ໂອ້ລົມກັບເພື່ອນລາວ

(VOVWORLD) - ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບ ຈາກທ່ານຜູ້ຟັງທີ່ຝາກມາລາຍການ ດ້ວຍເນື້ອໃນຈັບອົກຈັບໃຈຫລາຍຢ່າງ, ສະແດງຄວາມສົນໃຈເຖິງບັນດາການເຄື່ອນໄຫວຮ່ວມມືມິດຕະພາບ ຫວຽດນາມ - ລາວ.

ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ໂອ້ລົມກັບເພື່ອນລາວ - ảnh 1 ສຳນັກງານວິທະຍຸກະຈາຍສຽງ ຫວຽດນາມ

ໃນອາທິດຜ່ານມາ, ເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນດວງໃຈ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ ວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບໝາກຜົນຂອງການປະກວດ “ສຽງເພງ ອາຊຽນ + 3” ແລະ ບັນດາການເຄື່ອນໄຫວຂອງນັກຮ້ອງ ອາຊຽນ ຢູ່ ຫວຽດນາມ. ຂໍຂອບໃຈ.

        ໃນອີແມວສົ່ງເຖິງລາຍການ, ເພື່ອນ ບຸນມີ, ເພື່ອນ ແອນລີ, ເພື່ອນ ຊາຍຊົງ ຢູ່ນະຄອນຫລວງ ວຽງຈັນ ແລະ ເພື່ອນ ປາໂນສອນ ແຂວງ ຜົ້ງສາລີ ຂຽນວ່າ: “ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (7/9/1945 7/9/2017) ພວກຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງບັນດາພະນັກງານ, ນັກຂ່າວ, ນັກເຕັກນິກລຸ້ນຕ່າງໆຂອງວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດເວົ້າສະເພາະ, ອວຍພອນໃຫ້ພວກເພື່ອນມີພະລານາໄມສົມບູນ, ມີຄວາມຜາສຸກ, ສຳເລັດໜ້າທີ່ເຊິ່ງໄດ້ຮັບການມອບໝາຍເປັນຢ່າງດີ, ມີບັນດາລາຍການມ່ວນໆ, ດູດດື່ມ ເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງ”

        ເພື່ອນ ບຸນມີ, ເພື່ອນ ແອນລີ, ເພື່ອນ ຊາຍຊົງ ແລະ ເພື່ອນ ປາໂນສອນ ທີ່ຮັກແພງ! ພວກຂ້າພະເຂົ້າຂໍຂອບໃຈບັນດາຄຳອວຍພອນອັນດີງາມທີ່ສຸດ ເຊິ່ງພວກເພື່ອນໄດ້ສະຫງວນໃຫ້ພະນັກງານ, ນັກຂ່າວ, ນັກເຕັກນິກຂອງວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລະບົບກະຈາຍສຽງພາສາຕ່າງປະເທດແຫ່ງຊາດເວົ້າສະເພາະ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີ ເພື່ອມີບັນດາລາຍການທັງມ່ວນທັງສ້າງຄວາມດູດດຶ່ມໃຫ້ທ່ານຜູ້ຟັງຜູ້ອ່ານພາຍໃນປະເທດ ແລະ ຕ່າງປະເທດກ່ວາອີກ. ຂໍຂອບໃຈ.

ສ່ວນໃນອີແມວສົ່ງມາຍັງລາຍການຂອງເພື່ອນ ແກ້ວດວງໃຈ ຢູ່ແຂວງ ສາລະວັນຂ ຽນວ່າ: “ໃນຊຸມວັນຕົ້ນເດືອນ ກັນຍາ, 2 ປະເທດ ຫວຽດນາມ ແລະ ລາວ ພວມຈັດຕັ້ງບັນດາການເຄື່ອນໄຫວຢ່າງຄຶກຄື້ນມ່ວນຊື່ນ ເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05/09/1962 05/09/2017). ດັ່ງນັ້ນ ຂ້າພະເຈົ້າຢາກເຂົ້າໃຈຕື່ມອີກ ກ່ຽວກັບບັນດາການເຄື່ອນໄຫວທີ່ໄດ້ຈັດຕັ້ງຢູ່ ລາວ ກໍ່ຄືຢູ່ ຫວຽດນາມ? ຂໍຂອບໃຈ”.

ໂອ້ລົມກັບເພື່ອນລາວ - ảnh 2 ສະຖານທູດ ຫວຽດນາມ ໄດ້ຈັດຕັ້ງລານການສິລະປະ

        ເພື່ອນ ແກ້ວດວງໃຈ ທີ່ຮັກເພງ! ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017), ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບການພົວພັນມິດຕະພາບມທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ໃນຕະຫລອດ 55 ປີຜ່ານມາ, ເຖິງວ່າ ສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນຫລາຍຢ່າງກໍ່ຕາມ ແຕ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຍັງຄົງນັບມື້ນັບຜູກພັນກັນຢ່າງສະໜິດແໜ້ນ, ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ບັນລຸໄດ້ປະສິດທິຜົນແທດຈິງ. ພ້ອມກັບການຮ່ວມມືໃນຂອບເຂດ 2 ຝ່າຍ, ການພົວພັນ ຫວຽດນາມ - ລາວ ຍັງສະແດງໃຫ້ເຫັນຢ່າງຈະແຈ້ງຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງແຕ່ລະປະເທດຢູ່ພາກພື້ນ ແລະ ສາກົນ.

        ແລະກໍ່ໃນຕອນຄ່ຳວັນທີ 4 ກັນຍາ, ທີ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ສະຖານທູດ ຫວຽດນາມ ໄດ້ຈັດຕັ້ງງານລ້ຽງຢ່າງສົມກຽດ ເພື່ອຂ່ຳນັບຮັບຕ້ອນ 72 ປີແຫ່ງວັນຊາດ ຫວຽດນາມ (02/09/1945 – 02/09/2017) ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ. ໃນບັນຍາກາດທີ່ອົບອຸ່ນ, ເຕັມໄປດ້ວຍນ້ຳໃຈມິດຕະພາບ, ບັນດາແຂກທີ່ຮັກແພງ ແລະ ບັນດາຜູ້ແທນ ໄດ້ພ້ອມກັນຮັບຊົມລາຍການສະແດງສິລະປະ ໂດຍກອງສິລະປະກອນທະຫານເຂດ 7 ກອງທັບປະຊາຊົນ ຫວຽດນາມ ສະແດງ ດ້ວຍບັນດາວາດຟ້ອນ, ບົດເພງທີ່ຍ້ອງຍໍປະເທດຊາດ, ປະຊາຊົນ, ຍ້ອງຍໍນ້ຳໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນ 2 ປະເທດ; ພ້ອມກັນເຈືອຈານເຂົ້າໃນບັນຍາກາດຟ້ອນລຳວົງຂອງປະເທດ ລ້ານຊ້າງ ທີ່ສວຍງາມ. ນອກນັ້ນ, ໃນຕອນເຊົ້າວັນທີ 5 ກັນຍາ, ຄະນະຜູ້ແທນກອງສິລະປະກອນກອງທັບປະຊາຊົນ ລາວ ກໍ່ໄດ້ເດີນທາງໄປເຖິງສະໜາມຫລວງ ໂຮ່ຈີມິນ ຢູ່ນະຄອນ ວິງ, ແຂວງ ເງະອານ ຈັດຕັ້ງພິທີຖະຫວາຍທູບທຽນດອກໄມ້ ອາໄລຫາປະທານ ໂຮ່ຈີມິນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ.

 

ຕອບກັບ

ຂ່າວ/ບົດ​ອື່ນ