(VOVWORLD) -ນັກຮົບເກົ່າ ໂງຊວັນຕຶ ຢູ່ຕາແສງ ລອງບຽນ ເມືອງ ລອງບຽນ ຮ່າໂນ້ຍ ໄດ້ເຂົ້າຮ່ວມການສູ້ຮົບຢູ່ຕາມສະໜາມຮົບເປັນເວລາ 30 ປີ. ເມື່ອອອກຈາກຖັນແຖວກອງທັບ, ທ່ານໄດ້ກັບຄືນສູ່ບ້ານເກີດສ້າງສູນການຊ່າງ ເພື່ອສ້າງວຽກເຮັດງານທຳ ສ້າງຊີວິດເປັນປົກກະຕິໃຫ້ແກ່ບັນດາຜູ້ທີ່ມີຊາຕາກຳອາພັບ
ນັກຮົບເກົ່າ ໂງຊວັນຕຶ |
“ພໍ່ແມ່ນ້ອງເຮັດກະສິກຳຢູ່ບ້ານ. ເມື່ອມາ ຮ່າໂນ້ຍ ນ້ອງໄດ້ຮັບການໜູນຊ່ວຍຄ່າກິນ ຄ່າຢູ່ຈາກລຸງ ຕຶ ເຊິ່ງໄດ້ເປັນການຫຼຸດຜ່ອນຄວາມຫຍຸ້ງຍາກທາງດ້ານເສດຖະກິດໃຫ້ແກ່ຄອບຄົວນ້ອງ”
“ລຸງ ຕຶ ມີຈິດໃຈໂອບອ້ອມອາລີ ຮັກແພງມະນຸດ. ພວກຂ້າພະເຈົ້າຈະສືບຕໍ່ກ້າວເດີນຕາມແບບຢ່າງຂອງລຸງ”.
ນັກຮົບເກົ່າ ໂງຊວັນຕຶ ເກີດປີ 1946. ປີ 1965 ທ່ານໄດ້ຂຽນໃບຄຳຮ້ອງຂໍເຂົ້າຖັນແຖວກອງທັບ ເມື່ອຍັງເປັນນັກຮຽນແຕ່ຍ້ອນອາຍຸຍັງບໍ່ທັນຄົບ ດັ່ງນັ້ນຖືກປະຕິເສດ. ທ່ານ ຕຶ ແບ່ງປັນວ່າ:
“ເມື່ອກ່ອນນີ້ ຄາວຍັງເປັນນັກຮຽນມີບາງຄົນອາຍຸສູງກວ່າເຮົາກໍ່ໄດ້ເຂົ້າຖັນແຖວກອງທັບ ແລະ ໄດ້ເສຍສະຫຼະຊີວິດ. ຄາວນັ້ນນັກຮຽນຮ່ວມຫ້ອງແຕ່ອາຍຸກໍ່ບໍ່ຊ່ຳກັນ. ໂດຍປະຕິບັດຕາມຄຳຮຽກຮ້ອງຂອງປະທານ ໂຮ່ຈີມິນ ດັ່ງນັ້ນຂ້າພະເຈົ້າໄດ້ຂຽນໃບຄຳຮ້ອງຂໍເຂົ້າຖັນແຖວກອງທັບ”.
ນ້ຳໃຈຮັກຊາດໄດ້ກະຕຸກຊຸກຍູ້ທ່ານຂຽນໃບຄຳຮ້ອງດ້ວຍເລືອດ. ເມື່ອເຫັນການກະທຳຢ່າງແຮງກ້າຂອງອ້າຍບ່າວ ໂງຊວັນຕຶ ຄາວນັ້ນໜ່ວຍງານເກນທະຫານໄດ້ມີນະໂຍບາຍພິເສດໃຫ້ທ່ານເຂົ້າຖັນແຖວກອງທັບໃນກອງພັນ 9, ກອງພັນໃຫຍ່ 38. ກອງພົນ 2,ທະຫານເຂດ 5. ໃນບັ້ນບຸກໂຈມຕີຢູ່ສະໜາມຮົບ ຍຸຍຊວຽນ ແຂວງ ກວ໋າງນາມ ປີ 1969, ທ່ານໄດ້ຮັບບາດເຈັບສາຫັດ ແລະ ໄດ້ຖືກສົ່ງໄປຍັງພາກເໜືອ ເພື່ອປິ່ນປົວ.ພາຍຫຼັງທີ່ສຸຂະພາບໄດ້ຮັບການຟື້ນຟູ ທ່ານໄດ້ຂໍກັບຄືນສູ່ກົມກອງ ແລະ ເຄື່ອນທັບລົງໄປພາກໃຕ້ເພື່ອສູ້ຮົບ ແລະ ໄດ້ຖືກຍົກຍ້າຍໄປຍັງກອງພັນ 54 ລູກສູນໄຟ. ທ່ານສືບຕໍ່ຢູ່ໃນຖັນແຖວກອງທັບຮອດປີ 1985 ຈຶ່ງພັກບຳນານ,
ໂດຍແມ່ນທະຫານເສຍອົງຄະສູນເສຍ 78% ສຸຂະພາບ ແຕ່ທ່ານ ຕຶ ເຄີຍເຮັດວຽກຢ່າງບໍ່ຢຸດຢ່ອນ. ເມື່ອສັບຊ້ອນວຽກງານໃນຄອບຄົວໄດ້ ທ່ານກໍ່ກັບຄືນສູ່ສະໜາມຮົບເກົ່າ ເພື່ອຊອກຫາອັດຖິຂອງບັນດາເພື່ອນຮ່ວມກົມກອງ. ທ່ານ ຕຶ ໃຫ້ຮູ້ວ່າ:
“ຂ້າພະເຈົ້າເຫັນວ່າ ເຮົາແທດເໝາະກັບວຽກງານໄປຊອກຫາເພື່ອນຮ່ວມກົມກອງ. ເມື່ອລົງໄປຊອກຫາອັດຖິທະຫານເສຍສະຫຼະຊີວິດເທື່ອໜຶ່ງຢູ່ແຂວງ ຫວິງຟຸກ ຂ້າພະເຂົ້າໄດ້ຮັບຄວາມຮັກແພງຈາກຊາວທ້ອງຖິ່ນ. ຜ່ານນັ້ນເຮົາກໍ່ເຫັນໄດ້ເຖິງນ້ຳໃຈມະນຸດທີ່ອົບອຸ່ນ”.
ໄປຄຽງຄູ່ກັບການເດີນທາງໄປຊອກຫາອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ໃນໄລຍະເກືອບ 30 ປີມານີ້ມ ທ່ານ ຕຶ ຍັງໃຫ້ການອູ້ມຊູຊ່ວຍເຫຼືອບັນດາຜູ້ທີ່ມີຊາຕາກຳອາພັບ ແລະ ຜູ້ທຸກຍາກ. ນັກຮົບເກົ່າ ໂງຊວັນຕຶ ໃຫ້ຮູ້ອີກວ່າ:
“ປີ 2014 ຂ້າພະເຈົ້າໄດ້ຂາຍເນື້ອທີ່ດິນຂອງຕົນ ເພື່ອສ້າງຕັ້ງໂຮງພິມສອນວິຊາຊີບ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຫຼາຍຄົນ. ເງິນທີ່ຂາຍທີ່ດິນກໍ່ບໍ່ພໍ, ຂ້າພະເຈົ້າກໍ່ຕ້ອງກູ້ຢືມເງິນນຳຍາດພີ່ນ້ອງ ແລະ ໝູ່ເພື່ອນຕື່ມອີກ ເມື່ອເຫັນວຽກງານທີ່ເຮົາເຮັດນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສັງຄົມ, ດັ່ງນັ້ນ ເຮົາກໍ່ຕ້ອງຕັດສິນໃຈເຮັດ”.
ປັດຈຸບັນ ທ່ານ ຕຶ ໄດ້ນຳໃຊ້ເຮືອນຂອງຕົນເອງເປັນບ່ອນຢູ່ໃຫ້ນັກສຶກສາຈຳນວນໜຶ່ງທີ່ມີສະພາບຫຍຸ້ງຍາກ ພ້ອມກັນນັ້ນທ່ານກໍ່ຊ່ວຍໜູນຄ່າກິນໃນແຕ່ລະວັນໃຫ້ແກ່ພວກນ້ອງ. ນ້ອງ ໂງເຕິນຟຸກ ຢູ່ເມືອງ ໂບ໊ແຈັກ ແຂວງ ກວ໋າງບິ່ງ ເປີດເຜີຍວ່າ:
“ນ້ອງຢູ່ນີ້ໄດ້ 17 ປີແລ້ວ. ພໍ່ແມ່ນ້ອງໄດ້ຢ່າຮ້າງກັນ ແຕ່ຄາວນ້ອງມີອາຍຸໄດ້ພຽງສອງປີ ແລະ ນ້ອງໄດ້ຮັບການຊ່ວຍເຫຼືອຈາກລຸງ ຕຶ. ປັດຈຸບັນນ້ອງພວມຮຽນຢູ່ສະຖາບັນກະສິກຳ”.
ປັດຈຸບັນເຮືອນຂອງນັກຮົບເກົ່າ ໂງຊວັນຕຶ ໄດ້ກາຍເປັນຊາຍຄາທີ່ອົບອຸ່ນ ແມ່ນບ່ອນອີງໃຫ້ແກ່ນັກສຶກສາທີ່ທຸກຍາກ. ດ້ວຍວຽກງານທີ່ແທດຈິງ, ທ່ານພວມແຜ່ກະຈາຍວິຖີຊີວິດຮັກແພງມະນຸດດ້ວຍກັນສູ່ວົງຄະນາຍາດ. ສຳລັບທ່ານແລ້ວຄວາມມ່ວນຊື່ນກວ່າໝູ່ກໍ່ແມ່ນການກະທຳທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ເພື່ອນຮ່ວມກົມກອງ ແລະ ສັງຄົມ.