ຄັດສະເໜີເນື້ອໃນ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ

ໃນ​ອາ​ທິດ​ຜ່ານ​ມາ, ພາກ​ພາ​ສາ​ຕ່າງ​ປະ​ເທດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມໄດ້​ຮັບ​ຈົດ​ໝາຍ, ອີ​ແມວ 195 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ໃນທົ່ວ​ໂລກ, ໃນ​ນັ້ນ​ພາກ​ພາ​ສາ​ ລາວ ໄດ້​ຮັບ​ຈົດ​ໝາຍ, ອີ​ແມວ 6 ສະ​ບັບ ແລະ ໂທ​ລະ​ສັບ​ຈາກ​ທ່ານ​ຜູ້​ຟັງ​ ຫວຽດ​ນາມ ແລະ ລາວ. ໃນ​ລາຍ​ການ “ໂອ້​ລົ​ມ​ກັບ​ເພື່ອນ​ລາວ” ມື້ນີ້, ພວ​ກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ ແລະ ຕອບ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ.

ໃນ​ວັນ​ທີ 12 – 13/10, ພາກ​ພາ​ສາ​ລາວ ໄດ້​ອອກ​ອາ​ກາດ​ລາຍ​ການ​ກະ​ຈາຍ​ສຽງ​ພິ​ເສດ “ການ​ໂອ້​ລົ​ມ​ສົນ​ທະ​ນາ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ລາຍ​ການ​ພາກ​ພາ​ສາ​ລາວ”, ​ເຂົ້າ​ຮ່ວມ​ລາຍ​ການ​ມີ​ແຂກຜູ້​ມີ​ກຽດ 3 ​ທ່ານ, ໃນ​ນັ້ນ​ມີ​ທ່ານ​ນາງ ທອງ​ມີ ດວນ​ສັກ​ດາ, ຮອງ​ທີ່​ປຶ​ກ​ສາ​ວັດ​ທະ​ນ​ະ​ທຳ ແລະ ການ​ສຶກ​ສາ ສະ​ຖານ​ທູດ ​ສ​ປ​ປ ລາວ ປະ​ຈຳ ຫວຽດ​ນາມ ພ້ອມ​ກັບ ​ອະ​ດີດ​ບັນ​ນາ​ທິ​ກາ​ນ​ພາກ​ພາ​ສາ​ລາວ​ 2 ທ່ານ. ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ດັ່ງ​ກ່າວ, ທ່ານ​ຜູ້​ຟັງ, ຜູ້​ອ່ານ​​ສາ​ມາດ​ເຂົ້າ​ໃຈ​ໄດ້​ສ່ວນ​ໃດ​ໜຶ່ງ​​ໄລ​ຍະ​ທາ​ງແຫ່ງ​ການ​ພັດ​ທະ​ນາ​ຂອງ​ພາກ​ພາ​ສາ​ລາວ ໃນ​ຕະຫຼອດ 60 ປີ​ຜ່ານ​ມາ. ພາຍ​ຫຼັງ​ລາຍ​ການ​ອອກ​ອາ​ກາດ ແລະ ​ອັບ​ເດັດ​ໃນ​ແວບ​ໄຊ​ vovworld.vn, ພວກ​ເຮົາ​ໄດ້​ຮັບ​​ໂທ​ລະ​ສັບ, ​ຈົດ​ໝາຍ, ອີ​ແມວ ຈາກ​ທ່ານ​ຜູ້​ຟັງ, ຜູ້​ອ່ານຫຼາຍ​ຄົນ. ໃນອີ​ແມວ​ຂອງ​ເພື່ອ​ນ​ຕະ​ທູ​ຮ່າ, ພະ​ນັກ​ງານ​ບໍ​ລິ​ສັດ ດົງ​ເຢືອງ​ແຊງ ໄດ້​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ບໍ່​ຮັ​ບ​ຟັງ​ລາຍ​ການ​ເປັນ​ປະ​ຈຳ, ພຽງ​ແຕ່​ອ່ານ​ຂ່າວ, ບົດ​ໃນ​ ອີນ​ເຕີ​ເນັດ​ເທົ່​ານັ້ນ, ແຕ່​ເມື່ອ​ໄດ້​ຮູ້​ວ່າ​ພວກ​ເພື່ອນ​ຈັດ​ລາຍ​ການ​ພິ​ເສດ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ອອກ​ອາ​ກາດ​​ລາຍ​ການ​ກະ​ຈາຍ​ສຽງ​ພາກພາ​ສາ​ລາວລາຍ​ການທຳ​ອິ​ດ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈຫຼາຍເພາະພວກ​ເພື່ອນ​ໄດ້​ປະ​ກອບ​ສ່ວນບໍ່​ໜ​້ອຍ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​​ພາບ​ແບບ​ພິ​ເສດ​ລະ​ຫວ່າງ 2 ປະ​ເທດ. ຂ້າ​ພະ​ເຈົ້າ​ອວ​ຍ​ພອນ​ໃຫ້​ລາຍ​ການ​ນັບ​ມື້​ນັບ​ພັດ​ທະ​ນາ​ກ່​ວາ​ອີກ.”

ສ່ວ​ນ​ທ່ານ ຄຳ​ມີ, ແຂ​ວງ ສາ​ລະ​ວັນ ໄດ​້​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ລາຍ​ການ​ໂອ້​ລົມ​ສົນ​ທະ​ນາ​ພິ​ເສດ​ວ່າ: “ໃນ​ລາຍ​ການ​ໂອ້​ລົມ​ສົນ​ທະ​ນານັ້ນ, ຂ້າ​ພະ​ເຈົ້າ​ກໍ່​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່ອະ​ນຸ​ສອນ​ຂອງ​ອະ​ດີດ​ບັນ​ນາ​ທິ​ການ 2 ​ທ່ານທີ່​ສຸດ. ຜ່ານນັ້ນ​ກໍ່​ຮູ້​ໄດ້​ວ່າ: ພວກ​ເພີ່ອນ​ເປັນ​ຄົນ​ສຸດ​ຈິດ​ສຸດ​ໃຈ ແລະ ​ຮັກ​ອາ​ຊີບຄື​ແນວ​ໃດ. ຂໍ​ຂອບ​ໃຈ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ​ທີ່ໄດ້​ຈັດລາຍ​ການ​ມ່ວນ ແລະ ພິ​ເສດ​ຄື​ແນວນີ້ໃຫ້​ທ່ານ​ຜູ້​ຟັງ, ຜູ້​ອ່ານ​.”

ນ​ອກ​ຈາກນັ້ນ, ພວກ​ເຮົາ​ຍັງ​ໄດ້​ຮັບ​ຄຳ​ອວຍ​ພອນ​ຈາກ​ທ່ານ ຄຳ​ພອນ, ບຸນ​ເລີດ, ສີ​ສະ​ຫວ່າງ… ສ່ວນ​ພວກ​ເພື່ອ​ນ​​ເດ? ພວກ​ເພື່ອນ​ໄດ້​ຮັບ​ຟັງ​ລາຍ​ການ​ພິ​ເສດ​ຂອງ​ພວກ​ເຮົາ​ແລ້ວບໍ່? ຖ້າ​ຢາກ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ລາຍ​ການ​, ເຊີນ​ທ່ານ​ເຂົ້າ​ແວບ​ໄຊ vovworld.vn ຫຼື vov5.vn ເພື່ອ​ຮັບຟັງ​.

ຄັດສະເໜີເນື້ອໃນ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ - ảnh 1
​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ
(ພາ​ບ: cpv.org.vn)

ໃນ​ອາ​ທິດ, ເພື່ອນ ວິ​ໄລ​ສຸກ, ແຂວງ ຄຳ​ມ່ວນ ໄດ້​ຝາກ ອີ​ແມວຖາມ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ທີ່​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ເພື​່ອນ​ໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົ້າໄດ້​ຮັບ​ຂ່າວວ່າກອງ​ປະ​ຊຸມ​ຫາກໍ່​ຈັດ​ຂຶ້ນ​ໃນ​ອາ​ທິດ, ແຕ່ບໍ່​ໄດ້​ຮັບ​ຟັງ​ລະ​ອຽດ, ດັ່ງ​ນັ້ນ​, ຂ້າ​ພະ​ເຈົ້າຢາກ​ຮູ້​ກອງ​ປະ​ຊຸມ​ໄດ້​ເລື​ອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ລວມ​ມີ​ຈັກ​ຄົນ ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຕີ​ລາ​ຄາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ຄື​ແນວ​ໃດ​?

ເພື່ອນ ວິ​ໄລ​ສຸກ ທີ່​ຮັກ​ແພງ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 4 ອາ​ຍຸ​ການ 2014 – 2019 ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 10/10, ຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​​ລວມ​ມີ​ສະ​ມາ​ຊິກ 69 ທ່ານ. ​ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ກ່າວ​ຄຳ​ເຫັນຕີ​ລາ​ຄາ​ສູງ​​ການ​ເຄື່ອນ​ໄຫວ​ຕ່າງໆຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບຫວຽດ​ນາມ - ລາວ ທຸກ​ຂັ້ນ​ໃນ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ  2012, ກໍ່​ຄື​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ, ກໍ່​ສ້າງ​ເຂດ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື… ໂດຍ​ຕາງ​ໜ້າ​ໃຫ້​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາ​ດ ຫວຽດ​ນາມ, ທ່ານ ຫງວຽນ​ທ້ຽນ​ເຍີນ ໄດ​້​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຜົນ​ງານເຊິ່ງ​ສະ​ມາ​ຄົມມິດ​ຕະ​ພາບ ຫວຽດ​ນາມ - ລາວ ທຸກ​ຂັ້ນ​ບັນ​ລຸ​ໄດ້​ໃນ​ອາ​ຍຸ​ການ​ທີ 3 ຜ່ານ​ມາ. ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ທ່ານ​ປະ​ທານ ຫງວຽນ​ທ້ຽນ​ເຍີນ ສະ​ແດງ​ຄວາມ​ຫວັງ​ວ່າ: ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ຈະສົມ​ທົບ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບລາວ - ຫວຽດ​ນາມ ເອົາ​ໃຈ​ໃສ່, ແນະ​ນຳ ແລະ ສົ່ງ​ເສີມ​ບັນ​ດາ​ນັກ​ຮຽນ, ນັກ​ສຶກ​ສາລາວ ມາຮ່ຳ​ຮຽນ​ຢູ່ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ​ທ່ານ​ປະ​ທານ ຫງວຽນ​ທ້ຽນ​ເຍີນ ສະ​ແດງ​ຄວາມ​ຫວັງ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບຫວຽດ​ນາມ - ລາວ ຊຸດ​ທີ 4, ສະ​ມາ​ຄົມ​ທ​ຸກ​ຂັ້ນ​ໃນ​ທົ່ວ​ປະ​ເທດ​ຈະ​ສືບ​ຕໍ່​ສ້າງ​ຜົນ​ງານ​ໃໝ່, ປະ​ກອບ​ສ່ວນ​ກ່​ວາ​ອີກ​ເຂົ້າ​ໃນ​ການ​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ.

 ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 00844.38256631, ອີ​ແມວ: Laovov@.yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.       

ຕອບກັບ

ຂ່າວ/ບົດ​ອື່ນ