(vovworld)- ເລື່ອງສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ (AEC) ຢ່າງເປັນທາງການໃນທ້າຍປີ 2015 ຈະເປັດຂີດໝາຍສຳຄັນແຫ່ງຄວາມມານະພະຍາຍາມຂອງ ອາຊຽນ ໃນການສຳເລັດບັນດາຈຸດໝາຍເຊື່ອມໂຍງຂອງພາກພື້ນ, ສະແດງໃຫ້ເຫັນ “ວິໄສທັດດຽວ, ສີສັນດຽວ ແລະ ປະຊາຄົມດຽວ”. ໃນນັ້ນ ການຮ່ວມມືການຕ່າງປະເທດ-ການເມືອງລະຫວ່າງບັນດາປະເທດສະມາຊິກ ອາຊຽນ ສວມບົດບາດສຳຄັນ ໃນການຊຸກຍູ້ວິວັດການເຊື່ອມໂຍງພາຍໃນກຸ່ມໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງກວ່າ. ພວກເຮົາຂໍລວບລວມບັນດາເຫດການສຳຄັນໃນການພົວພັນຮ່ວມມືການຕ່າງປະເທດ- ການເມືອງ ລະຫວ່າງບາງປະເທດສະມາຊິກ ອາຊຽນຄື: ໄທ, ລາວ, ກຳປູເຈຍ ແລະ ອິນໂດເນເຊຍ ໃນໄລຍະຜ່ານມາ.
*-*
ກຳປູເຈຍ
ພະບາດສົມເດັດ ໂນໂຣດົມ ສີຫາໂມນີ ຕ້ອນຮັບທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໃນການຢ້ຽມຢາມທາງລັດຖະກິດເຖິງລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 23-24/12/2014
![ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_03_12/1_copy.jpg)
ພາບ:vietnamplus.vn
|
ພົກເອກ Tia Banh ຕັດແຖບຜ້າສະຫລອງສຳນັກງານກອງບັນຊາການປືນໃຫຍ່ກອງທັບ ກຳປູເຈຍ ດ້ວຍການຊ່ວຍເຫລືອຂອງກອງທັບປະຊາຊົນຫວຽດນາມ.
![ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_03_12/2.jpg)
ພາບ:vietnamplus.vn
|
ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ກຳປູເຈຍ Tea Banh ແລະ ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ຈູມມາລີ ໄຊຍະສອນ ເຫັນດີ ເພີ່ມທະວີການພົວພັນສອງຝ່າຍກວ່າອີກ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນຂອບເຂດການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ປະທານປະເທດລາວ ແຕ່ວັນທີ 26/2/2015.
![ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 3](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_03_12/3.jpg)
ພາບ:AFP/vietnamplus.vn
|
ໄທ
ເນື່ອງໃນໂອກາດບຸນປີໃຫມ່ປີມະແມ 2015, ຄະນະກຳມະການຊາວຫວຽດນາມອາຢູ່ ຕ່າງປະເທດ ສົມທົບກັບສະຖານກົງສູນ ຫວຽດນາມ ຢູ່ ຂອນແກ່ນ ຈັດຕັ້ງພິທີຕ້ອນຮັບປີໃຫມ່ ແລະ ສະແດງສິລະປະເພື່ອຮັບໃຊ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ພາກອີສານຂອງໄທ.
![ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_03_12/4.jpg)
ພາບ: vnexpress.net
|
ການຮ່ວມມືຮອບດ້ານກ່ຽວກັບແຮງງານ, ໃນນັ້ນ ຢັ້ງຢືນແຮງງານຫວຽດນາມເຮັດວຽກຢູ່ໄທແມ່ນຖືກຕ້ອງກັບກົດໝາຍ ຈະຊ່ວຍເຮັດໃຫ້ການພົວພັນຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.
![ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 5](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_03_12/5.jpg)
ພາບ:vnexpress.net
|
. ຊຸດຮູບເງົາປະຫວັດສາດຫລ້າສຸດກ່ຽວກັບປະທານໂຮ່ຈິມີນ ແມ່ນເລົ່າເລື່ອງກ່ຽວກັບໄລຍະທ່ານປະທານໂຮ່ຈິມີນເຄື່ອນໄຫວຢູ່ໄທ ແຕ່ປີ 1928-1929. ຮູບເງົາຊຸດນີ້ຖືກສາຍໃນໂອກາດສະເຫລີມສະຫລອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ.
![ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 6](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_03_12/6.jpg)
ພາບ:vnexpress.net
|
ລາວ
ທ່ານຫວູຮູຍຮ່ວາງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີວ່າການກະຊວງອຸດສາຫະກຳ ການຄ້າ ລາວ ລົງນາມໃນສັນຍາການຄ້າສອງຝ່າຍ.
![ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 7](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_03_12/7.jpg)
ພາບ:vietnamplus.vn
|
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ເດືອນ 4-6/3/2015.
![ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 8](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_03_12/8.jpg)
ພາບ:vietnamplus.vn
|
ທ່ານເຈີນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫລວດຫວຽດນາມ ເຂົ້າຢ້ຽມຂ່ຳນັບທ່ານທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ລາວ ເນື່ອງໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວແຕ່ວັນທີ 15/1/2015
![ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 9](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_03_12/bt cong an vn va tt lao.jpg)
ພາບ:TTXVN
|
ອິນໂດເນເຊຍ
ທ່ານປະທານປະເທດເຈືອງເຕີນຊາງ ເຈລະຈາກັບປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyono ເນື່ອງໃນໂອກາດໄປຢ້ຽມຢາມ ອິນໂດເນເຊຍ ແຕ່ວັນທີ 27-28/6/2013. ພາຍຫລັງການຢ້ຽມຢາມ, ສອງຝ່າຍຕົກລົງຍົກການພົວພັນຫວຽດນາມ - ອິນໂດເນເຊຍ ກາຍເປັນຄູ່ຮ່ວມມືຍຸດທະສາດ.
![ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 10](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_03_12/10.jpg)
ພາບ:vov
|
ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານປະທານປະເທດ ເຈືອງເຕີນຊາງ ນຳຫນ້າ ເຈລະຈາກັບຄະນະຜູ້ແທນຂັ້ນສູງ ອິນໂດເນເຊຍ ໂດຍທ່ານປະທານາທິບໍດີ ອິນໂດເນເຊຍ Jokowi Widodo ນຳຫນ້າ ຢູ່ ນອກກອງປະຊຸມສຸດຍອດ APEC ຄັ້ງທີ 22, ເມື່ອວັນທີ 10/11/2014 ຢູ່ ປັກກີງ ປະເທດຈີນ.
ທ່ານ Mayerfas, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳຫວຽດນາມ ກ່າວຄຳເຫັນທີ່ການປະຊຸມຂ່າວເນື່ອງໃນໂອກາດສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ (1955-2015)