ຜູ້ຮັກສາອາຊີບທັກແສ່ວຂອງເຜົ່າຢ້າວແດງ ໃນແຂວງ ຖາຍງວຽນ.

(VOVWORLD) -ນາງ ຈ້ຽວທິຈຸງ ຢູບ້ານ ກົກທົກ ຕາແສງ ຝູທົງ ແຂວງ ຖາຍງວຽນ ເຖິງວ່າມີອາຍຸ 70 ປີປາຍແລ້ວກໍ່ຕາມ ແຕ່ນາງກໍ່ຍັງຄົງເມົາມົວກັບການຫຍິບປັກທັກແສ່ວ. ຈາກສອງຝາມືທີ່ຄ່ອງແຄ້ວ ນາງບໍ່ພຽງແຕ່ສ້າງບັນດາລວດລາຍເທົ່ານັ້ນ ຫາກຍັງຖ່າຍທອດໃຫ້ໄວໜຸ່ມ ເພື່ອໃຫ້ອາຊີບທັກແສ່ວຂອງຊາວເຜົ່າຢ້າວແດງ ສືບຕໍ່ໄດ້ຮັບການຮັກສາ.
ຜູ້ຮັກສາອາຊີບທັກແສ່ວຂອງເຜົ່າຢ້າວແດງ ໃນແຂວງ ຖາຍງວຽນ. - ảnh 1ນາງ ຈ້ຽວທິຈຸງ (ເບື້ອງຂວາ)

    ໂດຍໄດ້ກຳເນີດຂຶ້ນ ແລະ ເຕີບໃຫຍ່ໃນຄອບຄົວແມ່ນຊາວເຜົ່າຢ້າວແດງ ນັບແຕ່ອາຍຸ 7 – 8 ປີ ນາງ ຈຸງ ໄດ້ຮັບການຖ່າຍທອດອາຊີບຫຍິບປັກທັກແສ່ວ ຈາກແມ່ຍ່າແລະແມ່ ຂະນະທີ່ໝູ່ເພື່ອນທີ່ຮ່ວມເກນອາຍຸດຽວກັນພວມມວນຊື່ນລະຫຼິ້ນ ນາງໄດ້ໝົກໝົ່ນຮຽນວິທີສ້າງລວດລາຍທີ່ເປັນສັນຍາລັກໃຫ້ແກ່ ຟ້າດິນ ປ່າ ພູຜາ ນົກ ແມ່ນ້ຳລຳເຊ ສິ່ງນີ້ໄດ້ສ້າງພື້ນຖານເພື່ອໃຫ້ນາງຜູກພັນລະຫຼອດຊີວິດກັບອາຊີບຂອງເຜົ່າຕົນ ນາງ ຈ້ຽວທິຈຸງ ເປີດເຜີຍວ່າ:

 “ຂ່າພະເຈົ້າຮູ້ທັກແສ່ວ ນັບແຕ່ຄາວຍັງນ້ອຍ, ປັດຈຸບັນອາຍຸສູງແລ້ວ ກໍ່ຢາກຖ່າຍທອດໃຫ້ລູກຫຼານ ເອື້ອຍນ້ອງແມ່ຍິງ ເພື່ອຮັກສາສີສັນໃຫ້ເຜົ່າຕົນ”.

ໃນຫຼາຍປີທີ່ຜ່ານມາ ນາງ ຈຸງ ໄດ້ສຸມຈິດສຸມໃຈຖ່າຍທອດອາຊີບໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມເຍົາວະຊົນໃນຕາແສງ ໂດຍຜ່ານສະຫະກອນ ທຽນອານ ແຫ່ງນາງແມ່ນໜຶ່ງໃນບັນດາສະມາຊິກທີ່ມີຄວາມຜູກພັນນານກວ່າໝູ່ ນັບແຕ່ປີ 2020 ນາງໄດ້ກາຍເປັນເອື້ອຍຄູຂອງບັນດາຊຸດອົບຮົມທັກແສ່ວ ໂດຍສະຫະກອນສົມທົບກັນຈັດຂຶ້ນ ດ້ວຍວິທີແນະນຳທີ່ໃກ້ຊິດສະໜິດສະໜົມ ນາງໄດ້ຖ່າຍທອດອາຊີບໃຫ້ແກ່ນັກຮຽນ ຫຼາຍກວ່າ 80 ຄົນ ເອື້ອຍນ້ອງແມ່ຍິງຫຼາຍຄົນ ພາຍຫຼັງຊຸດອົບຮົມກໍ່ສາມາດຜະລິດບັນດາຜະລິດຕະພັນຫຍິບປັກທັກແສ່ວຢ່າງລະອຽດອ່ອນ ຈາກຖົງພາຍແພພັນຫົວ ຕະຫຼອດຮອດໝວກ ນາງ ຮວ່າງທິຕວຽນ ນັກຮຽນທີ່ໄດ້ຮັບການຖ່າຍທອດອາຊີບຈາກນາງ ຈຸງ ໃຫ້ຮູ້ວ່າ:

“ປ້າ ຈຸງ ແນະນຳຢ່າງສຸດໃຈ ແລະ ລະອຽດລະອໍ. ຮຽນທັກແສ່ວແມ່ນມີຄວາມໝາຍທີ່ສຸດ ເພາະວ່າມັນເປັນການຮັກສາສີສັນຂອງເຜົ່າຢ້າວແດງ, ວັດທະນະທຳ ຂອງປູ່ຍ່າຕາຍາຍປະໄວ້ໃຫ້”.

ໃນບັນດາຊຸດອົບຮົມຖ່າຍທອດທັກແສ່ວຂອງນາງ ຈຸງ ກໍ່ມີນ້ອງນ້ອຍ ທີ່ມີອາຍຸຫາກໍ່ 14 ຫາ 15 ປີ ຍ້ອນການຊີ້ບອກຢ່າງສຸດໃຈຂອງນາງ ພວກນ້ອງນ້ອຍບໍ່ພຽງແຕ່ມີຄວາມຄ່ອງແຄ້ວໃນການຫຍິບບັກທັກແສ່ວເທົ່ານັ້ນ ຫາກຍັງສາມາດສ້າງລວດລາຍຂອງເຜົ່າຕົນ ຜ່ານບັນດາຜືນແຜ່ນແພອີກດ້ວຍ ນ້ອງ ທູຮ່າ ອາຍຸ 14 ເປີດເຜີຍວ່າ:

 “ເອື້ອຍໄດ້ຊີ້ບອກໃຫ້ລູກຮູ້ຫຍິບປັກທັກແສ່ວ ທັງສອນໃຫ້ໃຫ້ລູກຫຼາຍສິ່ງ. ລູກກໍ່ຊົມຊອບອາຊີບທັກແສ່ວນີ້ ແລະ ຈະພະຍາຍາມເສີມຂະຫຍາຍມູນເຊື້ອອັນດີງາມນີ້.“

 ບໍ່ພຽງແຕ່ປະກອບສ່ວນຮັກສາວັດທະນະທຳ ບັນດາຊຸດອົບຮົມຖ່າຍທອດທັກແສ່ວ ໂດຍນາງຈຸງ ຮ່ວມເດີນທາງ ຍັງເປີດການຫາເງິນລ້ຽງຊີບແບບຍືນຍົງ ໃຫ້ແກ່ແມ່ຍິງເຂດພູສູງ ບັນດາຜະລິດຕະພັນຄື ໝວກ ຜ້າອັດປາກ  ແຜ່ນແພ ໝອນໝູນ ໂດຍນັກຮຽນເຮັດເອງ ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກ ໂຄງການແຕ່ລະຕາແສງ ໜຶ່ງຜະລິດຕະພັນ ຫຼື OCOP ໄດ້ເປີດຂຶ້ນແຕ່ລະເດືອນ ສະຫະກອນ ທຽນອານ ກໍ່ສາມາດຕອບສະໜອງຜະລິດຕະພັນແຜ່ນແພພື້ນເມືອງ ຫຼາຍກວ່າ 200 ຢ່າງ ສ້າງວຽກເຮັດງານທຳເປັນປົກກະຕິໃຫ້ແກ່ສະມາຊິກແຕ່ 15 ຫາ 20 ຄົນ ເຊິ່ງຕົ້ນຕໍແມ່ນແມ່ຍິງເຜົ່າແດງ ແລະ ເຜົ່າໄຕ່ ດ້ວຍລາຍຮັບແຕ່ 5 ຫາ 6 ລ້ານົດ່ງຕໍ່ເດືອນ. ນາງ ຫຼີທິງວຽນ ຜູ້ອຳນວຍການສະຫະກອນ ທຽນອານ ໃຫ້ຮູ້ວ່າ:

 “ສຳລັບພວກຂ້າພະເຈົ້າແລ້ວ ປ້າ ຈຸງ ແມ່ນສະມາຊິກມີຄວາມສຸດໃຈ ເພື່ອສະຫະກອນ. ປ້າບໍ່ພຽງແຕ່ມີຄວາມເກັ່ງກ້າທາງດ້ານອາຊີບທັກແສ່ວເທົ່ານັ້ນ ຫາກຍັງມີຄວາມຮັບຜິດຊອບໃນວຽກງານ ຍາມໃດກໍ່ພ້ອມແລ້ວຊ່ວຍເຫຼືອເອື້ອຍນ້ອງແມ່ຍິງ ແລະ ຍາມໃດກໍ່ບອກສອນຕັກເຕືອນໃຫ້ຄົນລຸ້ນຫຼັງ”.

ເຖິງວ່າຜົມໄດ້ຫງອກແລ້ວ ຕາກໍ່ຍັງບໍ່ເຫັນແຈ້ງຄືຄາວຍັງໜຸ່ມກໍຕາມ ແຕ່ນາງ ຈ້ຽວທິຈຸງ ຍັງສຸມຈິດສຸມໃຈຕໍ່ອາຊີບຫຍິບປັກທັກແສ່ວ ນາງບໍ່ພຽງແຕ່ສ້າງແຜ່ນແພພື້ນເມືອງທີ່ງາມຕາເທົ່ານັ້ນ ຫາກຍັງສ້າງແປວໄຟທາງດ້ານວິຊາຊີບ ພ້ອມກັບຄວາມຮັກວັດທະນະທຳໃຫ້ແກ່ໄວໜຸ່ມ ເພື່ອໃຫ້ສີສັນແຜ່ນແພພື້ນເມືອງຂອງເຜົ່າຢ້າວແດງ ຍັງຄົງຍືນຍົງຄົງຕົວຢູ່ຕາມເຂດພູຜາປ່າໄມ້ພູສູງ.

ຕອບກັບ

ຂ່າວ/ບົດ​ອື່ນ