ທະຫານຍິງມວກເບເລຂຽວ ຫວຽດນາມ ຢູ່ທ່າມກາງຊາຍຮ້ອນຂອງອາຟະລິກາ

(VOVWORLD) - ບັນດາເອື້ອຍໄດ້ ແລະ ພວມປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ຜ່ານນັ້ນ, ກໍ່ຊ່ວຍໃຫ້ເພື່ອນມິດສາກົນເຫັນໄດ້ວ່າ, ຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ
ທະຫານຍິງມວກເບເລຂຽວ ຫວຽດນາມ ຢູ່ທ່າມກາງຊາຍຮ້ອນຂອງອາຟະລິກາ - ảnh 1ທະຫານມວກເບເລຂຽວ ຫວຽດນາມ ສອນພາສາ ຝລັ່ງ ໃຫ້ແກ່ກອງທັບປະເທດປະຈຳຖິ່ນ
(ພາບ: NVCC)

ປີນີ້ຄົບຮອບ 10 ປີທີ່ຫວຽດນາມເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ (2014 - 2024). 10 ປີຜ່ານມາ, ບັນດານາຍ ແລະ ພົນທະຫານຫວຽດນາມເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ, ໃນນັ້ນມີທະຫານຍິງກອງທັບປະຊາຊົນຫວຽດນາມ, ຍາມໃດກໍ່ມານະພະຍາຍາມເພື່ອນຳມາເຊິ່ງອະນາຄົດທີ່ສົດໃສກວ່າໃຫ້ແກ່ປະຊາຊົນຢູ່ບັນດາປະເທດທີ່ພວມເກີດສົງຄາມກາງເມືອງ, ຄື: ສ.ອາຟະລິກາກາງ, ສ.ຊູດັງໃຕ້ຫຼືເຂດ Abyei.

ຢູ່ສ.ອາຟະລິກາກາງ, ພັນຕີ ຫວູທິລຽນ, ທະຫານມວກເບເລຂຽວ ຫວຽດນາມ, ພວມສອນພາສາຝລັ່ງໃຫ້ແກ່ກອງທັບປະເທດປະຈຳຖິ່ນ. ເອື້ອຍລຽນແມ່ນນາຍທະຫານຜູ້ທຳອິດຂອງຫວຽດນາມທີ່ປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຝຶກແອບຂອງສະຫະພາບເອີລົບຢູ່ສ. ອາຟະລິກາກາງ(EUTM RCA), ແຕ່ເດືອນ ທັນວາ 2022 ມາຮອດປະຈຸບັນ, ດ້ວຍໜ້າທີ່ບຳລຸງສ້າງໃຫ້ກອງທັບແຫ່ງຊາດ. ເມື່ອແບ່ງປັນກ່ຽວກັບວຽກງານຂອງຕົນ,  ພັນຕີ ຫວູທິລຽນ, ໃຫ້ຮູ້ວ່າ:

ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າເຮັດວຽກໃນສະພາບແວດລ້ອມສາກົນ. ຂ້າພະເຈົ້າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທີ່ໜຶ່ງ, ແມ່ນສິ່ງທ້າທາຍກ່ຽວກັບດິນຟ້າອາກາດ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ຂ້າພະເຈົ້າຕ້ອງປັບຕົວໃຫ້ເໝາະກັບສະພາບ. ນອກນັ້ນ, ຂ້າພະເຈົ້າກໍ່ມີຄວາມກັງວົນຕໍ່ພະຍາດຕ່າງໆ. ທີສອງແມ່ນ, ເຮັດວຽກໃນສະພາບນາໆຊາດ ດ້ວຍພື້ນຖານວັດທະນະທຳທີ່ແຕກຕ່າງກັນນັ້ນ, ຮຽກຮ້ອງໃຫ້ຂ້າພະເຈົ້າຕ້ອງປັບຕົວ ແລະ ທຳຄວາມຮູ້ຈັກຢ່າງຕໍ່ເນື່ອງ. ບາງເທື່ອ, ພາສາອັງກິດ ແລະ ພິເສດແມ່ນພາສາ ຝລັ່ງ ໄດ້ກາຍເປັນຂົວຕໍ່ຊ່ວຍໃຫ້ພວກຂ້າພະເຈົ້າໃກ້ຊິດກັນກວ່າ. ນອກນັ້ນ, ພາສາ ຝລັ່ງ ກໍ່ຊ່ວຍໃຫ້ຂ້າພະເຈົ້າໂອ້ລົມກັບຊາວທ້ອງຖິ່ນໄດ້ງ່າຍກວ່າ”.

ກ່ອນໜ້ານັ້ນ, ກໍ່ທີ່ເຂດດິນແດນ ອາຟະລິກາກາງ ນີ້,  ຮ້ອຍເອກ  ຫວູເຍີດເຮືອງ, ນາຍທະຫານຍິງຜູ້ທີ 7 ຂອງ ຫວຽດນາມ ປະຕິບັດໜ້າທີ່ການສື່ສານຢູ່ຄະນະປະຕິບັດງານຮັກສາສະຖຽນລະພາບຫຼາຍສົ້ນຂອງສະຫະປະຊາຊາດຢູ່ ສ.ອາຟະລິກາກາງ (MINUSCA) ອາຍຸການ 2021 - 2022, ກໍ່ໄດ້ຜ່ານຜ່າສະພາບດິນຟ້າອາກາດທີ່ຮ້າຍແຮງຂອງເຂດດິນແດນ ອາຟະລິກາ.

ເດືອນ ມັງກອນ 2018, ຫວຽດນາມ ເລີ່ມຈັດສົ່ງນາຍທະຫານຍິງທຳອິດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ໄລ່ມາຮອດປະຈຸບັນ, ມີນາຍແລະ ພົນທະຫານຍິງ ຫວຽດນາມ 114 ຄົນເດີນທາງໄປຮັບໜ້າທີ່ຕາມຮູບແບບສ່ວນຕົວ ແລະ ກົມກອງ, ໃນບົດບາດເປັນນາຍທະຫານໃຫ້ຄຳປຶກສາ, ນັກສັງເກດການດ້ານການທະຫານ, ນາຍທະຫານສື່ສານ ແລະ ບັນດານາຍທະຫານຍິງຢູ່ເຂດ Bentiu ຊູດັງໃຕ້, ເຂດ Abyei ແລະ ສ.ອາຟະລິກາກາງ. ສຳລັບບັນດານາຍທະຫານຍິງ ຫວຽດນາມ ແລ້ວ, ເລື່ອງໄດ້ກາຍເປັນທະຫານໝວກເບລາຂຽວແມ່ນຄວາມເປັນກຽດທີ່ໃຫຍ່ຫຼວງ. ຮ້ອຍເອກ ຫວູເຍີດເຮືອງ, ຮູ້ວ່າ:

ໄດ້ໃສ່ໝວກເບເລຂຽວ ແລະ ນຸ່ງຊຸດທະຫານດ້ວຍແຖວຕົວໜັງສື ຫວຽດນາມ ຢູ່ເໜ້າເອິກນັ້ນ, ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ. ນັ້ນບໍ່ພຽງແຕ່ແມ່ນຄວາມເປັນກຽດຂອງຂ້າພະເຈົ້າເອງເທົ່ານັ້ນ, ຫາກຍັງແມ່ນຄວາມເປັນກຽດໃຫ້ທັງຄອບຄົວ ແລະ ເພື່ອນຂອງຂ້າພະເຈົ້າອີກດ້ວຍ.

ທະຫານຍິງມວກເບເລຂຽວ ຫວຽດນາມ ຢູ່ທ່າມກາງຊາຍຮ້ອນຂອງອາຟະລິກາ - ảnh 2ນອກຈາກຊົ່ວໂມງເຮັດວຽກ, ບັນດານາຍທະຫານຍິງ ຫວຽດນາມ ຍັງຊ່ວຍປະຊາຊົນປູກຝັງ, ສອນໃຫ້ເດັກນ້ອຍ
(ພາບ: NVCC)

ຢູ່ທ່າມກາງຊາຍທີ່ຮ້ອນເອົ້າຂອງ ອາຟະລິກາ, ນອກຈາກຊົ່ວໂມງເຮັດວຽກ, ບັນດານາຍທະຫານຍິງ ຫວຽດນາມ ຍັງຊ່ວຍປະຊາຊົນປູກຝັງ, ສອນໃຫ້ເດັກນ້ອຍ, ກວດ ແລະປິ່ນປົວພະຍາດໃຫ້ແກ່ປະຊາຊົນຢູ່ອ້ອມເຂດຕັ້ງທັບ…  ພັນເອກ 3 ດາວ ຫງວຽນທິລຽນ, ອະດີດນາຍທະຫານຂົນຂວາຍ, ກອງທະຫານຊ່າງແສງເລກ 1 ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດເຂດ Abyei (UNISFA), ແລະ ຮ້ອຍເອກ ຫວູເຍິດເຮືອງ, ໃຫ້ຮູ້ວ່າ:

ຂ້າພະເຈົ້າກຳນົດໄດ້ວ່າ: ຕົນເອງໄປເຮັດຫຍັງ? ຂ້າພະເຈົ້າໄປຮັກສາສັນຕິພາບ, ໝາຍຄວາມວ່ານຳມາເຊິ່ງຮ້ອຍຍິ້ມໃຫ້ແກ່ປະຊາຊົນ. ຈາກນັ້ນ, ຂ້າພະເຈົ້າໄດ້ຊອກຫາທິດເດີນໃຫ້ແກ່ຕົນ. ຂ້າພະເຈົ້າໄປຊ່ວຍປະຊາຊົນປູກຜັກ, ປູກໝາກຖົ່ວ, ປູກສາລີເປັນປະຈຳ, ແລະພວກຂ້າພະເຈົ້າໄດ້ປູກສາລີ, ຜັກ, ໝາກຖົ່ວຫຼາຍທີ່ສຸດ ເພື່ອປັບຄາບເຂົ້າໃຫ້ແກ່ປະຊາຊົນ. ແຕ່ລະລະດູການເກັບກ່ຽວນັ້ນ, ພວກຂ້າພະເຈົ້າກໍ່ເກັບແກ່ນໄດ້ນັບ 10 ໂລ”.

ພວກຂ້າພະເຈົ້າກໍ່ຈັດການເຄື່ອນໄຫວການກຸສົນຢູ່ບ້ານເດັກ ທີ່ນະຄອນຫຼວງ Bangui, ເປັນບ່ອນຮັບເດັກໃນເກນອາຍຸຕ່ຳກວ່າ 7 ປີທີ່ຖືກປະໄວ້ພາຍຫຼັງບັນດາການປະທະກັນ ຫຼື ຍ້ອນສາຍເຫດກ່ຽວກັບສັງຄົມປະມານແຕ່ 25 ຫາ 30 ນ້ອງ. ບ້ານໄດ້ຮັບການອຸປະຖຳ, ແຕ່ບໍ່ຫຼາຍ. ພວກຂ້າພະເຈົ້າມາແຫ່ງນັ້ນເພື່ອສະໜອງເຄຶ່ອງກິນ, ເຄື່ອງດື່ມ, ເຄື່ອງຫຼິ້ນເຊິ່ງພວກຂ້າພະເຈົ້າໄດ້ກຽມໄວ້ແຕ່ ຫວຽດນາມ, ຫຼືເຄື່ອງຜະລິດຄືນໃໝ່ຈາກເຈ້ຍໜ້າປົກແຂງ, ກະປ໋ອງ,  ຕຸກນ້ຳ ເຮັດເປັນເຄື່ອງຫຼິ້ນໃຫ້ແກ່ເດັກ”.

ເກັ່ງດ້ານວິຊາການ, ພ້ອມແລ້ວທີ່ຈະປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກ, ອາກາດທີ່ປ່ຽນແປງຮ້າຍແຮງ ແລະ ຄວາມຂາດສະຖຽນລະພາບຢູ່ເຂດປະຕິບັດໜ້າທີ່, ບັນດານາຍທະຫານຍິງ ຫວຽດນາມ ໄດ້ນຳເອົາຫົວໃຈເມດຕາປານີ, ນ້ຳໃຈສາກົນອັນສູງສົ່ງເພື່ອປະຕິບັດໜ້າທີ່ຮັກສາສັນຕິພາບສາກົນ. ບັນດາເອື້ອຍໄດ້ ແລະ ພວມປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ຜ່ານນັ້ນ, ກໍ່ຊ່ວຍໃຫ້ເພື່ອນມິດສາກົນເຫັນໄດ້ວ່າ, ຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ ແລະ ຍາມໃດຊາວ ຫວຽດນາມກໍ່ເຕັມໄປດ້ວຍນ້ຳໃຈເມດຕາປານີ./.

ຕອບກັບ

ຂ່າວ/ບົດ​ອື່ນ