຮັກສາຮ່ອງຮອຍປະຫວັດສາດໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ “ - ảnh 2

(ພາບ: thethao.tuoitre.vn)

    ບັນດາ​ຮູບ​ພາບ​ນຳ​ມາ​ວາງສະ​ແດງ​ທີ່​ຫໍພິພິຕະພັນ​ໄດ້​ວາດ​ພາບ​ໃຫ້​ເຫັນຊຸມ​ວັນ ​ແລະ ຄືນ​ທ້າຍ​ເດືອນ 12/1972, ຮ່າ​ໂນ້ຍ ຖືກ​ລະ​ເບີດ​ທຳລາຍ​ຢ່າງ​ດຸ​ເດືອດ. ຮູບ​ພາບ​ຄີ​ວລົດ​ໄຟ Hang Co ຖືກ​ລະ​ເບີດ​ທຳລາຍ, ກຳລັງ​ປ້ອງ​ກັນ​ຕົວ​ໂຮງໝໍ Bach Mai ​ເຂົ້າຮ່ວມ​ການກູ້​ຊ່ວຍ​ທ່ານ​ໝໍ ​ແລະ ຄົນ​ເຈັບ​ພາຍຫຼັງ​ຖືກ​ລະ​ເບີດ​ຈາກ​ເຮືອບິນ ຊື່​ງສະ​ແດງ​ໃຫ້​ເຫັນ​ວ່າຮ່າ​ໂນ້ຍ ມີ​ຄວາມ​ອົງ​ອາດ​ກ້າຫານ​ໃນ​ສົງຄາມ. ນ​ອກຈາກ​ນັ້ນ​ແລ້ວ, ​ຫໍພິພິຕະພັນ​ກອງທັບປ້ອງ​ກັນ​ອາກາດຍັງ​​ວາງສະ​ແດງ​ບັນດາ​ວັດຖຸ​ພັນ​ທີ່​ມີຄ່າ ພິສູດ​ໃຫ້​ເຫັນ​ວ່າ ກອງທັບ ​ແລະ ປະຊາຊົນ​ພາກ​ເໜືອ​ຫວຽດນາມ, ພິ​ເສດ​​ແມ່ນ​ກອງທັບ ​ແລະ ປະຊາ​ຊົນ​ນະຄອນຫຼວງ ​ໄດ້​ຕີ​ເອົາ​ຊະນະ​ການ​ບຸກ​ໂຈມ​ຕີ​ຂອງ​ກອງທັບ​ອາກາດ​ອາ​ເມ​ລິ​ກາ ຢູ່ພາກ​ເໜືອ ​ແລະ ນະຄອນຫຼວງ​ຮ່າ​ໂນ້ຍ. ທ່ານ​ພັນ​ເອກ Nguyen Huu Dac ຜູ້ອຳນວຍການ​ຫໍພິພິຕະພັນ​ກອງທັບປ້ອງ​ກັນ​ອາກາດ​​ໃຫ້​ຮູ້​ຕື່ມ​ອີກວ່າ:

   “​ມີ​ຫຼາຍ​ວັດຖຸ​ພັນ​ມີຄ່າ​ທີ່​ສຸດ, ນັບ​ແຕ່ເຮືອບິນ Mic 21 ລຳ​ທີ່​ໄດ້ຍິງ​ເຮືອບິນ B-52 ຕົກ​, ປືນ​ໃຫ່ຍປ້ອງ​ກັນ​ອາກາດ ​ແລະ ລູດສອນ​ໄຟ​ທີ່ຍິງ​ເຮືອ​ບິນຕົກ​ໃນ 12 ວັນ ​ແລະ ຄືນ​ຂອງ​ເດືອນ 12/1972

 ອະດີດຕະການ​ກ່ຽວ​ກັບ​ສົງຄາມ, ລູກ​ລະ​ເບີດ…​ເຖິງ​ວ່າ​​ໄດ້​ກໍ່ຄວາມ​ເສຍຫາຍ ​ແລະ ການ​ສູນ​ເສຍ​ຫຼາຍ​ຢ່າງ​ກໍ່ຕາມ ​ແຕ່​ສິ່ງ​ທີ່​ມີ​ຄວາມ​ໝາຍ​ກ່ວານັ້ນ​ແມ່ນ​ຄວາ​ມ​ເອກອ້າງ​ທະ​ນົງ​ໃຈ, ຄວາມ​ອົງອາດ​ກ້າຫານ​ບື່ນຕົວ​ຂຶ້ນ​ຂອງ​ຊາວ​ຫວຽດນາມ ລຸ້ນຕ່າງໆ. ​ເພື່ອນ Tran Duy Anh ນັກ​ສຶກສາ​ມະຫາວິທະຍາ​ໄລ​ວິທະຍາສາດ-​ສັງຄົມ ​ແລະ ມະນຸດຊາດ​ໄດ້​ແບ່ງປັນ​ຄວາມ​ຮູ້ສຶກ​ວ່າ:

   “​ມື້​ນີ້​ໄດ້​ມາ​ຢ້ຽມຫໍພິພິຕະພັນ​ກອງທັບ​ປ້ອງ​ກັນ​ອາກາດ, ຂ້າພະ​ເຈົ້າ​ໄດ້​ເຫັນ​ບັນດາ​ວັດຖຸ​ພັນ​ກ່ຽວ​ກັບ​ເຫດການ 12 ວັນ ​ແລະ ຄືນ​ທີ່ທຳ​ການ​ຕໍ່ສູ້​ໃນ​ທ້າຍ​ປີ 1972. ຜ່ານ​ນັ້ນ, ​ເຮົາ​ຈະ​ເຫັນ​ໄດ້​ຄວາມ​ເຕີບ​ໃຫ່ຍ​ເຂັ້ມ​ແຂງ, ລັກສະນະ​ທັນ​ສະ​ໄໝ​ຂອງ​ກອງທັບ​ຫວຽດນາມ ​ໃນ​ຊຸມ​ປີ 1972, ​ເຫັນ​ໄດ້​ນ້ຳໃຈ​ສາມັກຄີ​ລະຫວ່າງ​ທະຫານ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ“.

   ອະດີດຕະການ​ກ່ຽວ​ກັບການ​ຕໍ່ສູ້​ໃນ 12 ວັນ ​ແລະ ຄືນ​ຂອງ​ກອງທັບ ​ແລະ ປະຊາຊົນ​ນະຄອນຫຼວງ​ຮ່າ​ໂນ້ຍ ນັບ​ມື້​ນັບ​ຫ່າງ​ເຫີ​ນໄປ​ແຕ່​ບັນດາ​ວັດ​ຖຸພັນ​ທີ່ນຳ​ມາ​ວາງສະ​ແດງ​​ໃນ​ຫໍພິພິຕະພັນ​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ມີ​ສະຕິ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຂອບ​ຂະໜາດ​ອັນ​ຍິ່ງ​ໃຫ່ຍຂອງ​ໄຊຊະນະ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“. ​ໄຊຊະນະ​ດັ່ງກ່າວ​ຍາມ​ໃດ​ກໍ່​ຈະ​ແມ່ນ​ສັນຍາ​ລັກ​​ແຫ່ງ​ເຈດ​ຈຳນົງ​ອົງອາດ​ກ້າຫານ, ​ນ້ຳ​ໃຈ​ສາມັກຄີ​ຂອງ​ກອງທັບ ​ແລະ ປະຊາຊົນ​ຮ່າ​ໂນ້ຍ ກໍ່​ຄື​ຄຸນ​ນະ​ທາດ, ພູມ​ປັນຍາ ​ແລະ ສິລະ​ປະຍຸດ​ການ​ທະຫານ​ຫວຽດນາມ.

        

ຕອບກັບ

ຂ່າວ/ບົດ​ອື່ນ