ຫງອກຮ່າ-ແຫ່ງທີ່ເຮືອບິນ B52 ຖືກຍິງຕົກ

   ນັບ​ແຕ່​ທ້າຍປີ 1972, ບ້ານ​ຫງອກ​ຮ່າ -​ ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າແມ່ນ​ແຫ່ງ​ເກັບ​ຮັກສາ​ຮ່ອງ​ຮອຍປະຫວັດສາດ​ຂອງ​ບັ້ນຮົບ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“. ​​ເພາະວ່າໃນ​ເວລາ​ນັ້ນຊາກ​ສ່ວນ​ໜຶ່ງ​ຂອງ ເຮືອບິນ B52 ຂອງອາ​ເມ​ລິ​ກາ ​ຖືກທະຫານ​ປ້ອງ​ກັນ​ອາກາດ​ຫວຽດນາມຍິງ​​ໃສ່ນັ້ນ​ໄດ້ຕົກ​ລົງ​ໜອງ​ຫຶ້ວຕຽບ ຂຶ້ນ​ກັບ​ບ້ານ​ດອກ​ໄມ້​ຫງອກ​ຮ່າ.

ຫງອກຮ່າ-ແຫ່ງທີ່ເຮືອບິນ B52 ຖືກຍິງຕົກ - ảnh 1

ຊາກ​ສ່ວນ​ຂອງເຮືອບິນ B52 ​ໃນ​ໜອງ​ຫຶ໋ວຕຽບ

(ພາບ:m.vovgiaothong.vn)

   ​ເຖິງ​ວ່າ 40 ປີ ໄດ້​ລ່ວງ​ເລີຍ​​ໄປ​, ນັບ​ແຕ່​​ເຮືອບິນ B52 ຖືກ​ຍິງ​ຕົກລົງໜອງ​ຫຶ້ວຕຽບ, ຕາ​ແສງຫງອກ​ຮ່າ ​ກໍ່ຕາມ, ແຕ່​ບັນດາ​ເລື່ອງ​ລາວ​ກ່ຽວ​ກັບ​ບັ້ນຮົບ 12 ວັນ ​ແລະ ຄືນ​ຢ່າງ​ອົງອາດ​ກ້າຫານ​ຂອງ​ກອງທັບ ​ແລະ ຊາວ​ຮ່າ​ໂນ້ຍ ຍັງຄົງ​ຝັງ​ເລິກ​ໃນ​ຄວາມ​ຊົງ​ຈຳ​ຂອງ​ປະຊາຊົນ​ຢູ່​ແຫ່ງ​ນີ້ຢູ່. ປ້າ​ຟ້າ​ມທິກູ​ຍ, ອະດີດ​ຮອງກຳມະການ​ການ​ເມືອງ ກອງ​ປ້ອງ​ກັນ​ຕົວ​ຫງອກ​ຮ່າ ຫວນ​ຄືນ​ວ່າ: ​ໃ​ນຕອນ​ເຊົ້າຂອງ​ວັນ​ທີ 27/12/1972, ທະຫານ​ກອງພັນ 72, ສັງກັດກອງພັນ​ໃຫ່ຍ 285 ​ລູກ​ສອນ​ໄຟ​ປ້ອງ​ກັນອາກາດໄດ້​ຍິງເຮືອບິນ B52 ລຳ​ໜຶ່ງ​ຕົກ ​ແລະ ​ໃນ​ນັ້ນຊາກ​​ເຮືອບິນສ່ວນ​ໜຶ່ງ​ຖືກ​ຕົກລົງໜອງ​ຫຶ້ວຕຽບ. ປ້າ​ຟ້າ​ມທິກູ​ຍ ​ແບ່ງປັນ​ວ່າ:

 “​​​ເມື່ອ​ເຮືອບິນ​ຖືກ​ຍິງ​ຕົກ, ​ຊາວບ້ານ​ກໍ່ມີ 2,3 ຄົນ​ຖືກເສຍ​ຊີວິດ ​ເຖິງ​ວ່າ​ມີ​ຄວາມ​​ໂສ​ກເສົ້າຫຼາຍ​ແຕ່​​ເມື່ອເຫັນ​ພວກສັດຕູ​ຖືກປະລາໄຊ​ກໍ່ຮູ້ສຶກພາກພູມ​ໃຈ​ທີ່​ສຸດ. ທະຫານ​ປ້ອງ​ກັນ​ອາກາດ​ຂອງ​ຫວຽດນາມ ​ເກັ່ງ​ຫຼາຍ, ​ໄດ້​ຍິງ​ເຮືອບິນ​ຕົກ​ໃນ​ຂະນະ​ທີ່​ມັນ​ບໍ່​ທັນ​ໄດ້​ຖີ້ມລະ​ເບີດ​ເທື່ອ. ​ໃນ​ມື້​ຕໍ່​ມາ, ທ່ານ​ພົນ​ເອກ​ຫວໍ້​ງວຽນຢາ​ບ ​ໄດ້​ໄປ​ຢ້ຽມຢາມ​ບ້ານ​ຫງອກ​ຮ່າ ​ແລະ ລະດົມ​ກຳລັງ​ໃຈ​ຊາວບ້ານ, ນັ້ນ​ແມ່ນ​ຄວາມ​ຊົງ​ຈຳ​ທີ່​ບໍ່​ອາດ​ລືມ​ໄດ້

ຫງອກຮ່າ-ແຫ່ງທີ່ເຮືອບິນ B52 ຖືກຍິງຕົກ - ảnh 2

ບ້ານ​ດອກ​ໄມ້​ຫງອກ​ຮ່າ​ໃນ​ເມື່ອ​ກ່ອນ

(ພາບ: daibieunhandan.vn)

​ ໂດຍ​ແມ່ນໜຶ່ງ​ໃນ​ບັນດາ​ຜູ້​ອາວຸ​ໂສ​ຂອງ​ບ້ານ​ຫງອກ​ຮ່າ ທັງເປັນ​ຕົວ​ພະຍານ​​ໃນ​ເຫດການ​ດັ່ງກ່າວ, ຍາມ​ໃດ ທ່ານ​ຫງວຽນຈ້ອງ​ຫຽນ ​ກໍ່​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ຍ້ອນ​ໄດ້​ເຂົ້າຮ່ວມ​ການ​ຕໍ່ສູ້​ໂດຍ​ກົງ​ໃນ​ບັ້ນຮົບ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“. ທ່ານ​ຫຽນ ​ເລົ່າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

   “​​​ຕໍ່ສູ້​ເພື່ອ​ປະ​ເທດ​ຊາດ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ, ໂດຍ​ແມ່ນ​ຊາວ​ຮ່າ​ໂນ້ຍ ທີ່​ໄດ້ຕໍ່​ສູ້ຢູ່​ທີ່ຮ່າ​ໂນ້ຍ, ຂ້າພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນໜ້າ​ທີ່​ທີ່​​ມີ​ຄວາມ​ສັກກະລະ​ບູຊາທີ່​ສຸດ. ​ເຖິງ​ວ່າ​ຢູ່​ໃກ້​ກັບ​ເມຍ ​ແລະ ລູກ​ກໍ່ຕາມແຕ່​ພັດ​ບໍ່​ໄດ້ພົບ​ກັນ​ເພາະວ່າການ​ຕໍ່ສູ້​ຍັງດຸ​ເດືອດ​ທີ່​ສຸດ

 ​  ປະຈຸ​ບັນ, ​ເສັ້ນທາງ​ອ້ອມ​​ໜອງ​ແຫ່ງ​ນີ້ ​​ໄດ້​ກາຍເປັນ​ບ່ອນ​ລະ​ຫຼິ້ນ​ຂອງ​ເດັກນ້ອຍ, ບ່ອນ​ຫັດ​ກາຍ​ຂອງ​ຜູ້​ເຖົ້າ​ຜູ້ແກ່. ຢູ່​ແຄມ​ໜອງ​ແມ່ນ​ໂຮງຮຽນ​ປະຖົມ​ຫງອກ​ຮ່າ, ນັກຮຽນ​ຢູ່​ທີ່​ນີ້​ໄດ້​ຮຽນປະຫວັດສາດ​ແຫ່ງ​ການ​ສູ້​ຮົບ​ຂອງ​ຮ່າ​ໂນ້ຍ ​ຢ່າງ​ມີ​ຊີວິດ​ຊີວາ, ດ້ວຍ​ວິທີ​ຮຽນ​ປະ​ຈັດ​ຕາ. ນ້ອງ​ໂດ໋ຟ້າ​ມ​ເຈົາຢາງ, ຫ້ອງ​ປໍ 4 ໂຮງຮຽນ​ປະຖົມ​ຫງອກ​ຮ່າ ຊື່​ງ​ໄດ້​ຮັບ​ການ​ກຳ​ເນີ​ດ ຈາກ​ຄອບ​ຄົວ​ໜຶ່ງ​ໃນບ້ານ​ຫງອກ​ຮ່າ, ​ນັບ​ແຕ່​ນ້ອຍ, ນ້ອງໄດ້​ຮັບ​ຮູ້​ກ່ຽວ​ກັບປະຫວັດສາດ​ຂອງ​ບ້ານ​ ຫງອກ​ຮ່າ ​ແລ້ວ, ສິ່ງ​ດັ່ງກ່າວ​ເຮັດ​ໃຫ້  ນ້ອງ​ມີ​ຄວາມ​ເຄົາລົບ​ເຂດ​ປູ​ສະ​ນີຍະສະ​ຖານ​ແຫ່ງ​ນີ້​ທີ່​ສຸດ. ນ້ອງ​ເຈົາຢາງ ​ໃຫ້​ຮູ້​ວ່າ:

   “​​​ແຕ່​ລະອາ​ທິດ, ພວກນ້ອງ​ໄດ້​ເຮັດອະນາ​ໄມ​ທຳ​ຄວາມ​ສະອາດ​ຢູ່​ອ້ອມ​ໜອງ ​ແລະ ຕັກ​ເຕືອນ​ທຸກ​ຄົນ​ຕ້ອງ​ປົກ​ປັກຮັກສາ​ທີ​ວທັດ​ທຳ​ມະ​ຊາດ​ຢູ່​ແຫ່ງ​ນີ້. ປະຈຸ​ບັນ, ຖ້າ​ພົບ​ກັບ​ນັກ​ທ່ອງ​ທ່ຽວ, ນ້ອງ​ຈະ​ແນະນຳ​ໃຫ້​ເຂົາ​ເຈົ້າຮູ້ກ່ຽວ​ກັບ​​​ເລື່ອງເຮືອບິນ​ຂອງ​ອາ​ເມ​ລິ​ກາຖືກ​ຍິງ​ຕົກຢູ່ໜອງ​​ໃນບ້ານຂອງ​ຕົນ​ດ້ວຍ​ຄວາມ​ເຊື່ອໝັ້ນຕົນ​ເອງ“.

  ຊາກ​ເຮືອບິນ B52  ຢູ່​ຫງອກ​ຮ່າ-​ຮ່າ​ໂນ້ຍ ​ໄດ້​ກາຍ​ເປັນຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວບ້ານ​ຫງອກ​ຮ່າ​ ​ເວ້​ົາສະ​ເພາະ ​ແລະ ທັງ​ຊາດ​ຫວຽດນາມ ​ເວົ້າລວມ. ສະນັ້ນ, ໜອງ​ຫຶ໋ວຕຽບ-ບ້ານ​ດອກ​ໄມ້​ຫງອກ​ຮ່າ- ​ແຫ່ງ​ທີ່ທະຫານ ​ແລະ ປະຊາຊົນ​ຮ່າ​ໂນ້ຍ​ ໄດ້​ຍິງເຮືອບິນ B52 ​ຂອງ​ກອງທັບ​ອາ​ເມ​ລິ​ກາ​ ຕົກນັ້ນ ​ໄດ້​ຮັບ​ຖືວ່າ ​ແມ່ນ​ຂີດ​ໝາຍ​ແຫ່ງ​​ໄຊຊະນະ​​ໃນການ​ສູ້​ຮົບ​ທາງ​ອາກາດ​ຂອງ​ທັງ​ລອງ - ຮ່າ​ໂນ້ຍ.

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ