ຫວຽດນາມ ສ້າງຄວາມປະທັບໃຈ​ດ້ວຍບັນດາສະຖານທີ່ທ່ອງທ່ຽວທີ່​ສວຍ​ງາມ

(VOVWORLD) - ບິ່ງລຽວ ໄດ້ຮັບການຮູ້ຈັກດ້ວຍຊື່ເອີ້ນທີ່ວ່າ “ຊາປາ” ຂະໜາດນ້ອຍ, ຍ້ອນທິວທັດທຳມະຊາດໂນນພູ, ເຂດພູທີ່ໃຫຍ່ໂຕມະໂຫຖານ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 412 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 24 ສະບັບຈາກທ່ານຜູ້ຟັງລາວ.
ຫວຽດນາມ ສ້າງຄວາມປະທັບໃຈ​ດ້ວຍບັນດາສະຖານທີ່ທ່ອງທ່ຽວທີ່​ສວຍ​ງາມ - ảnh 1(ພາບປະກອບອີນເຕີເນັດ)

ເພື່ອນ ນິລະພອນ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງອີເມວມາຫາລາຍການ ສົ່ງຄຳອວຍພອນເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ. ໃນອີເມວ, ເພື່ອນແບ່ງປັນວ່າ: “ຂ້າພະເຈົ້າໄດ້ຮູ້ວ່າ, ໃນວັນທີ 01 ມິຖຸນາ 1950, ເປັນຄັ້ງທຳອິດທີ່ ຫວຽດນາມ ຈັດວັນເດັກນ້ອຍສາສົນ, ເຖິງວ່າພວມຢູ່ໃນໄລຍະຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ກໍ່ຕາມ, ແຕ່ບັນດາເດັກນ້ອຍເຍົາວະຊົນ, ອະນຸຊົນ ກໍ່ໄດ້ຮັບຄຳອວຍພອນຈາກປະທານ ໂຮ່ຈີມິນ. ນີ້ກໍ່ແມ່ນໂອກາດເພື່ອເຊີດຊູ ແລະ ປົກປ້ອງສິດຜົນປະໂຫຍດຂອງເດັກ, ຕິດພັນຄອບຄົວ ແລະ ສັງຄົມໃນການເບິ່ງແຍງດູແລ ແລະ ພັດທະນາໃຫ້ແກ່ລຸ້ນໜຸ່ມ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າກໍ່ອວຍພອນໃຫ້ບັນດານ້ອງເຍົາວະຊົນ, ອະນຸຊົນ ຫວຽດນາມ ຍາມໃດກໍ່ມີຄວາມເບີກບານມ່ວນຊື່ນ, ມີຜົນການຮຽນທີ່ດີ, ປະກອບສ່ວນສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງ, ເຂັ້ມແຂງ”.

ຫວຽດນາມ ສ້າງຄວາມປະທັບໃຈ​ດ້ວຍບັນດາສະຖານທີ່ທ່ອງທ່ຽວທີ່​ສວຍ​ງາມ - ảnh 2ຈັດພິທີທາງສາສະໜາໃຫ້ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ 87 ອັດຖິ ທີ່ໄດ້ຕໍ່ສູ້, ເສຍສະຫຼະຊີວິດ
(nghean.gov.vn)

ເພື່ອນ ພອນແສງ, ຢູ່ແຂວງ ບໍລິຄຳໄຊ, ໄດ້ແບ່ງປັນກັບລາຍການພາກພາສາ ລາວ ຜ່ານສື່ສັງຄົມອອນລາຍ Facebook. ເພື່ອນໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງ ງີລົກ, ແຂວງ ເງະອານ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດແຂວງ, ກຳລັງປະກອບອາວຸດແຂວງ ເງະອານ ໄດ້ຈັດພິທີທາງສາສະໜາໃຫ້ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ 87 ອັດຖິ ທີ່ໄດ້ຕໍ່ສູ້, ເສຍສະຫຼະຊີວິດຢ່າງພິລະອາດຫານເພື່ອໜ້າທີ່ສາກົນຢູ່ ລາວ. ທີ່ພິທີ, ໂດຍຕາງໜ້າໃຫ້ຄະນະປະຕິບັດງານບັນດາແຂວງ ຊຽງຂວາງ, ວຽງຈັນ, ໄຊສົມບູນ, ທ່ານພົນຕີ ວົງສອນ ອິນປານພິມ, ຫົວໜ້າຄະນະປະຕິບັດງານພິເສດແຂວງ ໄຊສົມບູນ ໄດ້ສະແດງຄວາມຮູ້ບຸນຄຸນ, ຕອບບຸນແທນຄຸນຢ່າງເລິກເຊິ່ງຕໍ່ບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະເລືອດເນື້ອໃຫ້ແກ່ພາລະກິດປົດປ່ອຍປະເທດ ລາວ ແລະ ຢືນຢັນວ່າ, ສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ, ການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຈະຍິ່ງນັບມື້ນັບພັດທະນາໄປຕາມການເວລາ.

ຕາມຂໍ້ມູນຈາກກອງບັນຊາການທະຫານແຂວງ ເງະອານ ແລ້ວ, ໃນລະດູແລ້ງປີ 2023 – 2024, ເຖິງວ່າວຽກງານຊອກຫາຂຸມຝັງສົບບັນດານັກຮົບເສຍສະຫຼະຊີວິດເພື່ອຊາດປະສົບກັບຄວາມຫຍຸ້ງຍາກ, ລຳບາກຫຼາຍຢ່າງກໍ່ຕາມ, ແຕ່ກອງທ້ອນໂຮມ (ກອງບັນຊາການທະຫານແຂວງ ເງະອານ) ກໍ່ໄດ້ຊອກຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດຢູ່ ລາວ ໄດ້ 87 ອັດຖິ.

ເພື່ອນ ບຸນທະວີ ອິນທະວົງ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ໂທລະສັບມາຫາລາຍການ, ຢາກຊອກຮູ້ຂໍ້ມູນກ່ຽວກັບງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ ປີ 2024. ປີນີ້ຈະມີຈັກປະເທດເຂົ້າຮ່ວມ ແລະ ຫົວຂໍ້ຂອງການແຂ່ງຂັນປີນີ້ແມ່ນຫຍັງ?

ເພື່ອນ ບຸນທະວີ ອິນທະວົງ ທີ່ຮັກແພງ, ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ ປີ 2024 (DIFF) ຈະແກ່ຍາວເປັນເວລາກວ່າ 1 ເດືອນ, ແຕ່ວັນທີ 08 ມິຖຸນາ ຮອດວັນທີ 13 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງ 8 ທິມ. 7 ທິມສາກົນ, ລວມມີ: ຝລັ່ງ, ອີຕາລີ, ອາເມລິກາ, ເຢຍລະມັນ, ໂປໂລຍ, ຈີນ, ແຟງລັງ. ໃນນັ້ນ, ເປັນຄັ້ງທຳອິດທີ່ ເຢຍລະມັນ, ຈີນ, ອາເມລິກາ ເຂົ້າຮ່ວມງານບຸນ. ງານບຸນຍິງບັ້ງໄຟດອກສາກົນ DIFF 2024 ມີຫົວຂໍ້ວ່າ “Made in Unity – ເຊື່ອມຕໍ່ທົ່ວໂລກ - ສະຫງ່າ 5 ທະວີບ”, ເພື່ອແນໃສ່ສົ່ງສານກ່ຽວກັບໂລກແຫ່ງສັນຕິພາບ, ມິດຕະພາບ, ມະນຸດສະທຳ ແລະ ເຊີດຊູບັນດາຄຸນຄ່າສ້າງແຫຼ່ງບັນດານໃຈໃຫ້ແກ່ປະຊາຊົນ. ໃນຄ່ຳຄືນໄຂ DIFF 2024 ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 08 ມິຖຸນາ, ບັນດາທິມແຂ່ງຂັນຈະມີເວລາແຕ່ 20 – 22 ນາທີເພື່ອສະແດງການຍິງບັ້ງໄຟດອກ. ຄະນະຈັດຕັ້ງຫວັງວ່າ, DIFF 2024 ຈະສືບຕໍ່ກາຍເປັນເຫດການພົ້ນເດັ່ນ, ປະກອບສ່ວນຊ່ວຍໃຫ້ ດ່ານັ້ງ ກາຍເປັນໃຈກາງໃນລະດູແລ້ງການທ່ອງທ່ຽວ, “ຈຸດນັດພົບຂອງເຫດການ - ງານບຸນແຖວໜ້າຢູ່ ອາຊີ”, ຄືດັ່ງ World Travel Awards ໄດ້ເຊີດຊູເປັນ 2 ຄັ້ງແລ້ວ.

ຫວຽດນາມ ສ້າງຄວາມປະທັບໃຈ​ດ້ວຍບັນດາສະຖານທີ່ທ່ອງທ່ຽວທີ່​ສວຍ​ງາມ - ảnh 3 ບິ່ງລຽວ ແມ່ນຈຸດປາຍທາງເຂດຊາຍແດນຂອງແຂວງ ກວາງນິງ
(ພາບ: qdnd.vn)

ເພື່ອນ ບຸນທັດ, ຢູ່ແຂວງ ບໍລິຄຳໄຊ, ໄດ້ສົ່ງອີເມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ໄປທ່ອງທ່ຽວຢູ່ເຂດທະເລຈຳນວນໜຶ່ງຂອງ ຫວຽດນາມ ແລ້ວ, ມີຫຼາຍຫາດຊາຍທະເລສວຍງາມທີ່ສຸດ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ຂ້າພະເຈົ້າຢາກໄດ້ຮັບຟັງການແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວຄົ້ນຫາເຂດພູຜາປ່າໄມ້ທີ່ຫາກໍ່ພົ້ນເດັ່ນ, ມີອາກາດເຢັນສະບາຍຈຳນວນໜຶ່ງຢູ່ ຫວຽດນາມ.

ເພື່ອນ ບຸນທັດ ທີ່ຮັກແພງ, ບໍ່ພຽງແຕ່ສ້າງຄວາມປະທັບໃຈຍ້ອນບັນດາສະຖານທີ່ທ່ອງທ່ຽວໃນໂລກ, ແຂກທ່ອງທ່ຽວສາມາດຮັບຊົມຄວາມງາມຢູ່ສະຖານທີ່ທ່ອງທ່ຽວຫຼາຍແຫ່ງຂອງ ຫວຽດນາມ. ຖ້າຫາກວ່າ, ເພື່ອນຍັງບໍ່ທັນເລືອກສະຖານທີ່ໃດໃຫ້ແກ່ການໄປທ່ອງທ່ຽວຂອງຕົນ, ເພື່ອນກໍ່ສາມາດຊອກຫາບັນດາຂໍ້ມູນກ່ຽວກັບສະຖານທີ່ທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນຈຳນວນໜຶ່ງຢູ່ ຫວຽດນາມ ໄດ້ຄືດັ່ງຕໍ່ໄປນີ້.

1 - ບິ່ງລຽວ, ແມ່ນຈຸດປາຍທາງເຂດຊາຍແດນຂອງແຂວງ ກວາງນິງ, ຕິດກັບແຂວງ ກວາງຊີ (ຈີນ). ບິ່ງລຽວ ໄດ້ຮັບການຮູ້ຈັກດ້ວຍຊື່ເອີ້ນທີ່ວ່າ “ຊາປາ” ຂະໜາດນ້ອຍ, ຍ້ອນທິວທັດທຳມະຊາດໂນນພູ, ເຂດພູທີ່ໃຫຍ່ໂຕມະໂຫຖານ. ສາຍເຫດຕົ້ນຕໍເຊິ່ງບັນດາຜູ້ມັກຮັກການທ່ອງທ່ຽວເອີ້ນ ບິ່ງລຽວ ແມ່ນ “ຊາປາຂະໜາດນ້ອຍ” ກໍຍ້ອນວ່າ ເຖິງວ່າຂຶ້ນກັບແຂວງ ກວາງນິງ, ແຕ່ຢູ່ທີ່ນີ້ພັດມີອາກາດເຢັນສະບາຍໃນຕະຫຼອດລະດູຮ້ອນ.

2 - ໂດຍສະຫງວນໃຫ້ແຂກທ່ອງທ່ຽວທີ່ມັກຮັກການຊົມເມກ, ຕາຊົ່ວ - ເຂດຕິດຈອດຂອງ 2 ແຂວງ ອຽນບາຍ ແລະ ເຊີນລາ ແມ່ນສະຖານທີ່ດີ ເຊິ່ງນັກທ່ອງທ່ຽວສາມາດຕື່ມໃສ່ໃນແຜນການໄປທ່ອງທ່ຽວຂອງຕົນ. ຍ້ອນແມ່ນເຂດພູສູງ, ອາກາດຢູ່ ຕາຊົ່ວ ເຢັນສະບາຍທັງປີ. ຕາຊົ່ວ ແມ່ນແດນສະຫວັນສຳລັບຜູ້ມັກຮັກການໄປທ່ອງທ່ຽວເຂດພູຜາປ່າໄມ້ທາງພາກເໜືອຂອງ ຫວຽດນາມ.

3 - ຖ້າຫາກເພື່ອນຢາກຊອກຫາເຂດທ່ອງທ່ຽວພູຜາປ່າໄມ້ ເພື່ອທັງຮັບຊົມທິວທັດທຳມະຊາດ, ທັງຮູ້ສຶກໄດ້ເຖິງຄວາມສະຫງົບງຽບ, ສະບາຍ. ມັງແດນ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນ ເຊິ່ງມີຫຼາຍຄົນນິຍົມ ຍ້ອນຄວາມງາມຂອງເຂດພູພຽງ. ມັງແດນ ແມ່ນເສດສະບານ ຂຶ້ນກັບແຂວງ ກອນຕູມ. ພ້ອມກັນນັ້ນ, ອາກາດຢູ່ ມັງແດນ ຍາມໃດກໍ່ເຢັນສະບາຍ, ເຊິ່ງໄດ້ເອີນວ່າ “ດ່າລາດ ແຫ່ງທີ 2”, ສະນັ້ນ, ແມ່ນເໝາະສົມກັບແຂກທ່ອງທ່ຽວທີ່ພວມຢາກຊອກຮູ້ເຂດເພື່ອຄົ້ນຫາສິ່ງໃໝ່ອ່ຽມຂອງທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ