(VOVWORLD) - ໃນອາທິດຜ່ານມາ VOV5 ໄດ້ຮັບຈົດໝາຍ ທັງໝົດ 385 ສະບັບ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 24 ສະບັບຈາກທ່ານຜູ້ຟັງລາວ.
ກ່ອນຈະເປີດອ່ານຈົດໝາຍສະບັບຕ່າງໆທີ່ໄດ້ຝາກມາລາຍການໃນອາທິດຜ່ານມາ, ພວກຂ້າພະເຈົ້າຈະອັບເດດຂໍ້ມູນກ່ຽວຂ້ອງເຖິງການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ.
ພາຍຫຼັງໄດ້ປຸກລະດົມມາໄດ້ພຽງແຕ່ກວ່າ 2 ອາທິດ, ໄລ່ຮອດວັນທີ 30 ມີນາ ຄະນະຈັດຕັ້ງໄດ້ຮັບບົດສົ່ງເຂົ້າຮ່ວມການເສັງ 6 ບົດຂອງຜູ້ຟັງມາຈາກ ປະເທດ ອິນໂດເນເຊຍ, ຈີນ ແລະ ເຢຍລະມັນ. ການເສັງດັ່ງກ່າວຍັງສືບຕໍ່ໄດ້ດຳເນີນຮອດວັນທີ 15 ມິຖຸນາ 2025. ຈົ່ງຕອບບັນດາຄຳຖາມດັ່ງກ່າວ ແລ້ວສົ່ງເຂົ້າອີເມວ laovov5@gmail.com ຫຼື ສົ່ງທາງໄປສະນີມາຍັງລາຍການໂດຍຈ່າໜ້າຊອງວ່າ: ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ເພື່ອໄດ້ຮັບບັນດາລາງວັນຄື ລາຍການທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ຫຼື ຫຼາຍໆລາງວັນຈັບໃຈອື່ນໆອີກ. ສຳລັບຜູ້ຟັງທ່ານໃດທີ່ຍັງບໍ່ຮູ້ກ່ຽວກັບການເສັງດັ່ງກ່າວ, ກໍ່ສາມາດເຂົ້າເບິ່ງເວບໄຊ vovworld.vn ພາກພາສາລາວ, ຄໍລຳ ໂອ້ລົມກັບເພື່ອນລາວ ເພື່ອຊອກຮູ້ກ່ຽວກັບຄຳຖາມ ແລະ ກະຕິການເສັງ. ໃນໄລຍະເວລາເຂົ້າຮ່ວມການເສັງ, ຖ້າມີຂໍ້ຂ້ອງໃຈໃດ ກະລຸນາຕິດຕໍ່ຫາພວກຂ້າພະເຈົ້າ. ພວກຂ້າພະເຈົ້າຍິນດີໃຫ້ການແນະນຳເພື່ອໃຫ້ທ່ານສາມາດຍາດໄດ້ບັນດາລາງວັນສູງທີ່ສຸດ. ຂໍອວຍພອນໃຫ້ທ່ານປະສົບຜົນສຳເລັດໃນການເສັງຄັ້ງນີ້.
ສືບຕໍ່ລາຍການ, ພວກຂ້າພະເຈົ້າຈະເປີດອ່ານເນື້ອໃນຈົດໝາຍ ແລະ ຕອບບັນດາຄຳຖາມເຊິ່ງຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.
ຈົດໝາຍສະບັບທຳອິດແມ່ນຂອງເພື່ອນ ຈຳປາ, ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນຖາມວ່າ ສັດມຸງຄຸນ 04 ໂຕຂອງ ຫວຽດນາມ ມີສັດໃດແດ່ ແລະ ແຕ່ລະສັດມີຄວາມໝາຍແນວໃດ?
ສັດມຸງຄຸນ 04 ໂຕຂອງ ຫວຽດນາມ ໄດ້ປະກົດຕົວໃນຫຼາຍປະເພດສິລະປະ |
ບັນດາສັດມຸງຄຸນທີ່ຊາວ ຫວຽດນາມ ໄດ້ບູຊາເປັນທົ່ວໄປ ແມ່ນມີ 04 ໂຕ, ນັ້ນແມ່ນ ມັງກອນ, ກິເລນ, ເຕົ່າ, ຫົງຄຳ. ໃນນັ້ນ, ໂຕມັງກອນ ເປັນຕົວແທນໃຫ້ແກ່ສິດອຳນາດ, ໂຊກລາບ, ຄວາມສາມາດ, ຊຶື່ສຽງ ແລະ ກຽດຕິສັກ. ກິເລນ ແມ່ນສັນຍາລັກຂອງນ້ຳໃຈແຫ່ງຄວາມເມດຕາປານີ, ສິ່ງຈົບງາມ ແລະ ສະຫງົບສຸກ. ຫົງຄຳ ແມ່ນສັນຍາລັກຂອງການກຳເນີດເກີດໃໝ່ ແລະ ອະມະຕະ. ສ່ວນເຕົ່າ ແມ່ນສັນຍາລັກໃຫ້ແກ່ຄວາມຍືນຍົງ ແລະ ອາຍຸຍືນ.
ໃນເນື້ອໃນຂອງຈົດໝາຍສະບັບຕໍ່ໄປ, ເພື່ອນ ຄຳຫຼ້າ ກໍຢູ່ນະຄອນຫຼວງ ວຽງຈັນ ໄດ້ຖາມມາວ່າ: “ຂ້າພະເຈົ້າຮູ້ຈັກເຖິງ ຖ້ຳ ເຊີນດ່ອງ ແຕ່ດົນແລ້ວ ແລະ ຢາກໄປຄົ້ນຫາໂລກພາຍໃນຖ້ຳດັ່ງກ່າວ. ຂ້າພະເຈົ້າສາມາດຈົດທະບຽນເຂົ້າຮ່ວມການພະຈົນໄພຖ້ຳແຫ່ງນີ້ດ້ວຍວິທີໃດ?”
ຄວາມງາມແບບມະຫັດສະຈັນຢູ່ພາຍໃນຖ້ຳ ເຊີນດອງ (ພາບ:Oxalis) |
ດ້ວຍຄວາມງາມທີ່ໃຫຍ່ໂຕມະໂຫຖານ, ມະຫັດສະຈັນ ແລະ ໄດ້ຮັບການຂະໜານນາມວ່າ ແມ່ນຖ້ຳໃຫຍ່ສຸດໃນໂລກ, ຖ້ຳ ເຊີນດ່ອງ ຢູ່ແຂວງ ກວ໋າງບິ່ງ ຂອງ ຫວຽດນາມ ຍາມໃດກໍໄດ້ຕ້ອນຮັບນັກພະຈົນໄພຢ່າງຄຶກຄາໜາແໜ້ນໃນຕະຫຼອດຫຼາຍປີຜ່ານມາ. ຕາມ Oxalis Adventure ເຊິ່ງເປັນບໍລິສັດໜຶ່ງດຽວທີ່ໄດ້ຮັບການອະນຸຍາດໃຫ້ຈັດລາຍການພະຈົນໄພຖ້ຳ ເຊີນດ່ອງ ໃຫ້ຮູ້ວ່າ, ລາຍການພະຈົນໄພປີ 2025 ເຕັມໝົດແລ້ວ ແລະ ພວມເປີດຮັບການຈົດທະບຽນໃຫ້ແກ່ລາຍການປີ 2026. ເພາະສະນັ້ນ, ເພື່ອນຮີບເຂົ້າເບິ່ງເວັບໄຊ oxalisadventure.com ແລ້ວອ່ານລາຍການພະຈົນໄພຖ້ຳ ເຊີນດ່ອງ ຢ່າງລະອຽດ, ໂດຍສະເພາະແມ່ນມາດຖານທາງກຳລັງກາຍ, ສຸຂະພາບ ແລະ ແຜນການເຄື່ອນໄຫວ; ຫຼັງຈາກນັ້ນ ກໍ່ເລືອກເວລາທີ່ເໝາະສົມສຳລັບເພື່ອນ ແລະ ເລີ່ມຈອງບ່ອນແບບອອນໄລໃນທັນທີ. ຂໍອວຍພອນໃຫ້ເພື່ອນ ຈົດທະບຽນໄດ້ສຳເລັດໃນໄວໆນີ້ ແລະ ມີລາຍການພະຈົນໄພທີ່ເຕັມໄປດ້ວຍຄວາມຈັບອົກຈັບໃຈ.
ກ່ອນສິ້ນສຸດລາຍການ, ພວກຂ້າພະເຈົ້າຈະຕອບຄຳຖາມຂອງເພື່ອນ ຈັນເພັດ ກ່ຽວກັບນະໂຍບາຍພັດທະນາການທ່ອງທ່ຽວໝູ່ບ້ານອາຊີບຢູ່ ຫວຽດນາມ.
ເພື່ອພັດທະນາການທ່ອງທ່ຽວໝູ່ບ້ານອາຊີບ, ຫວຽດນາມ ໄດ້ວາງອອກຫຼາຍນະໂບາຍເພື່ອໜູນຊ່ວຍດ້ານການເງິນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ສ້າງພື້ນຖານໂຄງລ່າງຄົມມະນາຄົມ ເພື່ອອຳນວຍຄວາມສະດວກໃນການເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງກັບໝູ່ບ້ານແຫ່ງຕ່າງໆ… ພິເສດ, ປີ 2022, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ອະນຸມັດຜ່ານ “ໂຄງການອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ ຫວຽດນາມ ໄລຍະ 2021 – 2030”. ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດດ້ວຍງົບປະມານແຫ່ງລັດ ສົມທົບກັບແຫຼ່ງກຳລັງລະດົມຈາກສັງຄົມ ເພື່ອແນໃສ່ໜູນຊ່ວຍບັນດາທ້ອງຖິ່ນອະນຸລັກຮັກສາ, ຍົກສູງຄຸນຄ່າຜະລິດຕະພັນພື້ນເມືອງ, ເພີ່ມທະວີການໂຄສະນາເຜີຍແຜ່ ແລະ ຍູ້ແຮງຜະລິດຕະພັນທ່ອງທ່ຽວໝູ່ບ້ານອາຊີບ. ສະນັ້ນ, ຜະລິດຕະພັນການທ່ອງທ່ຽວໝູ່ບ້ານອາຊີບ ຫວຽດນາມ ນັບມື້ນັບດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາລົງຕົວຈິງ ແລະ ບໍລິໂພກສິນຄ້າເປັນຈຳນວນຫຼາຍ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!