ການຄັດ​ສະ​ເໜີ​ຄຳ​ເຫັນ ແລະ ຕອບ​ບາງຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ໄດ້​ຝາກ​ມາ​ລາຍ​ການ​

ທ່ານ ຈັ້​ນ​ທະ​ລາວ ວໍ​ລະ​ບຸດ, ອີ​ແມວ RAX_EM@hotmail.com ໄດ້​ໃຫ້​ຂໍ​ສັງ​ເກດ​ກ່ຽວ​ກັບ​ບົດ “ສິງ​ກາ​ໂປ - ນະ​ຄອນ​ສະ​ອາດ, ຂຽວ ແລະ ສວຍ​ງາມ” ໃນ​​ເວັບ​ໄຊ​ຂອງລາຍ​ການ​, ໃນ​ນັ້​ນ, ທ່ານ​ຢາກ​ຮູ້​ຕື່ມ​ກ່ຽວ​ກັບ​ລະບົບເງິນ​ຕາ ແລະ ທຸງ​ຊາດ​ຂອງ ສິງ​ກາ​ໂປ.

        ການຄັດ​ສະ​ເໜີ​ຄຳ​ເຫັນ ແລະ ຕອບ​ບາງຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ໄດ້​ຝາກ​ມາ​ລາຍ​ການ​ - ảnh 1
ສັນຍາລັກຂອງປະເທດ ສິງກາໂປ ສວຍງາມ


ທ່ານ ຈັ້​ນ​ທະ​ລາວ ວໍ​ລະ​ບຸດ ທີ່​ເຄົາ​ລົບ, ​ໂດຍ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ທ່ານ​ພວກ​ເຮົາ​ໄດ້​ຊອກ​ຮູ້ ​ແລະ ຂໍ​ເພີ່​ມບາງ​ຂໍ້​ມູນ​ກ່ຽວ​ກັບ​ເງິນຕາ ​ແລະ ທຸງຊາດ​ຂອງ ສິງ​ກາ​​​ໂປ​ທີ່​ສວຍ​ງາມ​ດັ່ງ​ຕໍ່​ໄປ​ນີ້:

ທຸງ​ຊາດ ສິງ​ກາ​ໂປ ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ເປັນ​ຄັ້ງ​ທຳ​ອິດ​ເມື່ອ​ປີ 1959. ທຸງ​ຊາດ​ປະກອບ​ດ້ວຍມີ​ຮູບ 4 ລ່ຽມ 2 ຮູບ​ສະ​ເໝີ​ກັນ​ເປັນສີ​ຂາວ ແລະ ສີແດງ. ໃນ​ລ່ຽມ​ເບືຶ້ອງ​ຊ້າຍ​ມີ​ຮູບ​ກາ​ຊິກ​ວົງ​ເດືອນສີ​ຂາວ ແລະ ​ດາວ 5 ດວງ​ສີ​ຂາວ​ເຊັນ​ກັນ. ສີ​ແດງ​​ເປັນ​ສັນຍາ​ລັກ​ມະຫາ​ສະໝຸດ​ທັງ 4 ລ້ວນ​ແຕ່​ເປັນ​ອ້າຍ​ນ້ອງ ແລະ ຄວາມ​ສະ​ເໝີ​ພາບ​ຂອງ​ທຸກໆ​ຄົນ, ສີ​ຂາວ​​ເປັນ​ສັນ​ຍາ​ລັກ​ໃຫ​້​ຄວາມ​ບໍລິສຸດ ແລະ ຄຸນ​ນະ​ທາດ​ທີ່​ດີ​ງາມ,  ຮູບ​ກາ​ຊິກ​ວົງ​ເດືອນ ​ເປັນ​ສັນ​ຍາ​ລັກ​ໃຫ້​ປະ​ເທດ​ທີ່​ໜຸ່ມ​ແໜ້ນນີ້​​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ນັບ​ມື້​ນັບ​ໄດ້​ຮັບ​ການ​ປ່ຽນ​ໃໝ່, ສ່ວນ​ດາວ 5 ດວງ​ເປັນ​ສັນ​ຍາ​ລັກ​ໃຫ້​ແນວ​ຄິດ​ສ້າງ​ສາ​ປະ​ຊາ​ທິ​ປະ​ໄຕ, ສັນ​ຕິ​ພາບ, ຄວາມ​ກ້າວ​ໜ້າ, ຄວາມ​ເປັນ​ທຳ​ ແລະ ຄວາມ​ສະ​ເໝີ​ພາບ​ຂອງ​ປະ​ເທດນີ້.

        ກ່ຽວ​ກັບ​ສະກຸນເງິນ​​ຂອງ ສິງ​ກາ​ໂປ ແມ່ນ ໂດ​ລາ ສິງ​ກາ​ໂປ (SGD). ປະ​ຈຸ​ບັນ, ອັດຕາ​ແລກປ່ຽນ​ລະຫວ່າ​ງ SGD ​ແລະ USD ​ແມ່ນ: 1 SGD ເທົ່າ​ກັບ 0,8 USD. ປີ 2011, ລາ​ຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂອງ​ຊາວ​ສິງ​ກາ​ໂປ (ໄລ່​ຕາມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ GDP) ແມ່ນ 58.797 USD. ຍືນ​ອັນ​ດັບ 1 ໃນ​ອາ​ຊີ.

        ສ່ວນ​ໃນ ອີ​ແມວ​ຝາກ​ມາລາ​ຍການ, ​ເພື່ອນ ຈັນທະ​ພອນ, ນັກ​ສຶກສາ​ມະຫາວິ​ທະຍາ​ໄລ ​ແຫ່ງ​ຊາດ ລາວ ຢາກ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ສະຖານ​ທີ່​ທ່ອງ​ທ່ຽວ​ບາງ​ແຫ່ງ​ຂອງ​ແຂວງ ກວາງ​ນິນ, ຍ້ອນ​ວ່າ: ​ໄລຍະ​​ເວລາ​ໃກ້ໆ​ນີ້ ຄອບຄົວ​ຂອງ​ເພື່ອນ​ຈະ​ໄປ​ທ່ອງ​ທ່ຽວ​ແຂວງ ກວາງ​ນິນ.

        ການຄັດ​ສະ​ເໜີ​ຄຳ​ເຫັນ ແລະ ຕອບ​ບາງຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ໄດ້​ຝາກ​ມາ​ລາຍ​ການ​ - ảnh 2
ອ່າວ ຮ້າລອງ

​ເພື່ອນ ຈັນທະ​ພອນ​ທີ່​ຮັກ​ເພງ, ​ເມື່ອ​ເວົ້າ​​ເຖິງ​ແຂວງ ກວາງ​ນິນ ​ແມ່ນ​ຕ້ອງ​ເວົ້າ​​ເຖິງ ອ່າວ ຮ້າ​ລອງ​ທີ່​ລື​ຊື່, ​ເຊິ່ງໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າເປັນ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​ຂອງ​​ໂລກ​​​ເຖິງ 2 ຄັ້ງ ດ້ວຍ​ເກາະ​​ໃຫຍ່​ນ້ອຍ​ເກືອບ 2000 ​ແຫ່ງ. ​ເມື່ອ​ມາ​ຢ້ຽມຢາມອ່າວ ຮ້າ​ລອງ, ​ເພື່ອນ​ຈະ​ມີ​ໂອກາດ​ຢ້ຽມ​ຊົມ​ຖ້ຳ​ສວຍ​ງາມຫຼາຍ​ແຫ່ງ​​ຢູ່​ທີ່​ນີ້​ຄື: ຖ້ຳ ທຽນ​ກູ​ງ, ​ເດົ່າ​ໂງ໋, ສື​ງສົດ, ຈິງ​ໜື.​.​​.

        ນອກນັ້ນ, ​ເພື່ອນກໍ່​ສາມາດ​ໄປ​ອາບ​ນ້ຳ​​ທະ​ເລ ບ໋າ​ຍ​ໄຈ໋, ​ເຊິ່ງ​ແມ່ນ​ຫາດ​ຊາຍ​ທະ​ເລ​ທີ່​ກ້ວາງ​ໃຫຍ່ ​ແລະ ສວຍ​ງາມຢູ່​ໃກ້​ກັບ​ອ່າວ ຮ້າ​ລອງ, ດ້ວຍ​ຄວາມຍາວ​ກ່ວາ 500ມ, ກ້ວາງ 100ມ. ​ແຕ່ລະ​ມື້, ​ໃນຍາມອະລຸນ​ໃໝ່ ຫຼື ​ໃນຍາມສາຍັນ ມີ​ນັກ​ທ່ອງ​ທ່ຽວ​ນັບ​ພັນ​ຄົນ​ໄດ້​ລົງ​ອາບ​ນ້ຳ​ຢູ່​ທີ່​ນີ້, ອັນ​ໄດ້​ສ້າງ​ຄວາມ​ຟົ​ດ​ຟື້ນ​ຍິ່ງ​ຂຶ້ນ.

ພາຍຫຼັງ​ໄດ້​ອາບ​ນ້ຳ​ທະ​ເລ​ແລ້ວ, ​ເພື່ອນ​ກໍ່​ສາມາດ​ຂຶ້ນ​ພູ ອຽນ​ຕື້, ​ເຊິ່ງ​ແມ່ນ​ພູ​ສູງສຸດ​ໃນ​ສາຍພູ ດົງ​ຈ່ຽວ ທາງ​ຕາ​ເວັນ​ອອກ​ສ່ຽງເໜືອ​ຂອງ ຫວຽດນາມ. ນີ້​ແມ່ນ​ແຫ່ງ​ທີ່​ມີ​ທັດສະນີ​ຍະ​ພາບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ​ແລະ ປະຈຸ​ບັນຍັງ​ຮັກສາ​ປູ​ຊະນີ​ຍະສະ​ຖານ​ປະຫວັດສາດ​ຫຼາຍ​ແຫ່ງ​ເຊິ່ງ​ໄດ້​ຮັບ​ການ​ຂະ​ໜານ​ນາມວ່າ: “​ແມ່ນ​ດິນ​ແດນ​ແຫ່ງ​ກຳ​ເນີ​ດພຸດ​ທະສາສະໜາ ຫວຽດນາມ”.

        ຍັງ​ມີສະຖານ​ທີ່​ແຫ່ງ​ໜຶ່ງ​ທີ່​ເພື່ອນ​ຄວນມາ​ຢາມນັ້ນ​ແມ່ນ​ເກາະ ຕວນ​ເຈົາ, ທີ່​ຕັ້ງ​ຢູ່ທາງ​ໃນ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະຄອນ ຮ້າ​ລອງ. ​ເກາະ​ມີ​ເນື້ອ​ທີ່​ດິນ​ປະມານ 400 ​​ເຮັກ​ຕາ, ​​ເຊິ່ງ​ທຳ​ມະ​ຊາດ​​ໄດ​້ດົນ​ບັນດານ​ໃຫ້​ມີ​ທັດສະນີ​ຍະ​ພາບ​ທີ່​ງາມ​ດັ່ງ​ໃນ​ຝັນ. ນອກ​​ນັ້ນ, ​ເກາະ ​ໂກ​ໂຕ ກໍ່​ສ້າງ​ຄວາມ​ດູດ​ດື່ມໃຫ້​ແຂກ​ທ່ອງ​ທ່ຽວດ້ວຍ​ບັນດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ແບບ​ທຳ​ມະ​ຊາດຂີ້ຊາຍສີຂາວ ​ແລະ ນ້ຳທະ​ເລ​ຂຽວສະອາດ. ນອກ​ນັ້ນ, ​ແຂກ​ທ່ອງ​ທ່ຽວ​ກໍ່ສາມາດ​ເຂົ້າ​ຢ້ຽມ​ຊົ​ມປ່າທຳ​ມະ​ຊາດ, ທ່າ​ກຳປັ່ນ, ໝູ່​ບ້ານ​ປະມົງ .​..​

        ​ໃນ​ການ​ທ່ອງ​ທ່ຽວ ກວາງ​ນິນ ຄັ້ງ​ນີ້, ​ເພື່ອນ​ຢ່າ​ລື່ມ​ໄປຕະ​ຫຼາດ ຮ້າ​ລອງ ຊື້ຜະລິດ​ຕະພັນ​ພິ​ເສດ​ຂອງ ຮ້າ​ລອງ​​ເພື່ອ​​ເປັນ​ຂອງ​ຕອ້ນ​ໃຫ້​ຍາດຕິ​ພີ່ນ້ອງ​.

        ການຄັດ​ສະ​ເໜີ​ຄຳ​ເຫັນ ແລະ ຕອບ​ບາງຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ໄດ້​ຝາກ​ມາ​ລາຍ​ການ​ - ảnh 3
ລາຍການຟ້ອນ​ວີ ຂອງຊາວ ຫວຽດນາມ ອາໄສຢູ່ໄທ

​ໃນ​ອາທິດ, ທ່ານ ຫງວຽນ​ວັນ​ແຕ້​ວ, ຊາວ ຫວຽດນາມ ອາ​​ໃສຢູ່ ​ໄທ​ກໍ່​ສົ່ງ​ອີ​ແມວ ມາ​ຍັງ​ລາຍການ ​ໃນ​ນັ້ນ, ​ໄດ້ຝາກຊຸດ​ຮູບ​ຖ່າຍ​​ກ່ຽວ​ກັບ​ງານ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ຂອງ​ເມືອງ ພັງ​ຄົນ, ​ແຂວງ ຊາ​ຄອນ​ນະຄອນ, ປະ​ເທດ​ໄທ. ​ໃນຮູບ​ຖ່າຍ​ມີ​ບັນດາສາວ​​ໄທ​ເຊື້ອ​ຊາດ ຫວຽດນາມ ​ໃນ​ຊຸດ​ເສື້ອ​ຍາ​ວປະຈຳ​ຊາດ ຫວຽດນາມ ດ້ວຍ​ສີສັນ​ຫຼາກ​ຫຼາຍ​ພວມ​ຟ້ອນ​ວີ, ​ເຊິ່ງ​ແມ່ນວາດ​ຟ້ອນ​ທີ່ເປັນ​ມູນ​ເຊື້ອ​ຂອງ ຫວຽດນາມ ບົນ​ຖະໜົນຫົນ​ທາງ, ດ້ວຍ​ໃບ​ໜ້າ​ຍີ້ມ​ແຍ້ມ​ແຈ່ມ​ໃສ. ການ​ເຄື່ອນ​ໄຫວ​ວັດທະນະທຳ​ນີ້ຖືກຈັດ​ຕັ້ງ​ຂຶ້ນ​​​ເປັນ​ປະຈຳ​ໃນ​ເດືອນ 5 ຢູ່​ເມືອງ ພັງ​ຄົນ ​ແຂ​ວງ ຊາ​ຄອນ​ນະຄອນ.ທ່ານ ຫງວຽນ​ວັນ​ແຕ້​ວ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ດ້ວຍ​ລາຍການ​ຟ້ອນ​ວີ ຊາວ ຫວຽດນາມ ຢູ່ ​ແຂວງ ຊາ​ຄອນ​ນະຄອນ ​ໄດ້​ຮັບ​ລາງວັນທີ 3.

        ທ່ານ​ແຕ້​ວທີ່​ເຄົາລົບ, ພວກ​ເຮົາ​ກໍ່​ດີ​ໃຈ​ທີ່​ສຸດ​ເມື່ອ​ໄດ້​ຮັບ​ຂ່າວ​ດັ່ງກ່າວ, ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຫວັງ​ວ່າ​ປີ​ໜ້າ​ຄະນະ​ຊາວ ຫວຽດນາມ ​ອາ​ໄສ​ຢູ່​ແຂວງ ຊາ​ຄອນ​ນະຄອນ​ຈະ​ໄດ້​ຮັບ​ຜົນງານ​ສູງ​ກ່ວາ​ອີກ.

 ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 00844.38256631, ອີ​ແມວ: Laovov@.yahoo.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.       

ຕອບກັບ

ຂ່າວ/ບົດ​ອື່ນ