ການສຶກສາແມ່ນພາກສ່ວນສຳຄັນຂອງການຮ່ວມມືລະ​ຫວ່າງ ຫວຽດ​ນາມ - ລາວ

(VOVWORLD) - ໃນເບື້ອງຕົ້ນ, ພາສາ ລາວ ຈະໄດ້ສິດສອນທົດລອງໃຫ້ແກ່ນັກຮຽນເຂດຊາຍແດນ, ຈະເປີດກວ້າງເມື່ອມີຄູອາຈານພຽງພໍ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີເມວ 446 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງລາວ.

ການສຶກສາແມ່ນພາກສ່ວນສຳຄັນຂອງການຮ່ວມມືລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 1(ພາບປະກອບ)

        ເພື່ອນ ສຸລິວົງ ຢູ່ແຂວງ ຫຼວງພະບາງ, ໄດ້ສົ່ງອີເມວມາຫາລາຍການ, ດ້ວຍເນື້ອໃນທີ່ວ່າ: “ຂ້າພະເຈົ້າຂໍສະເໜີລາຍການໜຶ່ງທີ່ມີຊື່ວ່າ “ຫວຽດນາມ ຜ່ານມູມມອງຂອງທ່ານຜູ້ຟັງ”. ລາຍການນີ້ຈະສ້າງໂອກາດເພື່ອໃຫ້ຜູ້ຟັງ/ຜູ້ອ່ານສາກົນ ແບ່ງປັນຄວາມປະທັບໃຈ ແລະ ແນວຄິດຂອງເຂົາເຈົ້າກ່ຽວກັບ ຫວຽດນາມ, ອາດແມ່ນການປະພຶດດ້ານການທ່ອງທ່ຽວ, ການເຄື່ອນໄຫວຄົ້ນຫາອາການການກິນ, ຫຼື ການຮຽນພາສາ ຫວຽດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ລາຍການຄືດັ່ງກ່າວຈະສົ່ງເສີມຄວາມຕິດພັນ ແລະ ການພົວພັນແລກປ່ຽນວັດທະນະທຳລະຫວ່າງຜູ້ຟັງ/ຜູ້ອ່ານໃນທົ່ວໂລກ ແລະ VOV ໃຫ້ຫຼາຍຂຶ້ນ”.

        ເພື່ອນ ທິດາ ກິດຈະເລີນ, ຢູ່ແຂວງ ຫົວພັນ ໄດ້ໂທລະສັບມາຫາລາຍການ, ແບ່ງປັນວ່າ: “ຂ້າພະເຈົ້າມັກຮັກການຄົ້ນຫາບັນດາພື້ນຖານວັດທະນະທຳ, ວິທະຍາສາດ ແລະ ບັນດາເລື່ອງລາວທີ່ໜ້າປະທັບໃຈໃນທົ່ວໂລກ. ໂດຍແມ່ນຜູ້ຟັງຂອງ VOV ນັບແຕ່ປີ 1993 ແລະ ຜ່ານຄື້ນກະຈາຍສຽງຂອງ VOV, ຂ້າພະເຈົ້າໄດ້ຮູ້ຈັກບັນດາຈັງຫວະທຳນອງບົດເພງມ່ວນໆຂອງດົນຕີ ຫວຽດນາມ, ບັນດາເລື່ອງລາວປະຫວັດສາດທີ່ເຕັມໄປດ້ວຍສີສັນ ແລະ ບັນດາບ້າດກ້າວທີ່ໜ້າຈັບໃຈໃນບັນດາໂຄງການວິທະຍາສາດ, ເຕັກໂນໂລຊີຂອງ ຫວຽດນາມ”.

        ສ່ວນເພື່ອນ Sokunthearith, ຢູ່ ພະນົມເປັນ, ປະເທດ ກຳປູເຈຍ, ໄດ້ສົ່ງຄຳອວຍພອນມາວ່າ: “ໃນປະຫວັດສາດ 100 ປີແຫ່ງວັນສື່ມວຊົນ ຫວຽດນາມ, VOV ໄດ້ຢືນຢັນເຄື່ອງໝາຍຂອງຕົນໃນວິວັດການ 80 ປີທີ່ໄດ້ຄົງົວ ແລະ ພັດທະນາ. ຂ້າພະເຈົ້າຂໍອວຍພອນໃຫ້ VOV ສືບຕໍ່ບັນລຸໄດ້ຜົນງານທີ່ໃຫຍ່ຫຼວງຫຼາຍຢ່າງກວ່າໃນໄລຍະ 50 ປີ, 100 ປີຈະມາເຖິງ”.

ການສຶກສາແມ່ນພາກສ່ວນສຳຄັນຂອງການຮ່ວມມືລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 2ທີ່ການເຮັດວຽກລະຫວ່າງທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິນເຊີນ  ແລະ ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ
(ພາບ: daibieunhandan.vn)

    ເພື່ອນ ຈັນແສງ ພິມມະວົງ ໄດ້ຂຽນໃນ fanpage Lao VOV5 ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຮັບຂ່າວກ່ຽວກັບເລື່ອງ ຫວຽດນາມ ຈະນຳພາສາ ລາວ ເຂົ້າໃນຫຼັກສູດການສອນໃຫ້ແກ່ນັກຮຽນ ພ້ອມກັບບັນດາພາສາອື່ນໃນໂລກ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບການເຄື່ອນໄຫວດັ່ງກ່າວ.

    ເພື່ອນ ຈັນແສງ ພິມມະສອນ ທີ່ຮັກແພງ, ພາສາ ລາວ ຈະກາຍເປັນ 1 ໃນຈຳນວນ 8 ພາສາຕ່າງປະເທດທີ່ໄດ້ສິດສອນໃນໂຮງຮຽນມັດທະຍົມ, ກ່ອນອື່ນໝົດແມ່ນຈະທົດລອງຢູ່ເຂດຊາຍແດນ. ຂໍ້ມູນດັ່ງກ່າວ ໂດຍທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິນເຊີນ ແບ່ງປັນທີ່ການຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ, ໃນວັນທີ 02 ມິຖຸນາ ຜ່ານມາ.

    ຢູ່ທີ່ນີ້, ທ່ານລັດຖະມົນຕີ ຫງວຽນກິມເຊີນ ເນັ້ນໜັກວ່າ, ຫວຽດນາມ ແລະ ລາວ ມີສາຍພົວພັນມິດຕະພາບຮ່ວມມືແບບພິເສດ, ໃນນັ້ນ, ການສຶກສາແມ່ນພາກສ່ວນສຳຄັນຂອງການຮ່ວມມື 2 ຝ່າຍ. ທາງກະຊວງພວມກະກຽມບັນດາເງື່ອນໄຂທີ່ຈຳເປັນ ເພື່ອນຳພາສາ ລາວ ກາຍເປັນ 1 ໃນຈຳນວນ 8 ພາສາຕ່າງປະເທດ ທີ່ໄດ້ສິດສອນຢູ່ໃນໂຮງຮຽນ, ພ້ອມກັບບັນດາພາສາ ຄື: ອັງກິດ, ລັດເຊຍ, ຝລັ່ງ, ຈີນ, ເຢຍລະມັນ, ຍີ່ປຸ່ນ, ເກົາຫຼີ (ບັນດາໂຮງຮຽນເລືອກເອົາ 1 ພາສາ). ໃນເບື້ອງຕົ້ນ, ພາສາ ລາວ ຈະໄດ້ສິດສອນທົດລອງໃຫ້ແກ່ນັກຮຽນເຂດຊາຍແດນ, ຈະເປີດກວ້າງເມື່ອມີຄູອາຈານພຽງພໍ. ທ່ານປາດຖະໜາວ່າ ຝ່າຍ ລາວ ຈະສືບຕໍ່ໜູນຊ່ວຍ, ໂດຍສະເພາະແມ່ນປື້ມແບບຮຽນ, ບຳລຸງສ້າງຄູອາຈານ, ຜັນຂະຫຍາຍແຜນຮ່າງ “ນຳເນື້ອໃນບັນດາຜະລິດຕະພັນຂອງກິດຈະກຳປະຫວັດສາດສາຍພົວພັນແບບພິເສດລະຫວ່າງ 2 ປະເທດເຂົ້າມາສິດສອນຢູ່ບັນດາໂຮງຮຽນ”. ທາງກະຊວງກໍ່ສະເໜີໃຫ້ກະຊວງສຶກສາ ແລະ ກິລາ ລາວ ພິຈາລະນາ ນຳພາສາ ຫວຽດ ໃຫ້ກາຍເປັນວິຊາເລືອກໃນການເສັງຈົບມັດທະຍົມຕອນປາຍຢູ່ ລາວ, ນຳຊຸດປື້ມຕຳລາພາສາ ຫວຽດ ໂດຍ ຫວຽດນາມ ຮຽບຮຽງເຂົ້າຫຼັກສູດສິດສອນຢູ່ໂຮງຮຽນເມື່ອມີຄວາມຕ້ອງການ.

   ເພື່ອນ ໄຊສົມພອນ, ຢູ່ຫຼວງພະບາງ, ຢາກຊອກຮູ້ກ່ຽວກັບຜົນດີເມື່ອ ຫວຽດນາມ ດຳເນີນການປະຕິຮູບໂຮມແຂວງ.

        ເພື່ອນ ໄຊສົມພອນ ທີ່ຮັກແພງ, ເລື່ອງໂຮມບັນດາແຂວງບໍ່ພຽງແຕ່ແມ່ນການປະຕິຮູບບໍລິຫານພຽງຢ່າງດຽວ, ຫາກຍັງແມ່ນໄມ້ງັດຢ່າງເຂັ້ມແຂງ ເພື່ອສ້າງບັນດາຫົວໜ່ວຍບໍລິຫານທີ່ມີຂອບຂະໜາດໃຫຍ່ຢ່າງພຽງພໍເພື່ອພັດທະນາ ແລະ ເຊື່ອມຕໍ່.

ການສຶກສາແມ່ນພາກສ່ວນສຳຄັນຂອງການຮ່ວມມືລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 3(ພາບ: VGP)

    ຕາມໜັງສືພິມເອເລັກໂຕນິກລັດຖະບານ ແລ້ວ, ກ່ອນອື່ນໝົດ, ນັ້ນແມ່ນເງື່ອນໄຂທີ່ຈຳເປັນ ເພື່ອສ້າງບັນດາຂົ້ວເຕີບໂຕໃໝ່ໃນແຜນທີ່ ພັດທະນາເຂດ. ບັນດາທ້ອງຖິ່ນໃໝ່ຈະສ້າງເຂດພັດທະນາ ເຊື່ອມຕໍ່ກັນລະຫວ່າງໃຈກາງ ເຂດຕົວເມືອງ, ເຂດແຄມທະເລ, ເຂດທົ່ງພຽງ ແລະ ເຂດພູດອຍ, ຈາກນັ້ນ ຈະເຊື່ອມຕໍ່ລະບົບມູນຄ່າການຜະລິດ - logistics - ການໃຊ້ສອຍ - ການສົ່ງອອກຢ່າງຄົບຊຸດ. ທີ 2 ແມ່ນ, ເລື່ອງຫຼຸດ 63 ແຂວງລົງເຫຼືອພຽງ 34 ແຂວງ ຈະສ້າງໂຄງປະກອບກົງຈັກບໍລິຫານ ຢ່າງຮອບດ້ານ, ຊ່ວຍຫຼຸດຜ່ອນຂັ້ນຕອນການປະສານງານ ແລະ ປະຢັດລາຍຈ່າຍໃນການເຄື່ອນໄຫວ ຫຼາຍພໍສົມຄວນ. ທີ 3 ແມ່ນ, ບັນດາແຂວງມີຂອບຂະໜາດໃຫຍ່ກວ່າ ຈະມີກຳລັງການຈັດຕັ້ງວາງແຜນ ຢ່າງມີແບບມີແຜນກວ່າ, ຜັນຂະຫຍາຍນະໂຍບາຍເສດຖະກິດ ໃຫ້ມີປະສິດທິຜົນ ແລະ ເພີ່ມກຳລັງແກ່ງແຍ້ງ ໃນການດຶງດູດການລົງທຶນ. ທີ 4 ແມ່ນ, ການໂຮມເຂົ້າກັນຈະສ້າງເງື່ອນໄຂ ເພື່ອນຳໃຊ້ງົບປະມານຢ່າງມີປະສິດທິຜົນ ແລະ ເພີ່ມສະມັດຕະພາບ ການລົງທຶນສາທາລະນະ. ທີ 5 ແມ່ນ, ບັນດາແຂວງໃຫຍ່ ຈະມີທ່າແຮງລື່ນກາຍໃນການຈັດພື້ນທີ່ພັດທະນາເຂດ ແລະ ປະສານງານລະຫວ່າງແຂວງ. ສຸດທ້າຍ, ການໂຮມແຂວງຍັງແມ່ນເຄື່ອງມືຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການພັດທະນາຢ່າງດຸ່ນດ່ຽງລະຫວ່າງບັນດາເຂດ.

        ກ່ຽວກັບການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ: ໃນອາທິດຜ່ານມາ, ລາຍການພາສາ ອິນໂດເນເຊຍ ໄດ້ຮັບບົດສົ່ງເຂົ້າມາຮ່ວມການເສັງຈາກທ່ານຜູ້ຟັງຫຼາຍທ່ານໃນ Borneo Listeners Club Indonesia ແລະ ພະແນກສື່ສານ, ສະຖາບັນສື່ສານ, ກະຈາຍສຽງ ແລະ ໂທລະພາບ. ພ້ອມກັນນັ້ນ, ບັນດາລາຍການ, ຄື: ລັດເຊຍ, ກຳປູເຈຍ, ອັງກິດ, ແອັດສະປາຍ ກໍ່ໄດ້ຮັບບົດສົ່ງເຂົ້າຮ່ວມການເສັງຈາກທ່ານຜູ້ຟັງຕື່ມອີກ. ມາຮອດປະຈຸບັນ, ສະເພາະລາຍການພາກພາສາ ລາວ ໄດ້ຮັບບົດສົ່ງເຂົ້າຮ່ວມການເສັງທັງໝົດ 15 ບົດ.

ຕອບກັບ

ຂ່າວ/ບົດ​ອື່ນ