ຫວໍຮວ່າງວິງ - ຊາຍໜຸ່ມສ້າງຄວາມຮັ່ງມີຈາກຮູບແບບລ້ຽງໄກ່ ເປຣູ

(VOVWORLD) - ແຕ່ລະປີ ອ້າຍ ວິງ ເກັບໄດ້ຈຳນວນເງິນແຕ່ 200 – 300 ລ້ານດົ່ງ (9.000 – 12.000 USD).
ຫວໍຮວ່າງວິງ - ຊາຍໜຸ່ມສ້າງຄວາມຮັ່ງມີຈາກຮູບແບບລ້ຽງໄກ່ ເປຣູ - ảnh 1(ຮູບແບບລ້ຽງໄກ່ ເປຣູ ຂອງອ້າຍ ຫວໍຮວ່າງວິງ)

ດ້ວຍຈິດໃຈນຳໜ້າ, ກ້າຄິດກ້າທຳຂອງໄວໜຸ່ມ, ອ້າຍ ຫວໍຮວ່າງວິງ, ຢູ່ແຂວງ ຊອັກຈັງ ໄດ້ສ້າງຮູບແບບລ້ຽງໄກ່ ເປຣູ ບັນລຸຜົນສຳເລັດ. ມາຮອດປະຈຸບັນ, ພ້ອມກັບຟາມລ້ຽງໄກ່ນັບຮ້ອຍໂຕແລ້ວ, ອ້າຍກໍ່ມີລາຍຮັບເປັນປົກກະຕິແຕ່ 200 – 300 ລ້ານດົ່ງ (9.000 – 12.000 USD)/ປີ.

ຕາແສງ ອານຮຽບ, ເມືອງ ເຈົາແທ່ງ, ແຂວງ ຊອັກຈັງ, ມີທ່າແຮງກ່ຽວກັບການຜະລິດກະສິກຳ. ມີຫຼາຍຮູບແບບທີ່ພໍ່ແມ່ປະຊາຊົນຢູ່ແຫ່ງນີ້ສ້າງຂຶ້ນບັນລຸຜົນສຳເລັດ, ຄືຮູບແບບປູກເຂົ້າຄຸນນະພາບສູງ, ລ້ຽງສັດ… ຫ່າງຈາກໃຈກາງຕາແສງບໍ່ໄກ, ແມ່ນຮູບແບບລ້ຽງໄກ່ ເປຣູ ຂອງອ້າຍ ຫວໍຮວ່າງວິງ. ປະຈຸບັນ, ໃນຄອກໄກ່ຂອງອ້າຍມີໄກ່ກວ່າ 100 ໂຕ ແລະ ໄກ່ເພື່ອຂະຫຍາຍພັນອີກຫຼາຍໂຕ. ອ້າຍ ວິງ ແບ່ງປັນວ່າ, ອ້າຍ startup ດ້ວຍຮູບແບບລ້ຽງໄກ່ກວ່າ 200 ໂຕ. ພາຍຫຼັງເວລາລ້ຽງນັ້ນ, ປະສິດທິຜົນທາງດ້ານເສດຖະກິດບໍ່ໄດ້ຄືຄວາມຫວັງ, ອ້າຍຊອກຮູ້ ແລະ ໄດ້ຮູ້ວ່າ ຄວາມຕ້ອງການຂອງຕະຫຼາດສຳລັບໄກ່ ເປຣູ ແມ່ນໃຫຍ່ຫຼວງ, ມີມູນຄ່າເສດຖະກິດສູງ, ສະນັ້ນ, ອ້າຍຕົກລົງຫັນໄປສູ່ການສ້າງຮູບແບບລ້ຽງໄກ່ ເປຣູ. ປະຈຸບັນ, ມີລູກຄ້າໄດ້ມາຊື້ເປັນຕົ້ນແມ່ນຢູ່ບັນດາແຂວງ ຄື: ຊອັກຈັງ, ອານຢາງ, ເຮົ້າຢາງ ແລະ ບາກລຽວ… ເພື່ອເປັນແນວພັນສັດລ້ຽງ ແລະ ເປັນສັດລ້ຽງໃນເຮືອນ. ຕາມອ້າຍ ວິງ ແລ້ວ, ໄກ່ ເປຣູ 1 ໂຕ ພາຍຫຼັງໄດ້ລ້ຽງປະມານ 2 ເດືອນກໍ່ສາມາດແຍກອອກຈາກຝູງໄດ້ແລ້ວ.

“ຜູ້ມາຊື້ແມ່ນຜູ້ມັກຮັກການລ້ຽງໄກ່, ເຂົາເຈົ້າຊື້ໄກ່ເປັນສັດລ້ຽງໃນເຮືອນ, ຊື້ເພື່ອຂະຫຍາຍພັນ. ໄກ່ມີນ້ຳໜັກແຕ່ 3 ກີໂລກຣາມ ຂຶ້ນໄປແມ່ນໄກ່ທີ່ໃຫຍ່ເຕັມໂຕແລ້ວຫຼາຍຄົນກໍ່ມັກຊື້. ຕາມທຳມະດາ, ຂ້າພະເຈົ້າໄດ້ຂາຍຜ່ານສື່ສັງຄົມອອລາຍ, ຄື: tik tok, zalo, facebook. ຢູ່ຫຼາຍແຂວງ, ນະຄອນມີຜູ້ສັ່ງຊື້, ນ້ອງກໍ່ສົ່ງໃຫ້ໝົດ, ທຳມະດານ້ອງໄດ້ຂາຍໄກ່ນ້ອຍຫຼາຍກວ່າ”.

ດ້ວຍໄກ່ ເປຣູ 15 ໂຕທຳອິດ, ຍ້ອນຄວາມມານະພະຍາຍາມຮ່ຳຮຽນ, ຊອກຮູ້ຈາກບັນດາຮູບແບບທາງອິນເຕີເນັດ ແລະ ຜ່ານໜັງສືພິມກ່ຽວກັບເຕັກນິກໃນການລ້ຽງໄກ່ນັ້ນ, ພຽງໃນເວລາ 8 ເດືອນ, ໄກ່ຂອງອ້າຍ ວິງ ໄດ້ເລີ່ມໃຫ້ໄຂ່. ອ້າຍ ວິງ ໃຫ້ຮູ້ວ່າ, ອ້າຍພຽງແຕ່ຂາຍໄກ່ຈຳນວນໜຶ່ງ, ສ່ວນທີ່ຍັງເຫຼືອແມ່ນສືບຕໍ່ຂະຫຍາຍພັນ. ມາຮອດປະຈຸບັນ, ຮູບແບບນີ້ຢືນຢັນໄດ້ປະສິດທິຜົນທາງດ້ານເສດຖະກິດຈາກການຂາຍໄຂ່, ແນວພັນໄກ່ນ້ອຍ… ເປັນເທື່ອລະກ້າວ, ແຕ່ລະປີ ອ້າຍ ເກັບໄດ້ຈຳນວນເງິນແຕ່ 200 – 300 ລ້ານດົ່ງ (9.000 – 12.000 USD). ເມື່ອແບ່ງປັນກ່ຽວກັບເຕັກນິກການເບິ່ງແຍງໄກ່ ເປຣູ, ອ້າຍ ວິງ ໃຫ້ຮູ້ວ່າ:

“ສຳລັບໄກ່ນ້ອຍ, ເຮົາຕ້ອງແຍກອອກເພື່ອໃຫ້ລ້ຽງງ່າຍ, ຄອກໜຶ່ງປະມານ 2 3 ໂຕ. ທີ 2 ແມ່ນຮັກສາແຫຼ່ງອາຫານ ແລະ ນ້ຳໃຫ້ສະອາດ, ຖ້າບໍ່ສະອາດອາດຈະເຮັດໃຫ້ໄກ່ຕິດພະຍາດ. ຂ້າພະເຈົ້າກໍເພີ່ມເຕີມຜັກ, ໝາກໄມ້, ຖົ່ວງອກ, ໝາກກວ້ຍໃຫ້ໄກ່ກິນເພື່ອໃຫ້ແຂງແຮງ”.

ບໍ່ພຽງແຕ່ພັດທະນາເສດຖະກິດໃຫ້ແກ່ຕົນເອງ, ອ້າຍ ວິງ ຍັງແຜ່ຂະຫຍາຍຈິດໃຈ startup, ກ້າຄິດກ້າທຳເຖິງຊາວໜຸ່ມຢູ່ທ້ອງຖິ່ນອີກດ້ວຍ. ຈາກປະສິດທິຜົນທາງດ້ານເສດຖະກິດ, ຮູບແບບລ້ຽງໄກ່ ເປຣູ ຂອງອ້າຍ ຫວໍຮວ່າງວິງ ໄດ້ກາຍເປັນຮູບແບບ startup ດີເດັ່ນຂອງຄະນະຊາວໜຸ່ມຕາແສງ ອານຮຽບ ເພື່ອໃຫ້ບັນດາສະມາຊິກຊາວໜຸ່ມຢ້ຽມຊົມ, ຮ່ຳຮຽນ, ແບ່ງປັນບົດຮຽນກ່ຽວກັບການສ້າງຮູບແບບການຜະລິດ, ວິທີເຮັດທຸລະກິດ, ຈິດໃຈ startup ຂອງໄວໜຸ່ມ. ຫວ່າງມໍ່ໆມານີ້, ທະນາຄານນະໂຍບາຍສັງຄົມເມືອງ ຍັງໃຫ້ອ້າຍກູ້ຢືມທຶນດ້ວຍຈຳນວນເງິນ 90 ລ້ານດົ່ງ (ເກືອບ 4.000 USD) ເພື່ອລົງທຶນ, ເປີດກວ້າງຮູບແບບລ້ຽງປູກ. ເອື້ອຍ ຫວໍຫງອັກຮວິ່ງ, ເລຂາຄະນະຊາວໜຸ່ມຕາແສງ ອານຮຽບ, ເມືອງ ເຈົາແທ່ງ, ໃຫ້ຮູ້ວ່າ:

“ຜ່ານເວລາ 1 ປີແຫ່ງການປະຕິບັດຮູບແບບນີ້ ໄດ້ນຳມາເຊິ່ງປະສິດທິຜົນສູງທີ່ສຸດ. ມູນຄ່າເສດຖະກິດຂອງໄກ່ແມ່ນມາຈາກການຂາຍໄຂ່ ແລະ ໄກ່ແນວພັນ.ສຳລັບໄຂ່ແລ້ວແມ່ນມີລາຄາ 200.000 ດົ່ງ (8 USD)/ໜ່ວຍ. ສຳລັບໄກ່ນ້ອຍອາຍຸແຕ່ 6 8 ອາທິດ, ມີລາຄາແຕ່ 600.000 800.000 ດົ່ງ (24-32 USD)/ໂຕ. ຟາມໄກ່ຢູ່ ເກີນເທີ ແລະ ເຮົ້າຢາງ ໄດ້ມາຊື້ໄກ່ແນວພັນນີ້ຫຼາຍ.ຜ່ານນັ້ນ, ກໍ່ຊີ້ໃຫ້ເຫັນປະສິດທິຜົນແມ່ນສູງທີ່ສຸດ”.

ຜົນສຳເລັດຂອງຮູບແບບລ້ຽງໄກ່ ເປຣູ ຂອງອ້າຍ ຫວໍຮວ່າງວິງ ໄດ້ຢືນຢັນຈິດໃຈກ້າຄິດກ້າທຳ, ເຈດຈຳນົງບືນຕົວຂຶ້ນຂອງໄວໜຸ່ມ. ຈາກນັ້ນ, ກໍ່ປະກອບສ່ວນນຳຂະບວນການຊາວໜຸ່ມດຳເນີນທຸລະກິດເກັ່ງຢູ່ທ້ອງຖິ່ນນີ້ໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ