ແນະນຳບາງຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາຍັງລາຍການໃນປີ 2012

ພວກ​ເຮົາ​ຍິນດີ​ທີ່​ໄດ້​ພົບ​ກັບ​ທ່ານ​ຜູ້​ຟັງ​ໃນ​ລາຍການ​ຕອບ​ຈົດໝາຍ​ຂອງ​ທ່ານ​ຜູ້​ຟັງ​ໃນ​ມື້​ນີ້. ປີ 2012 ທີ່​ຜ່ານ​ມາ ​ແມ່ນ​ປີ​ພິ​ເສດ​ສຳລັບ​ບັນນາທິການ​ລາຍການ​ພາກ​ພາສາ​ລາວ ຍ້ອນ​ວ່າ​ຈຳນວນ​ຈົດໝາຍ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມາ​ໃຫ້​ພວກ​ເຮົາ​ແມ່ນ​ກ່ວາ 300 ສະບັບ, ​ເພີ່ມ​ຂຶ້ນ​ເກືອບ 100 ສະບັບ​ເມື່ອ​ທຽບ​ໃສ່​ປີ 2011. ນີ້​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈອັນ​ໃຫຍ່​ຫຼວງ ​ເພື່ອ​ຊ່ວຍ​ໃຫ້​ພວກ​ເຮົາ​ມີ​ກຳລັງ​ໜູນ​ຕື່ມ​ອີກເພື່ອ​ຈັດບັນດາ​ລາຍການ​ກະ​ຈາຍ​ສຽງ​ມີ​ຄຸນ​ນະພາ​ບກ່ວາ​. ​ໃນ​ຈົດໝາ​ຍຝາກ​ມາ​ລາຍການ​ໃນ​ປີຜ່ານມາ, ຜູ້​ຟັງ​ຫຼາຍ​ທ່ານ​ໄດ້​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບຂ່າວ​ບົດ​ຂອງ​ລາຍການ, ຕັ້ງ​ຄຳ​ຖາມ​ຊອກ​ຮູ້ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ.​​.​. ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍທີ່​ພົ້ນ​ເດັ່ນ​​ບາງ​ສະບັບ​ຂອງ​ທ່ານ​ຜູ້​ຟັງ​ທີ່ຝາກ​ມາ​ລາຍການໃນ​ປີ 2012. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

ແນະນຳບາງຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາຍັງລາຍການໃນປີ 2012 - ảnh 1

ພາບປະກອບ

ຜູ້​ຟັງ​​ທຳ​ອິດ, ​ທີ່​ພວກ​ເຮົາ​ຢາກ​ເວົ້າ​ເຖິງ, ນັ້ນ​ແມ່ນ​ທ່ານ ​ເພັດ​ສະຫວັນ ສີ​ຊາ​ນົນ, ຫົວໜ້າ​ຫ້ອງການ​ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ ​ແຂວງ  ອັດຕະປື. ນີ້​ແມ່ນ​​ຜູ້​ຟັງ​ທ່ີ​ສະໜິດສະໜົມ ​ເຊິ່ງພວກ​ເຮົາ​ຖືວ່າ ​ແມ່ນ​​ເພື່ອນ​ມິດ​ພິ​ເສດຂອງ​ລາຍການ. ອາທິດ​ໃດ​ທ່ານ ​ເພັດ​ສະຫວັນ ກໍ່​ໄດ້​ສົ່ງ​ຂໍ້ຄວາມ ຫຼື ​ໂທ​ລະ​ສັບມາ​ຫາ​ລາຍການ. ບາງ​ເທື່ອ, ທ່ານ​ໂທ​ມາ​ຢື້​ຢາມ​ຖາມ​ຂ່າວ​ບັນນາທິການ​, ບາງ​ເທື່ອ​ທ່ານ​ໄດ້​ເວົ້າ​ຄວາມ​ຮູ້ສຶກ​ເມື່ອ​ໄດ້​ຮັບ​ຟັງ​ຂ່າວ​, ບົດ​ຂອງ​ລາຍການ ຫຼື​​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ​ສັນຍານ​ຄື້ນວິທະຍຸ​ກະຈາຍສຽງຢູ່​​ແຂວງ ອັດຕະ​ປື.

ທ່ານ ສຸບິນ ພິມ​ມະ​ສອນ, ລັດ​ວິ​ສາ​ຫະກິດ​​ນ້ຳມັນ​ເຊື້ອ​ໄຟ​ລາວ ​ແຂວງ ຈຳປາ​ສັກ ຍາມ​ໃດ​ກໍ່​ແມ່ນ​ເພື່ອນຜູ້​​ໃກ້​ສິດ​ຕິດ​ແທດ​ກັບ​ລາຍການ. ທ່ານ ສຸບິນ ໃຫ້​ຮູ້​ວ່າ: ມື້​ໃດ​ທ່ານ​ກໍ່​ໄດ້​ຮັບ​ຟັງ​ລາຍການພາກ​ພາສາ​ລາວ,  ຂອງວິທະຍຸ​ກະ​ຈາຍ​ສຽງ​ຫວຽດນາມ ​ແລະ ນອກຈາກ​ແຈ້ງ​ກ່ຽວ​ກັບ​ສັນຍານ​ຄື້ນຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເວລາ​ຟັງ​ບໍ່​ແຈ້ງ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ຊາບ​ແລ້ວ, ທ່ານ​ຍັງ​ແຈ້ງ​ສະພາບ​ການ​ຢູ່​ໃນ​ແຂວງ​ກໍ​ຄື​ໂທ​ມາ​ຢື້​ຢາມ​ຖາມ​ຂ່າວ​ສຸຂະພາບ​ຂອງ​ບັນນາທິການ​ ​ແລະ ພະນັກງານ​ວິທະຍຸ​ກະ​ຈຽງ​ສຽງ​ຫວຽດນາມ. ​ໂດຍ​ອີງ​ໃສ່​ການ​ແຈ້ງ​ຂ່າວ​ຂອງ​ທ່ານ​ສຸບິນ ພວກ​ເຮົາ​ໄດ້​ແກ້​ໄຂຄວາມຕິດ​ຂັດດ້ານ​ເຕັກນິກຢ່າງ​ທັນ​ການ ​ເພື່ອ​ນຳ​​ບັນດາ​ລາຍການ​ກະ​ຈາຍ​ສຽງ​ມ່ວນ ​ແລະ ດຶງ​ດູດ​ມາໃຫ້ທ່ານ​ຜູ້​ຟັງ.

​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ! ພວກ​ເຮົາ​ມີ​ຄວາມ​ປິ​ຕີ​ຊົມ​ຊື່ນ​ຫຼາຍ ​ເພາະ​ວ່າ, ​ໃນ​ຊຸມ​ເດືອນ​ມໍ່ໆ​ມາ​ນີ້ ​ລາຍການໄດ້​ຮັບ​ຈົ​ດໝາຍ, ອີ​ແມວ, ​ໂທລະສັບ ຢ່າງ​ລຽນຕິ​ດຈາກ​ທ່ານ​ຜູ້​ຟັງ​ເຊິ່ງ​ແມ່ນ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ໄທ, ນັ້ນ​ແມ່ນ​ທ່ານ ຫງວຽນ​ວັນ​ແຕ້​ວ (Nguyen Van Teo ) ອາຍຸ 60 ປີ. ທ່ານ​ໃຫ້​ຮູ້​ວ່າ: ຄອບຄົວ​ຂອງ​ທ່ານ​​ນິຍົມຮັບຟັງ​ວິທະຍຸ​ນັບແຕ່​ດົນນານ​ມາ​ແລ້ວ, ​ແຕ່​ປະຈຸ​ບັນ ທ່ານ​ຈຶ່ງ​ຂຽນ​ຈົດໝາຍ ​ແລະ ຕິດ​ຕໍ່​ກັບ​ລາຍການ. ​ໃນ​ຈົດໝາຍ​ສະບັບ​ໜຶ່ງ​ທີ່​ຝາກ​ມາລາ​ຍການ, ທ່ານ​ໄດ້​ຖື​ລາຍການ​ຄື​ເພື່ອນ​ມິດ​ທີ່​ສະ​ນິດ​ສະໜົມ, ​ແບ່ງປັນ​ຄວາມທຸກ​ຄວາມສຸກ. ທ່າ​ນ​ໄດ້​ເລົ່າ​ໃຫ້​ພວກ​ເຮົາຟັງ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ຕົນ, ກໍ່​ຄື​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ຊາວ​ ຫວຽດນາມ ອາ​ໄສຢູ່ ​ໄທ. ​ໃນ​ໂທລະສັບ​ມາ​ຫາ​ລາຍການ​ຫວ່າງ​ແລ້ວ​ນີ້ ທ່ານ​ໃຫ້​ຮູ້​ວ່າ: ປະຊາ​ຄົມ​ຊາວ ​ຫວຽດນາມ ຢູ່​ເມືອງ​ ພັງ​ຄົນ, ​ແຂວງ ສະກົນ​ນະຄອນ ຈະ​ຈັດ​ຕັ້ງ​ການ​ຕ້ອນຮັບ ປີ​ໃໝ່​ປະຈຳ​ຊາດໃນ​ວັນ​ທີ 3/2 ​ກົງ​ກັບ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ ​ເພື່​ອທັງ​ຊົມ​ເຊີຍ ພັກ, ທັງ​ຕ້ອນຮັບ​ລະດູບານ​ໃໝ່. ຜ່ານ​ຈົດໝາຍ​ຂອງ​ທ່ານ ພວກ​ເຮົາ​ກໍ່​ຮູ້​ໄດ້​ຊີວິດ​ການ​​ເປັນ​ຢູ່​ຂອງ​ຊາວ​ຫວຽດນາມ ຢູ່​​ໄທ ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ, ​ເຖິງ​ວ່າ​ໄດ້​ຫ່າງ​ຈາກ​​ບ້ານ​ເກີດ​ເມືອງ​ນອນ ​ແຕ່​ຍາມ​ໃດ​ກໍ່​ອວາຍ​ໜ້າ​ເມືອ​ຫາ​ປະ​ເທດ​ຊາດ.

ແນະນຳບາງຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາຍັງລາຍການໃນປີ 2012 - ảnh 2
ພາບປະກອບ

ໃນ​ປີ 2012, ​ແວັບ​ໄຊ​ຂອງ​ພະ​ແນ​ກພາສາຕ່າງປະ​ເທດ vovworld.vn ​ໄດ້​ຮັບ​ການ​ເປີດ​ສະຫຼອງ, ອັນ​ໄດ້ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ທ່ານ​ຜູ້​ຟັງ ​ເມື່ອ​ຕິດຕາມ​ຮັບ​ຟັງ​ບັນດາ​ລາຍການ​ຂອງ​ວິທະ​ຍຸ​ກະ​ຈາຍ​ສຽງ​ຫວຽດນາມ. ພາຍຫຼັງ​ເຂົ້າ​ເຄືອ​ຂ່າຍ ອິນ​ເຕີ​ເນັດ​ຢ່າງ​ເປັນ​ທາງ​ການ​ໃນ​​ເດືອ​ນ 1/2012, ​ແວບ​ໄຊ​ vovworld.vn ຂອງ​ພວກ​ເຮົາ​​ໄດ້​ດຶງ​ດູດ​​ທ່ານ​ຜູ້​ຟັງ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເມື່ອ​ຕີ​ລາຄາກ່ຽວ​ກັບ​ລາຍການ​ພາກ​ພາສາ​ລາວ ວິທະຍຸ​ກະຈາ​ງສຽງ​ຫວຽດນາມ, ທ່ານ​ອຸດອນ ສອນ​ສຸ​ລິນ, ຫາ​ກໍ່​ຮຽນ​ຈົບ​ປະລິຍາ​​ໂທ ຢູ່​ມະຫາ​ວິທະຍາ​ໄລ​ວັດທະນະທຳ ຮ່າ​ໂນ້ຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

ເທບ ພາສາ​ລາວ


ສ່ວນ​ທ່ານ ​ເພັດສະຫວັນ ສີ​ຊາ​ນົນ ​ໃຫ້​ຂໍ​ສັງ​ເກດ​ວ່າ: “ຂ້າພ​ະ​ເຈົ້າ​ແມ່ນ​ຜູ້​ຮັບ​ຟັງ​ລາຍການ​ເປັນ​ປະຈຳ ​ແລະ ມາ​ຮອດ​ປະຈຸ​ບັນ, ຂ້າພະ​ເຈົ້າ​ໄດ້​ອ່ານ​ຂ່າວ, ບົດ ​ແລະ ຮັບ​ຟັງ​ລາຍການ​ຜ່ານ​ທາງ ອິນ​ເຕີ​ເນັດ​ເປັນ​ປະຈຳ. ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ ​ແລະ ຊົມ​ເຊີຍ​ທາງ​ວິທະຍຸ​ກະ​ຈາຍ​ສຽງ​ຫວຽດນາມ ​ໄດ້​​ເປີດ​ສະຫຼອງ​​ແວັບ​ໄຊ​ທີ່​ມີ​ປະ​ໂຫຍ​ດສຳລັບ​ຊາວ ລາວ, ​ເພື່ອ​ຊ່ວຍ​ໃຫ້​ພວກ​ຂ້າພະ​ເຈົ້າຮູ້ຈັກ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຫວຽດນາມ ກໍ່​ຄື​ຂອງ ​ໂລກ. ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ລາຍການ​ຈະ​ມີ​ການພັດທະນາ​ກ່ວາ​ອີກ”

ມີ​ຜູ້​ຟັງ​ຫຼາຍ​ທ່ານ ​ໄດ້​ສົ່ງ​ຈົດໝາຍ, ​ອີ​ແມວ, ປະກອບ​ຄຳ​ເຫັນ​ໃນ​ແວບ​ໄຊ​ຂອງ​ລາຍການ​ຄື: ທ່ານ ສຸ​ກັນຍາ ອິນ​ທະ​ວົງ, ອິນ​ປັນ ພິມ​ທິສານ, ສຸວັນ ສຸກ​ພະຈັນ, ນິນ​ດັກ​ເຊ​໋ວ (Ninh Dac Seu).​.​​. ​ແຕ່​ເປັນ​ໜ້າ​ເສຍ​ດາຍ, ​ເວລາ​ຖືກ​ຈຳກັດ​ດັ່ງ​ນັ້ນ ພວກ​ເຮົາ​ບໍ່​ສາມາດ​ສະ​ເໜີ​ຄຳ​ເຫັນ​ກໍ່​ຄື ອາລົມ​ຈິດ​ຂອງ​ທ່ານ​ຜູ້​ຟັງ​ທີ່​ສະຫງວນ​ໃຫ້​ແກ່​ລາຍການ​ໄດ້, ​ແຕ່ຫວັງ​ວ່າ ທ່ານ​ຜູ້​ຟັງ​ຍັງ​ຄົງ​ສືບ​ຕໍ່​ຕິດຕາມ​ຮັບ​ຟັງ ​ແລະ ປະກອບ​ຄຳ​ເຫັນ​ໃຫ້​ແກ່​ລາຍການພວກ​ເຮົາ ​ແລະ ທ່ານ​ສາມາດ​ຝາກ​ຈົດໝາຍ​ໂດຍທາງ​ໄປສະນີ​ໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ - ຮ່າ​ໂນ້ຍ ຫຼື​ໂທມາ​ໂດຍ​ກົງ​ຕາມ​ເບີ​ໂທ: 00844.38256631, ຫຼືອີ​ແມວ: Laovov@yahoo.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ.

ຂ່າວ/ບົດ​ອື່ນ