ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ2016–2021

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ!

​        ​​ອາທິດ​ຜ່ານ​ມາ, ​ໃນ​ຈົດໝາຍ​ຝາກ​ມາລາ​ຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ຜູ້​ຟັງວິທະຍຸ​ກະຈາຍສຽງທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫລາຍ​ທ່ານ​​ໄດ້​ເອົາ​​ໃຈ​ໃສ່​ເຖິງ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ຂອງ ຫວຽດນາມ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ຄຳ​ຖາມ​ຂອງ​ຜູ້​ຟັງ​ບາງ​ທ່ານທີ່​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

***

​           ໃນ​ອາທິ​ດ, ​ເພື່ອ​ນ ​ເພັດ​ສະ​ຫວັນ ສົມ​ສະ​ນິດ ​ແຂວງ​ບໍລິ​ຄຳ​ໄຊ ​ແລະ ​ເພື່ອນ ພັນ​ນີ ຢູ່​ນະຄອນຫລວງ ວຽງ​ຈັນ ​ໄດ້ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ຂອງ ຫວຽດນາມ. ​ເພື່ອ​ນ ​ເພັດ​ສະ​ຫວັນ ສົມ​ສະ​ນິດ ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການ​​ໂດຍຖາມວ່າ: “ຂ້າພ​ະ​ເຂົ້າ​ໄດ້​ຮູ້​ວ່າ ​ໃນ​​ໄລຍະ​ຈະ​ມາ​ເຖິງ ຫວຽດນາມ ຈະຈັດ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ຂ້າພະ​ເຈົ້າ​ຢາກ​ຮູ້​ວ່າ ການ​ເລືອກ​ຕັ້ງ​ຈະ​ດຳ​ເນີນ​ໃນ​ເວລາ​ໃດ? ຫວັງ​ວ່າ​ທາງລາຍການ​ຈະແນະນຳ ໃຫ້​ຂ້າພະ​ເຈົ້າ​​ໄດ້​ບໍ່. ຂໍ​ຂອບ​ໃຈ”.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ2016–2021 - ảnh 1
(ວັນ​ທີ 22/05/2016 ​ເປັນ​ວັນ​ດຳ​ເນີນ​ການ​ເລືອກ​ຕັ້ງສະມາ
ຊິກ​ສະພາ​ແຫ່ງ ​ຊາດ​ຊຸດ​ທີ 14​ອາຍຸ​ການ 2016 – 2021)

+++

        ​ເພື່ອນ​ ເພັດ​ສະ​ຫວັນ ສົມ​ສະ​ນິດ ທີ່​ຮັກ​ແພງ! ຫວຽດນາມ​ໄດ້​ດຳ​ນົດ​ເອົາວັນ​ທີ 22/05/2016 ​ເຊິ່ງກົງ​ກັບ​ວັນ​ອາທິດ​ເປັນ​ວັນ​ດຳ​ເນີນ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາ​ຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ແມ່ນຮູບ​ການ​ປະຊາທິປະ​ໄຕ​ໂດຍ​ກົງ, ​ແມ່ນຮູບ​ການສະ​ແດງ​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ ຫວຽດນາມ ​ໃນ​ການ​ສ້າງ​ລັດ​ເວົ້າ​ລວມ ​ແລະ ອົງການ​ຕົວ​ແທນ - ອົງການ​ສິດ​​ອຳນາດ​ແຫ່ງ​ລັດ​ຈາກຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ເວົ້າ​ສະ​ເພາະ. ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ​ໃກ້​ຈະມາ​ເຖິງ​​ໄດ້​ຮັບ​ການຈັດ​ຕັ້ງ​ພ້ອມ​ກັນ​ໃນ​ມື້​ດຽວ​ໃນຂອບ​ເຂດ​ທົ່ວ​ປະ​ເທດ ຫວຽດນາມ, ​ໃນ​ສະພາບ​ການທີ່ ຫວຽດນາມ ພວມສືບ​ຕໍ່​ຜັນ​ຂະຫຍາຍ​ພາລະກິດ​ປ່ຽນ​ໃໝ່ຢ່າງ​ແຮງ, ກໍ່ສ້າງ ​ແລະ ປັບປຸງລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ໃຫ້​ສົມ​ບຸນ ​ແລະ ຈັດ​ຕັ້ງ​ກົງ​ຈັກ​​ລັດ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013, ກົດໝາຍ​ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ​ປີ 2014, ກົດໝາຍ​ວ່າ​ດ້ວຍ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປີ 2015, ກົດໝາຍ​ວ່າ​ດ້ວຍ​ການ​ເລ​ືອກຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ປີ 2015 ທີ່​ຫາ​ກໍ​່ປະກາດ​ໃຊ້. ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ​ແມ່ນ​​ເຫດການ​ດ້ານ​ການ​ເມືອງ​ສຳຄັນ​ຂອງ​ປະ​ເທດ​ຊາດ, ​ເຊິ່ງຈະ​ໄດ້​ຮັບ​ການດຳ​ເນີນ​ພາຍຫລັງ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ຕິດ​ພັນ​ກັບ​ວຽກ​ງານ​ພະນັກງານ, ກ່ຽວຂ້ອງ​​ເຖິງໜ້າທີ່​ຮັບຜິດຊອບ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ; ​ແມ່ນ​ສະຖານ​ທີ່ ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເສ​ີມຂະຫຍາຍ​ສິດ ​ແລະ ພັນທະ​ຂອງພົນລະ​ເມືອງຄັດ​ເລືອກ, ​ເລືອກ​ຕັ້ງ​​ເອົາບັນ​ດາ​ຜູ້​ທີ່​ດີ​ເດັ່ນ, ສົມ​ເປັນຕົວ​ແທນ​ໃຫ້​ແກ່​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ສິດ​ເປັນ​ເຈົ້າ​ຂອງຕົນ​ໃນ​ອົງການສິດ​ອຳນາດ​ແຫ່ງ​ລັດ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ສ້າງ, ປັງ​ປຸງລັດ​ແຫ່ງ​ອຳນາດ​ນິຕິ​ບັນຍັດ​ສັງຄົມ​ນິຍົມ ຫວຽດນາມ ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ​ໃຫ້​ສົມບູນ​ແບບ.

***

           ສ່ວນ​​ໃນ​ອີ​ແມວ​ສົ່ງ​ມາ​ຍັງ​ລາຍການ​ຂອງ​ເພື່ອນ ວິຊາ​ຕີ ພົມ​ປັນຍາ ​ແຂວງ ວຽງ​ຈັນ ກໍ່ຂຽນ​ວ່າ: “ຫວ່າງ​ແລ້ວນີ້ ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າ: ​ແຂວງ ​ເຊີນ​ລາ ​ແລະ ບັນດາ​ແຂວງ​ພາກ​ເໜືອ ລາວ ​ໄດ້ລົງ​ນາມ​ໃນ​ບົດ​ບັນທຶກ​ຜັນ​ຂະຫຍາຍ​​ແຜນການ​ເພີ່ມ​ທະວີ​ການສົມທົບ​ກັນ​ໃນ​ການ​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ຜ່ານ​ຊາຍ​ແດນ ຫວຽດນາມ - ລາວ, ຂ້າພະ​ເຈົ້າ​ຢາກ​ຮູ້ຕື່ມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດັ່ງກ່າວ​, ຫວັງ​ວ່າ​ທາງ​ລາຍ​ການຈະ​ແນະນຳ​ໃຫ້​ຂ້າພະ​ເຈົ້າ​. ຂໍ​ຂອບ​ໃຈ”.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ2016–2021 - ảnh 2
(​ແຂວງ ​ເຊີນ​ລາ ​ແລະ ບັນດາ​ແຂວງ​ພາກ​ເໜືອ ລາວ ​ໄດ້ລົງ​ນາມ​
ໃນ​ບົດ​ບັນທຶກ​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​)

+++

​​        ເພື່ອ​ນ ວິຊາ​ຕີ ພົມ​ປັນຍາ ທີ່​ຮັກ​ແພງ! ຫວ່າງ​ແລ້ວ​ນີ້ ການ​ນຳ​ແຂວງ ​ເຊີນ​ລາ ​ແລະ ຜູ້ຕາງໜ້າ​ບັນດາ​ແຂວງ​ພາກ​ເໜືອຂອງ ລາວ ​ເຊັ່ນ: ​ແຂວງ ຫົວພັນ, ຫລວງ​ພະ​ບາງ, ອຸ​ດົມ​ໄຊ, ຫລວງ​ນ້ຳ​ທາ ​ແລະ ບໍ່​ແກ້ວ ຫາ​ກໍ​່ລົງ​ນາມ​ໃນ​ບົດ​ບັນທຶກ​ຜັນ​ຂະຫຍາຍ​ແຜນການ​ເພີ່​ມທະວີ​ການ​ສົມທົບ​ກັນ​ ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ຂ້າມ​​ຊາຍ​ແດນ ຫວຽດນາມ - ລາວ ລະຫວ່າງ​ແຂວງ ​ເຊີນ​ລາ ກັບ​ບັນດາ​ແຂວງ​ພາກ​ເໜືອຂອງ ລາວ. ​ເລື່ອງ​ແຂວງ ​ເຊີນ​ລາ ​ແລະ ບັນດາ​ແຂວງ​ພາກ​ເໜືອຂອງ ລາວ ​ໄດ້ລົງ​ນາມ​​ໃນບົດ​ບັນ​ທຶກ ​ເພື່ອ​ແນ​ໃສ່​​​ເຫັນ​ດີເປັນ​ເອກະພາບ​ຕໍ່ແຜນ​ການ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ ເຄື່ອນ​ໄຫວ​ສົມທົບ​ກັນ ລະຫວ່າງບັນດາ​ກຳລັງ​ຕໍ່ສູ້​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ ຕິດຢູ່ເຂດ​ຊາຍແດນ ຫວຽດນາມ - ລາວ, ​ເຂດ​ຊາຍ​ແດນ​ລະຫວ່າງ​ແຂວງ ​ເຊີນ​ລາ ກັບ ​ແຂວງ ຫົວພັນ ​ແລະ ​ແຂວງຫລວງ​ພະ​ບາງ ກໍ່​ຄື​ໃນ​ບໍລິ​ເວນ​ບັນ​ດາ​ແຂວງ​ພາກ​ເໜືອຂອງ ລາວ, ມຸ່ງ​ໄປ​ເຖິງ​ຈຸດໝາຍ ດັບສູນທຳລາຍຂົນ​ສົ່ງ, ​ເຄືອ​ຂາຍຄ້າຂາຍ​ຢາ​ເສບ​ຕິດ​ຈາກ​ເຂດ​ສາມ​ຫຼຽ​ນ ທອງຄຳ ຜ່ານ​ບໍລິ​ເວນ​ບັນດາ​ແຂວງ​ທາງພາກ​ເໜືອຂອງ ລາວ ​ເຂົ້າ​ມາ​ແຂວງ ​ເຊີນ​ລາ ​ແລະ ບັນດາ​ແຂວງ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ ຫວຽດນາມ​ ​ເພື່ອ​ເຮັດ​ໃຫ້​ການ​ເຄື່ອນ​​ໄຫວ​ຂອງ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ຜ່ານ​ເສັ້ນ​ຊາຍ​ແດນ ​ເຊີນ​ລາ - ຫົວພັນ, ​ເຊີນ​ລາ - ຫລວງ​ພະ​ບາງ ​ຫລຸດ​ລົງເທື່ອ​ລະ​ກ້າວ.

+++

         ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບມາໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com

ຂ່າວ/ບົດ​ອື່ນ