ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ

(vovworld) - “ຮ່ວມ​ເດີນ​ທາງ ແລະ ປະ​ດິດ​ສ້າງ​ພ້ອມ​ກັບ​ປະ​ເທດ​ຊາດ” ແມ່ນ​ຫົວ​ຂໍ້​ຂອງວັນ​ກາບກອນ ຫວຽດ​ນາມ ຄັ້​ງ​ທີ 15 ປີ 2017 ເຊິ່ງ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 11/2, ຢູ່ ວັນ​ມ໋ຽວ - ກວກ​ຕື້​ຢ໋າມ, ທີ່​ຮ່າ​ໂນ້ຍ.

ກ່ອນນີ້ 14 ປີ, ວັນ​ກາບກອນ ຫວຽດ​ນາມ ໄດ້​ຮັບ​ການ​​ກຳ​ເນີດ​ເພື່ອ​ແນ​ໃສ່​ເຊີດ​ຊູ, ໂຄ​ສະ​ນາບັນ​ດາ​ຄຸນ​ຄ່າ​​ກາບກອນ​ຂອງ​ຊາດເຖິງ​ມະ​ຫາ​ຊົນ​ໃນ​ທົ່ວ​ປະ​ເທດ, ເພື່ອນ​ມິດ​ສາ​ກົນ. ນັບ​ແຕ່ນັ້ນ​ມາ, ວັນ​ກາບກອນ ຫວຽດ​ນາມ ໄດ້​ຮັບ​ການ​ຈັດ​ຕັັ້ງປະ​ຈຳ​ປີ​​ໃນ​ວັນ​ທີ 15 ເດືອນ​ຈ​ຽງ (ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ).

        ​ປີນີ້, ກ່ອນ​​ຈະ​ເຂົ້າ​ເດີນ​​ວັ​ນ​ມ໋ຽວ, ຜູ້​ນິ​ຍົມ​ກາບກອນໄດ້​ຍ່າງ​ບົນ​ໃນ “ເສັ້ນ​ທາງ​ນັກ​ກະ​ວີ”, 2 ພາກ​ທາງ​ໄດ້ວາງ​ສະ​ແດງ​ຮູບພາບ​​ພ​້ອມ​ກັບ​ຄຳ​ກາບກອນ​ທີ່​ເດັ່ນຂອງ​ບັນ​ດາ​ນັກ​ກະ​ວີ​ຜູ້​ໂດ່ງ​ດັງ. ຜູ້​ນິ​ຍົມ​ກາບກອນ​ໄດ້​​ເຊື່ອມ​ຕົວ​ພ້ອມ​ກັບບັນ​ດາ​​ຄຳ​ກາບກອນ​ກ່ຽວ​ກັບ​ປະ​ຊາ​ຊົນ, ປະ​ເທດ​ຊາດ, ຄວາມ​ມຸ່ງ​ຫວັງຂອງ​ບັນ​ດາ​ນັກ​ກາບກອນ ຫວຽດ​ນາມ.

        ບາງ​ຮູບ​ຖ່າຍ​ໃນ​ພິ​ທີ​ໄຂວັນ​ກາບກອນ ຫວຽດ​ນາມ ຄັ້ງ​ທ​ີ 15:

ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 1
ວັນ​ກ​າບກອນ ຫວຽດ​ນາມ ​ໄດ້ກາຍ​ເປັນ​ງານ​ບຸນ​ວັດ​ທະ​ນະ​ທຳ, ​ແຫ່ງ​ບັນ​ດາ​ນັກ​ກະ​ວີ​ພົບ​ປະ​ກັບ​ມະ​ຫາ​ຊົນ, ຜູ້​ນິ​ຍົມ​ກາບກອນ, ເຊີດ​ຊູ, ໂຄ​ສະ​ນາ​ບັນ​ດາ​ຄຸນ​ຄ່າກາບກອນ​ຂອງ​ຊາດ​ເຖິງ​ຊາວ ຫວຽດ​ນາມ ລຸ້ນ​ຕ່າງໆ. 
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 2
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 3
ເປັນ​ຄັ້ງ​ທຳ​ອິດ, ວັນ​ກາບກອນ ຫວຽດ​ນາມ ມີ “ເສັ້ນ​ທາງ​ນັກ​ກະ​ວີ” 
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 4
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 5
ບົນ​ເສັ້ນ​ທາງນີ້, ບັນ​ດາ​ນັກ​ກະ​ວີ​​ໂດ່ງ​ດັງ​ຂອງ ຫວຽດ​ນາມ ໄດ້​ແນະ​ນຳບັນ​ດາ​ບົດ​ກະ​ວີ​ມ່ວນ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ. 
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 6

ຜູ້​ອາ​ຍຸ​ສູງ​ຄູ່​ໜ​ຶ່ງ​ຈັບ​ມື​ກັນ​​ທັງ​ຍ່າງ, ທັງ​ຫາ​ລື​ບົດ​ກະ​ວີ​ບົນ​ເສັ້ນ​ທາງ​​ນັກ​ກະ​ວີ  

ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 7
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 8ງານ​ວາງ​ສະ​ແດງ​ຢູ່​ກາງ​ແຈ້ງ ​ແນະ​ນຳ​ບັນ​ດາ​ຮູບ​ຖ່າຍ, ໃນ​ນັ້ນ​ມີຫຼາຍ​ຮູບ​ຖ່າຍ​ ​ບໍ່​ທັນ​ໄດ້​​ປະ​ກາດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ, ວິ​ວັດ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ​ສະ​ມາ​ຄົມ​ນັກ​ປະ​ພັນ ຫວຽດ​ນາມ. 
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 9ບົນ​ເວ​ທີ, ນັກ​ສິ​ປະ​ປິນ ວັນ​ເຈືອງ ແລະ ເວືອງ​ຮ່າ ພວມ​ອ່ານ​ບົດ​ກະ​ວີ​ຂອງ​ປະ​ທານ ໂຮ່​ຈີ​ມິນ 
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 10ບັນ​ດາ​ນັກ​​ປະ​ພັນ, ນັກ​ກະ​ວີ​ພົບ​ປະ​ແລກ​ປ່ຽນ​ກັບ​ບັນ​ດາ​ຜູ້​ນິ​ຍົມ​ກາບກອນ 
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 11ນັກ​ກະ​ວີ ໂຮ່​ມີງ​ເຕີມ ພວມ​ອ່ານ​ບົດ​ກາບກອນ​ຂອງ​ຕົນ 
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 12
ວັນ​ກາບກອນແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ກະ​ວີ​ພົບ​ປະ​ກັນ, ແບ່ງ​ປັນ​ບັນ​ດາ​ບົດ​ກາບກອນ​ໃໝ່, ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ອາ​ຊີບ, ກ່ຽວ​ກັບ​ຊີ​ວິດ. 
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 13
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 14
ຜູ້​ນິ​ຍົມ​ກາບກອນ ຍາດ​ເວ​ລາ​ອ່ານ​ບັນ​ດາ​ບົດ​ກາບກອນ​ທີ່​ຕົນ​ນິ​ຍົມ. 
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ - ảnh 15ວັນ​ກາບກອນ ຫວຽດ​ນາມ ດຶງ​ດູ​ດ​ຄວາມ​ສົນ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ​ສາ​ກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ