ແນະນຳບາງຄຳເຫັນຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ

  ພວກ​ເຮົາ​ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ​ທີ່​ໄດ້​ກັບ​ມາ​ພົບ​ກັບ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ຂອງ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ ພາກ​ພາສາ​ລາວ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຂໍ​ແນະນຳ​ບາງ​ຄຳ​ເຫັນ​ຂອງ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ໄດ້​ຝາກ​ມາລາ​ຍການ​ຂອງ​ພວກ​ເຮົາ​ໃນ​ອາທິດ​ຜ່ານ​ມາ.

   ​​ໃນ​ອາທິດ​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ບັນດາ​ຈົດໝາຍ ​ແລະ ​ໂທລະສັບ​ອວຍພອນຈາກ​ບັນດາ​ທ່ານ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ ປີ​ມະ​ເສ​ງ 2013. ບັນດາ​ທ່ານ​ໄດ້​ຝາກ​ມາ​ຍັງ​ລາຍການ​ຄຳ​ອວຍພອນ​ອັນ​ປະ​ເສີດ​ທີ່​ສຸດ ​ແລະ ປາດ​ຖະໜາ​ວ່າ ລາຍການ​ຈະ​ນັບ​ມື້ນັບ​ດຶງດູດ​​ຜູ້​ຟັງ​ທັງ​ຫຼາຍ. ຕາງ​ໜ້າ​ໃຫ້​ຜູ້​ຈັດ​ທຳລາຍ​ການ​, ພວກ​ເຮົາ​ຂໍ​ຂອບ​ອົກ​ຂອບ​ໃຈ ​ແລະ ຄຳ​ອວຍພອນ​ໄຊອັນ​ປະ​ເສີດ​ທີ່​ສຸດ​​ໃນ​ໂອກາດ​ປີ​ໃໝ່​ມາ​ຍັງ​ທ່ານ​ເພັດ​ສະຫວັນ ສີ​ຊາ​ນົນ-​ແຂວງ​ອດຕະປື, ທ່ານ​ສຸບັນ ທິບ​ພະຈັນ-​ແຂວງ​ໄຊ​ຍະ​ບູລີ, ​ເພື່ອ​ນສຸດ​ທະ​ສອນ ​ເຄືອບ​ຄຳ​ວອນ-​ສະຫະພັນ​ກຳມະບານ​ນະຄອນຫຼວງ​ວຽງຈັນ, ຜົວ​ເມຍ​ອ້າ​ຍຂາວ​ມະນີ ​ແລະ ​ເອື້ອຍ​ຄຳ​ຫຼ້າ-​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ...​  ​ແລະ ​ບັນດາ​ທ່ານ​ຜູ້​ຟັງຜູ້​ອ່ານ​ຂອງ​ລາຍການ​ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ​ຫວຽດນາມ. ຂໍ​ໃຫ້​ທ່ານ​ຈົ່ງ​ປະສົບ​ແຕ່​ຄວາມສຸກ ​ແລະ ຄວາມ​ສົມຫວັງ​ຕະຫຼອດ​ປີ ​ແລະ ຫວັງ​ວ່າ​ພວກ​ທ່ານ​ຈະ​ແມ່ນ​ເພື່ອນ​ຜູ້​ສະໜິດ​ສະຫ​ນົມ​ຂອງ​ລາຍກາ​ນຕະຫຼອດ​ໄປ.

ແນະນຳບາງຄຳເຫັນຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ - ảnh 1

(ພາບປະກອບ:gdt.gov.vn)

  ​ເພື່ອນ​ຫວູຮົງ​ລວາ​ນ (Vũ Hồng Loan) ນັກ​ສຶກສາ​ມະຫາວິທະຍາ​ໄລ​ສຸພາ​ນຸວົງ-​ແຂວງ​ຫຼວງ​ພະ​ບາງ ​ແມ່ນ​ຜູ້​ຟັງ​ປະຈຳ​ຂອງ​ລາຍການ, ​ເມື່ອ​ໂທລະສັບ​ມາ​ລາຍການ, ​ເພື່ອນ​​ໃຫ້​ຮູ້​ວ່າ: ​ເພື່ອ​ນມັກ​ບັນດາ​ລາຍການ​ຄື: “ຊາຍ​ຄາ​ອາ​ຊຽນ“; “ຊົນນະບົດ​ໃໝ່“ “ຊີວິດ​ສັງຄົມ“…ທີ່​ສຸດ:

    “ຂ້າພະ​ເຈົ້າມັກ​ຟັງ​ລາຍການ​ພາກ​ພາສາ​ລາວ-​ວິທະຍຸ​ກະຈາຍສຽງ​ຫວຽດນາມ ທີ່​ສຸດ. ສຳລັບ​ນັກ​ສຶກສາ​ພວມ​ຮ່ຳຮຽນ​ຢູ່​ລາວ​ ຄື​ຂ້າພະ​ເຈົ້າ, ລາຍການ​ມີ​ປະ​ໂຫຍ​ດຫຼາຍ, ​ໄດ້​ຊ່ວຍ​ໃຫ້​ຂ້າພະ​ເຈົ້າຮ່ຳຮຽນ​ດ້ານ​ພາສາ​ຕື່ມ​ອີກ ​ແລະ ການ​ຮຽນ​ຈະ​ດີ​ຂຶ້ນ. ນອກຈາກ​ນັ້ນ​ແລ້ວ, ຂ້າພະ​ເຈົ້າກໍ່​ໄດ້​ຮັບ​ຟັງ​ບັນດາຂ່າວ​ຄາວ​ໃໝ່​ຈາກ​ຫວຽດນາມ ອີກ​ດ້ວຍ“

  ​ໃນ​ອາທິດ​ທີ່​ຜ່ານ​ມາ, ​ເພື່ອ​ນສົມ​ສຸກ ຢູ່​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ລາຍການ​ເພື່ອ​ຖາມ​ວ່າ: ຄົນ​ຫວຽດນາມ ​​ເຄີຍສະ​ສົມ​ສະ​ແຕມ​ຫຼື​ບໍ່? ສະ​ແຕມ​ທຳ​ອິດ​ຂອງ​ຫວຽດນາມ ​​ໄດ້​ຈຳໜ່າຍ​ໃນ​ປີ​ໃດ? ສະ​ແຕມ​ຊຸດ​ໃດ​ຂອງ​ຫວຽດນາມ ​ມີ​ລາຄາ​ສູງ​ກ່ວາ​ໝູ່?

   ​ເພື່ອ​ນສົມ​ສຸກ ​ແລະ ທ່ານ​ຜູ້​ຟັງຜູ້​ອ່ານ​ທີ່​ເຄົາລົບ!

   ຢູ່​ຫວຽດນາມ ມີ​ຜູ້​ນິຍົມ ​ແລະ ສະ​ສົມ​ສະ​ແຕມ​ຫຼາຍ​ຄົນ ​ແຕ່​ບໍ່​ແມ່ນ​ຜູ້​ໃດ​ກໍ່​ຮູ້​ວ່າ ສະ​ແຕມ​ທຳ​ອິດ​ໄດ້​ປະກົດ​ຂຶ້ນ​ຢູ່​ຫວຽດນາມ ນັບ​ແຕ່​ປີ 1863, ​ໃນ​​ໄລຍະ​ເວລາ​ທີ່​ຊາວຝະລັ່ງ ​ໄດ້​ເປີດ​ໂຮງ​ໄປສະນີ​ໄຊ​ງ່ອນ ​ແລະ ​ໃຫ້​ນຳ​ໃຊ້​ບັນດາ​ການ​ບໍລິການ​ໄປສະນີ, ນັບ​ແຕ່​ນັ້ນ​ເປັນຕົ້ນ​ໄປ, ສະ​ແຕມ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ກ້ວາງ​ຂວາງ. ປະຈຸ​ບັນ, ຊຸດ​ສະ​ແຕມ​ລວມ 4 ​ແບບ​ກ່ຽວ​ກັບ​ນັກ​ວິລະ​ຊົນ​ຍິງ ໝາກ​ທິ​ເບືອ​ຍ (Mạc Thị Bưởi)  ​ແມ່ນ​ຊຸດ​ສະ​ແຕມ​ທີ່​ມີ​ລາຄາ​ສູງ​ກ່ວາ​ໝູ່​ຢູ່​ຫວຽດນາມ.

ແນະນຳບາງຄຳເຫັນຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ - ảnh 2

ຊຸດ​ສະ​ແຕມ​ທີ່​ມີ​ລາຄາ​ສູງ​ກ່ວາ​ໝູ່​ຢູ່​ຫວຽດນາມ

(ພາບ:vietstamp.net)

   ​ໃນ​ອາທິດ, ພວກ​ເຮົາຍັງ​ໄດ້​ຮັບ​ອີ​ແມວ​ຈາກ​ເພື່ອນ​ຮົງ​ຫງອກ, ສູນ​ນັກ​ສຶກສາ​ສາກົນ​ຢູ່​ຮ່າ​ໂນ້ຍ ​ແລະ ​ເພື່ອນ​ມິ​ງຢາງ, ພະນັກງານ​ສະຖານ​ບັນ​ຄົ້ນຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້-​ສະຖານ​ບັນ​ວິທະຍາສາດ​ສັງຄົມ​ຫວຽດນາມ. ພວກ​​ເພື່ອນ​ລ້ວນ​ແຕ່​ແມ່ນ​ອະດີດ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ແລະ ຢາກ​ຮັບ​ຟັງ​ບັນດາ​ບົດ​ເພງ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ບົດ​ເພງ​ສະຕິ​ງພວມ​ໄດ້​ຮັບ​ຄວາມ​ນິຍົມ​ຊອບ​ຢູ່​ລາວ​ ປະຈຸ​ບັນ. ພວກ​ເຮົາ​ຍິນ​ດີ​ຕອບ​ສະໜອງ​ຕາມ​ຄຳ​ຂໍ​ຂອງ​ພວກເພື່ອນ ​ແລະ ​ເຊີນ​ພວກ​ເພື່ອນ​ຮັບ​ຟັງ​ໃນ​ລາຍການ​ເພງ​ຕາມ​ຄຳ​ຂໍ ຊື່​ງອອກ​ອາກາດ​ໃນ​ວັນ​ອາທິດ ​ແລະ ວັນ​ຈັນ​ທຸກ​ໆອາທິດ!

     ທີ່​ກ່າວ​ມາ​ແມ່ນການ​ຕອບ​ຄຳ​ຖາມ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ບາງ​ບັນຫາ​ທີ່​ທ່ານ​ສົນ​ໃຈ. ຖ້າ​ທ່ານ​ຜູ້​ໃດ​ມີ​ຄຳ​ຖາມ ກະ​ລູນາ​ຝາກ​ຈົດໝາຍມາຫາລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈຽວ​ຮ່າ​ໂນ້ຍ- ​​ເບີໂທ: 04.38256631-ຫລືສົ່ງຈົດໝາຍທາງອີ​ແມວ:Laovov@.yahoo.com. ຂໍ​ຂອບ​ໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ