ຄະນະຜູ້ແທນໜັງສືພິມວຽງຈັນໃໝ່ ຢ້ຽມຢາມແລະເຮັດວຽກຢູ່ນະຄອນຫຼວງ ຮ່າໂນ້ຍ


    (vovworld)-   ​ໃນ​ລາຍການ​ມື້​ນີ້ ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ຝາກ​ມາລາ​ຍການ​ຂອງ​ພວກ​ເຮົາ​ໃນ​ອາທິດ​ຜ່ານ​ມາ.

    ​ເພື່ອນສຸດ​ສາຄອນ ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດລາ​ວ ​ໄດ້​​ໂທລະສັບ​ມາລາ​ຍການ​ໂດຍ​ຖາມ​ວ່າ: ​ໃນ​ເດືອນ 5/2014, ຢູ່​ຫວຽດນາມ ມີ​ເຫດການ​ພົ້ນ​ເດັ່ນ​ໃດ​ແດ່?

  ພວກ​ເຮົາ​ຂໍ​ຕອບ​ຄຳ​ຖາມ​ຂອງ​ເພື່ອນສຸດ​ສາຄອນຄື​ດັ່ງ​ນີ້: ​ໃນ​ເດືອນ 5/2014 ຈະ​ມາ​ເຖິງ​ນີ້, ຢູ່​ຫວຽດນາມ, ຈະ​ຈັດພິທີ​ສະ​ເຫຼີ​ມສະຫຼອງ​ໄຊຊະນະ​ດ້ຽນບຽນ​ຝູຄົບຮອບ 60 ປີ​ (7/5/1954-7/5/2014) ​ແລະ ພິ​ທີສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ, ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ຊາດ​ຫວຽດນາມ ຄົບ​ຮອບ 124 ປີ (19/5/1890-19/5/2014)… ​ໃນ​ໂອກາດ​ນີ້, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຂອງ​ພວກ​ເຮົາ​ຈະ​ໃຫ້​ຂ່າວ​ສ່ອງ​ແສງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​​ເຫຼີມສະຫຼອງ​ຢູ່​ບັນດາ​ແຂ​ວງນະຄອນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ​ແລະ ບົດຂຽນ​ຕ່າງໆ​ຕາ​ມແຕ່​ລະ​ຫົວ​ເລື່ອງ, ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ ​ແລະ ອ່ານ.

ຄະນະຜູ້ແທນໜັງສືພິມວຽງຈັນໃໝ່ ຢ້ຽມຢາມແລະເຮັດວຽກຢູ່ນະຄອນຫຼວງ ຮ່າໂນ້ຍ - ảnh 1
(ພາບປະກອບ: yenbai.gov.vn)

  ​​ເພື່ອນ​ອຳ​ມີນາ, ນັກ​ສຶກສາ​ປີ​ທີ 2-ມະ​ຫາ​ວິທະຍາ​ໄລ​ສຸພາ​ນຸວົງ-​ແຂວງ​ຫຼວງ​ພະ​ບາງ ​ແມ່ນ​ຜູ້​ຟັງທີ່​ສະໜິດສະໜົມຂອງ​ລາຍການ, ​ເພື່ອນ​ໃຫ້​ຮູ້​ວ່າ: ​ເພື່ອນ​ມັກ​ລາຍການ “ສີສັນ 54 ຊົນ​ເຜົ່າ​ຫວຽດນາມ“ ທີ່​ສຸດ, ຜ່ານ​ນັ້ນ​, ເພື່ອນສາມາ​ດ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ບັນດາ​ຊົນ​ເຜົ່າ​ຫວຽດນາມ ​ແລະ ​ເພື່ອນ​ສົນ​ໃຈ​ພິ​ເສດ​ຕໍ່​ບົດ​ຂຽນ​ຕ່າງໆ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ມົ້ງ, ​ເອ​ເດ ທີ່​ໄດ້ອອກ​ອາກາດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຄື: ການສົມລົດຂອງຊາວເຜົ່າມົ້ງຢູ່ດ້ຽນບຽນ“ “ເຜົ່າມົ້ງ - ຊົນເຜົ່າສ່ວນໜ້ອຍພິເສດໃນປະຊາຄົມບັນດາເຜົ່າຫວຽດນາມ“; “ບັນດາງານບຸນ ໃນຊີວິດຂອງຊາວເຜົ່າເອເດ“…..​ແລະ ​ເພື່ອນ​ຢາກຮັບຟັງ​ບົດ​ຂຽນ​ດັ່ງກ່າວ​ຄືນ​ໃໝ່.

   ​ເພື່ອນ​ອຳ​ມີນາ​ ​ແລະ ທ່ານ​ຜູ້​ຟັງຜູ້​ອ່ານທີ່​ຮັກ​ແພງ! ພວກ​ເພື່ອນ​ສາມາດ​ອ່ານ/ຟັງ​ບົດ​ຂຽນ​ທີ່​ເພື່ອນ​ມັກ​ຜ່ານເວັບ​ໄຊຂອງວິທະຍຸ​ກະຈາຍສຽງ​ຫວຽດນາມພາກ​ພາສາ​ລາວ, ລະຫັດ: http://vovworld.vn ​ເຊີນ​ທ່ານ​ຮັບ​ຟັງ ​ແລະ ອ່ານ.

​​  ​ເພື່ອນ​ຄຳ​ກິ່ງຢູ່​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຝາກ​ຈົດໝາຍ​ມາລາ​ຍການ​ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ: ຫວ່າງ​ແລ້ວ​ນີ້, ຄະນະ​ຜູ້​ແທນ​ແທນໜັງ​ສື​ພິມ​ວຽງຈັນ​ໃໝ່, ໜັງສື​ພິມວຽງ​ຈັນ​ທຸລະ​ກິດ-​ສັງຄົມ ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​ໄດ້​ເຊັນ​ບົດ​ບັນ​ທຶນ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບໜັງສືພິມ​ເສດຖະກິດ ​ແລະ ຕົວ​ເມືອງຮ່າ​ໂນ້ຍ (ຫວຽນາມ), ​ເພື່ອນ​ຢາກ​ຮູ້​ເນື້ອ​ໃນ​ລະອຽດ​ຂອງບົດ​ບັນ​ທຶນ​ຊ່ວຍ​ຈຳ​ສະບັບ​ນີ້?

ຄະນະຜູ້ແທນໜັງສືພິມວຽງຈັນໃໝ່ ຢ້ຽມຢາມແລະເຮັດວຽກຢູ່ນະຄອນຫຼວງ ຮ່າໂນ້ຍ - ảnh 2

ສອງ​ຝ່າຍ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ

(ພາບ: My Binh-VOV5)

​   ເພື່ອນ​ຄຳ​ກິ່ງ ​ແລະ ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົ​ບ! ຫວ່າງ​ແລ່​ວນີ້,​ , ຄະນະ​ຜູ້​ແທນ​ແທນໜັງ​ສື​ພິມ​ວຽງຈັນ​ໃໝ່, ໜັງສື​ພິມວຽງ​ຈັນ​​ທຸລະ​ກິດ-​ສັງຄົມ ໂດຍ​ທ່ານຫົວໜ້າ​ບັນນາທິການ ທອງ​​ເລື່ອນ ພິມມະ​ສານ ນຳ​ໜ້າ​ ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​​ເຊັນ​ບົດ​ບັນ​ທຶນ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບໜັງສືພິມ​ເສດຖະກິດ ​ແລະ ຕົວ​ເມືອງຮ່າ​ໂນ້ຍ (ຫວຽດນາມ). ສອງ​ຝ່າຍ​ໄດ້ມີ​ການ​ພົ​ບປະ ​ແລະ ​ເຮັດ​ວຽກ​ຢ່າງ​​ເປີດ​ອົກ​ເປີດ​ໃຈ ກໍ່​ຄື​ໄດ້​ປຶກສາ​ຫາລື, ​ແລກປ່ຽນ​ດ້ານ​ວິຊາ​ການ, ບົດຮຽນ​ໃນ​ການ​ເຮັດ​ວຽກ, ພິເສດ​ແມ່ນ​ວິທີ​ການ​ແລກປ່ຽນ, ໜູນ​ຊ່ວຍ​ຂໍ້​ມູນ​ຂ່າວສານ​ຂອງ​ສອງ​ປະ​ເທດ, ສອງ​ນະຄອນຫຼວງ​. ສອງ​ໜັງສື​ມ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳດ້ວຍ​ເນື້ອ​ໃນວ່າ:

  ສອງ​ຝ່າຍ​ຈະແລກປ່ຽນ​ສະພາບ​ການ​ຂອງ​ແຕ່ລະ​ຝ່າຍ​ເປັນ​ປະຈຳ, ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ​ໃນ​ການ​ເຄື່ອນ​ໄຫວ​ດ້ານວິຊາ​ການ. ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ເພື່ອ​ໂຄສະນາ​ໃນ​ບັນດາ​ສື່​ສິ່ງ​ພິມ​ຂອງ​ສອງ​ໜັງສື ພິມ, ພິ​ເສດ​ແມ່ນ​ກ່ຽວ​ກັບບັນດາ​ເຫດການ​ສຳຄັນ​ຂອງ​ສອງ​ນະຄອນຫຼວງ, ສອງ​ປະ​ເທດ. ນອກຈາກ​ນັ້ນ, ສອງ​ຝ່າຍ​ໃຫ້​ຄຳໝັ້ນສັນຍາ​ຈະສ້າງ​ເງື່ອ​ນໄຂ ອຳນວບຄວາມ​ສະດວກ​ເພື່ອ​ໃຫ້​ພະນັກງານ, ນັກ​ຂ່າວ​ຂອງ​ສອງ​ໜັງສືພິມ​ເຄື່ອນ​ໄຫວ​ເຮັດ​ວຽກ​ຮັບ​ໃຊ້​ໃຫ້​ແກ່​ການ​ໂຄສະນາ​ບັນດາ​ເຫດການ​ສຳຄັນກໍ່​ຄືສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ໄປຢ້ຽມຢາມ​ຊື່​ງກັນ ​ແລະ ກັນ​ເປັນ​ປະຈຳ. ກ່ຽວ​ກັບ​ການ​ປະສານ​ສົມທົບ​ກັນ​ໂຄສະນາ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ຕ້າ​ຫວຽດ​ແອ​ງ, ຫົວໜ້າ​ບັນນາທິການໜັງສືພິມ​ເສດຖະກິດ ​ແລະ ຕົວ​ເມືອງຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

   “ສອງ​ໜັງສືພິມ​ຕ້ອງ​ສົມທົບ​ກັນ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢ່າງ​ແທດ​ຈິງ​ກ່ວາ​ອີກ, ​ໃນ​ສະ​ເພາະ​ໜ້າ​ແມ່ນ​ໂຄສະນາ​ບັນດາ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ໄຊຊະນະ​ດ້ຽນບຽນ​ຝູຄົບຮອບ 60 ປີ​ໃຫ້​ດີ​ທີ່​ສຸດ, ຍ້ອນ​ວ່າ​ບັນດາ​ເພື່ອນ​ລາວ​​ໄດ້ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ, ໄຊຊະນະ​ດ້ຽນບຽນ​ຝູ ບໍ່​ພຽງ​ແຕ່​ມີຜົນ​ສະທ້ອນ​ຢ່າງ​ໃຫ່ຍຫຼວງ​ເຖິງ​ສະພາບ​ສົງຄາມ, ສ້າງສັນ​ຕິ​ພາບ​ຄືນ​ໃໝ່​ຢູ່​ຫວຽດນາມ ​ເທົ່າ​ນັ້ນ. ຫາກ​ຍັງ​ຢູ່​ທົ່ວ​ເຂດ​ອິນດູຈີນ, ​ໃນ​ນັ້ນມີ​ປະ​ເທດ​ລາວ ອີກ​ດ້ວຍ. ນອກຈາກ​ນັ້ນ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ສັງຄົມ ກໍ່​ຄື​ແລກ​ປ່ຽນ​ດ້ານ​ວິຊາ​ການ​ເປັນ​ປະຈຳ​ກ່ວາ​ອີກ “.

   ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ທີ່​ກ່າວ​ມາຂ້າງ​ເທິງ​ແມ່ນການ​ຕອບບາງ​ຄຳ​ຖາມ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ບາງ​ບັນຫາ​ທີ່​ທ່ານ​ສົນ​ໃຈ. ຖ້າ​ທ່ານ​ຜູ້​ໃດ​ມີ​ຄຳ​ຖາມ ກະ​ລູນາ​ຝາກ​ມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈ້ຽວ​ຮ່າ​ໂນ້ຍ- ​​ເບີໂທ: 00844.38256631-ອີ​ແມວ:Laovov@.yahoo.com. ຂໍ​ຂອບ​ໃຈ ທ່ານ​ທີ່​ໄດ້​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ, ສະບາຍດີ!

ຕອບກັບ

ຂ່າວ/ບົດ​ອື່ນ