ຈິດຕະກອນ ດ່າວຈ້ອງຫຼີ ຜູ້ແຕ້ມພາບປະທານ ໂຮ່ຈີມິນ

(VOVWORLD) -ທ່ານ ດ່າວຈ້ອງຫຼີ ປີນີ້ອາຍຸ 74 ແມ່ນຊາວ ຫວຽດນາມ ອາໄສຢູ່ໄທ ແມ່ນຜູ້ໄດ້ແຕ້ມພາບ 150 ກວ່າແຜ່ນກ່ຽວກັບປະທານ ໂຮ່ຈີມິນ. ເມື່ອບໍ່ດົນມານີ້ຢູ່ນະຄອນຫຼວງ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/5/1890 - 19/5/2024), ຫໍພິພິທະພັນວິຈິດຕະກຳ ຫວຽດນາມ ໄດ້ສົມທົບກັບສະມາຄົມໄທ - ຫວຽດນາມ ຢູ່ແຂວງ ນະຄອນພະນົມຂອງໄທ ຈັດງານວາງສະແດງ “ຈິດໃຈຂອງຈິດຕະກອນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດທີ່ມີຕໍ່ລຸງ ໂຮ່”. ນີ້ເປັນຄັ້ງທຳອິດທີ່ພາບແຕ້ມຂອງຈິດຕະກອນ ດ່າວຈ້ອງຫຼີ ໄດ້ຖືກນຳມາວາງສະແດງ. 
ຈິດຕະກອນ ດ່າວຈ້ອງຫຼີ ຜູ້ແຕ້ມພາບປະທານ ໂຮ່ຈີມິນ - ảnh 1ຈິດຕະກອນ ດ່າວຈ້ອງຫຼີ

  ຈິດຕະກອນ ດ່າວຈ້ອງຫຼີ ເກີດປີ 1951 ໃນຄອບຄົວຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດທີ່ຮັກຊາດຢູ່ແຂວງນະຄອນພະນົມຂອງໄທ. ບ້ານເກີດຂອງທ່ານຢູ່ເມືອງ ກວັກອວາຍ ນະຄອນຮ່າໂນ້ຍ. ເມື່ອກ່ອນນີ້ພໍ່ແມ່ນຂອງທ່ານໄດ້ໄປຢູ່ ລາວ ແລ້ວກໍ່ໄປຢູ່ ໄທ ແລະ ດຳລົງຊີວິດນັບແຕ່ປີ 1945. ທ່ານ ນາງ ຫວໍທິຮົ່ງເວິນ ຮອງປະທານສະມາຄົມໄທ - ຫວຽດນາມ ແຂວງນະຄອນພະນົມ ຮອງຫົວໜ້າຄະນະຄຸ້ມຄອງເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງນະຄອນພະນົມ ໃຫ້ຮູ້ວ່າ:

     “ທ່ານ ດ່າວຈ້ອງຫຼີ ເຄີຍເປັນປະທານສະມາຄົມໄທ - ຫວຽດນາມ ແຂວງ ນະຄອນພະນົມ, ຫົວໜ້າຄະນະຄຸ້ມຄອງການກໍ່ສ້າງເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ນະຄອນພະນົມ ປະເທດໄທ. ທ່ານເຄີຍເປັນອ້າຍຄູສອນເປັນເວລາກວ່າ 10 ປີ ມີນ້ຳໃຈຮັກຊາດຢ່າງສູງ”.

   ປີ 2013, ທ່ານ ດ່າວຈ້ອງຫຼີ ໄດ້ມີແນວຄວາມຄິດສ້າງຫ້ອງວາງສະແດງກ່ຽວກັບປະທານ ໂຮ່ຈີມິນເພື່ອໃຫ້ປະຊາຊົນໄທ ແຂກທ່ອງທ່ຽວສາກົນ ຊາວຫວຽດນາມ ອາໄສຢູ່ໄທມາຢ້ຽມຊົມຊອກຮູ້. ເພື່ອມີວັດຖຸພັນກ່ຽວກັບປະທານ ໂຮ່ຈີມິນ, ທ່ານໄດ້ເກັບກຳຮູບຖ່າຍ ຮູບແຕ້ມກ່ຽວກັບເພິ່ນ ແລະ ໄດ້ແຕ້ມຄືນຮູບເຫຼົ່ານນັ້ນ. ທ່ານ ດ່າວຈ້ອງຫຼີ ໃຫ້ຮູ້ວ່າ:

       “ແຕ້ມຮູບປະທານ ໂຮ່ຈີມິນ, ຂ້າພະເຈົ້າຮູ້ສຶກມີແຮງດຶງດູດໃຈ ຈາກນັ້ນຂ້າພະເຈົ້າໄດ້ແຕ້ມຈາກຮູບແຜ່ນນີ້ສູ່ຮູບແຜນອື່ນ. ແຕ້ມພາບທ່ານປະທານ ໂຮ່ຈີມິນ ກໍ່ເປັນການຍາກທີ່ສຸດ ເພິ່ນມີຄູ່ຕາໃສແຈ້ງປຽບເໝືອນດວງດາວ. ດັ່ງນັ້ນເຖິງວ່າພາບໃຫຍ່ຫຼື ນ້ອຍກໍ່ຕາມ ເມື່ອແຕ້ມພາບປະທານ ໂຮ່ຈີມິນ ກໍ່ຕ້ອງແຕ້ມຄູ່ຕາຢ່າງຈະແຈ້ງ”.

      ມາຮອດປັດຈຸບັນຈິດຕະກອນ ດ່າວຈ້ອງຫຼີ ໄດ້ແຕ້ມພາບກ່ຽວກັບປະທານ ໂຮ່ຈີມິນ ຫຼາຍກວ່າ150 ແຜ່ນ ກວມເອົາປະມານ 1% ຍອດຈຳນວນຮູບແຕ້ມກ່ຽວກັບເພິ່ນ ເຊິ່ງທ່ານໄດ້ເກັບກຳມາໄດ້. ທ່ານ ດ່າວຈ້ອງຫຼີ ໃຫ້ຮູ້ຕື່ມອີກວ່າ:

     “ໂດຍແມ່ນຊາວ ຫວຽດນາມ ທີ່ກຳເນີດຂຶ້ນຢູ່ໄທ ຂ້າພະເຈົ້າຍາມໃດກໍ່
ອວ່າຍໜ້າເມືອຫາບ້ານເກີດເມືອງນອນ ປະເທດຊາດ ຫວຽດນາມ ມຸ່ງໄປສູ່ປະທານ ໂຮ່ຈີມິນ. ຂ້າພະເຈົ້າພ້ອມກັບຊາວ ຫວຽດນາມ ຕ່າງດ້າວເຄື່ອນໄຫວປະຕິວັດເພື່ອປົດປ່ອຍຊາດ”.

      ເຖິງວ່າແມ່ນຈິດຕະກອນສະໝັກຫຼິ້ນກໍ່ຕາມ ແຕ່ພາບແຕ້ມຂອງທ່ານ ດ່າວຈ້ອງຫຼີ ມີຄວາມງາມທີ່ສຸດ ບໍ່ນ້ອຍໜ້າກວ່າພາບຂອງຈິດຕະກອນອາຊິບ. ເມື່ອບໍ່ດົນມານີ້ ພາບແຕ້ມຂອງທ່ານ ດ່າວຈ້ອງຫຼີ ເປັນຄັ້ງທຳອິດໄດ້ນຳມາວາງສະແດງຢູ່ທີ່ງານວາງສະແດງທີ່ມີຫົວຂໍ້ວ່າ: “ຈິດໃຈຂອງຈິດຕະກອນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດທີ່ມີຕໍ່ລຸງ ໂຮ່” ຖືກຈັດຂຶ້ນຢູ່ ຮ່າໂນ້ຍ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງເພິ່ນຄົບຮອບ 134 ປີ. ທ່ານ ປອ. ຫງວຽນແອັງມິງ ຜູ້ອຳນວຍການຫໍພິພິທະພັນວິຈິດຕະກຳ ຫວຽດນາມ ໃຫ້ຮູ້ວ່າ:

      “ພາບແຕ້ມ 55 ແຜ່ນ ກ່ຽວກັບປະທານ ໂຮ່ຈີມິນ ໃນວາງສະແດງໂດຍຈິດຕະກອນ ດ່າວຈ້ອງຫຼີ ແຕ້ມຢູ່ ໄທ. ຂະບວນວິວັດແຫ່ງການເຄື່ອນໄຫວປະຕິວັດຂອງເພິ່ນ ຈາກຊຸມມື້ທຳອິດທີ່ເພິ່ນອອກເດີນທາງໄປຊອກຫາເສັ້ນກູ້ຊາດ ຕະຫຼອດຮອດບັນດາຫຼັກໝາຍທີ່ສຳຄັນແຫ່ງປະວັດສາດປະຕິວັດ ຫວຽດນາມ ໄດ້ຖືກສະແດງອອກຜ່ານຄວາມລຽບງ່າຍຂອງຈິດຕະກອນ ດ່າວຈ້ອງຫຼີ”.

     ດ້ວຍການປະກອບສ່ວນຂອງຕົນໃຫ້ແກ່ບ້ານເກີດເມືອງນອນປະເທດຊາດ, ທ່ານ ດ່າວຈ້ອງຫຼີ ມີຄວາມເປັນກຽດໄດ້ຮັບຫຼຽນໄຊຕໍ່ຕ້ານຊັ້ນສອງຈາກລັດ ຫວຽດນາມ. ທ່ານກໍ່ໄດ້ຮັບຫຼຽນໄຊ ຫຼຽນກາເພື່ອພາລະກິດການສຶກສາ ແລະ ບຳລຸງກໍ່ສ້າງຈາກແຂວງ ກວ໋າງບິ່ງ ແລະ ແຂວງ ກວ໋າງຈິອີກດ້ວຍ

ຕອບກັບ

ຂ່າວ/ບົດ​ອື່ນ