English Vietnamese Chinese French German Indonesian Japanese Khmer Korean Laotian Russian Spanish Thai

16°C - 20°C

ແນະ​ນຳ​ຄຳ​ຖາມ​ການ​ເສັງ​ຂຽນ ເພື່ອ​ນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ ປີ 2025

(VOVWORLD) - ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຈະແນະນຳກ່ຽວກັບບັນດາຄຳຖາມຂອງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025”.

ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025” ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ ດ້ວຍຮູບແບບ ຂຽນຕອບບັນດາຄຳຖາມ. ນີ້ແມ່ນການເສັງສະຫງວນໃຫ້ແກ່ຊາວຕ່າງປະເທດ ແລະ ຊາວ ຫວຽດນາມ ອາໄສູຢ່ຕ່າງປະເທດ ຫຼື ຢູ່ ຫວຽດນາມ. ການເສັງມີຄຳຖາມ 05 ຂໍ້, ລະອຽດດັ່ງນີ້:

ຄຳຖາມທີ 1 (20 ຄະແນນ)

        ຫວຽດນາມ ໄດ້ ແລະ ພວມກ້າວເຂົ້າສັງກາດໃໝ່ - ສັງກາດບຸກບືນຂອງຊາດ. ເພື່ອນຈົ່ງໃຫ້ຮູ້ກ່ຽວກັບການກຳນົດທິດຂອງພັກກອມມູນິດ ຫວຽດນາມ ແລະ ຄວາມຄາດຫວັງຂອງທົ່ວພັກ, ທົ່ວປວງຊົນ ຫວຽດນາມ ກ່ຽວກັບສັງກາດບຸກບືນຂອງຊາດ?

ຄຳຖາມທີ 2 (30 ຄະແນນ)

        ເພື່ອກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນຂອງຊາດ, ຫວຽດນາມ ພວມຜັນຂະຫຍາຍການປະຕິບັດພາລະກິດປະຕິວັດຫັນກົງຈັກລັດໃຫ້ເປັນກະທັດລັດ ຕາມມະຕິເລກທີ 18 ລົງວັນທີ 25 ຕຸລາ 2017 ວ່າດ້ວຍ “ບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ສັບຊ້ອນກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ” ແລະ ບັນດາການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ ອີງຕາມມະຕິເລກທີ 57-NĐ/TW (57-ມຕ/ສກ) ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ.

-             ຕາມທ່່ານ/ເພື່ອນແລ້ວ, ການປະຕິວັດຫັນກົງຈັກລັດໃຫ້ກະທັດລັດຕາມມະຕິເລກທີ 18 ໄດ້ສວມບົດບາດຄືແນວໃດໃນການສ້າງຖັນແຖວພະນັກງານຂອງ ຫວຽດນາມ ໃນໄລຍະພັດທະນາໃໝ່ຂອງ ຫວຽດນາມ?

-             ທ່່ານ/ເພື່ອນຈົ່ງໃຫ້ຮູ້ 5 ບາດກ້າວບຸກທະລຸເພື່ອພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຂອງມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ ແມ່ນຫຍັງ?

-             ມະຕິດັ່ງກ່າວເຕື້ອງເຖິງຫຍັງກ່ຽວກັບທັດສະນະປຶກສາຫາລືທີ່ວ່າ:  ແນະນຳສີສັນວັດທະນະທຳຂອງ ຫວຽດນາມ ໄປສູ່ໂລກ, ນຳເອົາ ສິ່ງຍອດຍິ່ງຂອງວັດທະນະທຳໂລກ  ເຂົ້າມາ ຫວຽດນາມ?

ຄຳຖາມທີ 3 (10 ຄະແນນ)

ໃນປີ 2025, ຫວຽດນາມ ວາງເປົ້າໝາຍ GDP ບັນລຸລະດັບເຕີບໂຕ 8% ຂຶ້ນໄປ. ເພື່ອນຈົ່ງໃຫ້ຮູ້, ລັດຖະບານ ຫວຽດນາມ ໄດ້ ແລະ ພວມປະຕິບັດບັນດາມາດຕະການແກ້ໄຂຢ່າງຂ້ຽວຂາດ, ຄົບຊຸດໃດແດ່ເພື່ອສ້າງບາດກ້າວບຸກທະລຸຢ່າງເຂັ້ມແຂງກ່ຽວກັບລະບອບລະບຽບການ, ການແກ້ໄຂບັນດາຈຸດອຸດຕັນ ແລະ ຮົ້ວກີດຂວາງເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕດັ່ງກ່າວ?

ຄຳຖາມທີ 4 (10 ຄະແນນ)

ຫວຽດນາມ ຈະຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ (ສະຖາປະນາ) ປະເທດຊາດ (02 ກັນຍາ 1945 – 02 ກັນຍາ 2025); 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ໃນປີ 2025. ນີ້ແມ່ນບັນດາຂີດໝາຍສຳຄັນໃນປະຫວັດສາດແຫ່ງການພັດທະນາຂອງປະເທດ ຫວຽດນາມ. ຕາມເພື່ອນແລ້ວ, ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນໃນປະຈຸບັນມີຄືແນວໃດ?

ຄຳຖາມທີ 5 (20 ຄະແນນ)

ວິທະຍຸກະຈາຍສຽງ ຫວຽດນາມ ຈະຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ (07 ກັນຍາ 1945 – 07 ກັນຍາ 2025) ໃນວັນທີ 07 ກັນຍາ 2025.

-             ເພື່ອນຮັບຟັງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ດົນປານໃດແລ້ວ? ລາຍການໃດຂອງວິທະຍຸກະຈາຍສຽງ ຫວຽດນາມ ທີ່ເພື່ອນມັກ ແລະ ຟັງເປັນປະຈຳ? ຕາມເພື່ອນແລ້ວ, ວິທະຍຸກະຈາຍສຽງ ຫວຽດນາມ ຕ້ອງປັບໃຫ້ເຂົ້າກັບການຫັນປ່ຽນທາງເຕັກໂນໂລຊີຄືແນວໃດ ເພື່ອຕອບສະໜອງໄດ້ຕາມຄວາມຕ້ອງການຂອງທ່ານຜູ້ຟັງສາກົນ ແລະ ສ້າງຂີດໝາຍແຫ່ງການພັດທະນາໃໝ່ໃນປະຫວັດສາດກະຈາຍສຽງຂອງຕົນ?

-             ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສວມບົດບາດຄືແນວໃດໃນຊີວິດທາງດ້ານຈິດໃຈຂອງເພື່ອນ? ເພື່ອນຈົ່ງແບ່ງປັນຄວາມຊົງຈຳອັນເລິກເຊິ່ງຂອງຕົນກ່ຽວກັບວິທະຍຸກະຈາຍສຽງ ຫວຽດນາມ?

ຕາມເພື່ອນແລ້ວ, ຈະມີຈັກຄົນເຂົ້າຮ່ວມການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025?

ຈົ່ງຕອບບັນດາຄຳຖາມດັ່ງກ່າວ ແລ້ວສົ່ງເຂົ້າອີເມວ laovov5@gmail.com ຫຼື ສົ່ງທາງໄປສະນີມາຍັງລາຍການໂດຍຈ່າໜ້າຊອງວ່າ: ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ ເພື່ອລຸ້ນຮັບບັນດາລາງວັນທີ່ຈັບໃຈຄື ລາຍການທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ຫຼື ຫຼາຍໆລາງວັນອື່ນອີກ. ພວກຂ້າພະເຈົ້າກໍຂໍເຜີຍຄວາມລັບວ່າ ກະຕິກາ ແລະ ຄຳຕອບສຳລັບບັນດາຄຳຖາມໃນການເສັງນີ້ ລ້ວນແຕ່ລະບຸໃນເວັບໄຊ vovworld.vn. ພວຂ້າພະເຈົ້າເລີ່ມຮັບບົດສົ່ງເຂົ້າຮ່ວມການເສັງແຕ່ວັນທີ 10 ມີນາ 2025. ບໍ່ຕ້ອງລໍຊ້າຕື່ມອີກແລ້ວ, ຈົ່ງຕິດຕາມເວັບໄຊ, ຕອບບັນດາຄຳຖາມຂ້າງເທິງ ແລ້ວສົ່ງມາຍັງລາຍການກ່ອນວັນທີ 15 ມິຖຸນາ 2025. ຂໍອວຍພອນໃຫ້ບັນດາທ່ານ ໂຊກດີ ແລະ ຍາດໄດ້ລາງວັນສູງໃນກາເສັງຄັ້ງນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ