(VOVWORLD) - ທ່ານຜູ້ຟັງ 3 ທ່ານທີ່ຄວ້າໄດ້ລາງວັນສູງສຸດ ຈະມີໂອກາດໄປທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ໂດຍບໍ່ເສຍຄ່າ, ພ້ອມດ້ວຍຂອງຂວັນ.
ທ່ານຜູ້ຟັງທີ່ເຄົາລົບ! ນັບແຕ່ວັນທີ 10 ມີນາ 2025 – 15 ມິຖຸນາ 2025, ວິທະຍຸກະຈາຍສຽງ ຫວຽດນາມ ຈັດການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດ ຫວຽດນາມ” ສຳລັບຊາວຕ່າງປະເທດ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ ຕ່າງປະເທດ ຫຼື ຢູ່ ຫວຽດນາມ. ການເສັງດັ່ງກ່າວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ຄົບຮອບ 80 ປີ (ວັນທີ 7 ກັນຍາ 1945 – 07 ກັນຍາ 2025). ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍສະເໜີກ່ຽວກັບຄວາມໝາຍຂອງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດ ຫວຽດນາມ” ແລະ ລາງວັນທີ່ທ່ານຜູ້ຟັງຈະໄດ້ຮັບເມື່ອຍາດໄດ້ໄຊຊະນະໃນການເສັງດັ່ງກ່າວ.
(ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫຽນ) |
ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫຽນ ແບ່ງປັນວ່າ: ຜ່ານການຕອບຄຳຖາມ, ຜູ້ຟັງ, ຜູ້ອ່ານມີໂອກາດສະແດງຄວາມເຂົ້າໃຈ ແລະ ຄວາມຮັກຕໍ່ກັບປະເທດຊາດ, ປະຊາຊົນ ຫວຽດນາມ. ພ້ອມດຽວກັນນັ້ນ, ການເສັງກໍແມ່ນໂອກາດເພື່ອໃຫ້ຜູ້ຟັງສະແດງຄວາມຮັກຂອງຕົນທີ່ມີຕໍ່ວິທະຍຸກະຈາຍສຽງ ຫວຽດນາມ.
“ພວກຂ້າພະເຈົ້າຫວັງວ່າ ຜູ້ຟັງ, ຜູ້ອ່ານຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນທົ່ວໂລກຈະເຂົ້າຮ່ວມ ແລະ ຕອບສະໜອງການເສັງນີ້. ເພື່ອລະດົມກຳລັງໃຈ, ສົ່ງເສີມບັນດາຜູ້ຟັງ, ຜູ້ອ່ານເຂົ້າຮ່ວມການເສັງດັ່ງກ່າວ, ພວກຂ້າພະເຈົ້າກໍໄດ້ກະກຽມຫຼາກຫຼາຍລາງວັນ. ປີ 2025 ນີ້ ແມ່ນປີທີ 40 ທີ່ວິທະຍຸກະຈາຍສຽງ ຫວຽດນາມ ຈັດການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ, ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຜູ້ຟັງ, ຜູ້ອ່ານຈະສະແດງອາລົມຈິດຄວາມຮັກແພງຕໍ່ວິທະຍຸກະຈາຍສຽງ ຫວຽດນາມ, ຄວາມຮັກຕໍ່ປະເທດ ຫວຽດນາມ ດ້ວຍການເຂົ້າຮ່ວມການເສັງຄັ້ງນີ້. ນີ້ກໍແມ່ນກຳລັງໜູນເພື່ອໃຫ້ພວກຂ້າພະເຈົ້າຮັບໃຊ້ຜູ້ຟັງ, ຜູ້ອ່ານໃນທົ່ວໂລກໄດ້ດີກວ່າອີກ, ໃນນັ້ນ ມີທັງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ”.
ການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ໄດ້ຈັດຂຶ້ນພາຍໃຕ້ຮູບແບບການຂຽນຕອບຄຳຖາມ 05 ຂໍ້ຂອງຄະນະຈັດຕັ້ງ. ຄຳຖາມ ແລະ ກະຕິກາຂອງການເສັງດັ່ງກ່າວ ຈະໄດ້ແນະນຳໃນຄໍລຳ ໂອ້ລົມກັບເພື່ອນລາວ ອອກອາກາດໃນວັນພະຫັດຂອງທຸກໆອາທິດ ແລະ ລົງໃນເວັບໄຊ vovwolrd.vn. ເພື່ອນສາມາດຊອກຫາຄຳຕອບສຳລັບບັນດາຄຳຖາມດັ່ງກ່າວ ດ້ວຍການຮັບຟັງລາຍການຕ່າງໆຂອງວິທະຍຸກະຈາຍສຽງ ຫວຽດນາມ ແລະ ຕິດຕາມເວັບໄຊ vovworld.vn ຂອງພວກຂ້າພະເຈົ້ານັບແຕ່ນີ້ຮອດວັນທີ 31 ພຶດສະພາ 2025.
ກະລຸນາສົ່ງບົດເຂົ້າຮ່ວມການເສັງໄປຍັງທີ່ຢູ່ ອີເມວ: laovov5@gmail.com ຫຼື ທາງໄປສະນີ ທີ່ຈ່າໜ້າຊອງວ່າ: ພະແນກບັນດາລາຍການກະຈາຍສຽງຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າງບ່າຍ, ເມືອງ ຮວ່ານກຽມ, ຮ່າໂນ້ຍ, ຫວຽດນາມ ດ້ວຍເລກລະຫັດ code 100000.
ມື້ສຸດທ້າຍຮັບບົດເຂົ້າຮ່ວມການເສັງແມ່ນວັນທີ 15 ມິຖຸນາ 2025 (ໄລ່ຕາມກາຈ້ຳຂອງໄປສະນີບ່ອນສົ່ງ).
ຜົນຂອງການເສັງຈະໄດ້ປະກາດໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (ວັນທີ 07 ກັນຍາ 2025).
ໂຄງສ້າງລາງວັນ, ລວມມີ: ທ່ານຜູ້ຟັງ 3 ທ່ານທີ່ຄວ້າໄດ້ລາງວັນສູງສຸດ ຈະມີໂອກາດໄປທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ໂດຍບໍ່ເສຍຄ່າ, ພ້ອມດ້ວຍຂອງຂວັນ.
ລາງວັນຊົມເຊີຍມີ 10 ລາງວັນ, ລາງວັນໃຫ້ແກ່ຜູ້ເຂົ້າຮ່ວມການເສັງທີ່ມີອາຍຸນ້ອຍກວ່າໝູ່, ຜູ້ມີອາຍຸສູງກວ່າໝູ່, ແຕ່ລະລາງວັນມີມູນຄ່າ 2.000.000 ດົ່ງ (ໂດຍຈະມອບເປັນວັດຖຸພັນ).
ລາງວັນບົດຂຽນທີ່ມີຄວາມປະດິດປະດອຍລະອຽດລະອໍ ແລະ ຈັບໃຈມີມູນຄ່າ 5.000.000 ດົ່ງ (ໂດຍຈະມອບເປັນວັດຖຸພັນ).
ທ່ານຜູ້ຟັງ, ຜູ້ອ່ານຂອງວິທະຍຸກະຈາຍສຽງ ຫວຽດນາມ ຈົ່ງຢ່າພາດໂອກາດເຂົ້າຮ່ວມການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025 ແລະ ຈົ່ງສະແດງອາລົມຈິດຄວາມຮັກແພງທີ່ມີຕໍ່ວິທະຍຸກະຈາຍສຽງ ຫວຽດນາມ ແລະ ປະເທດ ຫວຽດນາມ ແດ່ເດີ. ຂໍອວຍພອນໃຫ້ບັນດາທ່ານຜູ້ຟັງ, ຜູ້ອ່ານ ຈົ່ງຄວ້າໄດ້ລາງວັນສູງໃນການເສັງຄັ້ງນີ້./.