ຫວຽດ​ນາມ ແລະ ລາວ ຍາມ​ໃດ​ກໍ​ຮ່ວມ​ມື, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ໃນເວ​ທີ​ສາ​ກົນ ແລະ ພາກ​ພື້ນ

(VOVWORLD) -ບໍ່ພຽງແຕ່ເພີ່ມທະວີການຮ່ວມມືສອງຝ່າຍເທົ່ານັ້ນ, ຫວຽດນາມ ແລະ ລາວ ຍາມໃດກໍຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສຫຼາຍຝ່າຍ. ເພາະວ່າ ການພົວພັນຫຼາຍຝ່າຍ ແມ່ນມີຄວາມສຳຄັນຫຼາຍໃນວຽກງານການຕ່າງປະເທດຂອງທັງສອງປະເທດ. ເພາະສະນັ້ນ, ສອງປະເທດ ຍາມໃດກໍຮຽງບ່າຮຽງໄຫຼ່, ຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍບົນເວທີສາກົນ ແລະ ພາກພື້ນ, ພິເສດແມ່ນ ອາຊຽນ; ຢັ້ງຢືນບົດບາດ, ທີ່ຕັ້ງ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ ແລະ ສາກົນ.

ປີ 1995, ຫວຽດນາມ ກາຍເປັນສະມາຊິກຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງເປັນທາງການ. ຫຼັງຈາກນັ້ນ 2 ປີ, ລາວ ກໍເປັນສະມາຊິກຂອງອົງການນີ້ຢ່າງເປັນທາງການເຊັ່ນດຽວກັນ (ປີ 1997). ເຖິງວ່າ ຫວຽດນາມ ແລະ ລາວ ເຂົ້າເປັນສະມາຊິກ ອາຊຽນ ຕາມຫຼັງກໍຕາມ ແຕ່ສອງປະເທດໄດ້ສົມທົບ, ສະໜັບສະໜູນເຊິ່ງກັນແລະກັນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນວິວັດທະນາການພັດທະນາລວມຂອງພາກພື້ນ ກໍຄືການສ້າງປະຊາຄົມອາຊຽນແຫ່ງ ສັນຕິພາບ, ວັດທະນາຖາວອນ. ເມື່ອແບ່ງປັນກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 55 ປີ (ວັນທີ 8 ສິງຫາ 1967 – 08 ສິງຫາ 2022, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ ພາຍໃຕ້ຊາຍຄາລວມ ອາຊຽນ, ຫວຽດນາມ ແລະ ລາວ ພ້ອມກັບບັນດາປະເທດສະມາຊິກ ອາຊຽນ ໄດ້ມີສຽງເວົ້າລວມ, ຮ່ວມມືກັນສ້າງສັນຕິພາບ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຍົກສູງທີ່ຕັ້ງບົດບາດຂອງພາກພື້ນ ບົນເວທີສາກົນ.

ຫວຽດ​ນາມ ແລະ ລາວ ຍາມ​ໃດ​ກໍ​ຮ່ວມ​ມື, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ໃນເວ​ທີ​ສາ​ກົນ ແລະ ພາກ​ພື້ນ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ

“ສອງປະເທດພວກເຮົາກໍໄດ້ປະຕິບັດພັນທະ, ໜ້າທີ່ຢ່າງຫ້າວຫັນ, ປະກອບສ່ວນເຂົ້າໃນນະໂຍບາຍ, ວິໄສທັດຂອງ ອາຊຽນ ຕັ້ງແຕ່ຕົ້ນມາ. ໂດຍສະເພາະມາຮອດປັດຈຸບັນ, ຫວຽດນາມ ແລະ ລາວກໍໄດ້ເປັນປະທານ ອາຊຽນ, ຄື ຫວຽດນາມ ແມ່ນ 3 ຄັ້ງແລ້ວ, ແລະ ລາວ ກໍ 2 ຄັ້ງແລ້ວ, ປີ 2024 ນີ້ກໍເປັນຄັ້ງທີ 3. ໃນອາຍຸການເປັນປະທານ ອາຊຽນ, ຫວຽດນາມ ແລະ ລາວ ລ້ວນແຕ່ເນັ້ນບົດບາດເປັນຜູ້ນຳຂອງ ອາຊຽນ, ສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດຂອງ ຫວຽດນາມ ແລະ ບົດບາດຂອງ ລາວ ໃນອາຊຽນ ເຊິ່ງນີ້ກໍເປັນການປະກອບສ່ວນເຮັດໃຫ້ບົດບາດຂອງ ອາຊຽນໂດຍລວມພົ້ນເດັ່ນຂຶ້ນເຊັ່ນດຽວກັນ. ສະນັ້ນ, ນີ້ແມ່ນໝາກຜົນການຮ່ວມມືຂອງພວກເຮົາ, ຄວາມໃກ້ຊິດ, ການປຶກສາຫາລື, ແລກປ່ຽນຄໍາຄິດຄຳເຫັນລະດັບວິຊາການ, ລະດັບການນຳຂອງສອງປະເທດຂອງພວກເຮົາໃນຖານະເປັນສະມາຊິກ ອາຊຽນ. ເອກະສານຕ່າງໆທີ່ໄດ້ຮັບຮອງເອົາ, ຂໍ້ລິເລີ່ມອັນໃໝ່ທີ່ຈະນຳມາຜົນປະໂຫຍດໃຫ້ແກ່ບັນດາເທດສະມາຊິກ ອາຊຽນ ກໍມີຫຼາຍອັນ. ອັນນີ້ ຂ້າພະເຈົ້າຈຶ່ງສາມາດເວົ້າໄດ້ວ່າ ການພົວພັນຢ່າງສະໜິດແໜ້ນຂອງສອງປະເທດພວກເຮົາໄດ້ປະກອບສ່ວນສຳຄັນເຂົ້າໃນຂະບວນການສ້າງປະຊາຄົມ ອາຊຽນ.”

ບໍ່ພຽງແຕ່ແມ່ນສະມາຊິກທີ່ຕັ້ງໜ້າຂອງ ອາຊຽນ, ຫວຽດນາມ ແລະ ລາວ ຍັງແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງເວທີປາໄສຫຼາຍຝ່າຍຄື ສປຊ ແລະ ບັນດາອົງການຈັດຕັ້ງສາກົນ. ຕໍ່ໜ້າສະພາບພູມີການເມືອງທີ່ສັບສົນ ພ້ອມກັບສິ່ງທ້າທາຍຫຼາຍຢ່າງ ທີ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ຜົນປະໂຫຍດ ແລະ ການພັດທະນາຂອງສອງປະເທດ ກໍຄື ທົ່ວໂລກ. ເພື່ອຮັບປະກັນໄດ້ສິດຜົນປະໂຫຍດຂອງສອງຊາດ, ຍິ່ງກວ່າເວລາໃດໝົດ, ຫວຽດນາມ ແລະ ລາວ ຍິ່ງເພີ່ມທະວີການປຶກສາຫາລື, ພົບປະແລກປ່ຽນ, ເອກະພາບທັດສະນະ, ຮຽງບ່າຮຽງໄຫຼ່ ພ້ອມກັນປົກປ້ອງສິດຜົນປະໂຫຍດຂອງສອງຊາດບົນເວທີສາກົນ. ນີ້ກໍແມ່ນການແບ່ງປັນຂອງທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ກ່ຽວກັບທິດທາງການຮ່ວມມືຂອງສອງຝ່າຍຢູ່ເວທີປາໄສຫຼາຍຝ່າຍໃນໄລຍະຈະມາເຖິງ.

“ໃນຕໍ່ໜ້າ, ຂ້າພະເຈົ້າຄິດວ່າ ຍິ່ງກວ່າເວລາໃດໝົດ ທີ່ສອງປະເທດພວກເຮົາຕ້ອງປະສານສົມທົບເຊິ່ງກັນ ແລະ ກັນ ບໍ່ວ່າຢູ່ອົງການ ສປຊ ແລະ ບັນດາອົງການເຄື່ອຂ່າຍຂອງອົງການ ສປຊ ຫຼືວ່າ ຂະບວນການບໍ່ຮ່ວມກຸ່ມ, ຝລັ່ງ ໂກໂຟນີ ແລະ ອື່ນໆ. ຈາກນັ້ນແມ່ນບັນດາອົງການຍ່ອຍ ເປັນຕົ້ນແມ່ນ AFTA, GMS, ACMECS… ເພາະວ່າໃນແຕ່ລະອົງການນັ້ນ, ເນື້ອໃນທີ່ບັນດາປະເທດສະມາຊິກຍົກອອກມາແມ່ນມີຫຼາຍອັນເປັນບັນຫາລະອຽດອ່ອນ ທີ່ແຕະຕ້ອງເຖິງຜົນປະໂຫຍດຂອງພວກເຮົາ. ສະນັ້ນ, ເພື່ອສາມາດປົກປັກຮັກສາໄດ້ຜົນປະໂຫຍດຂອງສອງປະເທດພວກເຮົາ, ພວກເຮົາມີຄວາມຈຳເປັນຕ້ອງປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນນຳກັນເພື່ອພ້ອມກັນ, ຄຽງຂ້າງກັນປົກປັກຮັກສາຜົນປະໂຫຍດຂອງພວກເຮົາບົນເວທີສາກົນ”.

ພັກປະຊາຊົນປະຕິວັດ ລາວ ແລະ ພັກຄອມມູນິດ ຫວຽດນາມ ລ້ວນແຕ່ໄດ້ກຳເນີດມາຈາກພັກຄອມມູນິດອິນດູຈີນ, ມີທັດສະນະອັນດຽວກັນ ແລະ ມີພາລະກຳປະຕິວັດອັນດຽວກັນ. ສອງປະເທດຍາມໃດກໍຖືການຮ່ວມມືໃນພາກພື້ນ ແລະ ສາກົນແມ່ນສ່ວນໜຶ່ງທີ່ສຳຄັນໃນວຽກງານພົວພັນຕ່າງປະເທດ, ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງແຕ່ລະປະເທດ. ເຖິງວ່າການສະແດງທັດສະນະຕໍ່ບັນຫາໃດໜຶ່ງທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ແມ່ນອີງໃສ່ເງື່ອນໄຂສະພາບຄວາມເປັນຈິງ ແລະ ຜົນປະໂຫຍດຂອງແຕ່ລະປະເທດ, ແຕ່ວ່າສອງປະເທດກໍໄດ້ຈັດການພົບປະແລກປ່ຽນເປັນປະຈຳເພື່ອເອກະພາບທັດສະນະຕໍ່ທຸກບັນຫາ.

“ພວກເຮົາເປັນເພື່ອນມິດສະຫາຍ, ເປັນອ້າຍນ້ອງຮ່ວມອຸທອນດຽວກັນດັ່ງການນຳ ແລະ ຜູ້ອາວຸໂສຂອງພວກເຮົາໄດ້ຢ້ຳມາຕະຫຼອດ, ພວກເຮົາຄວນມີທັດສະນະອັນດຽວກັນໃນບັນຫາພາກພື້ນ ແລະ ສາກົນ. ສະນັ້ນ, ສອງກະຊວງການຕ່າງປະເທດໄດ້ປະສານກັນ, ປຶກສາຫາລືກັນຕະຫຼອດ ບັນຫາໃດຈະເກີດຂຶ້ນຢູ່ໃນລະດັບພາກພື້ນ ແລະ ສາກົນ ພວກເຮົາກໍໄດ້ປຶກສາຫາລືນຳກັນວ່າ ຄວນວາງທັດສະນະແນວໃດ ອີງໃສ່ເງື່ອນໄຂ, ອີງໃສ່ຈຸດຢືນ, ໂຕນີ້ແມ່ນສຳຄັນທີ່ສຸດທີ່ກະຊວງການຕ່າງປະເທດໄດ້ປະສານສົມທົບ ແລ້ວສະເໜີຕໍ່ການນຳສູງສຸດຂອງພວກເຮົາ ເພື່ອພິຈາລະນາ ແລະ ຕົກລົງຈັດຕັ້ງປະຕິບັດເປັນເອກະພາບກັນ”.

ບໍ່ພຽງແຕ່ໃນການຕໍ່ສູ້ເທົ່ານັ້ນ, ຫາກນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ການຮ່ວມມື ແລະ ໄມຕີຈິດມິດຕະພາບ ຍັງໄດ້ສະແດງອອກຜ່ານທຸກຂົງເຂດຂອງຊີວິດການເມືອງ, ສັງຄົມ, ພົ້ນເດັ່ນແມ່ນໃນວຽກງານພົວພັນຕ່າງປະເທດ. ສິ່ງດັ່ງກ່າວຍິ່ງສະແດງໃຫ້ເຫັນສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ພິເສດຄືແນວໃດ.  ສາຍພົວພັນທີ່ຫາຍາກໃນໂລກນີ້ ບໍ່ພຽງແຕ່ແມ່ນສາຍພົວພັນທີ່ເປັນແບບຢ່າງເທົ່ານັ້ນ ຫາກຍັງນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງ, ປະກອບສ່ວນເຂົ້າໃນສັນຕິພາບ ແລະ ການພັດທະນາແບບຍືນຍົງຂອງທົ່ວໂລກອີກດ້ວຍ./.

ນັກຂ່າວ VOV ປະຈຳ ລາວ ແລະ ຫງວຽນສວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ