ສິລະປິນປະຊາຊົນ ກີມຢຸງ - ສຽງຂັບກອນທີ່ດີເດັ່ນ ຍັງຍືນຍົງຄົງຕົວໃນຄື້ນກະຈາຍສຽງ

(VOVWORLD) -ສິລະປິນປະຊາຊົນ ຫວູທິກີມຢຸງ ມີຄວາມຜູກພັນກັບສິລະປະຂັບກອນເປັນເວລາກວ່າເຄິ່ງສະຕະວັດ. ນາງແມ່ນຜູ້ໄດ້ປະກອບສ່ວນສ້າງລາຍການສຽງຂັບກອນທີ່ເຕັມໄປດ້ວຍພະລັງຊີວິດນຳກາບກອນພື້ນເມືອງຍັບເຂົ້າໃກ້ກັບຜູ້ຟັງນັບລ້ານຄົນ ຜ່ານຄື້ນກະຈາຍສຽງຂອງ VOV. ສຽງຂັບກອນຂອງນາງແມ່ນຄວາມຊົງຈຳ ແມ່ນວິນຍານຂອງໄລຍະສິລະປະວັນນະຄະດີກະຈາຍສຽງທີ່ບໍ່ອາດຫຼົງລືມໄດ້ 
ສິລະປິນປະຊາຊົນ ກີມຢຸງ - ສຽງຂັບກອນທີ່ດີເດັ່ນ ຍັງຍືນຍົງຄົງຕົວໃນຄື້ນກະຈາຍສຽງ - ảnh 1ສິລະປິນປະຊາຊົນກີມຢຸງ

    ໃນຊຸມປີ 1960 – 1970 ສິລະປິນປະຊາຊົນກີມຢຸງ ພ້ອມກັບບັນດາສິລະປິນຂັບກອນທີ່ມີຊື່ສຽງຄື ເຈົາລວານ, ລິງເຢິມ, ເຈິ່ນທິຕວ໊ຽດ ໄດ້ສ້າງສີສັນສະເພາະໃຫ້ລາຍການສຽງຂັບກອນ ຜ່ານຄື້ນຂອງ VOV. ນັກຂ່າວ ເຈິ່ນເຢິດມິງ ຫົວໜ້າພະແນກວັນນະຄະດີ ສິລະປະ ດົນຕີ VOV3 ຖືວ່າ:

        “ສຽງຂັບກອນຂອງນາງແມ່ນສຸດຍອດ. ມີມວນຊົນ ແລະ ນັກວິຊາສະເພາະຫຼາຍຄົນໄດ້ຕີລາຄາວ່າ ນາງແມ່ນສິລະປິນສຽງຄຳ, ທັກສະ ແລະ ນ້ຳສຽງແມ່ນແທດເໝາະກັບປະເພດສິລະປະຂັບກອນ. ສຽງຂັບກອນຂອງ ກີມຢຸງ ພ້ອມກັບສິລະປິນຄົນອື່ນໆ ໄດ້ນຳສິລະປະຂັບກອນຂຶ້ນສູ່ງຍອດສູງ. ກໍ່ຍ້ອນມີບັນດາສິລະປິນຄື ນາງ ກີມຢຸງ ນັ້ນ, ລາຍການສິລະປະວັນນະຄະດີຂອງ VOV ຈຶ່ງມີຄຸນຄ່າມີເຄື່ອງໝາຍກໍ່ຄືຄຸນນະພາບສະເພາະ”.

     ເກີດປີ 1945 ຢູ່ແຂວງ ນາມດິ່ງ, ກີມຢຸງ ກໍ່ຕິດພັນກັບຂົງເຂດສິລະປະນັບແຕ່ຄາວເຍົາໄວ. ອາຍຸ 16 ປີ ລາວໄດ້ຮັບຄັດເລືອກເຂົ້າກອງສິລະປະກອນຂັບກາຍເລືອງສູນກາງ ແຕ່ແທນທີ່ສືບຕໍ່ເສັ້ນທາງສະແດງບົນເວລາທີຄືສິລະປິນຫຼາຍຄົນອື່ນ, ນາງພັດເລືອກໃຫ້ຕົນເອງທິດກ້າວເດີນໃໝ່ນັ້ນແມ່ນຂັບກາບກອນ. ສຳລັບ ກີມຢຸງ ແລ້ວ ຂັບກາບກອນບໍ່ພຽງແຕ່ແມ່ນການສະແດງສະເທົ່ານັ້ນ ແຕ່ມັນແມ່ນຄວາມເຂົ້າໃຈເລິກ ແລະ ເຫັນດີເຫັນພ້ອມ ແລະ ຮ່ວມຊີວິດພ້ອມກັບກາບກອນ. ສິລະປິນປະຊາຊົນ ກີມຢຸງ ເປີດເຜີຍວ່າ:

      “ເມື່ອເຮົາລົງເລິກເຂົ້າຂົງເຂດສິລະປະຂັບກອນກໍ່ຕ້ອງສ້າງແຫຼ່ງບັນດານໃຈໃຫ້ແກ່ຜູ້ຟັງ ແລະ ວັດທະນະທຳພື້ນເມືອງເຮົາຕ້ອງນຳໃຊ້ຄືແນວໃດ ດ້ວຍພູມປັນຍາຂອງຕົນ, ໃຊ້ທຳນອງໃດເພື່ອແທດເໝາະ ແລະ ເມື່ອຂັບບົດກອນ, ຜູ້ແຕ່ງກໍ່ພໍໃຈ ແລະ ຜູ້ຟັງກໍ່ຮອງຮັບ”.

     ສຽງຂັບກອນຂອງ ສິລະປິນປະຊາຊົນ ກີມຢຸງກໍ່ເຄີຍກັງວານຂຶ້ນຜ່ານລາຍການກະຈາຍສຽງນັບຮ້ອຍລາຍການ ບັນດາການສະແດງຢູ່ທົ່ວທຸກຫົນແຫ່ງຂອງປະເທດຊາດ ນັບແຕ່ສະໄໝສົງຄາມຕະຫຼອດຮອດສັນຕິພາບ. ນາງມີຄວາມຜູກພັນເປັນພິເສດກັບບົດກອນ “ບົດບັນທຶກປະຈຳວັນໃນຄຸກຂອງປະທານ ໂຮ່ຈີມິນ” ແລະ ໄດ້ສຸມຈິດສຸມໃຈຢ່າງສຸດຂີດ ເພື່ອຂັບບົດກອນນີ້ ເພາະວ່າ ສຳລັບນາງແລ້ວ ໃນກາບກອນຂອງປະທານ ໂຮ່ຈີມິນ ມີວັດທະນະທຳມະນຸດ, ມີພູມປັນຍາ ແລະ ນ້ຳໃຈມະນຸດຢ່າງເລິກເຊິ່ງ

      ເຖິງວ່າໄດ້ພັກບຳນານແລ້ວກໍ່ຕາມ ແຕ່ສິລະປິນປະຊາຊົນ ກີມຢຸງ ຍາມໃດກໍ່ຢາກມີຄວາມຫວັງຢາກອຸທິດສ່ວນຈົນຮອດບັ້ນປາຍຂອງຊີວິດ. ຕາມນັກຂ່າວ ເຈິ່ນເຍິດມິງແລ້ວ ສິລະປິນປະຊາຊົນ ກີມຢຸງ ແມ່ນສິລະປິນຢ່າງງແທ້ຈິງ, ສຸດຈິດສຸດໃຈກັບອາຊີບ. ນັກຂ່າວ ເຈິ່ນເຍິດມິງ ເວົ້າວ່າ:

      “ນາງ ກີມຢຸງ ຍາມໃດກໍ່ເມົາມົວກັບອາຊີບ. ຂ້າພະເຈົ້າກໍ່ຖອດຖອນໄດ້ຫຼາຍສິ່ງຈາກສິລະປິນ ກີມຢຸງ. ຮຽນຮູ້ກ່ຽວກັບອາຊີບກ່ຽວກັບຈັນຍາບັນໃນການປະກອບອາຊີບ ແລະ ພິເສດແມ່ນຮຽນໄດ້ນຳນາງກ່ຽວກັບຈິດໃຈຄວາມຮັບຜິດຊອບຕໍ່ວຽກງານກະຈາຍສຽງ”.
          ໃນຕອນບ່າຍວັນທີ 26 ມີນາ ຢູ່ ສາທາລະນະລັດ ເຊັກໂກ, ສິລະປິນປະຊາຊົນ ຫວູທິກີມຢຸງ ເຊິ່ງແມ່ນສິລະປິນຂັບກອນສຽງຄຳ VOV ໄດ້ເຖິງແກ່ມໍລະນະກຳ ລວມອາຍຸ 80 ປີ. ການຈາກໄປຂອງນາງໄດ້ເຮັດໃຫ້ວົງການຜູ້ນິຍົມຊົມຊອບກາບກອນ ຊົມຊອບກະຈາຍສຽງ ແລະ ພິເສດແມ່ນບັນດາຜູ້ທີ່ໄດ້ມີໄລຍະຕິດພັນກັບລາຍການສຽງຂັບກອນຂອງ VOV ມີຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ. ສຽງຂັບກອນຂອງນາງໄດ້ກາຍເປັນສັນຍາລັກທີ່ບໍ່ອາດທົດແທນໄດ້ໃນຕະຫຼອດຫຼາຍທົດສະວັດທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ